ທ່ານປະທານາທິບໍດີ ສີຈິ້ນຜິງອ່ານປື້ມຫຍັງ?

timer

remove_red_eye 0 views


cvConnect.la - ທ່ານປະທານາທິບໍດີ  ສີຈິ້ນຜິງອ່ານປື້ມຫຍັງ?

 ທຸກໆປີ ປະທານາທິບໍດີ ສີຈິ້ນຜິງ ຈະກ່າວອວຍພອນປີໃຫມ່ແກ່ປະຊາຊົນຈີນ ໂດຍຖ່າຍທອດສົດຈາກຫ້ອງເຮັດວຽກໃນທຳນຽບປະທານາທິບໍດີສິ່ງຫນຶ່ງທີ່ຊາວເນັດຈີນບໍ່ເຄີຍພາດໂອກາດນີ້ກໍ່ຄື ການຂະຫຍາຍຊັ້ນໜັງສືຫ້ອງສະຫມຸດຢູ່ຫລັງໂຕະເຮັດວຽກຂອງ ສີຈິ້ນຜິງ ເພືອມາວິເຄາະໃນສື່ສັງຄົມ ປະທານາທິບໍດີສີຈິ້ນຜິຊ່ວງນີ້ອ່ານຫນັງສືຫຍັງແດ່?


ຜູ້ນໍາຂອງຈີນມັກລະມັດລະວັງກ່ຽວກັບການສະແດງຄວາມຄິດເຫັນ ແລະ ຄວາມມັກຂອງຕົນເອງ. ເຮັດໃຫ້ຄົນຈີນຕ້ອງເດົາຫຼືວິເຄາະສັນຍາລັກຕ່າງໆ ທັງໂດຍກົງ ແລະ ທາງອ້ອມ ຊັ້ນຫນັງສືຂອງທ່ານຜູ້ນຳກໍ່ໄດ້ກາຍເປັນຫນຶ່ງທີ່ປະຊາຊົນຊາວຈີນໃຫ້ຄວາມສົນໃຈ ໂດຍສະເພາະຄົນຈີນທີ່ຜູ້ມັກອ່ານ ແລະ ຜູ້ທິີ່ກໍາລັງຊອກຫາປື້ມໃຫມ່ໆ ອ່ານບໍ່ໃຫ້ຕົກເທຣນ.

 

 ເລື່ອງທີຮືຮ່າກັນຫຼາຍໃນປີນີ້ແມ່ນ ເທິ່ງຊັ້ນປື້ມໜັງສືທ່ານຜູ້ນຳ ມີປື້ມກ່ຽວກັບປັນຍາປະດິດ (Artificial Intelligence: AI) ເຖິງ 2 ຫົວ ເຊິ່ງຖືກແປຈາກພາສາອັງກິດ ສະທ້ອນເຖິງຄວາມຕັ້ງໃຈຂອງຜູ້ນໍາຈີນທີ່ຈະຂັບເຄື່ອນໃຫ້ຈີນກາຍເປັນຜູ້ນໍາໃນໂລກໃນເຕັກໂນໂລຊີ AI ພາຍໃນປີ 2025, ໂດຍລັດຖະບານຈີນໄດ້ທຸ້ມ ແລະ ສົ່ງເສີມງົບວິໃຈດ້ານນີ້ບໍ່ອັ້ນ ເພາະເຊື່ອວ່າຜູ້ທີ່ກຸມເຕັກໂນໂລຊີ AI ໄດ້ ຜູ້ນັ້ນກຸມອະນາຄົດ.

 ປື້ມເຫັ້ມທໍາອິດຊື່ The Master Algorithm: How the Quest for the Ultimate Learning Machine Will Remake the World ของ Pedro Domingos (ພິມຄັ້ງທຳອິດ ປີ 2015 ) ເປັນປື້ມທີ່ໃຫ້ຄວາມຮູ້ພື້ນຖານກ່ຽວກັບ AI ແລະ ຜົນກະທົບຕໍ່ທຸລະກິດ ແລ ະສັງຄົມ ໂດຍ  Bill Gates ເອງແນະນໍາໃຫ້ອ່ານປື້້ມເຫຼັ້ມນີ້.

 

ສ່ວນອີກເຫັ້ມ Augmented: Life in the Smart Lane ຂອງ  Brett King (ພິມຄັ້ງທຳອິດ ປີ 2016) ເປັນປື້ມທີ່ພະຍາຍາມສາຍພາບອະນາຄົດ 25 ປີ ຕໍ່ຈາກນີ້ ເຊິ່ງຜູ້ຂຽນບອກວ່າເປັນຊ່ວງທີ່ຈະພິກໂສມໜ້າໂລກຍິ່ງກວ່າການປ່ຽນແປງໃນຊ່ວງ 250 ທີ່ຜ່ານມາ ຜູ້ຊ່ຽວຊານໃຫ້ຄວາມສຳຄັນກັບເຕັກໂນໂລຢີ 4 ດ້ານ ໄດ້ແກ Artificial Intelligence, Experience Design, Smart Infrastructure และ Health Tech

 

 

ນອກຈາກນັ້ນ, ຊັ້ນປື້ມຂອງ ສີຈິ້ນຜິງ ຍັງມີປຶ້ມເສດຖະກິດ ການເມືອງທີ່ຫນ້າສົນໃຈຫຼາຍເຫັ້ມ ໂດຍເວັບຂ່າວດ້ານເສດຖະກິດຂອງຈີນໄດ້ຄັດເລືອກເພື່ອລາຍງານ 5 ເຫຼັ້ມ ທັງໝົດເປັນປື້ມແປພາສາຈາກຕ່າງປະເທດ.
ເຫຼັ້ມທໍາອິດແມ່ນCapital in the Twenty-First Centry ຂອງ Thomas Piketty (ຈັດພີມມາຄັ້ງທໍາອິດໃນປີ 2014). ເຊິ່ງນັບວ່າຫນ້າສົນໃຈຫຼາຍ ທີ່ປື້ມນີ້ຢູ່ເທິງຊັ້ນປື້ມຂອງສີຈິ້ນຜິງ ເພາະເປັນປຶ້ມທີ່ພະຍາຍາມຄົ້ນຫາວິເຄາະຮາກຂອງຄວາມແຕກຕ່າງລະຫວ່າງຄົນລວຍ ແລະ ຄົນທີ່ກວ້າງຫຼາຍຂື້ນທຸກບ່ອນໃນລະບົບເສດຖະກິດທີ່ທັນສະໄຫມ ເຊິ່ງບັນຫາຂອງຄວາມບໍ່ສະເຫມີພາບແມ່ນບັນຫາໃຫຍ່ໃນສັງຄົມຈີນ. 

 

 

    ປື້ມເຫຼັ້ມທີ 2 ແມ່ນ Capital and Collusion: The Political Logic of Global Economic Development ຂອງ Hilton L. Root (ພິມຄັ້ງທໍາອິດ, 2005) ແມ່ນປຶ້ມທີ່ວິເຄາະວ່າເປັນຫຍັງປະເທດກໍາລັງພັດທະນາບໍ່ສາມາດສະສົມທຶນໄດ້ຄືກັບປະເທດທີ່ພັດທະນາແລ້ວ ໂດຍເປັນການວິເຄາະກ່ຽວກັບທັດສະນະຂອງສະຖາບັນ ແລະ ແຮງຈູງໃຈທາງດ້ານການເມືອງ.

 

 

 ປື້ມເຫຼັ້ມທີ 3 Money Changes Everything: How Finance Made Civilization Possible ໂດຍ William N. Goetzmann (ພິມປີທໍາອິດ 2016), ເປັນປື້ມທີ່ອະທິບາຍເຖິງປະຫວັດຂອງລະບົບການເງິນທົ່ວໂລກ ເພື່ອຕອບຄໍາຖາມວ່າເປັນຫຍັງລະບົບການເງິນຈຶ່ງເປັນແຮງຂັບເຄື່ອນຂອງໂລກສະໄຫມໃໝ່.

 

 

ປື້ມເຫຼັມທີ 4 ແມ່ນ Theorists of Economic Growth from David Hume to the Present โดย W.W. Rostow (ພີມຄັ້ງທໍາອິດໃນປີ 1992). ຊາວເນັດຈີນຫຼາຍຄົນສົນໃຈປື້ມເຫຼັ້ມນີ້ເປັນພິເສດ ເພາະເປັນປື້ມທີ່ຫນາທີ່ສຸດໃນຊັ້ນວາງປື້ມ. ຈິ່ງໂດດເດັ່ນໃນຮູບຂອງສີຈິ້ນຜິງ ປື້ມນີ້ແມ່ນຂ້ອນຂ້າງຫນັກຫນ່ວງ ເຖິງການແປພາສາຂອງປື້ມເຫຼັ້ມນີ້ໃນພາສາຈີນແມ່ນຕ້ອງອາໃສທີມວິຊາການດ້ານເສດຖະກິດຊັ້ນນຳຂອງເມືອງຈີນ ເອີ້ນໄດ້ວ່າປື້ມເຫຼັ້ມນີ້ເປັນປື້ມຄາດສິກເຫຼັ້ມໜຶ່ງໃນເສດຖະກິດການເມືອງ

 

 

ເຫຼັ້ມທີ 5 The Gray Rhino: How to Recognize and Act on the Obvious Dangers We Ignore ຂອງ  Michele Wucker (ພີມມາຄັ້ງທໍາອິດໃນປີ 2016). ຊາວເນັດຈີນເຫັນວ່າທ່ານຜູ້ນຳສີຈິ້ນຜິງຄົງຢ້ານວິກິດໃນຈີນຈະປະທຸໂດຍບໍ່ໄດ້ຕັ້ງໂຕ (ບໍ່ວ່າວິກິດການທາງດ້ານການເມືອງ ຫຼື ທາງເສດຖະກິດ) ປຶ້ມເຫຼັ້ມນີ້ເປັນເລື່ອງກ່ຽວກັບໄພຮ້າຍໃນສັງຄົມທີ່ຄົນເຮົາອາດຈະຄາດເດົາໄດ້ ແຕ່ພັດເຮັດເປັນຫຼົງລືມ ຫຼື ເບິ່ງບໍ່ເຫັນ ຈົນໄພງຽບຄ້ອຍໆ ກໍ່ຕົວເປັນວິກິດລຸລາມ ປືມເຫັ້ມນີ້ຍັງເປັນປື້ມແປກທີ່ຂາຍດີອັນດັບ 1 ຂອງປະເທດຈີນໃນປີທີ່ຜ່ານມາອີກດ້ວຍ

 

 

ນອກເຫນືອໄປຈາກປຶ້ມເຕັກໂນໂລຢີ ແລະ ເສດຖະກິດແລ້ວ ຊັ້ນວາງປື້ມຂອງສີຈິ້ນຜິງ ຍັງມີປື້ມແບບຄລາສສິກອີກຈຳນວນຫຼາຍ ປື້ມຄາສິກພາສາຈີນມັກເປັນວັນນະຄະດີຈີນ ປື້ມປະຫວັດສາດຕຳລາພິໄຊສົງຄາມສ່ວນປື້ມຄາສິກຕ່າງປະເທດ (ສະບັບແປພາສາຈີນ) ໄດ້ແກ່ War and Peace, The Old Man and the Sea, The Odyssey, Les Miserables ເປັນຕົ້ນ

ສັງຄົມຈີນນັບຕັ້ງແຕ່ບູຮານສັງຄົມທີ່ສັນລະເສີນນັກອ່ານ ແລະ ນັກຮຽນ ໃນລະບົບວັດທະນະທໍາຂົງຈື້ ຊົນຊັ້ນສູງທີ່ສຸດຂອງສັງຄົມແມ່ນນັກປັນຍາຊົນທີ່ມີຄວາມຮູ້ສຶກ ແລະ ມີຄວາມຮູ້ກ່ຽວກັບວັນນະຄະດີຄລາສສິກ ດ້ວຍພື້ນຖານວັດທະນະທໍາດັ່ງກ່າວ. ດັ່ງນັ້ນພວກເຮົາເຫັນປະຊາຊົນຈີນໃນປະຈຸບັນມີຄວາມສົນໃຈໃນປຶ້ມຄາສິກຈີນ ແລະ ຕາເວັນຕົກ. ປື້ມຄລາສສິກຂອງຕາເວັນຕົກທັງຫມົດຖືກແປເປັນພາສາຈີນ ແລະ ຫາໄດ້ຕາມຮ້ານປື້ມທົ່ວໄປ ນອກນັ້ນ ປະຊາຊົນຈີນຍັງສົນໃຈປື້ມໃຫມ່ໆ. ທີ່ເປັນເທຣນຄວາມຮູ້ໃນໂລກຂອງຍຸກ 4.0 ສອດຄ່ອງກັບສັງຄົມຈີນທີ່ປ່ຽນແປງຢ່າງໄວວາ.

ແຕ່ສິ່ງທີ່ຂາດຫາຍໄປຈາກຊັ້ນວາງປື້ມຂອງສີຈິ້ນຜິງກໍ່ຄື ປື້ມການເມືອງກ່ຽວກັບຊາທິປະໄຕ ແລະ ສິດທິມະນຸດໃນ ຕທຸກເລື່ອງາມຮູບສີຈີ້ນຜີງມີປື້ມລາສສິກ  ເພື່ອສະແດງຄວາມເປັນປັນຍາຊົນ ມີປື້ມກ່ຽວກັບເຕັກໂນໂລຢີ ເພື່ອສະແດງໃຫ້ເຫັນວິໄສທັດ ແລະ ມີປື້ມເສດຖະກິດທາງດ້ານການເມືອງ ເພື່ອສະແດງໃຫ້ເຫັນວ່າປະເທດຈີນຈະສືບຕໍ່ກ້າວໄປສູ່ການພັດທະນາເສດຖະກິດເປັນເປົ້າຫມາຍອັນກັບ 1  ຕໍ່ໄປ ເພື່ອໃຫ້ທັນກັບຄວາມຈະເລີນຂອງຕາເວັນຕົກ. (ແຖມປື້ມສ່ວນຫຼາຍໃນເລື່ອງເຫຼົ່ານີ້ເປັນປື້ມແປກເພື່ນຮຽນຮູ້ຂໍ້ຄິດ ແລະ ປະສົບການຈາກໂລກຕາເວັນຕົກອີກດ້ວຍ) ນັບວ່າຈີນເປີດກວ້າງທຸກເລື່ອງ ຍົກເວັ້ນເລື່ອງລະບົບການເມືອງ

ເລື່ອງຊັ້ນວາງປື້ມຂອງສີຈິ້ນຜິງນີ້ດັງໄປທົ່ວເຖິງອາເມກາ ໂດຍສື່ອາເມກາ ລາຍງານວ່າຂ່າວນີ້ທຽບກັບຫ້ອງເຮັດວຽກຂອງປະທານາທິບໍດີ ທຼຳ ທີ່ບໍ່ມີຊັ້ນວາງປື້ມ  ແລະ ໂຕະເຮັດວຽກຂອງ ທຼຳ ບໍ່ມີໜັງສືແມ້ແຕ່ເຫຼັ້ມດຽວ ມີແຕ່ກອງວາລະສານກອງໃຫຍ່ ໂດຍທັງກອງກໍ່ລ້ວນແຕ່ເປັນວາລະສານທີ່ມີ ທຼຳ ຂື້ນປົກ ຫຼື ມີເລື່ອງຂອງ ທຼຳຢູ່ດ້ານໃນ!!!

 

Cr: www.the101.world

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now