5 ປີກ່ອນ ມາກ ຊັກເຄີເບີກ ເຫັນຫຍັງໃນ Instagram, ມີໃຜຮູ້ແນ່ວ່າຮູບທຳອິດໃນ Instagram ແມ່ນຮູບຫຍັງ?

timer

remove_red_eye 0 views


cvConnect.la - 5 ປີກ່ອນ ມາກ ຊັກເຄີເບີກ ເຫັນຫຍັງໃນ Instagram, ມີໃຜຮູ້ແນ່ວ່າຮູບທຳອິດໃນ Instagram ແມ່ນຮູບຫຍັງ?

5 ປີກ່ອນ ມາກ ຊັກເຄີເບີກ ເຫັນຫຍັງໃນ Instagram ມີໃຜຮູ້ແນ່ວ່າຮູບທຳອິດໃນ Instagram ແມ່ນຮູບຫຍັງ? ຫຼາຍຄົນຮູ້ຈັກ Instagram ແຕ່ມີໜ້ອຍຄົນທີ່່ຮູ້ວ່າ Instagram ເກີດ ຂື້ນມາໄດ້ແນວໃດ ອີກທັງ Instagram ຍັງເປັນການລົງທຶນທີ່ຄຸ້ມຄ່າທີ່ສຸດຂອງ ມາກ ຊັກເຄີເບີກ, ທຳອິດ Instagram ເປັນພຽງຟີເຈີ້ນ້ອຍໆໃນໂປຣເຈັກທີ່ມີຊື່ວ່າ:​ “Burbn” ໃນປີ 2010 ໂດຍຖືກພັດທະນາຂື່ນໂດຍ Kevin Systrom ແລະ Mike Kriege ໃນເມືອງ San Francisco Burbn ເປັນແອັບ ທີ່ໃຫ້ຜູ້ໃຊ້ງານສາມາດວາງແຜນເຊັກອິນລ່ວງໜ້າ ຫຼື ເຊັກອິນຄະນະທີ່ຢູ່ໃນສະຖານທີ່ນັ້ນໆ ລວມເຖິງໂພສຮູບເພື່ອແຊກັນລະຫວ່າງໝູ່ເພື່ອຮັບຄະແນນສະສົມ ຢ່າງໃດກໍ່ຕາມ Burbn ນັ້ນບໍ່ໄດ້ປະສົບຄວາມສຳເລັດເທົ່າໃດ ເນື່ອງຈາກມີຄວາມຊັບຊ້ອນ ແລະ ຫຍຸ້ງຍາກໃນການໃຊ້ງານ ແຕ່ຜູ້ຮ່ວມກໍ່ຕັ້ງທັງ 2 ຄົນນັ້ນບໍ່ຍອມແພ້ງ່າຍໆ.. Kevin ແລະ Mike ເຫັນພຶດທິກຳຂອງຜູ້ໃຊ້ງານວ່າມັກໃຊ້ຟັງຊັ້ນໂພສຮູບຫຼາຍກວ່າຟັງຊັ້ນອື່ນໆ ຈຶ່ງປ່ຽນຈຸດມຸ້ງໝາຍໃໝ່ ໂດຍມຮຟັງຊັ້ນຫຼັກຄື ໃຫ້ຜູ້ໃຊ້ງານແຊຮູບພາບຂອງຕົນລະຫວ່າງໝູ່ເພື່ອນໂດຍປ່ຽນຊື່ມາເປັນ “Instagram” ເຊິ່ງເປັນການປະສົມລະຫວ່າງຄຳວ່າ  “Instant” ແລະ “Telegram” Instagram ເປີດໂຕຢ່າງເປັນທາງການຄັ້ງທຳອິດໃນເດືອນຕຸລາ ປີ 2010 ໂດຍເປີດໃຫ້ດາວໂຫຼດສະເພາະຜູ້ໃຊ້ສະມາດໂຟນລະບົບ IOS ເທົ່ານັ້ນ ແລະ ຕໍ່ມາເດືອນເມສາ ປີ 2012 ຈຶ້ງໄດ້ອອກເວີຊັ້ນສຳລັບ Android ແລະ ຈຸດປ່ຽນສຳຄັນເກີດຂື້ນໃນປີ 2012 ມາກ​ ຊັກເຄິ້ເບີກ ຜູ້ກໍ່ຕັ້ງ ເຟກບຸກ ຕອນນັ້ນກຳລັງຈະນຳບໍລິສັດ IPO ເຂົ້າຕະຫຼາດຫຼັກຊັບແຕ່ກໍ່ໄດ້ປະກາດຊື່ກິດຈະການ Instagram ດ້ວຍມູນຄ່າສູງເຖິງ 1 ພັນລ້ານໂດລາ ເອີ້ນໄດ້ວ່າ Instagram ຂາຍໃຫ້ເຟກບຸກ ທີ້ໜ້າຕົກໃຈຄື ຂະນະນັ້ນ Instagram ຫາກໍ່ເປີດໂຕໄດ້ພຽງ 2 ປີ ພະນັກງານທັງບໍລິສັດຮວມກັນພຽງ 13 ຄົນ ແລະ ທີ່ສຳຄັນຍັງບໍ່ມີລາຍໄດ້ແມ້ແຕ່ນ້ອຍ ສ້າງຄວາມສັ່ນສະເທືອນຕໍ່ຄວາມເຊື່ອໝັ້ນຂອງ CEO ໜຸ່ມຜູ້ນີ້ຫຼາຍ ຫຼາຍຜ່າຍເລີ່ມບໍ່ເຊື່ອໃຈວ່າ ມາກ ຊັກເຄີເບີກ ຈະສາມາດເບິ່ງ ເຟກບຸກທີ່ກຳລັງຈະເຂົ້າຕະຫຼາດໄດ້ດີຫຼືບໍ່ ແຕ່ປະຈຸບັນກໍ່ເປັນເລື່ອງພິສູດວ່າມັນຄຸ້ມຄ່າທີ່ສຸດໃນວົງການທຸລະກິດ Instagram ໃນຄະນະນັ້ນຖືກຊື້ໃນລາຄາ 1 ພັນລ້ານ ໂດລາອາດມີມູນຄ່າສູງເຖິງ 5 ໝື່ນລ້ານໂດລາໃນປະຈຸບັນ (ເຕີບໂຕ 50 ເທົ່າໃນ 5 ປີ) ແລະ ເປັນແຫ່ງລາຍໄດ້ທີ່ສຳຄັນຂອງ ເຟກບຸກເລີຍ 5 ປີກ່ອນ ມາກ ຊັກເຄີເບີກ ເຫັນໃນ Instagram ມາກ ຊັກເຄີເບີກ ເບິ່ງເຫັນວ່າ ເປັນແພັກຟອມທີ່ມີປະສິດທິພາບສູງມາໃນອານາຄົດ ແລະ ມາເຕີມເຕັມກັບສິງທີ່ເຂົາມີຢູ່ແລ້ວ ໃນເຟກບຸກເອີ້ນໄດ້ວ່າຖ້າຢາກໂພສຊີລ້ຽນແນ່ກະມາລົງເຟກບຸກ ຖ້າຢາກໂພສແບບສະບາຍໆ ກະມາໂພສຫຼີ້ນທີ່ Instagram, ແລະ ໃນທີ່ສຸດເຟກບຸກກໍ່ເຊື່ອມຕົວເອງກັບ Instagram ໄດ້ໂດຍໂພສຢູ່ Instagram ແລະ ມາຂື້ນ ທີ່ເຟກບຸກພ້ອມກັນເລີຍ ປະຈຸບັນ Kevin ຍັງຄົງເປັນ CEO ແລະ Mike ກໍ່ຍັງຄົງເປັນ CTO (Chief Technology Officer) ໃຫ້ແກ່ Instagram ໂດຍທັງ 2 ຄົນໃຊ້ບັນຊີ instagram ວ່າ @kevin ແລະ @mikeyk ຕາມລຳດັບ

 

 

 

 

ຮອດຕອນນີ້ຫຼາຍຄົນຄົງຢາກຮູ້ວ່າຮູບທຳອິດທີໂພສລົງ Instagram ແມ່ນຮູບຫຍັງ ຄຳຕອບຄື ຮູບໝາທີ່ຖ່າຍກັບຕີນແຟນຂອງ Kevin ນັ້ນເອງ ຮູບນີ້ຖືກໂພສໂດຍໃຊ້ ຟີວເຕີ້ X-Pro 2 ເຊິ່ງເປັນໜຶ່ງໃນຟິວເຕີ້ທີໄດ້ຮັບຄວາມນິຍົມສູງຕະຫຼອດການ Instagram ຖືວ່າເປັນ  platform ທີ່ມີການເຕີບໃຫຍ່ໄວທີ່ສຸດ platform ໜຶ່ງໃນໂລກ

 

 

ເດືອນ 12 ປີ 2010 ຜູ້ໃຊ້ງານ 1 ລ້ານບັນຊີ

ເດືອນ 9 ປີ 2011 ຜູ້ໃຊ້ງານ 10 ລ້ານບັນຊີ

ເດືອນ 4 ປີ 2012 ຜູ້ໃຊ້ງານ 30 ລ້ານບັນຊີ

ເດືອນ 9 ປີ 2013 ຜູ້ໃຊ້ງານ 150 ລ້ານບັນຊີ

ເດືອນ 12 ປີ 2014 ຜູ້ໃຊ້ງານ 300 ລ້ານບັນຊີ

ເດືອນ 12 ປີ 2015 ຜູ້ໃຊ້ງານ 400 ລ້ານບັນຊີ

ເດືອນ 12 ປີ 2016 ຜູ້ໃຊ້ງານ 600 ລ້ານບັນຊີ

ເດືອນ 4 ປີ 2017 ຜູ້ໃຊ້ງານ 700 ລ້ານບັນຊີ ແລະ ປະຈຸບັນມີຜູ້ໃຊ້ງານຫຼາຍກວ່າ 800 ລ້ານບັນຊີ ໂດຍມີ active user (ຜູ້ໃຊ້ງານເປັນປະຈຳ)ສູງເຖິງ 500 ລ້ານບັນຊີ

 

        ແມ່ນຫຍັງທີ່ເຮັດໃຫ້ Instagram ເປັນທີ່ນິຍົມຂະໜາດນີ້? ເຮົາຄົງບໍ່ຕ້ອງອະທິບາຍວ່າ Instagram ສາມາດເຮັດຫຍັງໄດ້ແດ່ ເພາະທຸກຄົນໜ້າຈະຮູ້ຢູ່ແລ້ວ ແຕ່ຫາກໃຫ້ສະຫຼຸບສັ້ນໆ ກໍ່ຄົງເປັນເພາະ Instagram ນຳສະເໜີ ຄວາມງ່າຍ ໃນການໃຊ້ງານອີກທັງເຂົ້າໃຈ ພຶດຕິກຳ ຂອງມະນຸດທີ່ມັກໃນການແຊເລື່ອງລາວຕ່າງໆໃນຊີວິດ ໂດຍສະເພາະການແຊຮູບພາບ ແລະ ວິດີໂອ ອີກເຫດຜົນທີ່ເຮົາອາດຈະຫາກໍ່ຮູ້ຄື Instagram ເປັນ platform ທີ່ໃວລຸ້ນນິຍົມໃຊ້ກັນຫຼາຍບາງຄັ້ງໃຊ້ເປັນສິ່ງຫຼີກລ່ຽງ ຄອບຄົວ ຫຼື ພີ່ນ້ອງ ທີ່ເລີ່ມ ໃຊ້ເຟກບຸກກັນຫຼາຍຂື້ນນັ້ນເອງ ເພາະບາງຄັ້ງໃວລຸ້ນກໍ່ບໍ່ຢາກໃຫ້ພໍແມ່ ຫຼື ພີນ້ອງ ຮັບຮູ້ເລື່ອງລາວຊີວິດປະຈຳວັນເທົ່າໃດ ດ້ວຍເຫດຜົນນີ້ຈິ່ງເຮັດໃຫ້ Instagram ໄດ້ຮັບຄວາມນິຍົມ ແລະ ເປັນຕະຫຼາດໃຫຍ່ຫຼາຍ, ສຳລັບກຸ່ມລູກຄ້າທີ່ເປັນໃວລຸ້ນກໍ່ຍ່ອມມີສອງດ້ານສະເໝີ ປະຈຸບັນ Instagram ເປັນ platform ສື່ອອນລາຍທີ່ກໍ່ຄວາມຄຽດໃຫ້ແກ່ຜູ້ໃຊ້ຫຼາຍທີ່ສຸດ  ບໍ່ວ່າເກີດຈາກການຜູທີ່ເຮົາຕິດຕາມໂພສຮູບໄປທ່ຽວ ຫຼື ໃຊ້ຊີວິດຫຼູຫຼາ ເຮັດໃຫ້ເກີດຄວາມບໍ່ພໍໃຈໃນສິ່ງທີ່ຕົນເອງມີ ຈິ່ງຕ້ອງພະຍາຍາມເຮັດໃຫ້ຕົນເອງດູດີມີຊີວິດດີຄືຄົນອື່ນ ຜູ້ທີ່ຮູ້ຈັກໃຊ ຮູ້ຈັກຄິດ ກໍ່ຄົງນຳສິ່ງເຫຼົ່ານີ້ເປັນແຮງຂັບເຄື່ອນໃນການພັດທະນາຊີວິຕົນເອງ ແຕ່ບາງຄົນທີ່ຍັງຕິດກັບດັກພາບລວງຕານີ້ລະ ໜ້າເປັນຫ່ວງ ຕ້ອງຄອຍສ້າງພາບໃຫ້ຕົນເອງດູດີໃນສາຍຕາຄົນອື່ນຢູ່ຕະຫຼອດເວລາ ເຖິງໃນຊີວິຈິງສິບໍ່ໄດ້ມີຫຍັງເລີຍກໍ່ຕາມຄົງບໍ່ຜິດຖ້າຈະບອກວ່າໃວລຸນທຸກມື້ນີ້ໃຫ້ຄວາມສຳຄັນກັບຕົວຕົນໃນໂລດໂຊຊ້ຽວຫຼາຍກວ່າຕົວຕົນໃນໂລກຄວາມເປັນຈິງ...

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now