ແຜນການສ້າງນະຄອນໄກສອນພົມວິຫານໃກ້ສູ່ຄວາມສຳເລັດ

timer

remove_red_eye 0 views


cvConnect.la - ແຜນການສ້າງນະຄອນໄກສອນພົມວິຫານໃກ້ສູ່ຄວາມສຳເລັດ

 ຕາມການໃຫ້ສໍາພາດຂອງທ່ານ ບຸນຍູ້ ທໍາມະວົງ ເຈົ້າເມືອງໆໄກສອນ ພົມວິຫານ ຕໍ່ນັກຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ມາຮອດປະຈຸບັນການສ້າງຕັ້ງນະຄອນ ໄກສອນພົມວິຫານ ໃນແຂວງສະຫວັນນະເຂດມີຄວາມຄືບໜ້າໄປຫຼາຍດ້ານ

     ໂດຍສະເພາະ 8 ມາດຖານຂອງການສ້າງນະຄອນເຊັ່ນ: ຈໍານວນພົນລະເມືອງ, ຄວາມໜາແໜ້ນຂອງພົນລະເມືອງ, ອາຊີບກະສິກອນ, ເສັ້ນທາງປູຢາງ-ເບຕົງ, ຄອບຄົວຊົມໃຊ້ໄຟຟ້າ, ນໍາໃຊ້ນ້ໍາສະອາດ-ນ້ໍາປະປາ,ດ້ານງົບປະມານກຸ້ມຕົນເອງໃນການໃຊ້ຈ່າຍປົກກະຕິ ແລະບ້ານພັດທະນາ.

     ເມືອງໄກສອນພົມວິຫານເປັນເມືອງໃຫຍ່ອັນດັບສອງຂອງ ສປປ ລາວ ຖັດຈາກນະຄອນຫຼວງວຽງຈັນ. ເມືອງນີ້ຕັ້ງຢູ່ແຄມແມ່ນ້ໍາຂອງໃນເຂດພາກກາງຂອງລາວ,ເປັນເມືອງຕັ້ງຢູ່ຈຸດເລີ່ມຂອງ ເສັ້ນທາງເລກ 9 ຊຶ່ງອອກສູ່ທະເລຂອງ ພາກກາງຫວຽດນາມ ແລະເປັນເມືອງໜຶ່ງທີ່ມີສະພາບເສດຖະກິດ-ສັງຄົມ ຂະຫຍາຍຕົວໄວ, ລັກສະນະທີ່ເດັ່ນຂອງ ເມືອງນີ້ເປັນເມືອງທີ່ມີການຈັດວາງຢ່າງເປັນລະບຽບກວ່າເມືອງອື່ນໆ ໂດຍສະເພາະແມ່ນເສັ້ນທາງຕ່າງໆໄດ້ຕັດແບ່ງຕົວເມືອງໃຫ້ເປັນລັກສະນະຕາຜ້າຜັງເມືອງ.ເມືອງໄກສອນພົມວິຫານຕັ້ງຢູ່ໃຈກາງຂອງແຂວງເປັນທີ່ຕັ້ງຂອງສໍານັກງານອົງການຂອງແຂວງ, ອົງການທຽບເທົ່າ, ມີສະຖານກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ

     ແລະກົງສຸນໃຫຍ່ແຫ່ງລາຊະອານາຈັກ ໄທປະຈໍາແຂວງສະຫວັນນະເຂດ, ມີ ເສັ້ນທາງເຊື່ອມຕໍ່ບັນດາແຂວງພາກ ກາງ, ພາກໃຕ້ ແລະ ປະເທດເພື່ອນບ້ານ, ມີເສັ້ນທາງແລວເສດຖະກິດຕາ ເວັນອອກ-ຕາເວັນຕົກຕັດຜ່ານທີ່ມີໄລ ຍະທາງສັ້ນທີ່ສຸດ, ການຂົນສົ່ງໄປເຖິງທະເລນ້ໍາເລິກດານັງ ສສ ຫວຽດນາມ, ມີເຂດເສດຖະກິດພິເສດສະຫວັນ-ເຊໂນ ກວມເຖິງ 3 ເຂດຄື: ເຂດ A ກວມ 305 ເຮັກຕາ, ເຂດ C ກວມ 232 ເຮັກຕາ ແລະເຂດ D ກວມ 118 ເຮັກ ຕາ, ຊຶ່ງມີຫຼາຍບໍລິສັດທັງພາຍໃນ ແລະ ຕ່າງປະເທດມາລົງທຶນໃນເຂດດັ່ງກ່າວ, ເປັນສູນກາງການສຶກສາ ເພື່ອພັດທະນາ ຊັບພະຍາກອນມະນຸດໃຫ້ແກ່ແຂວງສະ ຫວັນນະເຂດ ແລະບັນດາແຂວງພາກກາງ, ພາກໃຕ້ຂອງລາວ.

     ທ່ານ ບຸນຍູ້ ທໍາມະວົງ ຍັງໄດ້ໃຫ້ຮູ້ ຕື່ມວ່າ: ໂດຍປະຕິບັດຕາມ 8 ມາດຖານ ຂອງການສ້າງນະຄອນເຫັນວ່າ: ໃນດ້ານພົນລະເມືອງຕາມການສໍາຫຼວດ ໃນປີ 2015 ເມືອງໄກສອນພົມວິຫານ ມີພົນລະເມືອງທັງໝົດ 125.726 ຄົນ, ທຽບໃສ່ມາດຖານທົ່ວນະຄອນຕ້ອງມີ ພົນລະເມືອງ 60.000 ຄົນ, ໃນຂະນະທີ່ມາດຖານຄວາມໜາແໜ້ນຂອງພົນລະ ເມືອງໃນເມືອງໄກສອນມີ 79.170 ຄົນ ຕໍ່ກິໂລຕາແມັດ ສູງກວ່າມາດຖານຂອງນະຄອນ 25.000 ຄົນຕໍ່ກິໂລຕາແມັດ,  ມາດຖານອາຊີບກະສິກອນບໍ່ເກີນ 25% ເຫັນວ່າເທສະບານເມືອງໄກສອນພົມວິ ຫານມີພຽງ 20% ແລະມາດຖານທາງປູຢາງ-ທາງເບຕົງໃນເທສະບານ ເມືອງໄກສອນພົມວິຫານກວມເຖິງ 98% ລື່ນມາດຖານທີ່ກໍານົດໄວ້ທີ່ 90% ເຊັ່ນດຽວກັບມາດຖານຄອບຄົວໃຊ້ໄຟຟ້າ ແລະນ້ໍາສະອາດ, ນ້ໍາປະປາ 100% ແມ່ນບັນລຸເປັນທີ່ຮຽບຮ້ອຍ ແລ້ວໃນເວລາດຽວກັບດ້ານງົບປະມານ ເມືອງໄກສອນພົມວິຫານສາມາດຈັດ ເກັບລາຍຮັບໄດ້ຕາມແຜນການ, ນອກນັ້ນ ຍັງໄດ້ດຸນໃຫ້ແຂວງຕື່ມອີກ ຊຶ່ງເຫັນວ່າກໍ່ສາມາດປະຕິບັດໄດ້.

     ອັນທີ່ຍັງຄ້າງກໍ່ຄືມາດຖານສຸດທ້າຍຄື: ການສ້າງໃຫ້ກາຍເປັນເມືອງພັດທະນາ, ໃນປະຈຸບັນນີ້ ເມືອງໄກສອນພົມ ວິຫານ ປະກາດບ້ານພັດທະນາໄດ້ແລ້ວ 23 ບ້ານ, ຍັງ 44 ບ້ານ, ຄາດວ່າໃນປີ 2017 ຕາມແຜນຈະປະກາດໃຫ້ໄດ້ 30 ບ້ານ, ແລະໃນປີ 2018 ຈະປະກາດ ຕື່ມອີກ 14 ບ້ານ ກຽມພ້ອມປະກາດເປັນເມືອງພັດທະນາ ແລະເປັນນະຄອນ ຜາມແຜນການທີ່ວາງໄວ້.

ຂໍຂອບໃຈແຫຼ່ງທີມາ: ເສດຖະກິດ-ສັງຄົມ

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now