ຊີວີຄອນເນັກບໍລິສັດທີ່ຈະໃຫ້ຄົນລາວໄດ້ເຮັດວຽກໄວ ແລະ ງ່າຍຂຶ້ນ

timer

remove_red_eye 0 views


cvConnect.la - ຊີວີຄອນເນັກບໍລິສັດທີ່ຈະໃຫ້ຄົນລາວໄດ້ເຮັດວຽກໄວ ແລະ ງ່າຍຂຶ້ນ

ຊີວີຄອນເນັກ (CVConnect) ແມ່ນບໍລິສັດຫຍັງ? ເປັນຫຍັງຈຶ່ງຈະມາເຮັດໃຫ້ຄົນລາວໄດ້ເຮັດວຽກຫຼາຍຂື້ນ ຫຼາຍຄົນຄົງຈະເຫັນຜ່ານຕາໃນໂຄສະນາຕ່າງໆທີ່ເວົ້າເຖິງການຝາກປະຫວັດແລ້ວຈະໄດ້ວຽກ ທີ່ບໍລີສັດ ຊີວີຄອນເນັກ ໄດ້ເຮັດອອກມາ ແຕ່ກະຍັງບໍ່ເຂົ້າໃຈວ່າມັນເປັນແນວໃດຈຶ່ງຈະໄດ້ວຽກເຮັດ ເພາະສ່ວນຫຼາຍຄົນລາວເຮົາຍັງຄຸ້ນເຄີຍກັບການທີ່ຖ້າໃຫ້ບໍລິສັດປະກາດສະໝັກວຽກ ແລ້ວກໍ່ໄປຝາກປະຫວັດໄວ້ເພື່ອໃຫ້ເພິ່ນຕິດຕໍ່ໄປສຳພາດ

ນັ້ນແມ່ນວິທີການທີ່ເຮົາເຮັດກັນຈົນຄຸ້ນເຄີຍ ແຕ່ບໍລີສັດ ຊີວີຄອນເນັກ ນັ້ນຕ່າງກັນ ເພາະບໍລິສັດເພິ່ນຈະເກັບຊີວີປະຫວັດພະນັກງານໄວ້ເປັນຈຳນວນຫຼາຍເພື່ອໃຫ້ບໍລິສັດທີ່ຕ້ອງການພະນັກງານເຂົ້າມາເລືອກ ເຊັ່ນຍົກຕົວຢ່າງ ທ່ານໄປກອກຂໍ້ມູນຊີວະປະຫວັດໂຕເອງໄວ້ໃນເວັບໄຊຊີວີຄອນເນັກ ແຕ່ຜ່ານໄປ 1 ເດືອນອາດຈະບໍ່ມີໃຜຕິດຕໍ່ຫາ ກໍ່ຍ້ອນບໍລິສັດອາດຈະຍັງບໍ່ທັນເຫັນປະຫວັດຂອງທ່ານ ແຕ່ປະຫວັດຂອງທ່ານຈະຍັງຄົງເກັບໃນບໍລິສັດຂອງຊີວີຄອນເນັກ ຈົນກວ່າຈະມີຕຳແໜ່ງທີ່ກົງກັບທ່ານເພິ່ນກໍ່ຈະຕິດຕໍ່ຫາທັນທີ່ ແຕ່ກໍ່ວ່າບໍ່ໄດ້ບາງຄົນອາດຈະບໍ່ຮອດອາທິດກໍ່ໄດ້ຮັບວຽກທັນທີ່ ເພາະປະສົບການກົງກັບຄວາມຕ້ອງການຂອງບໍລິສັດ

ອະທິບາຍໃຫ້ເຂົ້າໃຈງ່າຍໆກໍ່ຄື ບໍລິສັດ ຊີວີຄອນເນັກ ຈະເປັນຜູ້ກາງລະຫວ່າງພະນັກງານ ແລະ ບໍລິສັດອື່ນໆທີ່ຕ້ອງການພະນັກງານ ການຝາກປະຫວັດໄວ້ນຳຊີວີຄອນເນັກນັ້ນຈຶ່ງຊ່ວຍໃຫ້ທ່ານມີໂອກາດໄດ້ຮັບວຽກຫຼາຍຂຶ້ນ

ບໍລິສັດ ຊີວີຄອນເນັກ ຈຳກັດ ສ້າງຕັ້ງຂຶ້ນໃນທ້າຍປີ 2016 ໂດຍເອກກະສິດ ສິລິຈັກ ຜູ້ຂຽນປື້ມມາແລ້ວ 4 ຫົວດ້ານການຕະຫຼາດ ແລະ ທຸລະກິດທີ່ຊື່ວ່າ ຄິດແບບນັກທຸລະກິດ,​ຄິດແບບນັກການຕະຫຼາດ,​ຄິດແບບນັກບໍລິຫານ ແລະ ຄິດແບບນັກການເງິນ ໄດ້ລົງທຶນພ້ອມກັບໝູ່ຂອງເພິ່ນ ເປົ້າໝາຍຂອງເອກກະສິດຄື ເຮັດໃຫ້ຊີວີຄອນເນັກກາຍເປັນບໍລິສັດດ້ານການຫາຄົນເຮັດວຽກອັນດັບໜຶ່ງໃນປະເທດລາວ

ໃຜທີ່ກຳລັງຫວ່າງວຽກກໍ່ສາມາດເພິ່ມໂອກາດໃນການເຮັດວຽກໃຫ້ໂຕເອງໄດ້ໂດຍການໄປຂຽນຂໍ້ມູນຂອງທ່ານໄວ້ທີ່ເວັບໄຊຂອງຊີວີຄອນເນັກ www.cvConnect.la, ຖ້າເຂົ້າບໍ່ໄດ້ໃຫ້ໄປຄົ້ນຫາຊື່ Page Facebook ຂຽນເປັນພາສາລາວຊີວີຄອນເນັກຫຼື ສາມາດເຂົ້າໄປໃຫ້ທີມງານເພິ່ນກອກຂໍ້ມູນໃຫ້ໄດ້ທີ່ບໍລິສັດ ຊີວີຄອນເນັກ ຈຳກັດ ຕັ້ງຢູ່ບ້ານທົ່ງສ້າງນາງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນໂທ 030 9552823

 

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now