ເປີດຄວາມລັບດ້ານມືດ ອີລອນ ມັສ ຜູ້ຊາຍທີ່ບ້າວຽກຈົນບ້ານແຕກ

timer

remove_red_eye 0 views


cvConnect.la - ເປີດຄວາມລັບດ້ານມືດ ອີລອນ ມັສ ຜູ້ຊາຍທີ່ບ້າວຽກຈົນບ້ານແຕກ

ໃຜສິຄິດວ່າ ມະຫາເສດຖີຜູ້ສ້າງທຸລະກິດປ່ຽນແປງອະນາຄົດເຊັ່ນ ອີລອນ ມັສ ເຈົ້າຂອງບໍລິສັດ SpaceX ,Tesla ແລະ Solar City ສິບ້າວຽກຈົນເມຍ ລູກນ້ອງ ແລະ ໝູ່ ຍັງເມີນໜ້າໜີ ແຕ່ສິບ້າວຽກສ່ຳໃດໄປເບິ່ງຄຳຕອບກັນເລີຍ

ຄວາມລັບຈາກ "ເມຍ"

Justine Musk ເມຍຄົນທຳອິດຂອງ ອີລອນ ໄດ້ຂຽນບລ໊ອກເປີດເຜີຍເລື່ອງວ່າ ສະໄໝຕອນຍັງເປັນເມຍວ່າທີ່ມະຫາເສດຖີພັນລ້ານວ່າ ອີລອນ ເປັນຄົນຈິງຈັງກັບວຽກ ກັບມາບ້ານພ້ອມດ້ວຍໂຕເລກ ຂໍ້ມູນທຸລະກິດ ແລະ ການໃຊ້ຕັກກະສາລະພັດ ທີ່ເດັດໄປກວ່ານັ້ນຄື ໃນມື້ແຕ່ງງານຕອນທີ່ກຳລັງເຕັ້ນລຳ ອີລອນ ໄດ້ຊື່ມໃສ່ຫູເມຍວ່າ “I am the alpha in this relationship.” ແປໄດ້ວ່າ “ອ້າຍເປັນຜູ້ນຳເດີ” 

ຕອນນັ້ນເມຍຂອງ ອີລອນ ຮູ້ສຶກ ໜ້ອຍໜຶ່ງ ເມື່ອເວລາຜ່ານໄປຈຶ່ງໄດ້ຮູ້ວ່າ ອີລອນ ບໍ່ໄດ້ເວົ້າຫຼິ້ນເພາະ "ອີລອນ ໃຫຍ່ມາໃນສັງຄົມທີ່ຜູ້ຊາຍເປັນໃຫຍ່ທີ່ South Africa ເປັນຄວາມພະຍາຍາມທີ່ຈະເອົາຊະນະຂອງ ອີລອນ ນິແຫຼະທີ່ເຮັດໃຫ້ເຂົາສຳເລັດໃນໂລກທຸລະກິດ ແຕ່ພໍກັບບ້ານ ອີລອນ ກະຍັງບໍ່ແລ້ວກ່ຽວກັບເລື່ອງວຽກ" Justine ຍັງບອກອີກວ່າ "ການຕັດສິນໃຈສຸດທ້າຍໃນທຸກເລື່ອງມາຈາກ ອີລອນ ລາວມັກຈະວິຈານສະເໝີວ່າຂ້ອຍບໍ່ມີຄຸນສົມບັດທີ່ຈະເຮັດນັ້ນເຮັດນີ້ ຈົນຂ້ອຍຕ້ອງບອກຕະຫຼອດວ່າ ຂ້ອຍບໍ່ແມ່ນພະນັກງານ" ອີລອນ ກໍ່ຈະສວນກັບມາວ່າ "ຖ້າເຈົ້າເປັນພະນັກງານ ຂ້ອຍໄລ່ເຈົ້າອອກໄປດົນແລ້ວ"

ຕໍ່ມາ Nevada ລູກຊາຍຄົນທຳອິດຂອງ Justine ກັບ ອີລອນ ໄດ້ຕາຍດ້ວຍໂລກ SIDS (Sudden Infant Death Syndrome) ອາຍຸພຽງສິບອາທິດເທົ່ານັ້ນ ເຮັດໃຫ້ Justine ຫົວໃຈແຕກສະຫຼາຍແຕ່ ອີລອນ ກັບສະແດງອອກແບບຊັດເຈນວ່າເຂົາບໍ່ໄດ້ຕ້ອງການເວົ້າເຖິງການຕາຍຂອງລູກຊາຍ ແລະ ອີລອນ ບໍ່ເຂົ້າໃຈວ່າເປັນຫຍັງລາວຈຶ່ງຮ້ອງໄຫ້ອີ່ຫຍັງຂະໜາດນັ້ນ ຈົນລາວຕ້ອງອົດກັ້ນຢ່າງສຸດຂີດ ເຖິງຫຼັງຈາກນັ້ນທັງຄູ່ຈະມີລູກຊາຍນຳກັນອີກເຖິງ 5 ຄົນ ແຕ່ຊີວິດຫຼັງແຕ່ງງານໄປບໍ່ລອດ ຈຸດສູນກາງໃນຊີວິດ ອີລອນ ຍັງຄົງເປັນວຽກບໍ່ແມ່ນຄອບຄົວເວລາ ອີລອນ ຕ້ອງການວຽກອີ່ຫຍັງບາງຢ່າງ ບໍ່ມີໃຜປະຕິເສດເຂົາໄດ້ ແລະ ເຂົາຈະອຸທິດເວລາທັງໝົດເຮັດເພື່ອໃຫ້ໄດ້ສິ່ງນັ້ນມາ ໂດຍບໍ່ສົນໃຈວ່າຈະມີໃຜຖືກຢຽບຕາຍຄາທີ່ຢູ່ທາງຫຼັງແດ່ "ເວລາຢູ່ບ້ານເຂົາຢູ່ແຕ່ໂຕ ແຕ່ຄວາມຄິດໄປບ່ອນອື່ນ ຂ້ອຍຢາກໄດ້ສິ່ງເກົ່າໆກັບຄືນມາ ເຮົາເຄີຍລົມກັນຢ່າງສະໜິດສະໜົມ ແລະ ເຂົ້າໃຈກັນ ຕອນນີ້ຂ້ອຍຕ້ອງແລກຊີວິດຄອບຄົວກັບວຽກຂອງລາວເວລາຜິດກັນ ຂ້ອຍຮູ້ສຶກບໍ່ມີຄວາມໝາຍສຳລັບລາວເລີຍ" ແລະ ໃນທີ່ສຸດຊີວິດຫຼັງແຕ່ງງານທີ່ດຳເນີນມາເຖິງ 9 ປີກໍ່ໃກ້ຈະຈົບລົງແລ້ວ ເມື່ອທັງຄູ່ໄປພົບທີ່ປຶກສາດ້ານຊີວິດຫຼັງແຕ່ງງານ 3 ຮອບ ແລະ ອີລອນ ຍື່ນຄຳຂາດວ່າ ເຮົາຕ້ອງແກ້ບັນຫາມື້ນີ້ເລີຍ "ບໍ່ຊັ້ນມື້ອື່ນເຮົາແຍກທາງກັນ"

Justine ບໍ່ສາມາດເຮັດຫຍັງໄດ້ລາວບໍ່ຢາກເປັນໂຕສຳຮອງໃນສະໜາມແຂ່ງຂັນມູນຄ່າພັນລ້ານຂອງ ອີລອນ ລາວຕ້ອງການຊີວິດຫຼັງແຕ່ງງານຄືນມາເທົ່ານັ້ນ ແລະ ຕ້ອງການຄວາມຮັກຈາກ ອີລອນ ບໍ່ແມ່ນເງິນ

ຫຼັງຈາກນັ້ນຜູ້ຍິງຂອງ ອີລອນ ກໍ່ປະກອບດ້ວຍດາລາສາວຮອນລີວູດອີກ 3 ຄົນຄື Talulah Riley, Cameron Diaz ແລະ Amber Heard ມີພຽງ Talulah ທີ່ເຂົາແຕ່ງງານນຳ ແຕ່ກະໄປບໍ່ລອດອີກຄືກັນເພາະ "ອີລອນ ບໍ່ເຄີຍຟັງໃຜ ຫຼື ຟັງຫຍັງທີ່ບໍ່ເຂົ້າກັບຄວາມຄິດຂອງລາວ"

ຄວາມລັບຈາກລູກນ້ອງ

ເປັນທີ່ຮູ້ຈັກດີວ່າ ອີລອນ ເປັນເຈົ້ານາຍສາຍໂຫດ ທັງເອີ້ນດ່າ ໝີ່ນປະໝາດ ແລະ ໃຫ້ Deadline ທີ່ໂຫດສຸດໆແກ່ລູກນ້ອງ ເຊິ່ງເບິ່ງໄປເບິ່ງມາ ອີລອນ ກະເປັນມະນຸດພັນດຽວກັບ Steve Jobs  ແຫ່ງ Apple ແລະ Jeff Bezos ນາຍໃຫຍ່ Amazon.com ທີ່ບໍ່ສົນໃຈວ່າໃຜຈະຮັກ ຫຼື ຊັງເພາະຈຸດໝາຍໃນການເຮັດວຽກນັ້ນຍິ່ງໃຫຍ່ກວ່າ

ຫຼາຍຄົນຄືສິຢາກຮູ້ວ່າ "ເຮັດວຽກກັບ ອີລອນ ມັສ ນິມັນເປັນຈັ່ງໃດ" ອະດີດພະນັກງານ ແລະ ພະນັກງານປັດຈຸບັນ ກໍ່ໄດ້ອອກມາຂຽນເລົ່າໄວ້ໃນໂລກອອນໄລນື້ຫຼາຍຄົນເລິ່ມຈາກ

Dolly Singh ອະດີດພະນັກງານຕຳແໜ່ງ Head of Talent Acquisition ໃນ SpaceX ເວົ້າກັບ Business Insider ວ່າ ເພັດເກີດຈາກແຮງກົດດັນມະຫາສານ ແລະ ອີລອນເປັນຊ່າງເຈຍລະໄນເພັດທີ່ເກັ່ງທີ່ສຸດຄົນໜຶ່ງ ຖ້າຄິດຈະສະໝັກວຽກກັບ SpaceX ແລ້ວຍັງຢາກຈະມີຊີວິດກັບຄອບຄົວ ມີເວລາເຮັດວຽກອະດີເຣກ ຫຼື ມີແງ່ມຸມອື່ນໆ ຂອງຊີວິດກໍ່ຢ່າດີກວ່າ ເພາະ "Elon doesn’t give a damn!" ປະກອບກັບຄຳສຳພາດຂອງ ອີລອນ ທີ່ເຄີຍໃຫ້ສຳພາດກັບ Wall Street Journal ວ່າ "ຖ້າກຳລັງສູ້ຢູ່ໃນສະໜາມຮົບ ໃຫ້ໂດດໄປຢູ່ແນວໜ້າສຸດເລີຍ"

ໃນການເຮັດວຽກວິທີເບິ່ງວ່າໃຜຫາກະປະຊຸມກັບ ອີລອນ ແລ້ວໝາດໆຄືສິເຫັນໄດ້ເລີຍວ່າຄົນພວກນັ້ນໄປບໍ່ເປັນ ປະລາໄຊແບບບໍ່ມີທາງສູ້ ເພາະວຽກອີ່ຫຍັງທີ່ເຮົາເຊື່ອວ່າຕ້ອງໃຊ້ເວລາຈັກ 1 ປີໃນການເຮັດແຕ່ ອີລອນ ຈະຕ້ອງການໃຫ້ມັນແລ້ວພາຍໃນ 1 ອາທິດ ດັ່ງນັ້ນພະນັກງານທຸກຄົນໂດຍວະເພາະພະນັກງານໃໝ່ກຽມໂຕຖືກ ອີລອນ ດ່າໄດ້ເລີຍບໍ່ວ່າຈະເຮັດວຽກດີສ່ຳໃດ ຖ້າມີວຽກຫຍັງບໍ່ເຂົ້າຕາ ເຖິງມັນຈະໃຊ້ເວລາພັດທະນາມາເປັນເຄິ່ງປີ ຫຼື ເປັນປີ ອີລອນ ສິໂຍນຖິ້ມທັນທີ

Mary Beth Brown ຜູ້ຊ່ວຍສາວຄົນໜຶ່ງທີ່ເຮັດວຽກກັບ ອີລອນ ມາດົນເປັນປີ ອຸທິດຕົນຢ່າງໜັກຊົ່ວໂມງເຮັດວຽກຢາວຢຽດ ເອີ້ນວ່າເຮັດວຽກເວລາດຽວກັບ ອີລອນ ກະວ່າໄດ້ຍັງຖືກ ອີລອນ ຕັ້ງຄຳຖາມເຖິງຄຸນຄ່າຂອງວຽກທີ່ເຂົາເຮັດ ແລະ ບໍ່ຍອມຂຶ້ນເງິນເດືອນໃຫ້

ພະນັກງານ SpaceX ແລະ Tesla ຮູ້ໂຕດີວ່າ ພໍແຕ່ຍ່າງເຂົ້າມາໃນອະນາຈັກຂອງ ອີລອນ ຕຽມໂຕຖືກບີບຈົນໜ້າຂຽນໜ້າເຫຼືອງໄດ້ເລີຍ ຖ້າວຽກບໍ່ເຖິງມາດຕະຖານຂອງລາວ ອີລອນ ຈະຖະຫຼົ່ມແບບບໍ່ຍັ້ງ

"ແຕ່ຍັງດີ ຄຳວິຈານທີ່ແສນຈະເຈັບປວດຂອງເຂົາຈະກ່ຽວກັບວຽກເທົ່ານັ້ນ ບໍ່ເຄີຍເປັນເລື່ອງສ່ວນໂຕ"

ພະນັກງານຄົນໜຶ່ງຂອງ SpaceX ບອກວ່າ ເຂົາເຂົ້າໃຈ ອີລອນ ເພາະວ່າ “You don’t get to Mars with a bunch of softies.” - ຖ້າຈະໄປດາວອັງຄານ ສິມາເຮັດອ່ອນແອບໍ່ໄດ້ດອກ

ຄວາມລັບຈາກໝູ່ສະນິດ 

Larry Page ແລະ Sergey Brin ຜູ້ຮ່ວມກໍ່ຕັ້ງ Google ໝູ່ສະນິດຂອງ ອີລອນ ເຄີຍໃຫ້ສຳພາດວ່າ "ເຮົາສາມຄົນມັກລົມກັນເລື່ອງໄອເດຍບ້າໆ ທີ່ຢາກເຮັດ ແລ້ວບາງຢ່າງກະເຮັດໄດ້ອີ່ຫຼີ"

Larry ຍັງເລົ່າຕໍ່ອີກວ່າ "ອີລອນ ຄ້າຍໆຄືພວກ Homeless ຕະລົກຫຼາຍ ເຂົາຈະອີເມວມາບອກວ່າ ຄືນນີ້ບໍ່ຮູ້ສິນອນຢູ່ໃສ ໄປບ້ານເຈົ້າໄດ້ບໍ່ ຂ້ອຍບໍ່ເຄີິຍໃຫ້ກະແຈກັບລາວຈັກເທື່ອນະ"

ນອກຈາກນີ້ Larry ຍັງເຊື່ອໃນວິໄສທັດຂອງ ອີລອນ ຫຼາຍຈົນປະກາດໄວ້ໃນ TED Talk ປີ 2014 ວ່າແທນທີ່ຈະບໍລິຈາກເງິນໃຫ້ອົງກອນການກຸສົນ ເຂົາຈະເອົາເງິນໄປໃຫ້ ອີລອນ ຍັງສິດີກວ່າເພາະ "ເຂົາຢາກຈະໄປດາວອັງຄານ ອັນເປັນການເຮັດເພື່ອຊາວໂລກ ເປັນຈຸດໝາຍທີ່ນ່ານັບຖື ເຖິງຈະເປັນບໍລິສັດເອກະຊົນທີ່ເຮັດເພື່ອຜົນກຳໄລກະຊ່າງ ແຕ່ມັນເປັນສິ່ງທີ່ດີ"

ແຕ່ ອີລອນ ບໍ່ແມ່ນໝູ່ເພື່ອນປະເພດທີ່ເຫັນດີເຫັນງາມໄປນຳທຸກຢ່ງເພາະ ອີລອນ ບໍ່ຄ່ອຍພໍໃຈທີ່ Google ທຸ້ມຊັບກຳລັງໄປໃນການພັດທະນາຫຸ່ນຍົນ AI (Artificial Intelligence) ເຂົາບອກວ່າຫຸ່ນຍົນພວກນີ້ອາດຈະເປັນຈຸດຈົບຂອງມະນຸດໂລກໃນມື້ໃດມື້ໜຶ່ງ ເພາະມື້ໃດມື້ໜຶ່ງຫຸ່ນອາດຈະສະຫຼາດ ແລະ ມີອິດທິພົນເກີນກວ່າທີ່ມະນຸດຈະຮັບມືໄຫວ ອີລອນ ໄດ້ເວົ້າຕໍ່ວ່າ "Larry ເປັນຄົນຈິດໃຈດີໃດ໋ ແຕ່ເຂົາອາດຈະສ້າງອີ່ຫຍັງທີ່ບໍ່ໄດ້ຂຶ້ນມາໂດຍບໍ່ໄດ້ຕັ້ງໃຈ"

ທັງນີ້ ອີລອນ ໄດ້ລົງທຶນເງິນປະມານ 10 ລ້ານຫຼຽນໄປກັບ Future of Life Institute ສະຖາບັນວິໄຈເລື່ອງຄວາມປອດໄພຂອງ AI ໂດຍສະເພາະ ບໍ່ຮູ້ວ່າ Larry ຄິດຈັ່ງໃດກັບເລື່ອງນີ້

ເຖິງວ່າ ອີລອນ ຈະເກີດບັນຫາກັບຄົນຂ້າງໆຫຼາຍຕໍ່ຫຼາຍຄົນເພາະມົວແຕ່ບ້າເຮັດວຽກ ຈົນບໍ່ຄ່ອຍມີໃຜນຳທັນ ແຕ່ເພາະຄຸນສົມບັດບ້າວຽກເຫຼົ່ານີ້ທີ່ເຮັດໃຫ້ ອີລອນ ສາມາດເຮັດວຽກໄດ້ປະສິດທິພາບສູງເກີນມະນຸດປົກກະຕິ ເພື່ອຄວາມຝັນຂອງເຂົາທີ່ຍິ່ງໃຫຍ່ເກີນກວ່າຄວາມຝັນຄົນອື່ນໃນຍຸກນີ້ຄືການປ່ຽນໂລກປ່ຽນອະນາຄົດ

ເຖິງ ອີລອນ ມັສ ຈະໄດ້ຮັບການຍອມຮັບວ່າເປັນໜຶ່ງໃນສຸດຍອດຜູ້ນຳທຸລະກິດແຫ່ງຍຸກ ມີໄອເດຍສ້າງສັນທີ່ຈະປະຕິວັດວິຖີຊີວິດຄົນທັງໂລກ ແຕ່ເບິ່ງໃນອີກແງ່ໜຶ່ງ ຊີວິດເຂົາບໍ່ໄດ້ສົມບູນແບບ ເຖິງເວລາຂອງ ອີລອນ ຈະມີ 24 ຊົ່ວໂມງເທົ່າກັບເຮົາແຕ່ ອີລອນ ມີຈຸດໝາຍ ແລະ ເລືອກແລ້ວວ່າ ຊີວິດນີ້ຈະໃຫ້ຄວາມສຳຄັນກັບອີ່ຫຍັງກ່ອນ ວຽກ ຄອບຄົວ ສຸຂະພາບ ໝູ່ ຫຼື ເວລານອນທີ່ພຽງພໍໃນແຕ່ລະມື້ເຊິ່ງ ອີລອນ ໃຊ້ນອນແຕ່ມື້ລະ 5-6 ຊົ່ວໂມງເທົ່ານັ້ນ ທີ່ເຫຼືອແມ່ນເຮັດວຽກ

ຕໍ່ໃຫ້ຈະລວຍມະຫາສານສຳໃດແຕ່ສິ່ງທີ່ ອີລອນ ມັສ ສົນໃຈກະຄືການເຮັດໃຫ້ຝັນເປັນຈິງ ຢ່າງອື່ນຖິ້ມມັນໄປກ່ອນ ຈະເອົາໃຫ້ດີທຸກຢ່າງມັນຄືສິບໍ່ໄດ້

ที่มา https://gmlive.com/GMBiZ-Secrets-ElonMusk

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now