ເກືອບບໍ່ລອດ! Toshiba ຍອມໃຫ້ບໍລິສັດຈີນເຂົ້າຖືຫຸ້ນ 95% ໃນທຸລະກິດໂທລະພາບ ເຫຼືອ 5% ໄວ້ເບິ່ງຕາງໜ້າ

timer

remove_red_eye 0 views


cvConnect.la - ເກືອບບໍ່ລອດ! Toshiba ຍອມໃຫ້ບໍລິສັດຈີນເຂົ້າຖືຫຸ້ນ 95% ໃນທຸລະກິດໂທລະພາບ ເຫຼືອ 5% ໄວ້ເບິ່ງຕາງໜ້າ

ບັນຫາທຸລະກິດທີ່ຖາ Toshiba ມາຕະຫຼອດ ຫຼັງຈາກການໄປລົງທຶນດ້ານພະລັງງານນິວເຄຍໃນອາເມຣິກາ ແລ້ວລົ້ມຈົນນັບ10ຍັງບໍ່ລຸກ ລ່າສຸດເຊັນຮັບ Deal ກັບ Hisense Group ໃຫ້ເຂົ້າຊື້ຫຸ້ນ 95% ມູນຄ່າກວ່າ 937,500,000,000 ກີບ

Toshiba ອາການສາຫັດ ຕ້ອງຕັດແຂນ-ຂາ ເພື່ອຮັກສາຮ່າງກາຍ

ຕ້ອງບອກວ່າ Deal ນີ້ຜ່ານການຖົກຖຽງກັນມາຂ້ອນຂ້າງໜັກ ລ່າສຸດ Toshiba ຍອມເຊັນສັນຍາຕົກລົງຂາຍ “ທຸລະກິດໂທລະພາບ” ໃຫ້ກັບບໍລິສັດຈີນ Hisense Group ເປັນຈຳນວນຫຸ້ນເຖິງ 95% ແລ້ວ ໂດຍໄລ່ເປັນເງິນ 12,900 ລ້ານເຢັນ ຫຼື ປະມານ 937,500,000,000 ກີບ ສ່ວນທາງ Toshiba ຈະເຫຼືອຫຸ້ນໃນມືສ່ວນທຸລະກິດໂທລະພາບພຽງ 5% ເອົາໄວ້ເບິ່ງຕາງໜ້າງເທົ່ານັ້ນ

ທີ່ຈິງແລ້ວ ຖ້າໃຜທີ່ຕິດຕາມເບິ່ງສະພາບອາການຂອງ Toshiba ມາຕະຫຼອດໃນຊ່ວງຫຼັງມານີ້ ຄົງຈະບໍ່ແປກໃຈຫຼາຍເພາະ Toshiba ປະສົບກັບບັນຫາທຸລະກິດຢ່າງໜັກ ຈາກທຸລະກິດພະລັງງານນິວເຄຍທີ່ໄປກໍ່ສ້າງໃນອາເມຣິກາ ຈົນເຖິງຂັ້ນອາດຈະເຮັດໃຫ້ລົ້ມລະລາຍ

ແຕ່ນອກຈາກບັນຫາເກົ່າທີ່ມີຢູ່ແລ້ວ ໄປເບິ່ງໃນແງ່ຂອງໂຕເລກປີທີ່ແລ້ວໃນທຸລະກິດໂທລະພາບຂອງ Toshiba ເຫັນວ່າ Toshiba ໄດ້ຜະລິດສິນຄ້າອອກສູ່ຕະຫຼາດເຖິງ 700,000 ເຄື່ອງ ມີລາຍໄດ້ປີທີ່ແລ້ວຢູ່ທີ່ 43,700 ລ້ານເຢັນ ແຕ່ຂາດທຶນໄປປະມານ 6,137 ລ້ານເຢັນ

ການຍອມໃຫ້ Hisense Group ເຂົ້າມາຖືຫຸ້ນໃນຄັ້ງນີ້ຈຶ່ງເປັນການສະຫຼະອະໄວຍະວະບາງສ່ວນ ເພື່ອຄ້ຳຮ່າງກາຍທັງໝົດເອົາໄວ້ໃຫ້ໄດ້ ເພາະກ່ອນນ້ານີ້ Hisense Group ເຄີຍໄປຊຶ້ທຸລະກິດໂທລະພາບຂອງ Sharp ມາ ແຕ່ສຸດທ້າຍມີຄະດີກັນ ຈົນເກີດການຟ້ອງຮ້ອງກັນແບບໃຫຍ່ໂຕ ດັ່ງນັ້ນ ການເຂົ້າຊື້ Toshiba ໃນຄັ້ງນີ້ ນ່າຈະເຮັດໃຫ້ໃນແງ່ດ້ານທຸລະກິດ Hisense Group ຈະສາມາດເຈາະຕະຫຼາດຈີນໄດ້ຕໍ່ເນື່ອງ ໂດຍສະເພາະການຂາຍໂທລະພາບລຸ້ນ 4K ຂອງ Toshiba

Deal ຂອງ Toshiba ກັບ Hisense Group ບໍ່ໄດ້ມີສັນຍາໂດຍຕົງໃຫ້ປົດພະນັກງານເກົ່າຂອງບໍລິສັດແຕ່ຢ່າງໃດ ເຂົ້າໃຈວ່າຍັງຕ້ອງເຮັດວຽກແບບປົກກະຕິຕໍໄປ

ອ້າງອີງ – THE VERGENikkei Asian Review

ແຫຼ່ງທີ່ມາ: https://brandinside.asia/toshiba-hisense-stake/

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now