ຄົນລາວເຮົາກຳລັງຫາເງິນໃຫ້ປະເທດອື່ນ?

timer

remove_red_eye 0 views


cvConnect.la - ຄົນລາວເຮົາກຳລັງຫາເງິນໃຫ້ປະເທດອື່ນ?

ສິ່ງທີ່ປະເທດເຮົາມີຫຼາຍ ແລະ ເປັນທີ່ນ່າສົນໃຈຈົນເຮັດໃຫ້ປະເທດຝຣັ່ງຢາກໄດ້ເຮົາເປັນຫົວເມືອງຂຶ້ນຄື ຊັບພະຍາກອນທຳມະຊາດມະຫາສານ ຝຣັ່ງພະຍາຍາມຈະເຂົ້າມາປົກຄອງເຮົາໂດຍສ້າງລະບົບລວມສູນໃຫ້, ຂຽນກົດໝາຍຂຶ້ນມາໃຫ້ໃຊ້, ສ້າງໂຄງສ້າງພື້ນຖານ ເພື່ອທີ່ຈະໃຫ້ຄົນລາວກັນເອງນິແຫຼະ ຂຸດຄົ້ນຊັບພະຍາກອນໃຫ້ເຂົາ

 

ແຕ່ເມື່ອເຮົາເລີ່ມພັດທະນາປະເທດ ສິ່ງທີ່ເຮົາເຮັດຄືເປີດປະເທດໃຫ້ນັກລົງທຶນເຂົ້າມາລົງທຶນຂຸດຄົ້ນຊັບພະຍາກອນທຳມະຊາດເຫຼົານີ້ ເຊິ່ງກໍ່ບໍ່ແມ່ນເລື່ອງທີ່ແປກ ເປັນສິ່ງທີ່ເຮັດຖືກແລ້ວ ກໍ່ແນວວ່າເຮົາຍັງບໍ່ມີຫຍັງຈະໃຫ້ເຂົາລົງທຶນ ປະຊາກອນກໍ່ໜ້ອຍຈະເປັນໂຮງງານຜະລິດກໍ່ບໍ່ໄດ້ ກໍ່ຕ້ອງເຮັດແບບນີ້ໄປກ່ອນ

 

ສິ່ງທີ່ເກີດຂຶ້ນຄື ໃນຊ່ວງ 15 ປີທີ່ຜ່ານມາເກີດຊົນຊັ້ນກາງໃນເມືອງຫຼາຍຂຶ້ນ ເຊິ່ງຄົນເຫຼົ່ານີ້ສ່ວນຫຼາຍມີລາຍໄດ້ຈາກການເປັນພະນັກງານໃນບໍລິສັດທີຂຸດຄົ້ນຊັບພະຍາກອນທຳມະຊາດເຫຼົ່ານີ້ ທີ່ເວົ້ານິລວມເຖິງເຂື່ອນໄຟຟ້າ, ອີກສ່ວນໜຶ່ງມີລາຍໄດ້ຈາກບໍລິສັດທີ່ເປັນ Trading ນຳເອົາສິນຄ້າຂອງຕ່າງປະເທດເຂົ້າມາຂາຍ, ທີ່ເຫຼືອກໍ່ເປັນບໍລິສັດທີ່ເປັນ Supplier ໃຫ້ກັບໍລິສັດທີ່ວ່າມານັ້ນບໍ່ວ່າຈະເປັນເລື່ອງການຂົນສົ່ງ, ເລື່ອງບໍລິການຕ່າງໆເພື່ອອຳນວຍຄວາມສະດວກໃຫ້ກັບບໍລິສັດໃຫຍ່ໆເຫຼົ່ານີ້

 

ເວົ້າງ່າຍໆກໍ່ຄື ປະເທດເຮົາມີລາຍໄດ້ສ່ວນໃຫຍ່ເຂົ້າປະເທດຈາກການຂຸດຄົ້ນຊັບພະຍາກອນທຳມະຊາດ ແລ້ວກະຈາຍລາຍໄດ້ເຫຼົ່ານີ້ຜ່ານບໍລິສັດທີ່ເປັນ Subsidiary ລົງມາສູ່ຄົນຊົນຊັ້ນກາງໃນເມືອງ ຈົນຄົນເຫຼົ່ານີ້ສ້າງເນື້ິອສ້າງໂຕຂຶ້ນມາໄດ້

 

ປັນຫາຄື ເມື່ອເຮົາມີລາຍໄດ້ເຂົ້າມາ ສິ່ງທີ່ເຮົາຊື້ແມ່ນຫຍັງ?

- ອາຫານ

- ລົດ

- ເຮືອນ, ດິນ

- ເຄື່ອງໃຊ້ອີເລັກໂທນິກ

 

ລອງຄິດໃນໃຈເບິ່ງວ່າທີ່ຂ້ອຍຂຽນມາຂ້າງເທິງນີ້ເຮົາຊື້ໃນປະເທດມີຫຍັງແນ່? ອາຫານເຮົານຳເຂົ້າຈາກໄທເກືອບທັງໝົດ, ເຄື່ອງໄຊ້ເກືອບທຸກຢ່າງ, ລົດໃຫຍ່, ເຄື່ອງໃຊ້ອີເລັກໂທນິກ ໂທລະສັບມືຖື, ຄອມພິວເຕີ້...

 

ແນ່ນອນເມື່ອຢາກຊື້ເຄື່ອງຈາກຕ່າງປະເທດເຮົາຕ້ອງເອົາເງິນກີບໄປແລກກັບສະກຸນເງິນຕ່າງປະເທດ ບໍ່ວ່າຈະເປັນບາດ, ໂດລາ ຈຶ່ງບໍ່ແປກໃຈທີ່ບາງເທື່ອເກີດເຫດການທີ່ວ່າເງິນໂດລາຂາດຕະຫຼາດ ຈົນທະນາຄານຕ້ອງຈຳກັດຈຳນວນເງິນໃຫ້ແລກປ່ຽນ

 

ເພາະຫຍັງ? ຖ້າລອງຄິດແບບເຊື່ອມໂຍງກັນງ່າຍໆ ບໍລິສັດຂຸດຄົ້ນຊັບພະຍາກອນທຳມະຊາດ ເມື່ອຄົນທີ່ໄດ້ຮັບເງິນຈາກບໍລິສັດເຫຼົ່ານີ້ທຸກລະດັບລວມຮອດເຈົ້າຂອງບໍລິສັດ ຫຼື ຜູ້ຖືຮຸ້ນ ລ້ວນແຕ່ໃຊ້ເງິນໄປກັບສິ່ງຂອງຈາກຕ່າງປະເທດ

 

ເງິນໂດລາທີ່ເຂົ້າເຮົາມີພຽງຈາກກສົ່ງອອກຊັບພະຍາກອນເທົ່ານັ້ນ ລັດຖະບານເອງຈຶ່ງພະຍາຍາມຈະສ້າງເຂື່ອນໃຫ້ຫຼາຍໆ ເພື່ອຂາຍໄຟນຳເງິນເຫຼົ່ານີ້ເຂົ້າມາທົດແທນການທີ່ເຮົານຳເຂົ້າສິນຄ້າຢ່າງມະຫາສານນັ້ນ

 

ຮອດຕອນນີ້ເຮົາຄົງເລີ່ມຢາກໃຫ້ຄົນລາວສ້າງສິນຄ້າເພື່ອຂາຍໃຫ້ກັບຄົນລາວກັນເອງ ບໍ່ໃຫ້ເງິນໄຫຼອອກນອກປະເທດ ເຊິ່ງຄິດດີໆນັ້ນບໍ່ງ່າຍ ເພາະສິນຄ້າທີ່ລາຄາແພງໆ ເຊັ່ນລົດໃຫຍ່ ການຈະສ້າງນັ້ນມັນຕ້ອງມີເທັກໂນໂລຢີຊັ້ນສູງທີ່ຕ້ອງໃຊ້ເວລາຮຽນ, ໃຊ້ຄົນທີ່ເກັ່ງແທ້ໆ ເກົາຫຼີໃຕ້ກວ່າຈະຜະລິດລົດໄດ້ແທ້ໆ ກໍ່ຕ້ອງໃຊ້ເວລາສຶກສາຫຼາຍປີຈາກຢີ່ປຸ່ນ ປະເທດໄທເປັນໂຮງານຜະລິດລົດໃຫ້ຢີ່ປຸ່ນຫຼາຍປີກໍ່ຍັງຜະລິດເອງບໍ່ໄດ້ປານນິ

 

ແລ້ວອີກປັນຫາໜຶ່ງຄື ທີ່ຜ່ານມາຄົນຊົນຊັ້ນກາງໃນເມືອງເຊິ່ງມີພຽງຈຳນວນໜ້ອຍດຽວເທົ່ານັ້ນທີ່ໄດ້ຮັບຜົນປະໂຫຍດຈາກການເຕີບໂຕຂອງເສດຖະກິດ ເພາະເຂົາເຫຼົ່ານີ້ເທົ່ານັ້ນທີ່ໄດ້ຮັບການສຶກສາທີ່ດີທີ່ສຸດ ຕ່າງຈາກຄົນໃນຊົນນະບົດທີ່ເປັນສ່ວນຫຼາຍຂອງປະເທດ ທີ່ຈະສະໝັກວຽກເຮັດນຳບໍລິສັດເຫຼົ່ານີ້ແນວໃດກໍ່ບໍ່ໄດ້ ຈົນບາງເທື່ອບໍລິສັດເຫຼົ່ານີ້ກໍ່ຂາດຄົນເຮັດວຽກເກັ່ງໆຄືກັນ

 

ຕາມຄຳເຫັນຂ້ອຍວ່າເຮົາໄປແກ້ປັນຫາຜິດຈຸດ ສິ່ງທີ່ເຮົາຕ້ອງແກ້ແທ້ໆຄື ຕ້ອງໃຫ້ຄົນທີ່ຢູ່ຊົນນະບົດເຊິ່ງເປັນຈຳນວນຫຼາຍນັ້ນ ໄດ້ຮັບການສຶກສາທີ່ເທົ່າທຽມກັບຄົນໃນເມືອງ, ເລື່ອງພາສາ, ເລື່ອງຄວາມຮູ້ໃນທາງດ້ານຕ່າງໆຕ້ອງຄົບຖ້ວນແທ້ໆ ເພາະສິ່ງນີ້ມັນຈະຊ່ວຍໃຫ້ລາຍໄດ້ຈາກພາກທຸລະກິດກະຈາຍໄປເຖິງເຂົາໄດ້ ເມື່ອເຂົາມີຄວາມຮູ້ ບໍລິສັດກໍ່ຢາກຈ້າງງານ ແລະ ທີ່ສຸດເຂົາຫາກພັດທະນາຄວາມຮູ້ໄປສ້າງສິນຄ້າໃຫ້ຄົນລາວກັນເອງ

 

ຕອນນີ້ຄວາມຮັ່ງມີ, ການສຶກສາດີໆ ມີມັນມາກະຈຸກໂຕຢູ່ຕົວເມືອງເທົ່ານັ້ນ ເຮັດໃຫ້ທີ່ສຸດແລ້ວການຫາເງິນຂອງຄົນລາວເຮົາກໍ່ເພື່ອໄປຊື້ສິນຄ້າຈາກຕ່າງປະເທດ ເງິນໄຫຼອອກແບບນີ້ໄປຕະຫຼອດຈົນລັດເອງກໍ່ບໍ່ມີເງິນຈະໄປສ້າງໂຄງສ້າງພື້ນຖານດີໆໃຫ້ເຮົາ ແບບທີ່ຈີນ, ຢິ່ປຸ່ນ ເຂົາເຮັດ

 

ຮອດນີ້ໃຜເລີ່ມສັບສົນ ບົດຄວາມນີ້ຂ້ອຍພະຍາຍາມຈະວາດພາບໃຫ້ເຫັນວ່າ ປັນຫາແທ້ໆຂອງເຮົາຄື ການສຶກສາທີ່ບໍ່ເທົ່າທຽມກັນ ໂຮງຮຽນໃນຊົນນະບົດຍັງບໍ່ມີມາດຕະຖານຫຼາຍແຫ່ງໂພດ, ໃນຂະນະທີ່ໃນເມືອງເຮົາມີໂຮງຮຽນທີ່ດີແລ້ວ ຄົນລາວຫຼາຍຄົນສາມາດເຂົ້າເລື່ອງທີ່ຊັບຊ້ອນໃນທາງວິທະຍາສາດເປັນຢ່າງດີ ໃນຂະນະທີ່ຫຼາຍຄົນໃນຊົນນະບົດຍັງບໍ່ຮູ້ຮອດພື້ນຖານທາງວິທະຍາສາດຊ້ຳ ມັນກໍ່ຍາກທີ່ເຮົາຈະກ້າວໜ້າໃນໂລກທີ່ຜັນປ່ຽນໄວ້ຂະໜາດນີ້

 

ໃນປະເດັນການສ້າງໂຮງຮຽນ ຫຼື ຫ້ອງສະໝຸດຈະເວົ້າເຖິງໃນໂອກາດໜ້າ ເພາະດຽວບອກວ່າຊັ້ນກໍ່ສ້າງໂຮງຮຽນຫຼາຍໆ ທີ່ຈິງບໍ່ຈຳເປັນຕ້ອງຂະໜາດນັ້ນ ພຽງແຕ່ປັບປຸງມາດຕະຖານການສຶກສາໃຫ້ດີຂຶ້ນ ສ້າງອາຈານໃຫ້ດີຂຶ້ນ ໃຫ້ລາຍໄດ້ຂອງເຂົາພຽງພໍຕໍ່ການມາສອນພຽງຢ່າງດຽວ

 

ໂດຍ ເອກກະສິດ ສິລິຈັກ 

ວັນທີ່ 13/8/2017

Tags:

Share on your timeline:



ຜົນງານປື້ມຂຽນຂອງເອກກະສິດ ສິລິຈັກ

ປື້ມທັງໝົດມີຈຳຫນ່າຍດັງນີ້:

ປື້ມຄິດແບບນັກບໍລິຫານ

ຜູ້ນໍາ” ທີ່ເກັ່ງຄືຄົນທີ່ມີຝີມືດ້ານບໍລິຫານຈັດການເພາະເຂົາຄືຜູ້ຕັດສິນໃຈໃນສິ່ງທີ່ສໍາຄັນທີ່ສຸດອົງກອນ ແລ້ວຖ້າຫາກເຈາະເລິກເຂົ້າໄປໃນຫົວໃຈຂອງການບໍລິຫານແລ້ວ ຜູ້ນໍາທີ່ເກັ່ງຄືຜູ້ນໍາທີ່ສາມາດໃຫ້ເຮັດຄົນຂອງໂຕເອງໃຫ້ກ້າວໄປໃນທິດທາງດຽວກັນໄດ້ຢ່າງສາມັກຄີ 

46,000 ກີບ/ຫົວ

ປື້ມຄິດແບບນັກການຕະຫຼາດ

28 ບົດຄວາມວິເຄາະວິຈານການສ້າງການຕະຫຼາດຂອງທຸລະກິດໃນໂລກນີ້ວ່າເຂົາເຮັດແນວໃດ, ເປັນຫຍັງຄົນຈີນຈຶ່ງປະສົບຜົນສຳເລັດ ອຸປະນິໄສໃດເຮັດໃຫ້ເຂົາລວຍ ພາກຕໍ່ຈາກປື້ມຄິດແບບນັກທຸລະກິດ

 46,000 ກີບ/ຫົວ

ປື້ມຄິດແບບນັກທຸລະກິດ

ນັກທຸລະກິດ ແລະ ຄົນທົ່ວໄປແຕກຕ່າງກັນພຽງແນວຄິດເທົ່ານັ້ນ ຄົນທົ່ວໄປຈະຄິດວ່າເງິນ 5 ລ້ານສາມາດຊື້ຫຍັງໄດ້ແດ່ ສ່ວນນັກທຸລະກິດຈະຄິດວ່າເງິນ 5 ລ້ານຈະເຮັດໃຫ້ເປັນ 10 ໄດ້ແນວໃດ ຄວາມຄິດຂອງນັກທຸລະກິດຖືກຂຽນໃນປື້ມຫົວນີ້ໝົດແລ້ວ

36,000 ກີບ/ຫົວ

– ບໍລິການສົ່ງເຖິງທີ່ ໂທສັ່ງຊື້ທີ່ 020 76729196, 020 58613117 “ບໍລິການສົ່ງເຖິງທີ່ຟຣີ” ທົ່ວນະຄອນຫຼວງວຽງຈັນ
– ຮ້ານ Mpoint Mart ທຸກສາຂາ
– ຮ້ານປື້ມຢູ່ຕະຫຼາດເຊົ້າຕຶກເກົ່າ
– ຮ້ານກາເຟ True Coffee ສາຂາໄອເຕັກມໍ້
– ຮ້ານ Bookshop ມຊ. ດົງໂດກ
– ຮ້ານໂຕໜອນໜັງສື Tonone book store
– ຮ້ານກາເຟ True coffee ສາຂາໜອງບອນ, ສາຂາຫາຍໂສກ
– ຮ້ານໜັງສືດອກເກດ ຮ້ານຂາຍປຶ້ມ ດອກເກດ Dokked Bookshop and Publishing
– ຮ້ານປື້ມໂຮງພິມແຫ່ງລັດ

ໃນແຂວງອື່ນມີຈຳໜ່າຍດັ່ງນີ້:
– ແຂວງຫຼວງພະບາງ ສັ່ງຊື້ນຳທ່ານ ຄຳຫຼ້າໄດ້ເລີຍໂທ 030 5530694 ສົ່ງຟຣີເຖິງທີ່
– ປາກເຊ ມີຂາຍທີ່ຮ້ານສົມໄຊເຊັ້ນເຕີ້ ຕໍ່ໜ້າວິທະຍາໄລສົງ ບ້ານຫຼັກເມືອງ ໂທ 55 955 929


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now