Live “ນັກການເງິນ Talk EP.2” ວິທີການວາງລະບົບທຸລະກິດຂະໜາດນ້ອຍ ໃຫ້ເປັນລະບົບທີ່ເປັນມືອາຊີບ

timer

remove_red_eye 0 views


cvConnect.la - Live “ນັກການເງິນ Talk EP.2” ວິທີການວາງລະບົບທຸລະກິດຂະໜາດນ້ອຍ ໃຫ້ເປັນລະບົບທີ່ເປັນມືອາຊີບ
ວິທີການວາງລະບົບທຸລະກິດຂະໜາດນ້ອຍ ໃຫ້ເປັນລະບົບທີ່ເປັນມືອາຊີບ

ໂດຍການວາງລະບົບທຸລະກິດທີ່ດີ ແມ່ນສາມາດຂັບເຄື່ອນທຸລະກິດຂອງເຈົ້າໃຫ້ດຳເນີນໄປໄດ້ຢ່າງຄ່ອງໂຕ, ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນເປັນຢ່າງດີ; ແຕ່ໃນທາງກົງກັນຂ້າມ ຖ້າວາງລະບົບບໍ່ດີ ຫຼື ບໍ່ມີການວາງລະບົບເລີຍ ການຂັບເຄື່ອນເດີນໜ້າຂອງທຸລະກິດກໍຈະຝືດເຄືອງ ແລະ ຫັນເຫໄປໃນທິດທາງລົບ ເຊິ່ງອາດເຮັດໃຫ້ທຸລະກິດຂອງເຈົ້ານັ້ນ ສະດຸດລົ້ມໃນໄລຍະພຽງສັ້ນໆ...

=>ແນ່ນອນວ່າ...ການທີ່ເຮົາຈະເຮັດຫຍັງກໍຕາມ ມັນມັກໄປແບບຄູ່ຂະໜານກັນຄື...ມີດີ ແລະ ບໍ່ດີ, ມີຂໍ້ໄດ້ປຽບ ແລະ ເສຍປຽບປະປົນຢູ່...ຢ່າງເຊັ່ນ:

ຖ້າເຮັດທຸລະກິດແບບຄອບຄົວ ມັນຈະບໍ່ເປັນລະບົບ ໂດຍທີ່ເຈົ້າຢາກເປີດຍາມໃດກໍໄດ້, ເວົ້າງ່າຍໆຄື ບໍ່ຕ້ອງໃຊ້ເຫດຜົນຫຍັງຫຼາຍ ໃຊ້ອາລົມແບບຄິດຍາມໃດຢາກເປີດກໍເປີດ ເພາະຂ້ອຍເປັນເຈົ້າຂອງ!

ອັນທີ່ໄດ້ປຽບຄື ບໍ່ຕ້ອງຈ້າງພະນັກງານ ຫຼື ເສຍເງິນໄປກັບລະບົບຫຍັງຫຼາຍ ເພາະຈະໃຊ້ຄົນຂອງຕົນເອງເຂົ້າຊ່ວຍ, ສິນຄ້າກໍຖືກ ເພາະບໍ່ໄດ້ໝົດໄປກັບການຈ້າງໄປໝົດທຸກສິ່ງຢ່າງຄືດັ່ງຮ້ານມິນິມາກເຊັ່ນ: M-Point Mart, U-Express ເປັນຕົ້ນ (ອັນນີ້ຍົກຕົວຢ່າງໃຫ້ເຫັນພາບເດີ້ ບໍ່ໄດ້ພາດພິງເຖິງໃຜ)

ແລະອີກຢ່າງໜຶ່ງ ຫ້າງຮ້ານທີ່ບໍ່ເປັນລະບົບ ມັກບໍ່ມີການສະຫຼຸບລາຍຮັບ-ລາຍຈ່າຍແນ່ນອນ ມີການໃຊ້ແບບປະສົມປົນເປໄປໝົດ ເຊັ່ນວ່າ...ເອົາເງິນໃຫ້ລູກໄປໂຮງຮຽນ, ເມື່ອຫິວ ກໍຈັບເອົາເຂົ້າໝົມ, ນົມ, ເນີຍ ມາກິນ ແລະ ອື່ນໆອີກຫຼາຍຢ່າງ... ຕາມປະສົບການຂ້ອຍ, ສິ່ງທີ່ຂ້ອຍເຫັນຄື ດີທີ່ສຸດເຂົາສາມາດປະຄັບປະຄອງໄປໄດ້ ໂດຍບໍ່ສາມາດຍັບຍ້າຍສະຖານະພາບໃຫ້ດີຂຶ້ນ ແລະ ຖ້າດີຂຶ້ນເຖິງຂັ້ນລວຍເປັນເສດຖີ ຫຼື ຂະຫຍາຍສາຂາໄດ້ ຕ້ອງໃຊ້ເວລາຫຼາຍປີສົມຄວນ ເຊິ່ງນັ້ນ...ໝາຍເຖິງການຕົກທອດຮອດລຸ້ນລູກຫຼານແລ້ວ! ນີ້ກໍຍ້ອນການຈັດການບໍລິຫານມັນບໍ່ເປັນລະບົບທີ່ຈະແຈ້ງ...ຈຶ່ງມີຄວາມສຸ່ມສ່ຽງທີ່ຈະຖືກຫ້າງຮ້ານທີ່ເປັນລະບົບທີ່ດີກືນກິນໄປແບບງຽບໆ...

ແລ້ວຖ້າຫາກເປັນລະບົບ ກໍຈະດີຫຼາຍຢ່າງ...ການເຮັດວຽກຕົງເວລາ, ເຮົາມີຂໍ້ມູນ ເຊິ່ງເປັນສິ່ງສຳຄັນໃນການເຮັດທຸລະກິດ ເຊິ່ງມັນສາມາດເຮັດໃຫ້ເຮົາເຈາະເລິກເຖິງລາຍລະອຽດຂອງສິນຄ້າທຸກຢ່າງ, ສາມາດຕອບໂຈດຄວາມຕ້ອງການຂອງລູກຄ້າ ແລະ ມີລາຍຮັບທີ່ເຕີບໂຕແບບກະໂດດຂັ້ນໄດ້...

ຖ້າທຸລະກິດຂະໜາດນ້ອຍທີ່ເປີດໃໝ່ ກໍບໍ່ຈຳເປັນຕ້ອງເຮັດລະບົບກໍໄດ້ ເພາະຈະເສຍເວລາ ແລະ ຄ່າໃຊ້ຈ່າຍຈະສູງ ເຊິ່ງຈະເປັນສິ່ງທີ່ເຮັດເກີນຄວາມຈຳເປັນ, ເມື່ອກ້າວຂຶ້ນມາສູ່ລະດັບທີ່ຢູ່ໂຕແລ້ວສາມາດເຮັດເປັນລະບົບໄດ້ ເພາະຄ່າໃຊ້ຈ່າຍເຈົ້າຈະບໍ່ສູງ ແລະ ມີຄວາມສາມາດຈັບຕ້ອງໄດ້ແລ້ວ.

"ຫ້າງຮ້ານທີ່ບໍ່ມີລະບົບທຸລະກິດ, ດີທີ່ສຸດເຂົາສາມາດປະຄັບປະຄອງໄປໄດ້ ໂດຍບໍ່ສາມາດຍັບຍ້າຍສະຖານະພາບໃຫ້ດີຂຶ້ນ ແລະ ຖ້າດີຂຶ້ນເຖິງຂັ້ນລວຍເປັນເສດຖີ ຫຼື ຂະຫຍາຍສາຂາໄດ້ ຕ້ອງໃຊ້ເວລາຫຼາຍປີສົມຄວນ ເຊິ່ງນັ້ນ...ໝາຍເຖິງການຕົກທອດຮອດລຸ້ນລູກຫຼານແລ້ວ!"-ວິລັດຕະກອນ ພະທິດມີໄຊ

ມາ...ມາ...ເຮົາມາເຂົ້າສູ່ລະບົບຂອງການເຮັດທຸລະກິດ ເຊິ່ງຫຼັກໆແລ້ວກໍຈະມີ:

-ໂຄງສ້າງບຸກຄະລາກອນ: ກໍຄືການຈັດວາງຄົນຕາມໜ້າວຽກ ຫຼື ຕຳແໜ່ງ ຂອງເຂົາເຈົ້າໃຫ້ແທດເໝາະ

-ລະບົບບັນຊີ, ໄອທີ ລວມໄປເຖິງວັດທະນະທຳຂອງອົງກອນ ແລະ ເປົ້າໝາຍຂອງອົງກອນ

ແລະສິ່ງທີ່ສຳຄັນຂອງອົງກອນອັນດັບ1...ອ້າຍເອກກະສິດວ່າ... “ເປົ້າໝາຍຂອງອົງກອນ”

ແມ່ນ...ມັນປີ້ນກັບເນາະ (ສິນ 5, ຂໍ້ທີ່ສຳຄັນທີ່ສຸດຍັງແມ່ນຂໍ້ 5 ແລະ ທິດສະດີຂອງທ່ານ Maslow ທີ່ເວົ້າເຖິງຄວາມຕ້ອງການ 5 ລະດັບຂອງຄົນເຮົາ ລາວຍັງປີ້ນກັບເປັນຂໍ້ 5 ສຳຄັນທີ່ສຸດ) ເຮົາລອງມາປີ້ນກັບເບິ່ງ...ຟຸບ...(ອິ..ຫຼີ້ນໄດ້ອີກ)

+.ຄື...ຖ້າເຮົາມີເປົ້າໝາຍ ທີ່ຊັດເຈນ ທຸກຢ່າງມັນຈະຊັດເຈນ ໂດຍເຮົາຈະວາງເກມ ແລະ ຮູ້ໄດ້ຫຼາຍຢ່າງວ່າ ເຮົາຈະມີລາຍໄດ້ເທົ່າໃດ, ເຮົາຄວນເອົາຫຍັງມາໃສ່...ເພື່ອຕອບສະໜອງເປົ້າໝາຍຂອງເຮົາໄດ້.

ຕົວຢ່າງ: ທຸລະກິດກໍ່ສ້າງ ເຮົາກໍວາງເປົ້າໝາຍເລີຍວ່າ ປີນີ້ເຮົາຈະໃຫ້ມີລາຍໄດ້ເທົ່າໃດ, ຄວນມີຈັກສາຂາ...ແຕ່ທັງໝົດຕ້ອງຕັ້ງຢູ່ບົນພື້ນຖານຄຸນຄ່າຂອງທຸລະກິດ ໝາຍຄວາມວ່າສ້າງທຸລະກິດທີ່ເຈົ້າເຮັດໃຫ້ມີຄຸນຄ່າທີ່ແທ້ຈິງ ໂດຍຕອບສະໜອງຄວາມເພິງພໍໃຈຂອງລູກຄ້າ ຫຼື ເວົ້າງ່າຍໆແມ່ນ ການເຮັດໃຫ້ຖືກຈະລິດຂອງກຸ່ມຄົນ ຫຼື ສັງຄົມ ເຊັ່ນ ຮ້ານ 7-Eleven (ມາເວົ້າເລື່ອງຮ້ານ 7-Eleven ລະບາດນິ) ມັນໄດ້ເຮັດໃຫ້ຖືກຈະລິດຂອງກຸ່ມຄົນມັກກິນ...ມັນຈະເຮັດທຸກຢ່າງເພື່ອດຶງເອົາກຸ່ມຄົນເຫຼົ່ານີ້ມາເຂົ້າຮ້ານມັນໃຫ້ໄດ້... ຄົນເຮົາມັກກິນປາທູມີແມງວັນຕອມບໍ່? ຄຳຕອບຄື “ບໍ່”; ຄົນເຮົາມັກຄວາມສວາຍງາມ, ສະອາດ, ແຊບ ແລະ ສະດວກ ເມື່ອຮູ້ຈະລິດສັງຄົມ 7 ມັນກໍຈັດອາຫານສຳເລັດຮູບເຂົ້າມາເລີຍ ແລ້ວຈັບຍົກ Slogan ຂຶ້ນມາ ໃຫ້ໄດ້ຮູ້ເລີຍວ່າ ເປົ້າໝາຍເຮົາຄືອຳນວຍຄວາມສະດວກດ້ານອາຫານການກິນ ຫຼື ເຄື່ອງໃຊ້ຂອງສອຍທີ່ຈຳເປັນທຸກຢ່າງໃຫ້ລູກຄ້າຕະຫຼອດ 24h.

ນີ້ຄື Slogan ຂອງຮ້ານ "7-Eleven"

+.ຕໍ່ມາກໍຈະມາເວົ້າເລື່ອງວັດທະນະທຳຂອງອົງກອນ, ເວົ້າແລ້ວເວົ້າອີກເນາະ ເພາະວ່າມັນກໍສຳຄັນຫຼາຍເຊັ່ນກັນ (ຖ້າແມ່ນໃນຄລິບວີດີໂອ ຢາກບອກວ່າ...*ຂະນະນີ້...ອ້າຍເອກກຳລັງແນະນຳປຶ້ມ “ຄິດແບບນັກບໍລິຫານ”)

ວັດທະນະທຳຂອງອົງກອນເປັນສິ່ງທີ່ສຳຄັນທີ່ສຸດວ່າ ພະນັກງານຈະຕັດສິນໃຈເຮັດວຽກກັບເຈົ້າໄດ້ດົນປານໃດ

ຍ້ອນອົງກອນ ເປັນແຫຼ່ງລວມຄົນເຮັດວຽກນຳກັນ ເຊິ່ງຖ້າຫາກເຈົ້າບໍ່ມີວັດທະນາທຳອົງກອນທີ່ເປັນສູນກາງ ຫຼື ສູນລວມຢ່າງໂດດເດັ່ນ, ພະນັກງານຂອງບໍລິສັດກໍຈະບໍ່ມີຫຼັກໝັ້ນໃດໆໃນການເຮັດວຽກ ມີການເຂົ້າໆ-ອອກໆສູງ...

ຕົວຢ່າງ: ບໍລິສັດ Apple ຈະມີເປົ້າໝາຍທີ່ຊັດເຈນ ແລະ ວັດທະນະທຳຂອງອົງກອນທີ່ດີເລີດ, Steve Jobs ວາງເປົ້າໝາຍທຸກຢ່າງ ມີວິໄສທັດ ແລະ ຄາດການລວງໜ້າເຖິງເທັກໂນໂລຢີທີ່ລາວຜະລິດ ແລ້ວວັດທະນະທຳຂອງອົງກອນ Apple ຕ້ອງແຕກຕ່າງ ແລະ ສ້າງສັນ ເຊັ່ນວ່າ i-Phone ທີ່ລາວເຮັດແມ່ນໃສ່ໃຈທຸກຢ່າງ ໂດຍລາວຕັດປຸ່ມອອກ ເຫຼືອພຽງປຸ່ມດຽວ ນັ້ນຄືແຕກຕ່າງ ແລະ ສ້າງສັນທີ່ວ່າ ໜ້າຈໍຂອງ i-Phone ຜູ້ຊົມໃຊ້ຕ້ອງມີຄວາມຮູ້ສຶກຢາກຈະເອົາລີ້ນເລຍ, *ນີ້ຄືຄຳຖ້າຂອງ Jobs (ໂຫດມະຫາກາບເນາະ)

"ຂ້ອຍເອງຍັງພູມໃຈໃນຫຼາຍສິ່ງຫຼາຍຢ່າງທີ່ Apple ບໍ່ໄດ້ເຮັດອອກມາ, ນັ້ນກໍເພາະວ່າ ທຸກໆນະວັດຕະກຳທີ່ເກີດຂຶ້ນລ້ວນມີຕົ້ນກຳເນີດມາຈາກສິ່ງທີ່ເຮົາປະຕິເສດບໍ່ເຮັດມັນ ນັບພັນຢ່າງ"-Steve Jobs

+.ສຸດທ້າຍ ກໍຈະເປັນການວາງໂຄງສ້າງບຸກຄະລາກອນ: ເຊິ່ງສິ່ງທຳອິດຄື ເມື່ອເຈົ້າວາງຄົນເຂົ້າໄປເຮັດວຽກ ເຈົ້າຕ້ອງໄວ້ໃຈລູກນ້ອງທີ່ສຸດ ແລະ ຕ້ອງເປັນຄົນທີ່ເຮັດວຽກເປັນອີ່ຫຼີໄປເຮັດ, ມີການກວດສອບເປັນປະຈຳ ແມ່ນຈະໃຊ້ລະບົບແລ້ວກໍຕາມ ເພື່ອຄວາມລະອຽດ ແລະ ການດຳເນີນຂອງທຸລະກິດໃຫ້ເກີດຄວາມສົມດຸນກັນ ແລະທີ່ສຳຄັນ ຕ້ອງເປັນຄົນຮູ້ຈິງຕໍ່ກັບວຽກນັ້ນໆຢ່າງເລິກເຊິ່ງ

ນອກຈາກນັ້ນ, ກໍຈະຍັງມີລະບົບບັນຊີ, ໄອທີ ແລະກໍລະບົບຍ່ອຍໆລົງໄປອີກ...

ມາຮອດນີ້, ການສະຫຼຸບກໍຈົບລົງແບບຫຍໍ້ໆ (ຫຍໍ້ເຫຼືອເກີນ, ເກີນຈົນຍາວ)

ເຊິ່ງຂໍ້ຕຳນິກໍບໍ່ມີຫຍັງຫຼາຍໃນ EP.2 ນີ້...ເຊິ່ງຖືວ່າເຮັດໄດ້ດີຂຶ້ນກວ່າໂຕກ່ອນ ແລະ ຄັ້ງນີ້ຖືວ່າເປັນຄວາມຮູ້ທີ່ດີຫຼາຍໃນການແບ່ງປັນວິທີການວາງລະບົບຂອງທຸລະກິດ.

ຂອບໃຈ!

ຂຽນໂດຍ: ວິລັດຕະກອນ ພະທິດມີໄຊ

Cr.ຂໍ້ມູນການສະຫຼຸບຄັດຈາກວີດີໂອ ນັກການເງິນ Talk EP2.

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now