ການເຮັດທຸລະກິດໃນຍຸກໃໝ່ນີ້ ເຈົ້າຈະໃຊ້ຄວາມໄດ້ປຽບດ້ານທຶນ ຫຼື ການປິດບັງຂໍ້ມູນເພື່ອໂກງລາຄາລູກຄ້າບໍ່ໄດ້ແລ້ວ ບໍ່ວ່າເຈົ້າຈະເຮັດທຸລະກິດຫຍັງ

timer

remove_red_eye 0 views


cvConnect.la - ການເຮັດທຸລະກິດໃນຍຸກໃໝ່ນີ້ ເຈົ້າຈະໃຊ້ຄວາມໄດ້ປຽບດ້ານທຶນ ຫຼື ການປິດບັງຂໍ້ມູນເພື່ອໂກງລາຄາລູກຄ້າບໍ່ໄດ້ແລ້ວ ບໍ່ວ່າເຈົ້າຈະເຮັດທຸລະກິດຫຍັງ

ເຈົ້າເຄີຍເຫັນທຸລະກິດ ຫຼື ຮ້ານຄ້າບາງຮ້ານບໍລິການບໍ່ດີ ແຕ່ມີຄົນເຕັມຮ້ານຕະຫຼອດບໍ່? ຫຼື ເຫັນບໍລິສັດບາງບໍລິສັດທີ່ເຕັມໄປດ້ວຍການສໍ້ໂກງ, ບໍ່ຈິງໃຈຕໍ່ລູກຄ້າ ແຕ່ຍັງຄົງເຕີບໂຕຕະຫຼອດ ເບິ່ງຄືມີການຂະຫຍາຍປັບແຕ່ງຮ້ານເພີ່ມເຕີມຕະຫຼອດເວລາ

 

ຂ້ອຍສັງເກດ ແລະ ພົບເຫັນມາຫຼາຍກໍລະນີ ຈົນເຮັດໃຫ້ບາງທີ່ກໍ່ຄິດຄືກັນວ່າ ຫຼືທີ່ເຂົາຈະເລີນເຕີບໃຫຍ່ໄດ້ ຍ້ອນເຂົາເຮັດແບບນັ້ນ?

 

ແຕ່ເມື່ອເວລາຜ່ານໄປຂ້ອຍກໍ່ມາພົບຄວາມຈິງຫຼາຍຢ່າງທີ່ບໍ່ແມ່ນຄືທີ່ຄິດໄວ້ ເພາະຄົນສ່ວນຫຼາຍນັ້ນເຫັນພຽງແຕ່ພາຍນອກຂອງທຸລະກິດເຂົາ ແຕ່ຂ້າງໃນນັ້ນເຮົາບໍ່ຮູ້ເລີຍວ່າເຂົາມີຫຍັງເຊື່ອງໄວ້

 

ຂ້ອຍຍັງເຊື່ອສະເໜີວ່າການບໍລິການທີ່ດີ, ການສ້າງວັດທະນະທຳອົງກອນທີ່ດີ, ການເຮັດຢ່າງເປັນລະບົບ, ຜູ້ນຳອົງກອນທີ່ເກັ່ງ ແລະ ມີການປ່ຽນແປງຕະຫຼອດເວລານັ້ນຈະເຮັດໃຫ້ອົງກອນຈະເລີນເຕີບໃຫຍ່ ພຽງແຕ່ມັນຕ້ອງໃຊ້ເວລາ ແລະ ຄວາມອົດທົນກວ່າການເຮັດທຸລະກິດແບບບໍ່ດີທີ່ຂ້ອຍເວົ້າໄປ ມັນກໍ່ແມ່ນ ຖ້າເຈົ້າເອົາກຳໄລຫຼາຍໆ, ບໍ່ໃສ່ໃຈເລື່ອງອື່ນ ສົນແຕ່ວ່າຈະເອົາກຳໄລເທົ່າໃດ ບໍ່ສົນວ່າສິນຄ້າຈະມີຄຸນນະພາບນັ້ນ ມັນຈະເຮັດໃຫ້ເຈົ້າໄດ້ເງິນມະຫາສານເຂົ້າບໍລິສັດ

 

ແຕ່ໃນທີ່ສຸດ ໃນໂລກທີ່ມີອິນເຕີເນັດ ຂໍ້ມູນຂ່າວສານມັນເຖິງກັນໄວກວ່າແຕ່ກ່ອນຫຼາຍພັນເທົ່າ ທຸກຄົນບອກກັນໄດ້ໝົດວ່າບໍລິການໃຜດີ ບໍລິການໃຜບໍ່ດີ ຈົນສຸດທ້າຍແລ້ວ ຜູ້ທີ່ດີທີ່ສຸດຈະຢູ່ລອດ ແລະ ມີຖານລູກຄ້າທີ່ເພີ່ມຂຶ້ນເອງ

 

ເວົ້າງ່າຍໆວ່າ ການເຮັດທຸລະກິດໃນຍຸກໃໝ່ນີ້ ເຈົ້າເອົາປຽບລູກຄ້າບໍ່ໄດ້ແລ້ວ ເຈົ້າຈະໃຊ້ຄວາມໄດ້ປຽບດ້ານທຶນ ຫຼື ການປິດບັງຂໍ້ມູນເພື່ອໂກງລາຄາລູກຄ້າບໍ່ໄດ້ແລ້ວ ບໍ່ວ່າເຈົ້າຈະເຮັດທຸລະກິດຫຍັງ

 

ຂ້ອຍຈຶ່ງເຊື່ອສະເໝີວ່າການພັດທະນາຄຸນນະພາບຂອງສິນຄ້າ ແລະ ບໍລິການນັ້ນດີກວ່າການເອົາກຳໄລຫຼາຍໆ ໃນໄລຍະສັ້ນໆ ແລ້ວບໍ່ໃສ່ໃຈເລື່ອງຄຸນນະພາບ

.

.

.

Tags:

Share on your timeline:



ຫຼາຍຄົນທີ່ຍັງບໍ່ເຂົ້າໃຈມັກຈະຄິດວ່າການບໍລິສັດ ຫຼື ອົງກອນໃດໜຶ່ງຈະປະສົບຜົນສຳເລັດຕ້ອງມີເງິນ, ມີຊັບພະຍາກອນເຊິ່ງບໍ່ແມ່ນຄວາມຈິງ ສິ່ງທີ່ສຳຄັນທີ່ສຸດໃນອົງກອນໃດໜຶ່ງຄື "ຜູ້ນຳ" ຂອງອົງກອນນັ້ນຕ່າງຫາກ

"ຜູ້ນຳ" ທີ່ເກັ່ງຄືຄົນທີ່ມີຝືມືດ້ານ "ບໍລິຫານຈັດການ" ເພາະເຂົາຄືຜູ້ຕັດສິນໃຈໃນສີ່ງທີ່ສຳຄັນທີ່ສຸດຂອງອົງກອນ ແລ້ວຖ້າຫາກເຈາະເລິກເຂົ້າໄປໃນຫົວໃຈຂອງການບໍລິຫານແລ້ວ ຜູ້ນຳທີ່ເກັ່ງຄືຜູ້ທີ່ສາມາດໃຫ້ເຮັດຄົນຂອງໂຕເອງໃຫ້ກ້າວໄປໃນທິດທາງດຽວກັນໄດ້ຢ່າງສາມັກຄີ

ໃນປື້ມຫົວໃໝ່ລ່າສຸດຂອງຂ້ອຍນີ້ໄດ້ວິເຄາະຢ່າງລະອຽດເຖິງສິ່ງທີ່ເຮັດໃຫ້ນັກບໍລິຫານປະສົບຄວາມສຳເລັດ ບໍ່ວ່າຈະເປັນນິໄສສ່ວນໂຕ, ແນວຄິດ, ການເວົ້າ ເຂົາທຸກຄົນເຫຼົ່ານີ້ລ້ວນແຕ່ເລີ່ມຈາກສູນ

ນີ້ຄືປື້ມ "ຄິດແບບນັກບໍລິຫານ" 30 ບົດຄວາມຂອງນັກບໍລິຫານ ແລະ ນັກທຸລະກິດ ຫົວລະ 46,000 ກີບ 

ມີຈຳໜ່າຍດັ່ງນີ້:
- ຮ້ານເອັມພ້ອຍມາກທຸກສາຂາ
- ຕະຫຼາດເຊົ້າຕຶກເກົ່າ
ຮ້ານຂາຍປຶ້ມ ດອກເກດ Dokked Bookshop and Publishing
- ຮ້ານກາເຟ True coffee Vientiane ທຸກສາຂາ
- ຮ້ານ Bookshop ດົງໂດກ
- ສຳນັກພິມຈຳໜ່າຍແຫ່ງລັດ

- ຮ້ານໂຕໜອນໜັງສື Tonone book store ຮ້ານໂຕໜອນຫນັງສື
- ຮ້ານ King Minimart ໃນໂຮງໝໍເສດຖາ

- ຮ້ານ The City Coffee

- ຮ້ານ Coffee Today

ສັ່ງຊື້ໄດ້ ສົ່ງເຖິງທີ່ທົ່ວນະຄອນຫຼວງວຽງຈັນ ທີ່ເບີ 030 4732614, 020 58613117, 020 54543789

 


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now