ບົດສະຫຼຸບການບັນຍາຍຂອງແຈັກມ່າ ໂລກຈະປ່ຽນແປງຢ່າງເຈັບປວດໃນອີກ 30 ປີ

timer

remove_red_eye 0 views


cvConnect.la - ບົດສະຫຼຸບການບັນຍາຍຂອງແຈັກມ່າ ໂລກຈະປ່ຽນແປງຢ່າງເຈັບປວດໃນອີກ 30 ປີ

ຫຼາຍຄົນພາກັນກັງວົນເຖິງເລື່ອງອານາຄົດທີ່ຫົນຍົນ ແລະ ລະບົບໄອທີຈະເຂົ້າມາຍາດວຽກຈາກມະນຸດ (ປັດຈຸບັນກໍ່ຍາດໄປຫຼາຍຕຳແໜ່ງແລ້ວ) ແຈັກມ່າ ຊາຍຜູ້ເປັນນັກທຳນາຍອານາຄົດ ແລະ ລຳລວຍຈາກການສ້າງທຸລະກິດອິນເຕີເນັດຕັ້ງແຕ່ອິນເຕີເນັດຍັງບໍ່ທັນມີໃນປະເທດຈີນ ຜູ້ກໍ່ຕັ້ງ Alibaba ແຈັກມ່າ ໄດ້ບັນຍາຍ ແລະ ທຳນາຍເຖິງອານາຄົດໃນອີກ 30 ປີນີ້ວ່າອິນເຕີເນັດຈະເຮັດໃຫ້ມະນຸດເຈັບປວດຫຼາຍກວ່າມີຄວາມສຸກ ເພາະຫຍັງ?

ເພາະວ່າອິນເຕີເນັດຈະເຮັດໃຫ້ຫຼາຍອຸດສາຫະກຳລົ້ມຫາຍຕາຍຈາກໄປ ແລະ ເກີດທຸລະກິດໃໝ່ຂຶ້ນມາ, ຫຸ່ນຍົນຈະເຂົ້າມາເຮັດວຽກແທນທີ່ມະນຸດ ທຸລະກິດັ້ງເດີມຈະຫາຍໄປ ແບບທີ່ແຕ່ກ່ອນມີທຸລະກິດຟີມຖ່າຍຮູບ ແລ້ວກໍ່ຖືກແທນທີ່ດ້ວຍໂທລະສັບທີ່ຖ່າຍຮູບໄດ້ໂດຍບໍ່ຕ້ອງມີຟີມ 

ແຈັກມ່າຍັງບອກອີກວ່າ ທຸລະກິດທະນາຄານຕ້ອງປັບໂຕໃຫ້ຄົນທຸກລະດັບສາມາດເຂົ້າເຖິງສິນເຊື້ອໄດ້ ບໍຊັ້ນທຸລະກິດແບບໃໝ່ທີ່ມາທົດແທນທະນາຄານແບບທີ່ Taobao ຂອງແຈັກມ່າທີ່ປະສົບຜົນສຳເລັດໂດຍການປ່ອຍກູ້ໃຫ້ກັບຄົນຂາຍສິນຄ້າໃນເວັບໄຊ ຈົນສ້າງວຽກງານຫຼາຍລ້ານອັດຕາ

ທາງອອກທີ່ແຈັກມ່າສະເໜີຄື ຕ້ອງໃຫ້ເຄື່ອງຈັກເຮັດວຽກທີ່ມະນຸດບໍ່ສາມາດເຮັດໄດ້ ແຕ່ບໍ່ໄດ້ລະບຸລາຍລະອຽດວ່າຕ້ອງເຮັດແນວໃດ ໃນເລື່ອງນີ້ທ່ານບິວເກດມະຫາເສດຖີອັນດັບໜຶ່ງຕະຫຼອດການ ກໍ່ໄດ້ບອກວ່າຕ້ອງມີການເກັບພາສີນຳຫຸ່ນຍົນແລ້ວນຳເອົາມາເປັນຄ່າສຳຫຼັບດູແລຄົນທີ່ຕົກງານ 

ນັກທຸລະກິດລະດັບໂລກເຂົາຈະເບິ່ງຫຍັງໄປໄກອີ່ຫຼີເຊັ່ນວ່າ 10 ປີຂ້າງໜ້າຈະເປັນແນວໃດແລ້ວເຮົາຕ້ອງປັບໂຕແນວໃດ ເຊິ່ງເປັນຄຸນສົມບັດຂອງນັກທຸລະກິດທີ່ດີ ຄົນທີ່ຮູ້ວ່າໂຕເອງຈະຕ້ອງເປັນແນວໃດໃນ 10 ປີນີ້ຖືວ່າເປັນນັກທຸລະກິດທີ່ມີແວວຈະປະສົບຜົນສຳເລັດສູງ

.

.

Tags:

Share on your timeline:



ຫຼາຍຄົນທີ່ຍັງບໍ່ເຂົ້າໃຈມັກຈະຄິດວ່າການບໍລິສັດ ຫຼື ອົງກອນໃດໜຶ່ງຈະປະສົບຜົນສຳເລັດຕ້ອງມີເງິນ, ມີຊັບພະຍາກອນເຊິ່ງບໍ່ແມ່ນຄວາມຈິງ ສິ່ງທີ່ສຳຄັນທີ່ສຸດໃນອົງກອນໃດໜຶ່ງຄື "ຜູ້ນຳ" ຂອງອົງກອນນັ້ນຕ່າງຫາກ

"ຜູ້ນຳ" ທີ່ເກັ່ງຄືຄົນທີ່ມີຝືມືດ້ານ "ບໍລິຫານຈັດການ" ເພາະເຂົາຄືຜູ້ຕັດສິນໃຈໃນສີ່ງທີ່ສຳຄັນທີ່ສຸດຂອງອົງກອນ ແລ້ວຖ້າຫາກເຈາະເລິກເຂົ້າໄປໃນຫົວໃຈຂອງການບໍລິຫານແລ້ວ ຜູ້ນຳທີ່ເກັ່ງຄືຜູ້ທີ່ສາມາດໃຫ້ເຮັດຄົນຂອງໂຕເອງໃຫ້ກ້າວໄປໃນທິດທາງດຽວກັນໄດ້ຢ່າງສາມັກຄີ

ໃນປື້ມຫົວໃໝ່ລ່າສຸດຂອງຂ້ອຍນີ້ໄດ້ວິເຄາະຢ່າງລະອຽດເຖິງສິ່ງທີ່ເຮັດໃຫ້ນັກບໍລິຫານປະສົບຄວາມສຳເລັດ ບໍ່ວ່າຈະເປັນນິໄສສ່ວນໂຕ, ແນວຄິດ, ການເວົ້າ ເຂົາທຸກຄົນເຫຼົ່ານີ້ລ້ວນແຕ່ເລີ່ມຈາກສູນ

ນີ້ຄືປື້ມ "ຄິດແບບນັກບໍລິຫານ" 30 ບົດຄວາມຂອງນັກບໍລິຫານ ແລະ ນັກທຸລະກິດ ຫົວລະ 46,000 ກີບ 

ມີຈຳໜ່າຍດັ່ງນີ້:
- ຮ້ານເອັມພ້ອຍມາກທຸກສາຂາ
- ຕະຫຼາດເຊົ້າຕຶກເກົ່າ
ຮ້ານຂາຍປຶ້ມ ດອກເກດ Dokked Bookshop and Publishing
- ຮ້ານກາເຟ True coffee Vientiane ທຸກສາຂາ
- ຮ້ານ Bookshop ດົງໂດກ
- ສຳນັກພິມຈຳໜ່າຍແຫ່ງລັດ

- ຮ້ານໂຕໜອນໜັງສື Tonone book store ຮ້ານໂຕໜອນຫນັງສື
- ຮ້ານ King Minimart ໃນໂຮງໝໍເສດຖາ

- ຮ້ານ The City Coffee

- ຮ້ານ Coffee Today

ສັ່ງຊື້ໄດ້ ສົ່ງເຖິງທີ່ທົ່ວນະຄອນຫຼວງວຽງຈັນ ທີ່ເບີ 030 4732614, 020 58613117, 020 54543789

 


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now