ຜູ້ບໍລິຫານຕ້ອງບໍລິຫານເງິນສົດໃຫ້ເປັນ ບໍລິສັດສາມາດຂາດທຶນໄດ້ ແຕ່ຢ່າໃຫ້ບໍລິສັດຂາດເງິນສົດເດັດຂາດ

timer

remove_red_eye 0 views


cvConnect.la - ຜູ້ບໍລິຫານຕ້ອງບໍລິຫານເງິນສົດໃຫ້ເປັນ ບໍລິສັດສາມາດຂາດທຶນໄດ້ ແຕ່ຢ່າໃຫ້ບໍລິສັດຂາດເງິນສົດເດັດຂາດ

ເຈົ້າຄົງຈະເຄີຍໄດ້ຍິນຄຳວ່າ “ຂາຍດີຈົນເຈັ້ງ” ໃນບໍລິສັດຫຼືຮ້ານຄ້າຕ່າງໆ ບໍ່ຄ່ອຍສົນໃຈການບໍລິຫານສະພາບຄ່ອງຂອງເງິນ ບໍລິສັດສາມາດຂາດທຶນໄດ້ ແຕ່ຢ່າໃຫ້ບໍລິສັດຂາດເງິນສົດເດັດຂາດ

 

ຜູ້ບໍລິຫານນອກຈາກຈະຕ້ອງຂາຍເຄື່ອງເກັ່ງແລ້ວ ຕ້ອງບໍລິຫານເງິນເກັ່ງນຳ ເພາະການຂາຍກັບການບໍລິຫານເງິນນັ້ນມັນຕ່າງກັນ ເຈົ້າຈະຮູ້ໄດ້ແນວໃດວ່າມື້ໜຶ່ງເງິນສົດທີ່ມີອາດຈະໝົດກ້ຽງ ເພາະມີຄ່າໃຊ້ຈ່າຍທີ່ຄາດບໍ່ເຖິງເຂົ້າມາ ພ້ອມໆກັບລູກຄ້າຜິດນັດຈ່າຍໜີ້ ເຊິ່ງມັນຈະກະທົບໄປຮອດທຸລະກິດຫຼັກ ເພາະເມື່ອບໍ່ມີເງິນສົດ ພະນັກງານກໍ່ບໍ່ໄດ້ເງິນເດືອນ, ບໍລິສັດກໍ່ຢຸດສະງັກ ທັງໆທີ່ໃນອານາຄົດບໍລິສັດກຳລັງຈະມີລາຍໄດ້ເຂົ້າມາອີກມະຫາສານ ແຕ່ຖ້າບໍລິຫານບໍ່ເກັ່ງມັນອາດຈະບໍ່ຮອດມື້ທີ່ຈະໄດ້ເງິນ

 

ບາງຄົນອາດຈະຄິດວ່າ ຖ້າຈັງຊັ້ນກໍ່ຫາເງິນສົດມາສຳຮອງໄວ້ຫຼາຍໆເພື່ອບໍ່ໃຫ້ຂາດເງິນ, ແຕ່ນັ້ນກໍ່ມີຜົນເສຍຄືກັນ ຖ້າເຈົ້າບໍ່ຮູ້ຈັກໃຊ້ເງິນເພື່ອໄປສ້າງເງິນເຂົ້າບໍລິສັດເພີ່ມອີກ ຫຼື ເຮັດການຕະຫຼາດເພີ່ມເຕີມ ຄູ່ແຂ່ງຂອງເຈົ້າ ເຂົາອາດຈະໃຊ້ເງິນທຸ້ມການຕະຫຼາດແຊ່ງໜ້າເຈົ້າໄປ ຈົນເຮັດໃຫ້ຍອດຂາຍເຈົ້າຕົກໃນທີ່ສຸດ

 

ບໍລິສັດ Uber ທີ່ເປັນແອັບໃນໂທລະສັບເພື່ອເອິ້ນລົດໂດຍສານທີ່ກຳລັງດັງໄປທົ່ວໂລກ ເຂົາເອງກໍ່ຂາດທຶນທຸກປີ, ບໍລິສັດບໍ່ມີກຳໄລຫຼາຍຕັ້ງແຕ່ກໍ່ຕັ້ງມາ ແຕ່ເງິນສົດຂອງ Uber ມີມະຫາສານເຖິງ 10 ພັນລ້ານໂດລາ ແຕ່ລະປີ Uber ຂາດທຶນ 1 ພັນລ້ານໂດລາ ແປວ່າ Uber ສາມາດຂາດທຶນໄປອີກໄດ້ເຖິງ 10 ປີ ນີ້ຄືຄວາມສາມາດການຫາເງິນສົດມາໄວ້ບໍລິສັດທີ່ເກັ່ງແທ້ໆຂອງຜູ້ບໍລິຫານ Uber ໂດຍການໄປຂໍທຶນຈາກນັກລົງທຶນທົ່ວໂລກບໍ່ວ່າຈະເປັນນັກລົງທຶນຈາກດູໄບ, ຢີ່ປຸ່ນ

 

ບໍລິສັດ Facebook ຂອງ Mark zuckerberg ເອງກໍ່ຖືວ່າບໍລິຫານເງິນສົດເກັ່ງ, ໃນຊ່ວງປີ 2010 ທີ່ Instagram ກຳລັງເລີ່ມມີຊື່ສຽງແຕ່ມີຜູ້ໃຊ້ພຽງ 35 ລ້ານຄົນ ແຕ່ Mark zuckerberg ເຫັນວ່າມີອານາຄົດ ຈົນຕັດສິນໃຈໃຊ້ເງິນສົດ 1 ພັນລ້ານໂດລາຂອງບໍລິສັດຊື້ຮຸ້ນທັງໝົດຂອງ Instagram ໃນຕອນນັ້ນຖືວ່າເປັນເງິນມະຫາສານຂອງບໍລິສັດ ເພາະ Instagram ຍັງບໍ່ສາມາດຫາລາຍໄດ້ຈັກໂດລາ ແລະ Facebook ເອງກໍ່ຍັງຫາເງິນໄດ້ພຽງໜ້ອຍດຽວ ແຕ່ຮອດປັດຈຸບັນ Instagram ກາຍເປັນເຄື່ອງຈັກຜະລິດໃຫ້ Facebook ເພາະໂຄສະນາເກືອບທຸກອັນທີ່ຈະລົງ Facebook ລ້ວນແຕ່ຕ້ອງການລົງໃນ Instagram ນຳ ຈົນເຮັດໃຫ້ຜູ້ບໍລິຫານຫຼາຍຄົນໃນ Facebook ຍ້ອງວ່າການເປັນໃຊ້ເງິນທີ່ຖືກຕ້ອງທີ່ສຸດຂອງ Mark Zuckerberg

 

ຖ້າເວົ້າທຸລະກິດໃນບ້ານເຮົາ ຂ້ອຍເອງກໍ່ເຫັນຮ້ານຂາຍເຄື່ອງກໍ່ສ້າງຫຼາຍຮ້ານທີ່ໝູນເງິນບໍ່ທັນຈົນບໍ່ມີເງິນຈ່າຍເງິນເດືອນພະນັກງານ ເພາະປ່ອຍໃຫ້ລູກຄ້າເອົາເຄື່ອງໄປກ່ອນ ເມື່ອລູກຄ້າບາງຄົນທີ່ເຂົາເອງກໍ່ຖ້າເງິນນຳໂຄງການເຊິ່ງເງິນອອກຊ້າຢູ່ແລ້ວ ເຂົາກໍ່ຕ້ອງຜິດນັດຈ່າຍໜີ້ ຮ້ານເຄື່ອງກໍ່ສ້າງກໍ່ເລີຍຂາດເງິນສົດ ບາງທີເຮົາເບິ່ງໄປບາງຮ້ານນິໃຫຍ່ໆ ແຕ່ໄປເບິ່ງເງິນສົດເຂົາແທ້ໆນັ້ນອາດຈະມີໜ້ອຍດຽວ ໃນຂະນະທີ່ບາງຄົນບໍລິຫານເກັ່ງ ບໍລິສັດອາດຈະເປັນໜີ້ມະຫາສານ ແຕ່ເຂົາມີເງິນສົດໄວ້ໃນການທີ່ຈະໃຊ້ເງິນໄປສ້າງເງິນ ແລ້ວຈຶ່ງເອົາມາໃຊ້ໜີ້

 

ຈາກປະສົບການຂ້ອຍເອງ ຂ້ອຍຢາຫແນະນຳໄວ້ໃນການບໍລິຫານເງິນສົດນັ້ນງ່າຍໆເລີຍຄື ຢ່າໃຊ້ເງິນໄປກັບສິ່ງທີ່ບໍ່ຄ່ອຍສ້າງເງິນໃຫ້ກັບບໍລິສັດ, ຈົ່ງໃຊ້ເງິນທັງໝົດທີ່ມີເພື່ອສ້າງສິ່ງທີ່ມີຄຸນຄ່າໃຫ້ກັບໍລິສັດໃນໄລຍະຍາວ ສ້າງແບຣນ, ສ້າງຄວາມຮັບຮູ້ໃຫ້ກັບລູກຄ້າ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊັ່ນການໃຫ້ໂບນັດກັບພະນັກງານທີ່ເຮັດວຽກບໍລິການດີໆ ເພາະທ້າຍທີ່ສຸດແລ້ວການເຮັດສິ່ງພວກນີ້ກໍ່ຈະສ້າງເງິນສົດເຂົ້າກັບຄືນສູ່ບໍລີສັດເຈົ້າເອງ

 

ເຈົ້າສາມາດອ່ານບົດຄວາມແບບນີ້ໄດ້ອີກຈາກປື້ມຫົວລ່າສຸດຂອງຂ້ອຍ

.

.

Tags:

Share on your timeline:



ຫຼາຍຄົນທີ່ຍັງບໍ່ເຂົ້າໃຈມັກຈະຄິດວ່າການບໍລິສັດ ຫຼື ອົງກອນໃດໜຶ່ງຈະປະສົບຜົນສຳເລັດຕ້ອງມີເງິນ, ມີຊັບພະຍາກອນເຊິ່ງບໍ່ແມ່ນຄວາມຈິງ ສິ່ງທີ່ສຳຄັນທີ່ສຸດໃນອົງກອນໃດໜຶ່ງຄື "ຜູ້ນຳ" ຂອງອົງກອນນັ້ນຕ່າງຫາກ

"ຜູ້ນຳ" ທີ່ເກັ່ງຄືຄົນທີ່ມີຝືມືດ້ານ "ບໍລິຫານຈັດການ" ເພາະເຂົາຄືຜູ້ຕັດສິນໃຈໃນສີ່ງທີ່ສຳຄັນທີ່ສຸດຂອງອົງກອນ ແລ້ວຖ້າຫາກເຈາະເລິກເຂົ້າໄປໃນຫົວໃຈຂອງການບໍລິຫານແລ້ວ ຜູ້ນຳທີ່ເກັ່ງຄືຜູ້ທີ່ສາມາດໃຫ້ເຮັດຄົນຂອງໂຕເອງໃຫ້ກ້າວໄປໃນທິດທາງດຽວກັນໄດ້ຢ່າງສາມັກຄີ

ໃນປື້ມຫົວໃໝ່ລ່າສຸດຂອງຂ້ອຍນີ້ໄດ້ວິເຄາະຢ່າງລະອຽດເຖິງສິ່ງທີ່ເຮັດໃຫ້ນັກບໍລິຫານປະສົບຄວາມສຳເລັດ ບໍ່ວ່າຈະເປັນນິໄສສ່ວນໂຕ, ແນວຄິດ, ການເວົ້າ ເຂົາທຸກຄົນເຫຼົ່ານີ້ລ້ວນແຕ່ເລີ່ມຈາກສູນ

ນີ້ຄືປື້ມ "ຄິດແບບນັກບໍລິຫານ" 30 ບົດຄວາມຂອງນັກບໍລິຫານ ແລະ ນັກທຸລະກິດ ຫົວລະ 46,000 ກີບ 

ມີຈຳໜ່າຍດັ່ງນີ້:
- ຮ້ານເອັມພ້ອຍມາກທຸກສາຂາ
- ຕະຫຼາດເຊົ້າຕຶກເກົ່າ
ຮ້ານຂາຍປຶ້ມ ດອກເກດ Dokked Bookshop and Publishing
- ຮ້ານກາເຟ True coffee Vientiane ທຸກສາຂາ
- ຮ້ານ Bookshop ດົງໂດກ
- ສຳນັກພິມຈຳໜ່າຍແຫ່ງລັດ

- ຮ້ານໂຕໜອນໜັງສື Tonone book store ຮ້ານໂຕໜອນຫນັງສື
- ຮ້ານ King Minimart ໃນໂຮງໝໍເສດຖາ

- ຮ້ານ The City Coffee

- ຮ້ານ Coffee Today

ສັ່ງຊື້ໄດ້ ສົ່ງເຖິງທີ່ທົ່ວນະຄອນຫຼວງວຽງຈັນ ທີ່ເບີ 030 4732614, 020 58613117, 020 54543789

 


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now