ບົດສໍາພາດ: Mr Giuseppe PERUZZI (Pino) ເຈົ້າຂອງຮ້ານ Villa Opera Italiane Cuisine & 1931 Bar

timer

remove_red_eye 0 views


cvConnect.la - ບົດສໍາພາດ: Mr Giuseppe PERUZZI (Pino) ເຈົ້າຂອງຮ້ານ Villa Opera Italiane Cuisine & 1931 Bar

 

          ມື້ນີ້ຊີວີຄອນເນັກໄດ້ມີໂອກາດສໍາພາດເຈົ້າຂອງຮ້ານ Villa Opera Italiane Cuisine & 1931 Bar ເປັນຮ້ານອາຫານສະຕາຍອິຕາລີ ແລະ ເຈົ້າຂອງຮ້ານເອງກໍແມ່ນຄົນອິຕາລີໂດຍກໍາເນີດ ຈະມາບອກເຖິງຄວາມເປັນມາວ່າເປັນຫຍັງຈຶ່ງຕັດສິນໃຈມາເຮັດຮ້ານອາຫານຢູ່ລາວ ເຊິ່ງປັດຈຸບັນຮ້ານດັ່ງກ່າວເປີດມາໄດ້ 28 ປີແລ້ວ ມາອ່ານບົດສໍາພາດນີ້ກັນເລີຍ.

 

 

1. ເປັນຫຍັງທ່ານຈຶ່ງຕັດສິນໃຈເຮັດທຸລະກິດຮ້ານອາຫານ? ເປີດມາໄດ້ດົນປານໃດແລ້ວ?

           ປັດຈຸບັນຮ້ານ Villa opera Italian Cuisine ແມ່ນເປີດມາໄດ້ 28 ປີແລ້ວ ເມື່ອກ່ອນແມ່ນເປີດຢູ່ ນໍ້າພຸ ແຖວແຄມຂອງໄດ້ 26 ແລະ ຍ້າຍມາເປີດຢູ່ນີ້ ໄດ້ 2 ປີ ແລ້ວ ເນື່ອງຈາກໝົດສັນຍາການໃຫ້ເຊົ່າ ແລະ  ກ່ອນທີ່ຈະຕັດສິນໃຈເຮັດທຸລະກິດຮ້ານອາຫານ ເນື່ອງຈາກວ່າຂ້າພະເຈົ້າເປັນຄົນອິຕາລີໂດຍກໍາເນີດ ກ່ອນໜ້າທີ່ຈະມາອາໄສຢູ່ລາວນີ້ແມ່ນມານໍາຄົນຮູ້ຈັກ ເພາະລາວຈະມາເປີດຮ້ານຂາຍແວ່ນຕາຢູ່ນີ້ກໍເລີຍນໍາມາ ໂດຍທີ່ບໍ່ຮູ້ເລີຍວ່າ ປະເທດລາວນັ້ນຢູ່ໃສ ແລະ ກໍໄດ້ທຽວໄປທຽວມາຫຼາຍຄັ້ງ, ສຸດທ້າຍເລີຍຕັດສິນໃຈຍ້າຍຖິ່ນຖານ ແລະ ເຮັດຮ້ານອາຫານສະຕາຍອິຕາລີຢູ່ລາວ ເພາະເຫັນວ່າແຕ່ກ່ອນຮ້ານອາຫານປະເພດນີ້ຢູ່ປະເທດລາວມີໜ້ອຍ ແລະ ຕົນເອງກໍມີຄວາມມັກຮັກໃນການເຮັດອາຫານຢູ່ແລ້ວ ຈຶ່ງເປີດຮ້ານນີ້ຂຶ້ນມາ.

 

 

2. ເປັນຮ້ານອາຫານປະເພດໃດ? ກຸ່ມລູກຄ້າແມ່ນກຸ່ມປະເພດໃດ?

          ຮ້ານອາຫານຂອງພວກເຮົາເປັນຮ້ານອາຫານ ແບບອິຕາລີ 100% ທາງດ້ານອາຫານ ແລະ ການຕົກແຕ່ງຕ່າງໆ ເມື່ອມາໃຊ້ບໍລິການຮ້ານເຮົາ ທ່ານຈະໄດ້ຮັບຄວາມຮູ້ສຶກແບບປຽບເໝືອນຢູ່ປະເທດອິຕາລີເລີຍ.

          ສໍາລັບກຸ່ມລູກຄ້າແມ່ນ ຊ່ວງອາຍຸແມ່ນໄວກາງຄົນຂຶ້ນໄປ ຈົນເຖິງໄວເຮັດວຽກເປັນສ່ວນໃຫຍ່ ຈະມີທັງຄົນລາວ 85%  , ຕ່າງປະເທດ 10%  ແລະ ນັກທ່ອງທ່ຽວຕ່າງໆ 5%

 

 

3. ຈຸດໃດທີ່່ເປັນຈຸດເດັ່ນສາມາດດຶງດູດລູກຄ້າໃຫ້ເຂົ້າມາໃຊ້ບໍລິການຮ້ານຂອງທ່ານ?

         ຈຸດເດັ່ນຫຼັກໆແມ່ນ ໄອເດຍໃນການຕົກແຕ່ງຮ້ານໃນສະຕາຍອິຕາລີ ລວມໄປເຖິງບັນຍາກາດພາຍໃນຮ້ານ, ປະເພດອາຫານເຊິ່ງເຮົາຈະເນັ້ນອາຫານທີ່ເປັນຂອງປະເທດອິຕາລີໂດຍສະເພາະ ເນື່ອງຈາກຂ້າພະເຈົ້າເປັນຄົນອິຕາລີ ເປັນຕົ້ນ ອາຫານ ພາດຕ້າ, ພິດຊ້າ, ສະລັດ , ສະປ່າເກັດຕີ້ ແລະ ອື່ນໆອີກຫຼາຍຢ່າງ ສິ່ງເຫຼົ່ານີ້ກໍເປັນສ່ວນໜຶ່ງທີ່ສາມາດດຶງດູດລູກຄ້າໄດ້ຫຼາຍສົມຄວນ

 

 

 

 

4. ຊ່ອງທາງໃນການໂປຣໂໝດຮ້ານມີຫຍັງແດ່? ຜົນຕອບຮັບຈາກລູກຄ້າເປັນແນວໃດ? ມີລູກຄ້າເຂົ້າມາໃຊ້ບໍລິການຫຼາຍປານໃດ?

          ຊ່ອງທາງໃນການໂປໂໝດຮ້ານ ເປັນການບອກຕໍ່ຂອງລູກຄ້າເອງ ເນື່ອງຈາກຮ້ານຂອງເຮົາເປີດມາດົນ ກໍຈະເຮັດໃຫ້ມີລູກຄ້າຫຼາກຫຼາຍແບບເຂົ້າມາໃຊ້ບໍລິການ ແລະ ມັກໃນລົດຊາດ ລວມໄປເຖິງການບໍລິການ, ການຕົກແຕ່ງຮ້ານກໍເປັນໄດ້ ເຖິງວ່າຮ້ານຂອງເຮົາຫາກໍຍ້າຍມາຢູ່ນີ້ກໍຕາມ ແຕ່ລູກຄ້າບາງສ່ວນກໍຍັງມາໃຊ້ບໍລິການຮ້ານເຮົາຢ່າງເປັນປະຈໍາ.

          ສໍາລັບໃນອະນາຄົດໃນຊ່ອງທາງການໂປຣໂໝດ ຂ້າພະເຈົ້າຄິດວ່າ ຈະຫາວິທີໃນການ ວາງແຜນການຕະຫຼາດ ຄື ການໂຄສະນາທາງ social ເຊັ່ນ: facebook , instragram ເປັນຕົ້ນ.

          ແລະຜົນຕອບຮັບຈາກລູກຄ້າແມ່ນໄດ້ດີພໍສົມຄວນ ເພາະມີລູກຄ້າຈາກຫຼາກຫຼາຍບ່ອນມາໃຊ້ບໍລິການ ບາງມື້ກໍຫຼາຍ ບາງມື້ກໍໜ້ອຍປະປົນກັນໄປ ຖືວ່າເປັນເລື່ອງປົກກະຕິ ແລະ ສ່ວນຫຼາຍລູກຄ້າຈະບອກວ່າອາຫານຢູ່ນີ້ແຊບຫຼາຍ ໂດຍສະເພາະ ແມ່ນ ສະປ່າເກັດຕີ້ ລວມເຖິງອາຫານປະເພດອື່ນໆນໍາ

 

 

 

 

5. ອະນາຄົດຕໍ່ໜ້າມີການວາງແຜນແນວໃດແດ່?

          ໃນອານາຄົດຕໍ່ໜ້າຂ້າພະເຈົ້າມີແຜນຢາກເຮັດຮ້ານອາຫານທີ່ຢູ່ນອກຮ້ານ ເພື່ອໃຫ້ໄດ້ຮັບຄວາມຮູ້ສຶກຜ່ອນຄາຍກັບທໍາມະຊາດຫຼາຍຂຶ້ນ ແຕ່ກໍຕ້ອງອີງຕາມສະພາບຄວາມສະດວກສະບາບຕ່າງໆຫຼາຍຢ່າງອີກດ້ວຍ.

          ໃນຖານະທີ່ຂ້າພະເຈົ້າມາອາໄສຢູ່ລາວໄດ້ 28 ປີ ແລ້ວ ມີຄວາມຮູ້ສຶກດີໃຈຫຼາຍ, ສາມາດມີອາຊີບ ແລະ ທຸລະກິດເປັນຂອງຕົນເອງ ມີວຽກສະບາຍ ທີ່ໄດ້ມາຢູ່ປະເທດລາວ ແລະ ມາສ້າງຄອບຄົວຢູ່ທີ່ນີ້ອີກດ້ວຍ.

 

 

ຂໍຂອບໃຈ: Mr Giuseppe PERUZZI (Pino) ເຈົ້າຂອງຮ້ານອາຫານ Villa opera Italian Cuisine

ສະຖານທີ່ ບ້ານ ສີຖານເໜືອ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

ຮ້ານເວລາເປີດເລີ່ມແຕ່: ເຊົ້າ-ແລງທຸກມື້  11:30 –  14:00 ແລະ 18:00 – 22:00

ເບີໂທຕິດຕໍ່: 021 215 099

Tags: #ເຈົ້າຂອງຮ້ານ #Villa opera Italiane Cuisine #Italiane Food #ລົດຊາດແຊບ #Steak #Italiane style #salad #Restaurant #pizza #ສະປາເກັດຕີ້ #ສະເຕັກ #ບັນຍາກາດດີ #Giuseppe PERUZZI #Spaghetti

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now