ບົດສໍາພາດ: ທ່ານ ພົງປຣະເສີດ ກັນລະຍາ ປະທານບໍລິສັດ Bazaar-B Cash & Carry

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ພົງປຣະເສີດ ກັນລະຍາ ປະທານບໍລິສັດ Bazaar-B Cash & Carry

     

          Bazaar-B Cash & Carry ສູນການຄ້າທີ່ເປີດໃໝ່ທີ່ປະຊາຊົນໃຫ້ຄວາມສົນໃຈຢູ່ໃນຂະນະນີ້ ເຊິ່ງນໍາເອົາສິນຄ້າຫຼາຍກວ່າ 20000 ລາຍການມາໄວ້ບ່ອນດຽວ

          ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດສໍາພາດ ປະທານບໍລິສັດ Bazaar-B Cash & Carry ທີ່ຈະມາບອກເຖິງຈຸດປະສົງ ແລະ ຄວາມຄາດຫວັງຢາກໃຫ້ Bazaar-B ເປັນທາງເລືອກທີ່ດີໃຫ້ແກ່ປະຊາຊົນໃນການຈັບຈ່າຍຊື້ສອຍສິນຄ້າທີ່ມີຄຸນນະພາບ, ລາຄາຖືກ ແລະ ອື່ນໆ ດັ່ງນີ້. 

 

 

1. ຈຸດປະສົງ ແລະ ຄວາມເປັນມາໃນການເປີດສູນການຄ້າ Bazaar-B ?

          ຈຸດປະສົງຫຼັກໃນການເປີດສູນການຄ້າ Bazaar-B  ນີ້ ແມ່ນຢາກຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ລາຄາສິນຄ້າທີ່ພໍດີ ແຕ່ສິນຄ້າຕ້ອງໄດ້ມາດຕະຖານ ແລະ ອີກສ່ວນໜຶ່ງກຸ່ມຕົວແທນສິນຄ້າທີ່ຕ້ອງການຕົວແທນຈໍາໜ່າຍຕ່າງໆ ເພື່ອງ່າຍໃນການກະຈາຍສິນຄ້າຂອງເຂົາເຈົ້າ. ໃນເມື່ອກ່ອນປະຊາຊົນລໍຄອຍໃນການຈັບຈ່າຍຊື້ສອຍເຄື່ອງອຸປະໂພກ ແລະ ບໍລິໂພກຕ່າງໆ ແລະ ຄິດວ່າຕ້ອງຖ້າໃຫ້ຄົນຕ່າງປະເທດມາເປີດຢູ່ລາວ ອາດຈະຍ້ອນເຫດຜົນທີ່ເຮັດໃຫ້ເຂົາເຈົ້າຄິດວ່າປະເທດເຮົາເປັນປະເທດທີ່ມີພົນລະເມືອງໜ້ອຍ ແຕ່ເຂົາເຈົ້າພັດຕ້ອງການກໍາລັງຊື້ທີ່ຫຼາຍ ເພາະມີຄ່າບໍລິຫານທີ່ສູງ ຈຶ່ງເປັນສາເຫດເຮັດໃຫ້ບໍ່ມີໃຜທີ່ຈະມາເຮັດເປັນຮ້ານຂາຍສົ່ງເຄື່ອງໃຫຍ່ໆ, ຊຸບເປີ້ມາເກັດ, ມີແຕ່ຮ້ານຂາຍສົ່ງທໍາມະດາ ທີ່ກະແຈກກະຈາຍ ແລະ ຍັງບໍ່ເປັນລະບົບທີ່ຄົບຖ້ວນ ຫຼື ໃຫ້ໃກ້ຄຽງກັບຕ່າງປະເທດ. ສະນັ້ນ, ເພື່ອກ້າວເຂົ້າ AEC ພວກເຮົາຢາກພັດທະນາຕົນເອງ ບໍ່ຈໍາເປັນຕ້ອງລໍຖ້າໃຫ້ຕ່າງຊາດມາພັດທະນາ, ສາມາດຍົກລະດັບຄວາມຮູ້ຄວາມສາມາດຂອງຕົນເອງເຮັດໃຫ້ໃກ້ຄຽງເຂົາເຈົ້າໄດ້ເຊັ່ນກັນ ເຊິ່ງພວກເຮົາໄດ້ໃຊ້ຄວາມສາມາດຂອງຄົນລາວເຮົາແທ້ໆ ພຽງແຕ່ລະບົບ ຫຼື ອຸປະກອນແມ່ນຊື້ມາຈາກຕ່າງະເທດ ແຕ່ພວກເຮົາຕ້ອງເປັນຜູ້ຄັດສັນ ລວມໄປເຖິງການອອກແບບ ຫຼື ວິທີການພວກເຮົາເປັນຜູ້ດໍາເນີນການເອງ.

 

 

2. ກຸ່ມເປົ້າໝາຍຂອງ Bazaar-B ແມ່ນກຸ່ມຄົນປະເພດໃດ?

          ສໍາລັບກຸ່ມເປົ້າໝາຍຂອງພວກເຮົາທີ່ວາງໄວ້ແມ່ນເນັ້ນໃສ່ການຂາຍສົ່ງໃຫ້ແກ່ບັນດາ ຮ້ານອາຫານ, ໂຮງແຮມ, ຮ້ານຂາຍເຄື່ອງຍ່ອຍ ແລະ ກຸ່ມແມ່ບ້ານ ຂາຍຍົກ, ຂາຍແພັກ ແຕ່ພໍເປີດມາໄດ້ 2 ອາທິດ ກາຍເປັນວ່າພວກເຮົາຕ້ອງໄດ້ມີການປັບປ່ຽນໄປຕາມພຶດຕິກໍາຂອງຜູ້ຊື້ເລັກໜ້ອຍ ເພາະກຸ່ມລູກຄ້າສ່ວນຫຼາຍຄິດວ່າພວກເຮົາເປັນຊຸບເປີ້ມາເກັດຫຼາຍກວ່າ ກໍເລີຍຕ້ອງໄດ້ຂາຍຍ່ອຍໄປນໍາ  ໂດຍສ່ວນໃຫຍ່ແມ່ນ ກຸ່ມແມ່ບ້ານ, ຄອບຄົວມາຊື້ເຄື່ອງຫຼາຍກວ່າທີ່ຈະຂາຍຍົກ ສ່ວນການຂາຍຍົກນັ້ນອາດມີເຫດຜົນຢູ່ວ່າຜູ້ທີ່ມີຮ້ານຂາຍເຄື່ອງຍ່ອຍນັ້ນໆ ຈະມີຜູ້ທີ່ສົ່ງສິນຄ້າໃຫ້ຢູ່ແລ້ວເລີຍຍາກທີ່ຈະປັບປ່ຽນ ແຕ່ຜູ້ທີ່ຊື້ປັດຈຸບັນນີ້ແມ່ນ ປະຊາຊົນ, ຄອບຄົວ ເຊິ່ງພວກເຮົາກໍພະຍາຍາມໃຫ້ເປັນຄືດັ່ງເປົ້າໝາຍເດີມກໍແມ່ນເນັ້ນການຂາຍສົ່ງ ເພາະການອອກແບບນັ້ນເພື່ອຂາຍສົ່ງ ບໍ່ແມ່ນຊຸບເປີ້ມາເກັດ.

 

 

3. ທ່ານຄິດວ່າສູນການຄ້າ Bazaar-B ສາມາດຕອບສະໜອງໃຫ້ແກ່ຜູ້ຊົມໃຊ້ໄດ້ຫຼາຍປານໃດ?

          ຈາກທີ່ພວກເຮົາເປີດມາໄດ້ 2 ອາທິດປາຍ ເຫັນວ່າກຸ່ມລູກຄ້າມີມາຕະຫຼອດ ຕັ້ງແຕ່ເຊົ້າ 10ໂມງ ຈົນຮອດຄໍ່າ 9 ໂມງແລງ, ລຸກຄ້າທີ່ມາແມ່ນແປກໃຈວ່າແບບນີ້ກໍມີຢູ່ບ້ານເຮົາ ເພາະແຕ່ກ່ອນຕ້ອງໄດ້ຂ້າມໄປຝັ່ງປະເທດເພື່ອນບ້ານ ຈຶ່ງຈະໄດ້ສໍາພັດໃນລັກສະນະນີ້ ແລະ ກໍຄິດວ່າຕ້ອງແມ່ນຄົນຕ່າງປະເທດມາເຮັດ ບໍ່ແມ່ນຄົນລາວເຮັດ ບໍ່ຄ່ອຍຢາກເຊື່ອຫວາຄົນລາວກໍເຮັດໄດ້ ສ່ວນໜຶ່ງທີ່ເຂົ້າມາໃຊ້ບໍລິການກໍມີຄວາມສຸກ ໂດຍສະເພາະເດັກນ້ອຍ ທາງເຮົາກໍໄດ້ມີການປັບກົນໄກຫຼາຍຢ່າງ ເຮັດໃຫ້ຜູ້ທີ່ເຂົ້າມາມີຄວາມສຸກສະບາຍໃຈ, ຄວາມສະດວກ ມີຄວາມປອດໄພ, ມີຄວາມຮັບປະກັນໃນການຊື້ເຄື່ອງຕ່າງໆ ເຊິ່ງແຕ່ລະສິນຄ້າພວກເຮົາຈະມີຕົວແທນທີ່ຮັບປະກັນໄດ້ຈັດສົ່ງໃຫ້ ເປັນຕົ້ນ ເຄື່ອງດື່ມ, ເຂົ້າໜົມ, ຊີ້ນ, ຜັກ, ປາ ລວມໄປເຖິງສິນຄ້ານໍາເຂົ້າຕ່າງໆ, ວາງລາຄາໃຫ້ຖືກທີ່ສຸດ ເພາະເປັນລາຄາຂາຍສົ່ງ ແລະ ເລື່ອງຄຸນນະພາບກໍໃຫ້ຄວາມສໍາຄັນກັບຄວາມສະອາດ , ຄວາມເຢັນ, ກວດກາວັນໝົດອາຍຸ, ຄວາມສົດໃໝ່. ເຊິ່ງອີກປະມານ 2-3 ເດືອນສິນຄ້າຂອງເຮົາຈຶ່ງຈະຄົບເຕັມທີ່ ແລະ ນີ້ກໍຕ້ອງໃຫ້ເວລາຜູ້ຊົມໃຊ້ປຽບທຽບເອງວ່າ ລະຫວ່ງສິນຄ້າຂອງທາງ Bazaar-B ກັບສິນຄ້າທາງທ້ອງຕະຫຼາດ ຫຼື ຝັ່ງເພື່ອນບ້ານນັ້ນ ອັນໃດສະດວກສະບາຍ, ຮັບປະກັນ, ປະຢັດເວລາ, ອັນໃດຄຸ້ມຄ່າ ຫຼື ບໍ່ຄຸ້ມຄ່າກວ່າກັນ, ທາງເຮົາແມ່ນອໍານວຍຄວາມສະດວກຫຼາຍສາມາດມາໄດ້ຕະຫຼອດເວລາ, ເລືອກຊື້ຕາມທີ່ຕ້ອງການ ລວມໄປເຖິງບ່ອນຈອດລົດກໍບໍ່ເສຍຄ່າຝາກ ສິ່ງເຫຼົ່ານີ້ກໍຖືເປັນທາງເລືອກໜຶ່ງຂອງຜູ້ຊົມໃຊ້ ບາງຄົນກໍອາດຈະວ່າຖືກ ບາງຄົນກໍອາດຈະວ່າແພງ ແຕ່ວ່າກໍຢາກໃຫ້ຜູ້ຊົມໃຊ້ໃຫ້ເວລາກັບທາງເຮົາໃນການປັບປຸງລະບົບຕ່າງໆເຊິ່ງແມ່ນຄົນລາວເຮົາເປັນຜູ້ເຮັດເອງທັງໝົດ ລວມເຖິງພາກສ່ວນຂອງຜູ້ບໍລິຫານກໍແມ່ນຄົນລາວ, ພະນັກງານຂອງ Bazaar-B ທັງໝັດ 300 ກວ່າຄົນລ້ວນແຕ່ແມ່ນຄົນລາວ.

 

 

4. ຈຸດເດັ່ນຂອງສູນການຄ້າດັ່ງກ່າວແມ່ນຫຍັງ ?

          ຈຸດເດັ່ນຂອງພວກເຮົາຖ້າເວົ້າເຖິງທຸລະກິດການຂາຍສົ່ງແລ້ວ ພື້ນທີ່ຂະໜາດນີ້ ລວມໄປເຖິງສິນຄ້າທີ່ມີ 20,000 ກວ່າລາຍການ ແລະ ພວກເຮົາຄາດຫວັງຈະໃຫ້ໄດ້ເຖິງ 30,000 ກວ່າລາຍການ ຖ້າທຽບໃສ່ໃນລາວທຸລະກິດແບບນີ້ແມ່ນເລີ່ມສ້າງກ່ອນໝູ່ ເຊິ່ງພວກເຮົາແມ່ນການຂາຍສົ່ງທີ່ລວມສິນຄ້າແຕ່ລະປະເພດມາໄວ້ບ່ອນດຽວ ແລະ ພະຍາຍາມຍົກເອົາມາດຕະຖານສາກົນມາໄວ້ບ່ອນນີ້ ໂດຍທີ່ພວກເຮົາເປັນຄົນລົງມືເອງ ແລະ ຄິດຄົ້ນເອງທັງໝົດ

          ຈຸດເດັ່ນຂອງເຮົາອີກຢ່າງໜຶ່ງຄືເລື່ອງຄວາມສະອາດ, ຄວາມສະດວກສະບາຍ, ລາຄາທີ່ຕິດປ້າຍບອກ ແລະ ຊິງສັ່ງນໍ້າໜັກໃນເຄື່ອງບໍລິໂພກ ຊີ້ນ, ຜັກ, ປາ ແມ່ນໃຊ້ຊິງທີ່ມາດຕະຖານບໍ່ເອົາປຽບລູກຄ້າ ລວມໄປເຖິງລາຄາທີ່ຖືກກວ່າຢ່າງແນ່ນອນ ແລະ ນີ້ກໍເປັນພຽງຈຸດເລີ່ມຕົ້ນ ທີ່ຍັງມີອີກຫຼາຍຢ່າງທີ່ຕ້ອງໄດ້ພັດທະນາຕໍ່ໄປ

          ໃນຕໍ່ໜ້າອີກປະມານ 3-4 ເດືອນ Bazaar-B ຈະເປີດໃຫ້ບໍລິການ 24 ຊົ່ວໂມງ ເພື່ອເປັນທາງເລືອກໃຫ້ແກ່ລູກຄ້າ ເພາະເຫັນໄດ້ຈາກໃນປັດຈຸບັນຢູ່ຕົວເມືອງມີຄວາມແອອັດ, ລົດຕິດ, ພະນັກງານໄດ້ເຮັດວຽກຫຼາຍຂຶ້ນ, ມີເວລາໃຫ້ຄອບຄົວໜ້ອຍ ຈຶ່ງເປັນທາງເລືອກໜຶ່ງໃຫ້ມາໃຊ້ບໍລິການຂອງພວກເຮົາຍາມໃດກໍໄດ້ ແລະ ບໍ່ມີມື້ພັກບໍ່ວ່າຈະເປັນບຸນປະເພນີ ຫຼື ວັນສໍາຄັນຂອງຊາດຕ່າງໆກໍເປີດໃຫ້ບໍລິການຕະຫຼອດ.

          ສ່ວນສິນຄ້າທີ່ນໍາມາແມ່ນສິນຄ້າອຸປະໂພກ ແລະ ບໍລິໂພກ ແຕ່ຈະເນັ້ນໃນເລື່ອງບໍລິໂພກເປັນຫຼັກ, ຈະບໍ່ເນັ້ນໃນເຄື່ອງໃຊ້ກໍ່ສ້າງ ແລະ ເຄື່ອງໃຊ້ພາຍໃນເຮືອນຈະມີພຽງບາງຢ່າງເທົ່ານັ້ນ ທີ່ໄດ້ກ່າວເບື້ອງຕົ້ນວ່າສິນຄ້າຂອງເຮົາມີເຖິງ 20,000-30,000 ລາຍການ ເຊິ່ງເປັນເລື່ອງທີ່ບໍ່ງ່າຍໃນການຄວບຄຸມສິນຄ້າ ແລະ ພະນັກງານຫຼາຍກວ່າ 300 ຄົນໃນບ່ອນດຽວ ແລະ ລູກຄ້າທີ່ເຂົ້າມາໃຊ້ບໍລິການນັບມື້ນັບຫຼາຍຂຶ້ນ ແຕ່ກໍເປັນສິ່ງໜຶ່ງທີ່ເຮົາມີຄວາມຖະໜັດພໍສົມຄວນ.

 

 

5. ຄວາມຄາດຫວັງ ແລະ ແຜນໃນອະນາຄົດຕໍ່ໜ້າແມ່ນຫຍັງ?

          ຂ້າພະເຈົ້າມີຄວາມຄາດຫວັງວ່າ ພຶດຕິກໍາ ແລະ ການດໍາລົງຊີວິດໃນການຊື້ສອຍສິນຄ້າຈະເປັນທາງເລືອກທີ່ມີຄຸນນະພາບດີຂຶ້ນ, ມີເວລາຫຼາຍຂຶ້ນ, ສ້າງຄວາມສະດວກໃຫ້ແກ່ພວກເຂົາ ແລະ ຖ້າກຸ່ມລູກຄ້າຄິດວ່າພວກເຮົາສາມາດຕອບໂຈດໃນການປ່ຽນແປງພຶດຕິກໍາ, ຄວາມສະດວກສະບາຍ ສາມາດເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ, ເຂົ້າມາຊື້ສິນຄ້າຢ່າງສະໝໍ່າສະເໝີ ກໍຈະຂະຫຍາຍສາຂາອອກໄປຕື່ມອີກ ແລະ ເປັນສິ່ງທີ່ດີເພື່ອດຶງລູກຄ້າໃຫ້ມາຊື້ສິນຄ້າຢູ່ບ້ານຕົນເອງບໍ່ຕ້ອງຂ້າມໄປຝັ່ງໄທ ແລະ ເປັນສິ່ງໜຶ່ງທີ່ລັດຖະບານຕ້ອງການ ແລະ ຄົນລາວສ່ວນໜຶ່ງກໍບໍ່ຢາກຂ້າມໄປຝັ່ງນັ້ນແຕ່ດ້ວຍເຫດຜົນທີ່ຢາກໄດ້ເຄື່ອງທີ່ຖືກກວ່າ ແລະ ຄຸນນະພາບທີ່ດີຂຶ້ນ ເພື່ອເປັນທາງເລືອກໜຶ່ງໃຫ້ລູກຄ້າມາໃຊ້ບໍລິການພວກເຮົາ ຈະເຮັດໃຫ້ພວກເຂົາເຫັນວ່າ Bazaar-B ມີຄຸນນະພາບ, ມີລາຄາສິນຄ້າທີ່ໃກ້ຄຽງ ແລະ ປະຢັດເວລາອີກດ້ວຍ.

 

 

6. ໃຫ້ຍົກຕົວຢ່າງອຸປະສັກທີ່ພົບພໍ້ໃນການເປີດສູນການຄ້າ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

          ບັນຫາໃນການເຮັດທຸລະກິດນີ້ມີຫຼາຍ ເພາະເປັນເລື່ອງໃໝ່ໃນເລື່ອງຂອງການກໍ່ສ້າງອາຄານ, ການແກ້ແບບຕ່າງໆ ເຊິ່ງພວກເຮົາກໍບໍລິຫານໂດຍກົງ ໃນການເລັ່ງຜູ້ຮັບເໝົາຕ່າງໆໃຫ້ສໍາເລັດກ່ອນມື້ເປີດ ເຊິ່ງໃຊ້ເວລາພຽງ 2 ອາທິດສ້າງເຄື່ອງກວ່າໝື່ນລາຍການເພື່ອໃຫ້ຂາຍໄດ້ ແລະ ເຫັນວ່າທັງຜູ້ສະໜອງສິນຄ້າ ແລະ ຜູ້ຊື້ແມ່ນໄວ້ໃຈເຮົາ ຖືເປັນອຸປະສັກຢ່າງໜຶ່ງທີ່ເຮົາສາມາດປັບແກ້ໄດ້ ເພາະການເຮັດທຸລະກິດລ້ວນແລ້ວຕ້ອງມີອຸປະສັກບໍ່ແມ່ນເລື່ອງງ່າຍ ໂດຍສະເພາະການເຮັດທຸລະກິດປະເພດນີ້ ລວມໄປເຖິງບັນຫາຕ່າງໆ ທີ່ເກີດຂຶ້ນກັບພະນັກງານ ຫຼື ລູກຄ້າ ພວກເຮົາກໍສາມາດຮັບມືໄດ້ປັບກົນລະຍຸດຕະຫຼອດເວລາ ເປັນຕົ້ນ ໃນເລື່ອງການຖ່າຍຮູບທາງເຮົາກໍບໍ່ຫ້າມ ເຖິງຈະສ່ຽງກັບບັນດາຄູ່ແຂ່ງທີ່ຈະມາຖ່າຍຮູບກໍຈໍາເປັນຕ້ອງໄດ້ປ່ອຍ ເພາະວັດທະນະທໍາຂອງບ້ານເຮົາເປັນແບບນີ້ ແລະ ກໍມີຜົນດີອີກຢ່າງໜຶ່ງຄືເປັນຊ່ອງທາງໜຶ່ງໃນການໂຄສະນາໂປຣໂໝດ Bazaar-B ໄປໃນຕົວ ແລະ ກໍຍັງມີຫຼາຍສິ່ງທີ່ເຮົາຈະຕ້ອງໄດ້ປັບເພື່ອໃຫ້ເຂົ້າກັບພຶດຕິກໍາຂອງຄົນລາວເຊິ່ງເປັນສິ່ງທີ່ລະອຽດອ່ອນບໍ່ສາມາດຝືນໄດ້ ແຕ່ກໍ່ສາມາດສົ່ງຜົນດີໃຫ້ແກ່ເຮົາໄດ້ເຊັ່ນກັນ ສະນັ້ນ, ໃນການເຮັດທຸລະກິດປະເພດນີ້ເຮົາຕ້ອງຫັນເອົາອຸປະສັກມາປ່ຽນເປັນໂອກາດໃຫ້ໄດ້.

 

 

7. ສຸດທ້າຍຢາກໃຫ້ທ່ານຝາກເຖິງຜູ້ທີ່ກໍາລັງເຮັດທຸລະກິດ ຫຼື ມີແຜນທີ່ຈະເຮັດ?

          ສໍາລັບຜູ້ທີ່ຈະເຮັດທຸລະກິດ ຫຼື ກໍາລັງເຮັດຢູ່ ເຊິ່ງມັນກໍມີທິດສະດີຢູ່ໃນຕົວ ໃນການສຶກສາ, ການວາງແຜນຄໍານວນຄິດໄລ່, ການລົງລາຍລະອຽດຕ່າງໆ ແລະ ຕ້ອງລົງມືດ້ວຍຕົນເອງ ເຖິງຈະເກີດຄວາມຜິິດພາດກໍຕ້ອງນໍາເອົາມາປັບປຸງໃຫ້ດີຂຶ້ນເລື້ອຍໆ ຖ້າມີແຕ່ຄິດແລ້ວບໍ່ລົງມືເຮັດ ແລະ ບໍ່ເຄີຍຜິດພາດກໍຈະບໍ່ມີທາງປະສົບຜົນສໍາເລັດ, ແຕ່ຈະໃຫ້ດີແມ່ນຕ້ອງລອງເປັນກໍາມະກອນ ຫຼື ລູກຈ້າງສາກ່ອນ ແລ້ວຈຶ່ງໄຕ່ລະດັບຂຶ້ນມາ. ສະນັ້ນ, ການເຮັດທຸລະກິດ ຫຼື ເຮັດຫຍັງກໍຕາມຕ້ອງສູ້, ຫ້າມຍອມແພ້ ແລະ ຕ້ອງປັບປຸງແກ້ໄຂຕະຫຼອດເວລາ ເຊິ່ງ Bazaar-B ເອງພວກເຮົາບໍ່ໄດ້ມີຕໍາລາທີ່ເຕັມຮູບແບບໃຫ້ເຮົາຫຍັງເລີຍ ແຕ່ພວກເຮົາສ້າງທິດສະດີ, ຮູບແບບ, ວາງລະບົບຂຶ້ນມາເອງ ແລະ ແກ້ໄຂດ້ວຍຕົນເອງຕະຫຼອດເວລາ, ແຕ່ສິ່ງນີ້ຂ້າພະເຈົ້າຍັງຖືວ່າເປັນພຽງການເລີ່ມຕົ້ນຂອງທຸລະກິດນີ້.

 

ຂໍຂອບໃຈ: ທ່ານ ພົງປຣະເສີດ ກັນລະຍາ ປະທານບໍລິສັດ ບາຊາ-ບີ ແຄັດແອນແຄຮີ່ ຈໍາກັດ

Bazaar-B Cash & Carry ເປີດໃຫ້ບໍລິການທຸກວັນ ເລີ່ມແຕ່ 6ໂມງເຊົ້າ - 12ໂມງກາງຄືນ

ສະຖານທີ່: ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ

ສອບຖາມຕິດຕໍ່: 021-330-781

ເວັບໄຊ: www.bazaarb.com

 

 

 

Tags: # ພົງປຣະເສີດ ກັນລະຍາ #ສູນການຄ້າ #ປະທານບໍລິສັດ #Bazaar-B #Bazaar-B Cash & Carry #ຄຸນນະພາບ #ສິນຄ້າຫຼາຍກວ່າ20000 # ມີລາຄາສິນຄ້າທີ່ໃກ້ຄຽງ #ສິນຄ້າມາດຕະຖານ #ປະຢັດເວລາ #ເຄື່ອງອຸປະໂພກບໍລິໂພກ #ມາດຕະຖານສາກົນ #ເປີດໃຫ້ບໍລິການ 24 ຊົ່ວໂມງ #ຜູ້ບໍລິຫານຄົນລາວ #ພະນັກງານຄົນລາວ #ຂະຫຍາຍສາຂາ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now