CV ແມ່ນຫຍັງ?

timer

remove_red_eye 0 views


cvConnect.la - CV ແມ່ນຫຍັງ?


CV (ຊີວີ) ຫຍໍ້ມາຈາກ Curriculum vitae (ເຄີຣິຄ'ຄິວລັມ ໄວ'ທີ) n.ປະຫວັດສ່ວນຕົວໂດຍສັງເຂບ

CV ເປັນເອກະສານສະໝັກວຽກທີ່ໃຊ້ກັນແຜ່ຫຼາຍທົ່ວໂລກ ໂດຍສະເພາະຫຼາຍປະເທດໃນເອີລົບ, ອາຊີ ແລະ ຕາເວັນອອກກາງ ອາດມີຮູບແບບແຕກຕ່າງກັນໄປແຕ່ລະປະເທດ, ແຕ່ເນື້ອຫາ ຫຼື ໃຈຄວາມສຳຄັນຍັງຄົງຄືກັນສ່ວນ Resume ເອກະສານສະໝັດວຽກອີກແບບໜຶ່ງນັ້ນຈະໃຊ້ແພ່ຫຼາຍໃນປະເທດອາເມລິກາ

ໃນການຂຽນ CV ເຮົາຈະຕ້ອງໃສ່ຂໍ້ມູນກ່ຽວກັບປະຫວັດການສຶກສາ ແລະ ການເຮັດວຽກຕ່າງໆ ລວມໄປເຖິງວຽກງານວິໄຈຈາກໜ່ວຍງານຂອງລັດ ຫຼື ສະໝັກວຽກທີ່ກ່ຽວກັບການສອນ ຫຼື ວິຊາການ

# CV ຄື ຊີວະປະຫວັດ ຫຼື ປະຫວັດແບບຍາວ
# Resume ຄື ປະຫວັດຫຍໍ້ ຫຼື ປະຫວັດແບບສັ້ນ
_________________________________

ລຳດັບການຂຽນ CV
1. ຊື່ ແລະ ນາມສະກຸນ ທີ່ຢູ່ ເບີໂທບ້ານ ມືຖື ແລະ ອີເມວ ຄວນໃສ່ໃຫ້ຄົບຖ້ວນເພື່ອຄວາມສະດວກໃນການຕິດຕໍ່
2. ປະຫວັດສ່ວນຕົວ (Personal statement ຫຼື Personal profile) ຄຸນສົມບັດໃນການເຮັດວຽກ ແລະ ການດຳເນີນຊີວີວິດ ລວມໄປເຖິງທັກສະຄວາມສາມາດດ້ານຕ່າງໆ
3. ປະຫວັດການເຮັດວຽກ ເລີ່ມຕົ້ນຈາກວຽກລ່າສຸດ ຫຼື ວຽກປະຈຸບັນ
4. ປະຫວັດການອົບຮົມ ແລະ ໃບປະກາດ, ໃບຢັ້ງຢືນ.
5. ປະຫວັດການສຶກສາສູງ
6. ຄວາມສົນໃຈ ແລະ ວຽກໃນຍາມຫວ່າງ ເຊັ່ນ: ມັກເຮັດອາຫານ, ຫຼິ້ນກິລາ,
7. ບຸກຄົນທີ່ສາມາດອ້າງອີງໄດ້ "Reference" ຄືບຸກຄົນທີ່ຮູ້ຈັກເຮົາທີ່ບໍ່ແມ່ນຄົນໃນຄອບຄົວ ຊຶ່ງຄວນຈະມີໜ້າທີ່ການງານທີ່ເຊື່ອຖືໄດ້ຢ່າງໜ້ອຍສອງຄົນລະບຸຊື່ເບີໂທ

ຖ້າຫາກລະບຸວ່າ "Reference on request" ໝາຍຄວາມວ່າຜູ້ຈ້າງຈະຕິດຕໍ່ຂໍລາຍລະອຽດບຸກຄົນອ້າງອີງໂດຍຕົງຈາກຜູ້ສະໝັກວຽກ ກໍລະນີນີ້ຈະຮັກສາຄວາມເປັນສ່ວນຕົວຂອງບຸກຄົນອ້າງອີງໄດ້ຫຼາຍຂື້ນ

_________________________________

ເທັກນິກການຂຽນ CV
#ຊື່ສັດ ສິ່ງໜື່ງທີ່ທ່ານຕ້ອງຈື່ໃຫ້ຂື້ນໃຈກໍ່ຄື ນາຍຈ້າງອາດກວດສອບຄວາມຖືກຕ້ອງຂອງສິ່ງທີ່ທ່ານຂຽນລົງໄປໃນ CV ລວງເຖິງສືບປະຫວັດສ່ນຕົວ ລາງວັນທີ່ໄດ້ຮັບ ປະສົບການເຮັດວຽກ ລວມເຖິງປະຫວັດການສຶກສາ ດັ່ງນັ້ນຈຶ່ງຈຳເປັນຫຼາຍທີ່ທ່ານຈະບໍ່ຂຽນຕົວະ ໂດຍສະເພາະປະສົບການເຮັດວຽກ ແລະ ຜົນງານຂອງທ່ານ

#ສັ້ນ ແລະ ຊັດເຈນ

#ໃສ່ຄວາມຄິດເຫັນສ່ວນຕົວ ນາຍຈ້າງບໍ່ໄດ້ພິຈາລະນາຈາກເພາະສິ່ງທີ່ທ່ານເຄີຍເຮັດມາເທົ່ານັ້ນ ແຕ່ພວກເຂົາຍັງພິຈາລະນາຈາກສີ່ງທີ່ທ່ານສົນໃຈ ຄວາມທະເຍີທະຍານ ແລະ ເປົ້າໝາຍຂອງທ່ານ. ດັ່ງນັ້ນ, ຈຶ່ງເປັນຄວາມຄິດທີ່ດີຈະຂຽນເຖິງສິ່ງທີ່ທ່ານໄດ້ຮັບຈາກວຽກໃນອາດີດ ແລະ ສິ່ງທີ່ທ່ານຄາດຫວັງວ່າຈະໄດ້ຮັບຈາກວຽກທີ່ທ່ານຕ້ອງການສະໝັກ

#ລະວັງເລື່ອງຫຼັກພາສາ ແລະ ການສະກົດຄຳ

#ເຮັດຊີວີໃຫ້ເໝາະກັບວຽກທີ່ສະໝັກ ໂດຍພິຈະລະນາລັກສະນະຂອງວຽກນັ້ນໆ ແລະ ເບິ່ງວ່າ ແມ່ນຫຍັງຄືສິ່ງສຳຄັນທີ່ກ່ຽວຂ້ອງກັບວຽກ ລວມເຖິງການລຽງລຳດັບຄວາມສຳຄັນຂອງປະຫວັດ ແລະ ປະສົບການຕ່າງໆ ເພື່ອຈະເຮັດໃຫ້ CV ຂອງທ່ານໜ້າສົນໃຈ ແລະ ມີຄວາມຈຳເພາະຫຼາຍຂື້ນ

#ຮູ້ຈັກຕົນເອງ ເຄັດລັບນີ້ ບໍ່ໄດ້ໃຊ້ສະເພາະໃນການຂຽນ CV ເທົ່ານັ້ນ ແຕ່ຍັງສາມາດນຳໄປໃຊ້ໃນການສຳພາດ ແລະ ການປະເມີນຕົນເອງ ໂດຍທ່ານຈຳເປັນຕ້ອງຮູ້ກ່ຽວກັບຈຸດແຂງ ຈຸດດ້ອຍ ຄວາມສົນໃຈ ສິ່ງທີ່ທ່ານຕ້ອງການ ມີຄວາມຊັດເຈນວ່າໄດ້ຮັບຫຍັງຈາກສິ່ງທີ່ເຄີຍເຮັດມາແດ່ ແລະ ເປົ້າໝາຍທີ່ທ່ານຕ້ອງການໃນອານາຄົດແມ່ນຫຍັງ? ເພາະນາຍຈ້າງຈະປະທັບໃຈກັບຜູ້ສະໝັກທີ່ມີຄວາມຊັດເຈນ ແລະ ມີຄວາມໝັ້ນໃຈໃນຕົວເອງ ລວມເຖິງເຂົ້າໃຈເຖິງບົດບາດຂອງບໍລິສັດ ແລະ ລັກສະນະວຽກທີ່ຕ້ອງການສະໝັກ ນີ້ຄືເຫດຜົນວ່າເປັນຫຍັງທ່ານບໍ່ຄວນລັງເລໃນການຕອບກ່ຽວກັບສິ່ງເຫຼົ່ານີ້

#ອັບເດດຂໍ້ມູນສະເໝີ
ຄວນໝັ້ນໃຈທຸກຄັ້ງວ່າ CV ຈະຍື່ນນັ້ນມີການປັບປຸງ ຫຼື ອັບເດດຂໍ້ມູນໃໝ່ລົງໄປ

 

Cr: www.facebook.com/TWN4UK

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now