10 ພື້ນຖານທີ່ນັກຂາຍຕ້ອງມີ

timer

remove_red_eye 0 views


cvConnect.la - 10 ພື້ນຖານທີ່ນັກຂາຍຕ້ອງມີ

10 ພື້ນຖານທີ່ນັກຂາຍຕ້ອງມີ

 

 

            ຝ່າຍຂາຍເປັນວຽກທີ່ມີຄວາມສຳຄັນຫຼາຍຂອງບໍລິສັດ ເນື່ອງຈາກເປັນແຜນຫາເງິນເຂົ້າບໍລິສັດ ຄົນທີ່ສົນໃຈດ້ານການຂາຍຈຶ່ງບໍ່ຕ້ອງຢ້ານບໍ່ມີວຽກ ເພາະເປັນຕຳແໜ່ງທີ່ທຸກບໍລິສັດຕ້ອງການ ຢ່າງໃດກໍ່ຕາມ ການເປັນນັກຂາຍທີ່ປະສົບຄວາມສຳເລັດນັ້ນຈຳເປັນຕ້ອງມີພື້ນຖານ 10 ປະການດັ່ງນີ້:

 

  1. ມີທັດສະນະທີ່ດີຕໍ່ວຽກຂາຍສິນຄ້າ ການມີທັດສະນະຄະຕິທີ່ດີຕໍ່ອາຊີບທີ່ທ່ານເຮັດຖືເປັນພື້ນຖານສຳຄັນຂອງທຸກອາຊີບ ເຊິ່ງວຽກຂາຍນັ້ນຖືວ່າເປັນອາຊີບທີ່ຕ້ອງໃຊ້ຄວາມອົດທົນ ແລະ ໃຈຮັກສູງ

  2. ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບບໍລິສັດ ສິນຄ້າທີ່ຂາຍ ຄູ່ແຂ່ງ ການຮູ້ຈັກສຶກສາຂໍ້ມູນກ່ຽວກັບສິນຄ້າ ແລະ ບໍລິການຂອງທັງຕົວເອງ ແລະ ຄູ່ແຂ່ງ ຖືວ່າເປັນໂອກາດທີ່ສອນໃຫ້ທ່ານປະສົບຄວາມສຳເລັດໃນການຂາຍໄດ້ຫຼາຍຂື້ນ

  3. ມີຄວາມສາມາດໃນການຂາຍຕາມຂັ້ນຕອນການຂາຍ ການເປີດຂາຍ, ການສະເໜີຂາຍ, ການຈັດຂໍ້ໂຕ້ແຍ້ງ, ການປິດການຂາຍ

  4. ເຮັດວຽກຢ່າງທູ້ມເທ ເພາະວຽກຂາຍເປັນວຽກທີ່ຕ້ອງໃຊ້ຄວາມສາມາດຂອງຕົວທ່ານເອງລ້ວນໆ ດັ່ງນັ້ນຈຶ່ງຂື້ນຢູ່ກັບຄວາມດຸໝັ່ັນ ຫຼື ຄວາມທູ້ເທຂອງຕົວທ່ານເອງນຳອີກ

  5. ວຽກຂາຍເປັນວຽກທີ່ຈະຢູ່ຊື່ໆບໍ່ໄດ້ ຕ້ອງມີຄວາມກະຕືລືລົ້ນໃນການຂາຍຕະຫຼອດເວລາ

  6. ຮູ້ຈັກຄວບຄູມຈິດໃຈ ແລະ ອາລົມໃຫ້ໄດ້ ເພາະແຕ່ລະມື້ທ່ານຕ້ອງເຈິລູກຄຄ້າຕ່າງໆ ຫຼາກຫຼາຍ

  7. ມີຄວາມລິເລີ່ມສ້າງສັນການຂາຍ ຫາກໃຜຄິດວ່າວຽກຂາຍເປັນວຽກທີ່ບໍ່ຕ້ອງໃຊ້ສະໝອງ ຂໍບອກວ່າຄິດຜິດ ຫາກບໍ່ມີຄວາມຄິດສ້າງສັນ ທ່ານຄົງບໍ່ສາມາດຫາກົນລະຍຸດຕ່າງໆ ມາຂາຍສິນຄ້າໄດ້ແນ່ນອນ

  8. ມີບຸກຄະລິກກະພາບທີ່ຄົນຢາກເຂົ້າຫາ ນັ້ນຄື ບຸກຄະລິກຂອງຄົນທີ່ຢູ່ນຳແລ້ວຮູ້ສຶກສະບາຍໃຈ ບໍ່ສ້າງຄວາມອຶດອັດ ຫຼື ຄວາມລຳບາກໃຈໃຫ້ກັບຄົນອື່ນ ເພາະອາຊີບທ່ານເປັນອາຊີບທີ່ຕ້ອງເຈິຄົນເປັນຫຼັກ

  9. ๆ ມີສຸກະພາບກາຍ ແລະ ຈິດໃຈ ເໝາະກັບຮູບແບບການເຮັດວຽກທີ່ຂ້ອນຂ້າງຄຽດ, ກົດດັນ ແລະ ວຸ້ນວາຍ ໃນແຕ່ລະວັນກັບການຕ້ອງພົບປະລູກຄ້າ ຫຼື ວ່າການແກ້ໄຂບັນຫາຕ່າງໆ

  10. ມີອຸປະນິໄສທີຄົນມັກ ນັ້ນຄືນິໄສທີ່ຄົນຢາກຢູ່ໄກ້ ເປັນກັນເອງ, ມ່ວນຊື່ນ ຫຼື ມີນ້ຳໃຈ ໃຜໆ ເຫັນກໍ່ຍ່ອມຍິນດີເປີດປະຕູ ຫຼື ອ້າແຂນຮັບທ່ານແນ່ນອນ

 

 

 

Cr: th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now