5 ຄຸນສົມບັດສຳຄັນທີ່ອົງກອນຕ້ອງການຈາກຄົນເຮັດວຽກຄົນລຸ້ນໃໝ່

timer

remove_red_eye 0 views


cvConnect.la - 5 ຄຸນສົມບັດສຳຄັນທີ່ອົງກອນຕ້ອງການຈາກຄົນເຮັດວຽກຄົນລຸ້ນໃໝ່

 

 

ການທີ່ອົງກອນຈະຮັບໃຜຈັກຄົນເຂົ້າມາເຮັດວຽກ ແນ່ນນອນວ່າການເລືອກຄົນທີ່ມີຄວາມຮູ້ຄວາມສາມາດສະເພາະທາງ ແລະ ຕົງກັບວຽກນັ້ນໆ ຍ່ອມເປັນສິ່ງສຳຄັນ ແຕ່ນອກຈາກຄວາມຮູ້ສະເພາະທາງເຫຼົ່ານັ້ນແລ້ວຍັງມີທັກສະ ແລະ ຄຸນສົມບັດອື່ນໆ ທີ່ສຳຄັນຕໍ່ການເຮັດວຽກອີກບໍ່ໜ້ອຍທີ່ອົງກອນຊອກຫາຈາກຄົນເຮັດວຽກລຸ້ນໃໝ່ ເຊິ່ງຄຸນສົມບັດທີ່ວ່ານັ້ນມີຫຍັງແດ່ ມື້ນີ້ CVconnect  ໄດ້ຄັດມາ 5 ຄຸນສົມບັດເດັ່ນໆ ທີ່ອົງກອນຕ້ອງການມານຳສະເໜີ

 

ຄວາມຊຳນານໃນການໃຊ້ຄອມພິວເຕີ້ ແລະ ເທັກໂນໂລຢີ

          ປະຈຸບັນເທັກໂນໂລຢີເຂົ້າມາມີບົດບາດໃນຊີວິດປະຈຳວັນຂອງເຮົາຫຼາຍ ແລະ ອົງກອນກໍ່ໄດ້ນຳເທັກໂນໂລຢີຕ່າງໆ ມາປັບໃຊ້ເພ່ອຂັບເຄື່ອນອົງກອນຫຼາຍຂື້ນ ຈົນສົ່ງຜົນໃຫ້ຮູບແບບການເຮັດວຽກປ່ຽນໄປຈາກເກົ່າເຮັດໃຫ້ຫຼາຍໆ ອົງກອນຕ່ອງການຄົນເຮັດວຽກທີ່ມີຄວາມຮູ້ ຄວາມສາມາດໃນການໃຊ້ເທັກໂນໂລຢີ ບໍ່່າຈະເປັນຄອມພິວເຕີ້ ຫຼື ອຸປະກອນອິເລັກໂທນິກຕ່າງ ໂດຍສະເພາະຄົນລຸ້ນໃໝ່ທີ່ເຕີບໂຕມາພ້ອມກັບເທັກໂນໂລຢີເຫຼົ່ານີ້ ຊິ່ງມີຄວາມຊ່ຽວຊານ ແລະ ສາມາດນຳມາປັບໃຊ້ໃນການເຮັດວຽກໄດ້ໃວຂື້ນ

 

ການຄິດວິເຄາະເພື່ອແກ້ບັນຫາ

ການຄິດວິເຄາະຖືເປັນທັກສະພື້ນຖານທີສຳຄັນໃໃນໂລກການເຮັດວຽກເພາະສາມາດນຳໄປປະຍຸກໃຊ້ເພື່ອເພີ່ມປະສິດທິພາບໃນການເຮັດວຽກສ່ວນອື່ນໆ ໄດ້ເຊັ່ນ ການວາງແຜນ ການແກ້ໄຂບັນຫາ ໆລໆ ນອກຈການີ້ຄົນທີ່ມີທັກສະໃນການວິເຄາະຈະສາມາດເຫັນ ແລະ ເຂົ້າບັນຫາຫຼາຍຢ່າງທີ່ຕ້ອງພົບໃນລະຫວ່າງການເຮັດວຍກ ລວມເຖິງສາມາດຈັດລຳດັບຄວາມສຳຄັນຂອງບັນຫາເຫຼົ່ານັ້ນ ແລະ ຫາວິທີຝ່າຟັນອຸປະສັກຕ່າງໆ ດ້ວຍວິທີທີ່ເໝາະສົມໄດ້ ເຊິ່ງຄວາມສາມາດນີ້ຈະນຳພາໃຫ້ຕົນເອງ ແລະ ອົງກອນກ້າວໄປສູ່ເປົ້າໝາຍແຫ່ງຄວາມສຳເລັດໄດ້ໃນທີ່ສຸດ

ຄວາມຮູ້ດ້ານພາສາຕ່າງປະເທດ

ອີກໜຶ່ງຄຸນສົມບັດທີ່ຫຼາຍອົງກອນຕ້ອງການຈກາຄົນເຮັດວຽກກໍ່ຄືຄວາມສາມາດດ້ານພາສາ ເພາະພາສາມີບົດບາດສຳຄັນຢ່າງຍິ່ງໃນໂລກການເຮັດວຽກປະຈຸບັນ ບໍ່ວ່າຈະເພື່ອການຕິດຕໍ່ສື່ສານ ເພື່ອການຄົ້ນຄວ້າຫາຄວາມຮູ້ກ່ຽວກັບການເຮັດວຽກ ໂດຍສະເພາະພາສາອັງກິດທີ່ຖືເປັນພາສາກາງທີ່ໃຊ້ສື່ສານກັບຄົນທົ່ວໂລກ ດັງນັ້ນພາສາຈິ່ງມີຄວາມຈຳເປັນໃນການເຮັດວຽກຫຼາຍ ເຊິ່ງນອກຈກາພາສາອັງກິດແລ້ວຫາຄົນລຸ້ນໃໝ່ສາມາດຊື່ສານພາສາເພີ່ມເຕີມໄດ້ ເຊັ່ນ ພາສາຈີນ ພາສາຍີ່ປຸ່ນ ໆລໆ ກໍ່ຈະຊ່ວຍເພີ່ມໂອກາດໃນການເຮັດວຽກຫຼາຍຂື້ນ

 

ຄວາມຄິດສ້າງສັນ

 ທ່າມກາງການແຂ່ງຂັນ ແລະ ກະແສການປ່ຽນແປງທາງດ້ານເທັກໂນໂລຢີທີ່ເປັນໄປຢ່າງໃວໃນປັດຈຸບັນ ຄົງປະຕິເສດໄດ້ຍາກວ່າຄວາມຄິດສ້າງສັນມີສ່ນສຳຄັນຫຼາຍໃນການສ້າງສັນຜະລິດຕະພັນ ຫຼື ບໍລິການຂອງອົງກອນໃຫ້ໂດດເດັ່ນ ແລະ ແຕກຕ່າງຈາກຄູແຂ່ງ ລວມທັງຊ່ວຍຂັບເຄື່ອນພາລະກິດໃຫ້ໄປສູ່ເປົ້າໝາຍທີ່ກຳນົດໃວ້ໄດ້ສຳເລັດ ເຊິ່ງເປັນທັກສະທີ່ສາມາດນຳໄປປະຍຸກກັບການເຮັດວຽກຕ່າງໆ ໄດ້ທັງໝົດ ຈົນເຮັດໃຫ້ຫຼາຍໆບໍລິສັດຫັນມາໃຫ້ຄວາມສຳຄັນກັບທັກສະໃນດ້ານນີ້ກັນຫຼາຍຂື້ນ

ການສື່ສານທີ່ຖືກຕ້ອງເໝາະສົມ

ສຳລັບການເຮັກວຽກນັ້ນທັກສະການຊື່ສານຖືວ່າມີບົດບາດສຳຄັນເປັນຢ່າງຍິ່ງ ເພາະຄົນເຮັດວຽກທຸກຄົນຕ້ອງການຕິດຕໍ່ປະສານງານກັບຜູ້ອື່ນຢູ່ສະເໝີ ດັ່ງນັ້ນຖ້າມີຄວາມສາມາດໃນການສື່ສານທີ່ເປັນລະບົບຊັດເຈນ  ຮູ້ຈັດການລຳດັບຄວາມສຳຄັນໃນການສື່ສານ ສາມາດເຮັດໃຫ້ຜູ້ຮັບສາມາດເຂົ້າໃຈໄດ້ຄົບຖ້ວນ ແລະ ຖືກຕ້ອງ ກໍ່ຈະຍິ່ງຊ່ວຍໃຫ້ການເຮັດວຽກມີຄວາມງ່າຍຂື້ນ ໃນທາງກົງກັນຂ້າມ ຫາກສືສານໄດ້ບໍດີພໍ ຫຼື ບໍ່ຕົງຈຸດ ກໍ່ອາດເຮັດໃຫ້ເກີດຄວາມເຂົ້າໃຈຜິດ ແລະ ກາຍເປັນບັນຫາຕາມມາໄດ້

 

 

ທັງໝົດນີ້ຄືຄຸນສົມບັດຫຼັກໆ ທີ່ມີຄວາມສຳຄັນໃນໂລກການເຮັດວຽກ ເຊິ່ງຄົນເຮັດວຽກລຸ້ນໃໝ່ຄວນຮຽນຮູ້ພ້ອມພັດທະນາຕໍ່ຍອດໃຫ້ໂດດເດັ່ນ ແລະ ມີປະສິດທິພາບຍິ່ງຂື້ນ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງບໍລິສັດ ແຕ່ຢ່າງໃດກໍ່ຕາມນອກຈາກຄວາມຮູ້ສະເພາະທາງ ແລະ ຄຸນສົມບັດຫຼືທັກສະທີ່ຊ່ວຍໃນການເຮັດວຽກແລ້ວ ອີກສິ່ງໜຶ່ງທີ່ຕ້ອງມີຄູ່ກັນໄປດ້ວຍກໍ່ຄືທັດສະນະຄະຕິທີ່ດີໃນການເຮັດວຽກ ເພາະສິ່ງເຫຼົ່ານີ້ລ້ວນເປັນສິ່ງສຳຄັນທີ່ຈະຊ່ວຍເພີ່ມໂອກາດໃນການປະສົຍຄວາມສຳເລັດໃນຊີວິດການເຮັດວຽກໄດ້

 

Cr: JobThai.com/REACH

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now