[ແຮງບັນດານໃຈ] ຄວາມກ້າຫານຂອງ Jack Ma

timer

remove_red_eye 0 views


cvConnect.la - [ແຮງບັນດານໃຈ] ຄວາມກ້າຫານຂອງ Jack Ma

ແຮງຂ້ອຍອ່ານຊີວະປະຫວັດແຈັກມ່າ ແຮງອຶ້ງທຶ້ງໃນຄວາມກ້າຂອງລາວ

ປີ 2003 ແຈັກມ່າປະສົບປັນຫາເລື່ອງໜຶ່ງຄື ໃນເວັບໃຊ້ຊື້ຂາຍອອນລາຍຄື Taobao ບໍ່ມີລະບົບຈ່າຍເງິນຜ່ານອອນລາຍໄດ້ແບບທີ່ ebay ມີ paypal

ເພາະທະນາຄານໃນຈີນບໍ່ມີໃຜກ້າເຮັດ ເມື່ອມີການເບິ່ງກົດໝາຍຈີນກໍ່ຍັງບໍ່ມີໃຫ້ເຮັດທຸລະກິດແບບນີ້ ແລະ ຖ້າເຮັດອາດຈະຖືກຈັບເຂົ້າຄຸກ ຫຼື ສັ່ງປິດບໍລິສັດໄປ ແຕ່ ລູກຄ້າທີ່ຊື້ຂາຍອອນລາຍໃນຈີນພັດຕ້ອງການລະບົບນີ້ແຮງ

ສຸດທ້າຍແຈັກມ່າບອກໃຫ້ລູກນ້ອງລາວໄປເຮັດມາໃຫ້ໄດ້ ຈົນໄດ້ຕັ້ງບໍລິສັດ ໂດຍໃຊ້ຊື່ວ່າ Alipay ແລະ ໄດ້ໃຫ້ແຈັກມ່າຖືຮຸ້ນເຖິງ 47% ເຫຼືອນັ້ນແມ່ນໃຫ້ Alibaba Group ຖື

ເຮັດໃຫ້ມີການຖົກຖຽງໃນຜູ້ຖືຮຸ້ນໃຫຍ່ Alibaba ທີ່ເປັນທະນາຄານຍັກໃຫຍ່ໃນຢີ່ປຸ່ນ Soft Bank ແລະ ບໍລິສັດ Yahoo ວ່າ ແຈັກມ່າເອົາເງິນບໍລິສັດທີ່ລົງທຶນນຳກັນໄປສ້າງບໍລິສັດໃຫ້ໂຕເອງຖືຮຸ້ນຕັ້ງວ່າເຄິ່ງໜຶ່ງ

ແຕ່ໃນເລື່ອງກົດໝາຍຂອງຈີນນັ້ນ ເລື່ອງຂໍ້ມູນຄວາມປອດໄພຂອງລູກຄ້າແບບນີ້ ເຂົາຈະບໍ່ໃຫ້ຕ່າງຊາດຖືຮຸ້ນເກີນເຄິ່ງ ຈະຕ້ອງເປັນຄົນຈີນເທົ່ານັ້ນ

ແຈັກມ່າເລີຍຕ້ອງໃຫ້ໂຕເອງຖືຮຸ້ນ Alipay ຫຼາຍປານນັ້ນ, ມາຮອດປັດຈຸບັນລັດຖະບານຈີນຕ້ອງເກງໃຈ Alibaba ເພາະບໍລິສັດນັ້ນສ້າງວຽກໃຫ້ຄົນຈີນເຮັດເປັນລ້ານຄົນ ແລະ ເສຍພາສີໃຫ້ລັດຖະບານມູນຄ່າມະຫາສານທຸກປີ

ຖ້າຈະວ່າແລ້ວ GDP ທີ່ເຕີບໂຕ 7-10% ໃນແຕ່ລະປີທີ່ຜ່ານມານັ້ນ Alibaba ມີສ່ວນຮ່ວມໃນຫັນມະຫາສານທຸກປີ ເພາະ Alibaba ມີສ່ວນແບ່ງ 42% ຂອງການຊື້ຂາຍເຄື່ອງແບບ B2B ໃນຈີນ, ແບບ C2C ກິນແບ່ງເຖິງ 82%

 

ຂອບໃຈບົດຄວາມຈາກ ເອກກະສິດ ສິລິຈັກ

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now