ຕົວຢ່າງການແນະນຳໂຕ ໃນການສຳພາດເປັນພາສາອັງກິດ

timer

remove_red_eye 0 views


cvConnect.la - ຕົວຢ່າງການແນະນຳໂຕ ໃນການສຳພາດເປັນພາສາອັງກິດ

ຫາກທ່ານເຂົ້າສຳພາດວຽກເປັນພາສາອັງກິດສິ່ງທຳອິດທີ່ຜູ້ສຳພາດວຽກມັກໃຫ້ທ່ານເຮັດຄື ການແນະນຳເປັນພາສາອັງກິດມືນີ້ CVConnect ມີຕົວຢ່າງແນະນຳໂຕແບບຫຍໍ້ໆ ມາຝາກ ໂດຍເລີ່ມຈາກການທັກທາຍຜູ້ສຳພາດວຽກ ຈາກນັ້ນບອກຊື່ຂອງທ່ານປະຫວັດການສຶກສາ ປະສົບການຕ່າງໆ ຂອງທ່ານທີ່ສອດຄ່ອງກັບຕຳແໜ່ງວຽກທີ່ສະໝັກ ລວມເຖິງບອກເຫດຜົນທີ່ທ່ານສະໝັກວຽກນີ້ຕາມຕົວຢ່າງແນະນຳໂຕດັ່ງນີ້:

          ທັກທາຍຜູ້ເຂົ້າສຳພາດ
Hello / Good Morning. I am glad to be here for this interview.
          ແນະນຳໂຕ
My name is _____________________________
          ເລົ່າເຖິງປະຫວັດການສຶກສາ
I graduated with a bachelor’s degree in (ສາຂາວິຊາທີ່ຈົບເຊັ່ນ Communication Arts) from (ຊື່ສະຖາບັນ) University. In my course of study I took courses in (ຊື່ວິຊາກ່ຽວຂ້ອງກັບໜ້າທີ່ຮັບຜິດຊອບໃນຕຳແໜ່ງວຽກທີ່ທ່ານສະໝັກເຊັ່ນ Public Relations and Advertising), with grad A in Advertising course.
      

  • ຫາກທ່ານຍັງບໍ່ເຄີຍເຮັດວຽກມາກ່ອນ ໃຫ້ເນັ້ນທີ່ປະສົບການໃນວິທະຍາໄລ ແລະ ການຝຶກງານ

          ປະສົບການໃນວິທະຍາໄລ
While in the university I have joined (ຊື່ການອົບຮົມ/ກິດຈະກຳ the Journalist Club) in 2008-2009 and I have been voted for a chairman in 2010. I learned a lot from this club. I got new friends from other faculties. Learn to work with others, learned to be a leader and learn how to succeed together.
          ປະສົບການການຝຶກງານ
During my last summer vacation, I interned at (ຊື່ບໍລິສັດ), a leading media agency in Thailand where I had a chance to practice writing advertising copies and learned how to work as professional in the field.
    ຫາກທ່ານມີປະສົບການເຮັດວຽແລ້ວ ໃຫ້ເລົ່າຫຍໍ້ໆ ກ່ຽວກັບລັກສະນະວຽກ ໂດຍເນັ້ນທີ່ກ່ຽວຂ້ອງກັບຕຳແໜ່ງວຽກທີ່ສະໝັກ
          ປະຫວັດການເຮັດວຽກ
•    ຫາກທ່ານຍັງເຮັດວຽກຢູ່ I currently work as a (ຊື່ຕຳແໜ່ງ) at (ຊື່ບໍລິສັດ).
•    ຫາກທ່ານອອກຈາກວຽກແລ້ວ I previously worked as a (ຊື່ຕຳແໜ່ງ) at (ຊື່ບໍລິສັດ).
My responsibilities include (ໜ້າທີ່ຮັບຜິດຊອບຂອງທ່ານ).
          ເຫດຜົນທີ່ສົນໃຈວຽກນີ້
I am interested to apply for this position because I am confident that my experience in ລັກສະນະວຽກທີ່ເຮັດ) will prove to be a suitable match for your needs.
    ໄດ້ຮູ້ແນວທາງການແນະນຳໂຕເປັນພາສາອັງກິດໃນເບື່ອງຕົ້ນກັນແລ້ວ ກໍ່ຕຽມລົງມືຮ່າງສະຄິບແນະນຳໂຕເອງຂອງທ່ານໃຫ້ເໝາະກັບຄຸນສົມບັດ ແລະ ຕຳແໜ່ງທີ່ສະໝັກໃຫ້ຫຼາຍທີ່ສຸດ
 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now