[ບົດຄວາມ] ນັກທຸລະກິດຕ້ອງມີວິໄສທັດ ໂດຍ ເອກກະສິດ ສິລິຈັກ

timer

remove_red_eye 0 views


cvConnect.la - [ບົດຄວາມ] ນັກທຸລະກິດຕ້ອງມີວິໄສທັດ ໂດຍ ເອກກະສິດ ສິລິຈັກ

ຂ້ອຍມີດັດສະນີວັດຄົນໃດໜຶ່ງວ່າຈະກ້າວເປັນນັກທຸລະກິດໄດ້ດີເທົ່າໃດ
ຈາກການເບິ່ງ ມຸມມອງແລະວິໄສທັດຂອງເຂົາ, "ວິໄສທັດ" ຟັງຄຳນີ້ແລ້ວນ່າເບື່ອ 
ໃຜໆກະເວົ້າ ແລ້ວວິໄສທັດທີ່ແທ້ຈິງມັນແມ່ນຫຍັງ?

ວິໄສທັດທີ່ນັກທຸລະກິດເກັ່ງໆມີ ຄືການເຫັນຊ່ອງວ່າງຂອງທຸລະກິດທີ່ມັນໃກ້ໆໂຕນິແຫຼະ ທຸລະກິດບໍ່ຕ້ອງໄປຄິດຫຍັງໃຫ້ມັນຊັບຊ້ອນດອກ ມັນເລື່ອງງ່າຍໆ

ມັນບໍ່ໄດ້ເັປນເລື່ອງທີ່ເຂົ້າໃຈຍາກ ການເຫັນຊ່ອງວ່າງຂອງທຸລະກິດ ຄືການເຮັດທຸລະກິດເກົ່າໆ ແລ້ວໃສ່ນະວັດຕະກຳເຂົ້າໄປຫຼືເຮັດໃຫ້ມັນດີກວ່າ , ຮ້ານອາຫານເຕັມບ້ານເຕັມເມືອງ ແລ້ວເຈົ້າໄປເຮັດຮ້ານອາຫານມັນກໍ່ບໍ່ແມ່ນວ່າສິບໍ່ມີຄົນມາກິນຮ້ານເຈົ້າ

ຫຼາຍຄົນເຫັນຮ້ານກາເຟເຕັມໄປໝົດ ແລ້ວບອກວ່າມີແຕ່ເຮັດຕາມໆກັນ ດຽວກະເຈັ້ງ ຂ້ອຍວ່າບໍ່ແມ່ນ ຖ້າມັນເຈັ້ງເຂົາຄົງບໍ່ເຮັດດອກ, ຮ້ານ Joma ຄົງບໍ່ຂະຫຍາຍສາຂາດອກ

ເຈົ້າຄົງເຫັນຮ້ານກາເຟ Parisien ຂອງເກົາຫຼີເຂົ້າມາຕັ້ງ ແລ້ວກຳລັງຂະຫຍາຍສາຂາໃນຕົວເມືອງ, ຂາຍອາຫານກໍ່ແພງໆ ແຕ່ເຂົາຍັງກ້າເຮັດ ເປັນຫຍັງ?

ຫຼາຍຄົນເຫັນເຂົາສ້າງຕຶກຊ້ອບປິ້ງເຕັມບ້ານເມືອງ ບອກວ່າມັນສິບໍ່ມີຄົນເຂົ້າດອກ ແລ້ວເຮົາລອງຄິດເບິ່ງເປັນຫຍັງ ມັນຄືຍັງສ້າງຂຶ້ນບໍ່ຢຸດ ແຖມຍັງສິມີອີກຫຼາຍໆໂຄງການມາອີກ ຖາມວ່າເປັນຫຍັງ?

ການເປີດປະເທດໃຫ້ນັກລົງທຶນເຂົ້າມາ, ການເພີ່ມຖ້ຽວບິນຂອງສາຍການບິນຫຼາຍແຫ່ງເຂົ້າມາປະເທດລາວ, ການຂະຫຍາຍສະໜາມບິນຮອງຮັບຜູ້ໂດຍສານ ມັນເປັນສັນຍານບອກວ່ານັກທ່ອງທ່ຽວປະເທດເຮົາຈະເພີ່ມຂຶ້ນຫຼາຍກວ່ານີ້ອີກຫຼາຍເທົ່າ

ທຸກຢ່າງທີ່ເຂົາເຮັດກັນທຸກມື້ກໍ່ຍ້ອນເຂົາກຽມຮັບເອົານັກທ່ອງທ່ຽວທີ່ຈະເພີ່ມຂຶ້ນຫຼາຍເທົ່າໃນໄວໆນີ້

ຖ້າເຈົ້າໄປເບິ່ງຈະເຫັນວ່າດຽວນີ້ສາຍການບິນລາວໄດ້ເພີ່ມຖ້ຽວໄປຮອດ ປູຊານ, ອິນຊອນ ປະເທດເກົາຫຼີ ເກືອບທຸກມື້ ແລ້ວຍັງເຕັມທຸກຖ້ຽວບິນ

ຄິດວ່າເກົາຫຼີໃຕ້ປະຊາກອນເທົ່າໃດ ຕອນນີ້ເຂົາຍັງມາຊຳນີ້ ຕໍ່ໄປແຮງຈະຫຼາຍຂຶ້ນ

ນັກທຸລະກິດລາວຄວນເບິ່ງເຫັນຈຸດນີ້ ເພາະມັນຄືເງິນກ້ອນໃຫຍ່ທີ່ເຈົ້າຄວນເຂົ້າໄປຍາດມາໃຫ້ໄດ້

 

ຂອບໃຈບົດຄວາມຈາກ ເອກກະສິດ ສິລິຈັກ

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now