ຊີວີຄອນເນັກ ບໍລິສັດໜຸ່ມນ້ອຍ ທີ່ຫວັງກ້າວຂຶ້ນເປັນຜູ້ນຳ [ບົດສຳພາດໜັງສຶືພິມເສດຖະກິດການຄ້າ]

timer

remove_red_eye 0 views


cvConnect.la - ຊີວີຄອນເນັກ ບໍລິສັດໜຸ່ມນ້ອຍ ທີ່ຫວັງກ້າວຂຶ້ນເປັນຜູ້ນຳ [ບົດສຳພາດໜັງສຶືພິມເສດຖະກິດການຄ້າ]

   ຊີວີຄອນເນັກ ບໍລິສັດໜຸ່ມນ້ອຍ ທີ່ຫວັງກ້າວຂຶ້ນເປັນຜູ້ນຳໜ້າ ໃນການສັນຫາພະນັກງານທີ່ມີຄຸນນະພາບໃຫ້ອົງກອນຕ່າງໆ

 

ບໍລິສັດ ຊີວີຄອນເນັກ ຈຳກັດ CVconnect ສ້າງຂຶ້ນເພື່ອຕອບແທນໂຈດຄວາມຕ້ອງການຂອງສັງຄົມ ດ້ວຍການເປັນສື່ກາງລະຫວ່າງຜູ້ຊອກວຽກກັບຜູ້ປະກອບການເຊິ່ງຜູ້ອຳນວຍການຕັ້ງ ຄວາມຫວັງຈະເປັນຜູ້ນຳໜ້າໃນການສັນຫາພະນັກງານທີ່ມີຄຸນນະພາບອັນດັບຕົ້ນໆໃນ ສປປ ລາວ ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະເປັນສາກົນຫຼາຍຂຶ້ນ ແລະ ກຽມເປີດໂຕຢ່າງເປັນທາງການ ໃນທ້າຍເດືອນ ກຸມພາ 2018 ນີ້


   ທ່ານ ເອກກະສິດ ສິລິຈັກ ຜູ້ອຳນວຍການ ບໍລິສັດ ຊີວີ ຄອນເນັກ ຈຳກັດ ໄດ້ໃຫ້ສຳພາດເປີດໃຈກັບທີ່ຂ່າວຂອງພວເຮົາວ່າ ບໍລິສັດ ຊີວີຄອນເນັກ ຈຳກັດ ໄດ້ເປີດທົດລອງໃຊ້ງານທ້າຍປີ 2016 ເປັນຕົ້ນມາ ເຊິ່ງເປັນບໍລິສັດທີ່ເຮັດເວັບໄຊ້ຈັດຫາງານ ຄືການຮັບຝາກຊີວະປະຫວັດພະນັກງານ ທີປະກາດຫາງານ ແລະ ຄົ້ນຫາພະນັກງານທີ່ມີຄຸນນະພາບ ເພື່ອໃຫ້ບໍລິສັດທີ່ຕ້ອງການພະນັກງານເຂົ້າມາເລືອກ, ຈຸດເລີ່ມຕົ້ນຂອງການເຮັດທຸລະກິດນີ້ແມ່ນເຫັນໄດ້ເຖິງໂອກາດ ແລະຄວາມເປັນໄປໄດ້ໃນການເປັນສື່ກາງລະຫວ່າງຜູ້ຕ້ອງການວຽກກັບບໍລິສັດທີ່ຕ້ອງການພະນັກງານໃຫ້ໄວຂື້ນ  ເນື່ອງຈາກປັດຈຸບັນນີ້ສັງເກດເຫັນວ່າຄົນທີ່ຕ້ອງການວຽກເຮັດງານທຳແມ່ນມີຫຼາຍ ບາງຄົນວຽກເຮັດເພື່ອລ້ຽງຊີບ ຫຼື ບາງຄົນກໍ່ຊອກເພື່ອຫາປະສົບການ ແຕ່ສິ່ງທີ່ເກີດຂຶ້ນກໍ່ຄືເມື່ອໄປຢື່ນຄຳຮ້ອງສະໝັດວຽກສ້ວນຫຼາຍບໍ່ກົງກັບວິຊາທີ່ຕົນເອງຮຽນມາ ຫຼື ບາງເທື່ອໄປຢືນໃນອົງກອນທີ່ບໍ່ຕ້ອງການພະນັກງານທີ່ຈົບໃນດ້ານນີ້ ດ້ວຍບັນຫາຫຼາຍຢ່າງຈຶ່ງເຮັດໃຫ້ຜູ້ທີ່ຕ້ອງການວຽກບໍ່ໄດ້ວຽກ ແລະ ເຮັດໃຫ້ບໍລິສັດ ຫຼື ອົງກອນບໍ່ໄດ້ພະນັກງານ ຈາກທີ່ເຮົາເຫັນໄດ້ໃນຈຸດນີ້ຈຶ່ງໄດ້ຕັ້ງໃຈຕັ້ງ ບໍລິສັດ ຊີວີ ຄອນເນັກ ຈຳກັດ ຂື້ນເພື່ອເປັນສື່ກາງໃນການປະສານລະຫວ່າງຜູ້ຊອກວຽກກັບຜູ້ຕ້ອງການບຸກຄະລະກອນທີ່ກົງກັບຕຳເເໜ່ງງານດັ່ງກ່າວ



    ທ່ານຍັງຮູ້ອີກວ່າ ບໍລິສັດ ຂອງພວກເຮົາແຕກຕ່າງຈາກບໍລິສັດອື່ນຢູ່ທີ່ບ່ອນວ່າ ທ່ານໃດທີ່ມາຝາກປະຫວັດໄວ້ໃນເວັບໄຊ້ ຂອງບໍລິສັດພວກເຮົາເປັນປີກໍ່ໄດ້ ເພາະລະບົບຍັງຈະຈັດເກັບໄວ້ຈົນກວ່າເຮົາຈະມີການບໍລິການອັັບເດດສະຖານະເປັນໄລຍະ ເມື່ອຜູ້ໃດມາຝາກປະຫວັດໄດ້ວຽກແລ້ວກໍ່ໃຫ້ເຂົ້າມາຂຽນບອກວ່າ ໄດ້ວຽກແລ້ວ ລະບົບກໍ່ຈະມີການຄັດຈ້ອນອອກໂດຍອັດຕະໂນມັດ

    ທ່ານ ເອກກະສິດ ສິລິຈັກ ກ່າວຕື່ມວ່າພາຍຫຼັງທີ່ມີການເປີດທົດລອງໃຊ້ເວັບໄຊມາປະມານ 1ປີກວ່າ, ມີຜູ້ຄົນເຂົ້າມາຝາກປະຫວັດໄວ້ປະມານ 5ພັນກວ່າຄົນ ແລະ ມີຜູ້ທີ່ມີຄວາມສາມາດ ແລະພ້ອມທີ່ຈະເຮັດວຽກໄດ້ແທ້ໆເກືອບ 4ພັນຄົນ ແລະຕໍ່າແໜ່ງທີ່ຝາກໄວ້ຫຼາຍທີ່ສຸດມີ: ບັນຊີ ການເງິນ ( ສິນເຊື່ອ ) ພະນັກງານຕ້ອນຮັບ ແລະການຕະຫຼາດ ຫຼັງຈາກທີ່ເປີດໂຕໃຫ້ບໍລິການທີ່ຜ່ານມາພວດເຮົາສາມາດສ້າງວຽກເຮັດງານທຳໃຫ້ແກ່ຜູ້ທີ່ມາຝາກໄດ້ປະມານ 100 ກວ່າຕໍາເເໜ່ງງານແລ້ວ ສຳລັບການບໍລິການທາງເວັບໄຊຂອງພວກເຮົາມິ 3 ປະເພດຄື ສໍາລັບພະນັກງານ ປະກາດສະໝັກວຽກ ແລະການບໍລິການສຳລັບຜູ້ປະກອບການ ພາຍຫຼັງຜູ້ປະກອບການເລືອກພະນັກງານແລ້ວ ພວກເຮົາຈະໄດ້ນັດໃຫ້ຜູ້ປະກອບການແລະພະນັກງານໄດ້ມາພົບກັນເພື່ອສຳພາດ

    ບໍລິສັດ ຊີວິຄອນເນັກ ຈຳກັດ ຈະໄດ້ນັດເປີດໂຕຢ່າງເປັນທາງການໃນທ້າຍເດືອນ ກຸມພາ 2018 ນີ້ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຜູ້ປະກອບການ ແລະ ຜູ້ສະໝັກງານຕໍ່ບໍລິສັດຂອງພວກເຮົາແລະມາຮອດປັດຈຸບັນ ຜ່ານການທົດລອງໃຊ້ງານເວັບໄຊ້ມາປີກວ່າ ພວກເຮົາເໝັ້ນໃຈວ່າຈະສາມາດສະໜອງ ການບໍລິການຈັດສັນພະນັກງານທີ່ມີຄຸນນະພາບ ແລະ ກົງກັບຄວາມຕ້ອງການຂອງຜູ້ປະກອບການ ທ່ານເອກກະສິດ ກ່າວ

    ທ່ານ ເອກກະສິດ ສິສິຈັກ ຍັງກ່າວຕື່ມອີກວ່າ ເປົ້າໝາຍ 2018 ຂອງພວກເຮົາຈະບໍລິການລູກຄ້າທີ່ມີຢູ່ໃຫ້ດີທີ່ສຸດ ມີຄຸນນະພາບທີ່ສຸດ ແລະໃຫ້ພະນັກງານທີ່ມາຝາກຊີວະປະຫວັດໄດ້ມີວຽກເຮັດງານທຳທີ່ດີ ຂ້າພະເຈົ້າເຊື່ອວ່າຖ້າເຮົາໄດ້ປະລິມານລູກຄ້າຈະເພີ່ມຂຶ້ນເອງໃນອານາຄົດ ໃນນາມຜູ້ກໍ່ຕັ້ງວາງເປົ້າໝາຍໄວ້ວ່າ ໃນປິ 2020 ຈະນຳເອົາບໍລິສັດຈົົດທະບຽນໃນຕະຫຼາດຫຼັດຊັບ ຢື່ນຟາຍລິ່ງ ແລ້ວກ້າວເຂົ້າຈົດທະບຽນຕະຫຼາດຫຼັດຊັບໃນປີ 2021 ເປັນບໍລິສັດມະຫາຊົນ ຄວາມຫວັງດັ່ງກ່າວເຖິງຈະຍາກ ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າຖ້າເຮົາມີຄວາມຕັ້ງໃຈຢ່າງແທ້ຈິງເຮົາກໍ່ສາມາດເຮັດໄດ້ ຈຸດປະສົງທີ່ເຂົ້າຕະຫຼາດທຶນກໍ່ເພື່ອຢາກເຮັດໃຫ້ລະບົບການເຮັດວຽກໃຫ້ເປັນສາກົນ ເປັນທີ່ຮູ້ຈັກໃນພາກພື່ນອາຊີ ສຳລັບເປົ້າໝາຍຂອງ ຊີວີ ຄອນເນັກ ແມ່ນການເຂົ້າເຖິງເຄື່ອຂ່າຍຂອງບໍລິສັດຈັດຫາງານລະດັບໂລກ ເພາະວ່າມັນຈະເຮັດໃຫ້ຄົນລາວສາມາດເຂົ້າເຖິງຕະຫຼາດແຮງງານຫລາຍຂຶ້ນ

 ບໍລິສັດ ຊີວີຄອນເນັກ ຈໍາກັດ ຕັ້ງຢູ່ບ້ານ ທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໂທ 030 9552823 Website: www.cvconnect.la

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now