ຄຳຖາມທີ່ຕ້ອງພົບພໍ້ເມື່ອເວລາເຂົ້າສຳພາດວຽກ

timer

remove_red_eye 0 views


cvConnect.la - ຄຳຖາມທີ່ຕ້ອງພົບພໍ້ເມື່ອເວລາເຂົ້າສຳພາດວຽກ

ຄຳຖາມທີ່ຕ້ອງພົບພໍ້ເມື່ອເວລາເຂົ້າສຳພາດວຽກ

ເມື່ອເວລາເຮົາໄປສະໝັກວຽກຢູ່ນຳບໍລິສັດຫຼືອົງກອນໃດໜຶ່ງແລ້ວ ເມື່ອໃບສະໝັກວຽກນັ້ນເຮົາຜ່ານແລ້ວຖືກເອີ້ນນັດສຳພາດວຽກ, ມື້ນີ້ທີມງານ cvConncect ຂອງພວກເຮົາຈະມາແນະນຳການຕອບສຳພາດແລະພ້ອມຍົກຕົວຢ່າງໃຫ້ ເມື່ອເວລາເຂົ້າສຳພາດວຽກ

1.ຊ່ວຍເເນະນຳກ່ຽວກັບຕົນເອງໃຫ້ເເກ່ຄະນະກຳມະການຟັງ
(ໃນກໍລະນີເຄີຍເຮັດວຽກມາເເລ້ວເຮົາອາດຈະຕອບແບບນີ້ກໍໄດ້, ຂ້ອຍເປັນຄົນທີ່ຈິງໃຈວາງໃຈຳດ້ຕໍ່ວຽກງານແລະຂ້ອຍກໍເປັນຄົນທີ່ຮຽນຮູ້ສິ່ງຕ່າງໆໄດ້ຢ່າງໄວ ຊ້ອຍເຄີຍມີປະສົບການທາງດ້ານການເປັນ….ມາກ່ອນ ແລະຕອນນີ້ຂ້ອຍກຳລັງແໜມຫາບໍລິສັດທີ່ເປີດໂອກາດໃຫ້ຂ້ອຍໄດ້ໃຊ້ ຄວາມຮູ້ແລະປະສົບການທີ່ຂ້ອຍມີມາເພື່ອຊ່ວຍໃຫ້ບໍລິສັດ ຫຼືອົງກອນໄດ້ບັນລຸເປົ້າໝາຍ

2.ເຈົ້າຄິດວ່າໃນອີກປີ 1 ຂ້າງໜ້າເຈົ້າຈະເປັນຈັ່ງໃດ ແລ້ວເປົ້າໝາຍອາຊີບຂອງເຈົ້າແມ່ນຫຍັງ?
(ຫລັງຈາກປີໜຶ່ງທີ່ໄໄດ້ເຮັດວຽກຢູ່ບໍລິສັດ… ແລ້ວຈະພາຍາຍາມຫາຄວາມຮັບຜິດຊອບໃຫ້ໄດ້ຫຼາຍຂຶ້ນ ເພາະເປັນຄົນທີ່ມັກສິ່ງທີ່ທ້າທ້າຍ ຍິນດີທີ່ຈະສູນເສຍບາງສິ່ງບາງຢ່າງເພື່ອແລກກັບຄວາມຮັບຜິດຊອບນັ້ນ ແຕ່ສິ່ງທີ່ສຳຄັນທີ່ສຸດຄືຂ້ອຍພະຍາຍາມຄົ້ນຫາບໍລິສັດທີ່ຈະສາມາດເຮັດວຽກແລ້ວຢູ່ນຳບໍລິສັດນັ້ນເປັນເວລາຫຼາຍໆປີ) (ໃນເວລາທີ່ຜູ້ສະໝັກນັ້ນຕອບຄໍາຖາມຢ່າງຊື່ສັດແຕ່ຕ້ອງກ່ຽວກັບຕໍາເເໜ່ງພ້ອມ)

3.ເຈົ້າຄາດຫວັງຫຍັງຈາກວຽກນີ້
(ຂ້ອຍຫວັງວ່າຈະໄດ້ຮັບຄວາມເອົາໃຈໃສ່ຄືກັບພະນັກງານທົ່ວໄປ ຂ້ອຍຢາກໃຫ້ທຸກຄົນໄດ້ເຫັນຄຸນຄ່າໃນໂຕຂ້ອຍ ເມື່ອຂ້ອຍໄດ້ເຮັດວຽກຢ່າງໃດຢ່າງໜຶ່ງທີ່ສຳເລັດໄປດ້ວຍດີ)

4.ສິ່ງທີ່ດີທີ່ສຸດໃນໂຕເຈົ້າເອງແມ່ນຫຍັງ
-ຂ້ອຍສາມາດເວົ້າຈູງໃຈຜູ້ອື່ນ
-ຂ້ອຍສາມາດເປັນຕົວແທນຂອງບໍລິສັດໄດ້
-ຂ້ອຍເປັນຄົນມີຄວາມຍຸດຕິທຳ
-ຂ້ອຍເປັນຄົນທີ່ອົບອຸ່ນ ເປັນມິດກັບຄົນທົ່ວໄປແລະມີຄວາມອົດທົນສູງບອກຄຸນສົມບັດທີ່ຈະກໍ່ໃຫ້ເກີດປະໂຫຍດໃນການສະໝັກງານ
(ໃນກໍລະນີທີ່ຜູ້ສໍາພາດພົບຄໍາຖາມນີ້ ຄວນຕອບແບບຈິງໃຈຫ້າມຕົວະ)

5.ສິ່ງໃດໃນໂຕເຈົ້າທີ່ຄິດວ່າຕ້ອງປັບປຸງ
-ຂ້ອຍເປັນຄົນທີ່ມັກແຕ່ສິ່ງທີ່ສົມບູນ ຫລາຍຄັ້ງທີ່ຂ້ອຍຕ້ອງການເຮັດສິ່ງຕ່າງໆໃຫ້ເເລ້ວສົມບູນໂດຍທີ່ຂ້ອຍອາດຈະຕ້ອງຍອມໃຫ້ຜູ້ອື່ນເຮັດສິ່ງທີ່ຜິດໄດ້
-ຂ້ອຍມັກຈະໄປກ່ອນເວລາທີ່ນັດໄວ້ສະເໝີ ເຊິ່ງບາງຄັ້ງຜູ້ທີ່ຂ້ອຍນັດໄວ້ນັ້ນອາດຈະຍັງຕຽມໂຕບໍ່ທັນແລ້ວເມື່ອເວລາທີ່ຂ້ອຍໄປຮອດ

6. ເຈົ້າຄິດວ່າວຽກແບບໃດທີ່ເໝາະກັບເຈົ້າ
ຂ້ອຍຄິດວ່າທີ່ວຽກເໝາະສົມກັບຂ້ອຍຄວນເປັນວຽກທີ່ເຮັດເເລ້ວຮູ້ສຶກວ່າມີສ່ວນຮ່ວມ ເເລະ ເປັນປະໂຫຍດລວມທັງເປັນວຽກທີ່ໄດ້ຮຽນຮູ້ສິ່ງໃໝ່ໆກ່ຽວກັບວຽກແລະບໍລິສັດ
(ໝາຍເຫດ: ຄວນຕອບແບບຢ່າງກວ້າງໂດຍທີ່ບໍ່ຈຳເປັນຕ້ອງເຈາະຈົງ ເພາະມັນຈະເປັນການເນັ້ນໃຫ້ໂຕເອງພາດໂອກາດໃນການເຮັດໄດ້ຫຼາຍຂຶ້ນ)

7.ຈົ່ງບອກເຫດຜົນທີ່ບໍລິສັດຄວນເລືອກເຈົ້າເຂົ້າເຮັດວຽກ
ຂ້ອຍສາມາດເພີ່ມຜົນກຳໄລ ແລະ ສ້າງຜົນງານໃຫ້ກັບທາງບໍລິສັດໄດ້ພາຍໃນໄລຍະເວລາ……ດ້ວຍປະສົບການໃນດ້ານການກຳໜົດຕາຕະລາງເວລາການເຮັດວຽກ ແລະ ຄວາມຊ່ຽວຊານທາງດ້ານການບໍລິຫານທີ່ມີຢູ່

8.ເຈົ້າຮູ້ຫຍັງແນ່ກ່ຽວກັບອົງກອນ ຫຼື ບໍລິສັດນີ້ແນ່
ຂ້ອຍສົນໃຈຢາກຮູ້ລາຍລະອຽດທີ່ກ່ຽວກັບບໍລິສັດເຈົ້າຫລາຍກວ່ານີ້ ແຕ່ເທົ່າທີ່ຮູ້ໃນຂະນະທີ ຮູ້ຕອນນີ້ຄື ບໍລິສັດນີ້ກໍ່ຕັ້ງເມື່ອປີ…ໂດຍ…. ປັດຈຸບັນມີສາຂາ…ສຳນັກງານຕັ້ງຢູ່ທີ່….ພະນັກງານມີປະມານ….
(ໝາຍເຫດ:ເຈົ້າຕ້ອງເຮັດວຽກບ້ານເພື່ອທີ່ຈະຮູ້ກ່ຽວກັບອົງກອນນີ້ໄດ້ຫລາຍຂຶ້ນ)

9.ເຈົ້າຕ້ອງການເງິນເດືອນເທົ່າໃດ
ຕໍາເເໜ່ງທີ່ສຳພາດນັ້ນສ່ວນໃຫຍ່ຈະມີເງິນເດືອນຕາຍໂຕຢູ່ແລ້ວ ແຕ່ການທີ່ໄດ້ເຮັດວຽກກັບບໍລິສັດດີໆເປັນສິ່ງທີ່ສຳຄັນທີ່ສຸດສຳຫລັບຂ້ອຍເນື່ອງຈາກວ່າຂ້ອຍຕັ້ງໃຈເຮັດວຽກກັບບໍລິສັດໃຫ້ເປັນເວລາທີ່ດົນຫລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້
(ໝາຍເຫດ:ໃນກໍລະນີຜູ້ທີ່ຍັງບໍ່ມີປະສົບການເຮັດວຽກຈັກເທື່ອ ຫຼືຫາກະຈົບໃຫມ່ເຮົາຈະເເນະນຳໃຫ້ຕອບແບບນີ້ຄື: ເງີນເດືອນແລ້ວແຕ່ຄວາມເໝາະສົມທີ່ທາງບໍລິສັດໄດ້ວາງອອກ ແລະ ຕາມຄວາມສາມາດຂອງນ້ອງ )

10.ເຈົ້າສາມາດຈະສະເເດງໃຫ້ບໍລິສັດເຫັນຄວາມສາມາດໃນການເປັນຜູ້ນຳໃນໂຕເຈົ້າໄດ້ເເນວໃດ
-ຂ້ອຍສືກສາຄູ່ມື ແລະ ຄຳເເນະນຳທີ່ກ່ຽວກັບການນຳໃຊ້ຄອມພິວເຕີ້ແລະເຄີຍຮຽນຮູ້ໂປແກຼມໃຫມ່ໆດ້ວຍໂຕເອງ
(ໝາຍເຫດ ຄວນຕອບໃນສີ່ງທີ່ເປັນຄວາມຈິງ ເເລະ ສີ່ງທີ່ໂຕເອງເຮັດໄດ້ຄືຢ່າງທີ່ໄດ້ໄດ້ນໍາສະເໜີອອກໄປໃນຕອນສຳພາດວຽກນັ້ນ)

11.ປັນຫາທີ່ໜັກທີ່ສຸດທີ່ເຄີຍພົບມາໃນການເຮັດວຽກແມ່ນຫຍັງ ແລະເຂົ້າມີວິທີແກ້ໄຂມັນແນວໃດແນ່
ຂ້ອຍເຄີຍຮ່ວມງານກັບຜູ່ທີ່ມີພື້ນຖານ ແລະ ມາດຕະຖານແຕກຕ່າງກັນ ແຕ່ຂ້ອຍໄດ້ຮຽນຮູ້ວ່າໃນບາງເວລາອາດຈະຕ້ອງຍ່າງອອກຈາກເຫດການທີ່ປະສົບຢູ່ເພື່ອໃຫ້ສ້າງຄວາມກ້າວໜ້າໃຫ້ກັບໂຕຂ້ອຍເອງ

12.ລະຫວ່າງເງິນເດືອນກັບປະເພດຂອງວຽກ ສິ່ງໃດມີຄວາມສຳຄັນກວ່າກັນ
ທັງສອງມີຄວາມສຳຄັນທີ່ຄ້າຍຄືກັນ ແຕ່ລະດັບຄວາມສຳຄັນອາດບໍ່ເທົ່າກັນ ຖ້າມີຄວາມສຸກໃນບ່ອນເຮັດວຽກ ເງິນເດືອນເທົ່າໃດກໍ່ໄດ້ບໍ່ສາມາດທົດແທນໄດ້ ຫຼືເງິນເດືອນສູງ ແຕ່ເມື່ອເກີດຄວາມຮູ້ສຶກບໍ່ດີກ່ຽວກັບໂຕເອງ ເງິນຈຳນວນນັ້ນກໍ່ບໍ່ມີຄວາມໝາຍ

13.ເປັນເຈົ້າຈຶ່ງປ່ຽນບ່ອນເຮັດວຽກຢູ່ຕະຫລອດ
ຂ້ອຍຮູ້ວ່າມັນຟັງແລ້ວອາດຈະຄ້າຍກັບການເປັນນັກລ່າວຽກ ແຕ່ຄວາມເປັນຈິງແລ້ວຍັງມີອີກຫຼາຍຢ່າງທີ່ເຮົາບໍ່ສາມາດຄວບຄຸມໄດ້ ສິ່ງສຳຄັນທີ່ສຸດສຳຫຼັບຂ້ອຍໃນຕອນນີ້ຄືຄວາມໝັ້ນຄົງຂອງບໍລິສັດ ແລະ ຕໍາແໜ່ງຂອງຂ້ອຍເມື່ອຂ້ອຍໄດ້ມີໂອກາດເຮັດວຽກຢູ່ບ່ອນນີ້

14.ເປັນຫຍັງເຈົ້າຈຶ່ງລາອອກຈາກວຽກບ່ອນເກົ່າ
ຂ້ອຍຄິດວ່າຄວາມຊຽວຊານຂອງຂ້ອຍຈະຫຼຸດລົງ ແລະ ຫຼັງຈາກທີ່ໄດ້ສົນທະນາກ່ຽວກັບສະຖານະການຂອງຂ້ອຍກັບຫົວໜ້າວຽກງານແລ້ວ ຮູ້ສຶກວ່າມີຄວາມຄ້າຍຄືກັນ ແຕ່ຂ້ອຍຄິດວ່າຂ້ອຍຄວນມີໂອກາດທີ່ດີກວ່ານີ້ໃນບໍລິສັດອື່ນ

ສຸດທ້າຍນີ້ທາງທີມງານຂອງພວກເຮົາຫວັງວ່າບົດຄວາມນີ້ຈະເຮັດໃຫ້ນັກສຳພາດເຂົ້າໃຈໃນການຕອບເມື່ອເວລາພົບກັບຄຳຖາມແບບນີ້ເຮົາຄວນແລະຮັບມືຕອບແບບໃດຈຶ່ງຈະສາມາດເຂົ້າໄດ້ວຽກໄດ້ງ່າຍຂຶ້ນ

 

ຂອບໃຈບົດຄວາມຈາກເວັບໄຊ Pantip.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now