[ບົດວິເຄາະ] ຄວາມຍາກຂອງການເຮັດທຸລະກິດສາຍການບິນ

timer

remove_red_eye 0 views


cvConnect.la - [ບົດວິເຄາະ] ຄວາມຍາກຂອງການເຮັດທຸລະກິດສາຍການບິນ

ມື້ນີ້ຈະເວົ້າເລື່ອງທຸລະກິດສາຍການບິນໃຫ້ຟັງ ຫຼາຍຄົນມັກຄິດວ່າສາຍການບິນຕ້ອງກຳລັງຫຼາຍ ເພາະເບິ່ງຈາກເງິນເດືອນນັກບິນ, ເງິນເດືອນພະນັກງານເທິງເຄື່ອງບິນສູງກວ່າອາຊີບທົ່ວໄປ ແຖມປີ້ຍົນກໍ່ແພງກວ່າຄ່າໂດຍສານທົ່ວໄປ

ແຕ່ເອົາແທ້ໆແລ້ວທຸກມື້ນີ້ Aviation Business ຫຼືທຸລະກິດການບິນເປັນທຸລະກິດທີ່ເຮັດຍາກທີ່ສຸດ ຖ້າ CEO ບໍ່ເກັ່ງອີ່ຫຼີເຈັ້ງໄປໄດ້ງ່າຍໆ

ເພາະຫຍັງ? ເພາະສາຍການບິນມີຕົ້ນທຶນສູງກວ່າທຸລະກິດທົ່ວໄປ ໂດຍສະເພາະລາຄານ້ຳມັນທີ່ຂຶ້ນລົງຕາມເສດຖະກິດໂລກ ທີ່ຜ່ານມາຖ້າໃຜຕິດຕາມຈະເຫັນວ່າສາຍການລະດັບ Premier ປີ່ຍົນແພງໆ ຂາດທຶນກັນໝົດ ຍົກຕົວຢ່າງສາຍການໄທ Thai Airways ທີ່ຖືຮຸ້ນໂດຍລັດຖະບານປະເທດໄທ ປີ 2015 ຂາດທຶນ 13,000 ລ້ານກວ່າບາດ ເຮັດໃຫ້ລັດຖະບານໄທຕ້ອງປ່ຽນຄະນະຜູ້ບໍລິຫານໃໝ່ໝົດ ເພື່ອລ້າງໜີທີ່ສະສົມມາດົນ

ສາຍການບິນມາເລເຊຍທີ່ຍົນຫາຍສາບສູນ ເປັນຂ່າວດັງໆປີກ່ອນນັ້ນ ກໍ່ຂາດທຶນ ຖ້າບໍ່ແມ່ນທຸລະກິດຂອງລັດຖະບານລົ້ມລະລາຍໄປດົນແລ້ວ

ແຕ່ວ່າມີສາຍການບິນທີ່ຕອນນີ້ກຳລັງສ້າງກຳໄລມະຫາສານ ແລະ ເປັນທີ່ຈັບຕາເບິ່ງຂອງນັກທຸລະກິດຄື ສາຍການບິນລາຄາປະຫຍັດ ຫຼື Low Cost Airline ເວົ້າໄປເຈົ້າຈະຮູ້ທັນທີ່ຄື Air Asia ທີ່ກໍ່ຕັ້ງໂດຍ Tony Fernandes, Southwest Airline ຂອງ ອາເມຣິກາ, Lino Air ແລະ ຍັງມີອີກຫຼາຍ 

ຖ້າຈະເວົ້າກັນແບບກົງໆ ກະຍ້ອນສາຍການບິນພວກນີ້ແຫຼະມາແຂ່ງ ຈຶ່ງເຮັດໃຫ້ສາຍການບິນລະດັບ Premier ຂາດທຶນ ເພາະສາຍການບິນລາຄາຖືກເຂົາຮູ້ຈັກບໍລິຫານຕົ້ນທຶນ ຍົນລຳໜຶ່ງເຮັດເບາະຕິດໆກັນ, ຕັດຄ່າໃຊ້ຈ່າຍເລື່ອງບໍລິການອາຫານອອກ, ຕັດຄວາມສະດວກສະບາຍອອກ ໄວ້ໃຫ້ສຳຫຼັບຄົນທີ່ຕ້ອງການພຽງແຕ່ໄປຮອດປາຍທາງຂີ່ ຈົນເຮັດໃຫ້ທັງສອງຝ່າຍໄດ້ປະໂຫຍດ ຜູ້ໂດຍສານກໍ່ໄດ້ເດີນທາງລາຄາຖືກ ຜູ້ປະກອບການກໍ່ໄດ້ກຳໄລ 

ສາຍການບິນໃນລາວເທົ່າທີ່ເຫັນກໍ່ມີ Lao Airline, Lao SkyAirway ແລະ ຂອງເຄື່ອທະນາຄານພົງສະຫວັນຄື Lao Central Air ຕາມທີ່ຂ້ອຍເບິ່ງຍັງບໍ່ມີໃຜທີ່ໄດ້ກຳໄລຈາກການເຮັດທຸລະກິດນີ້ ເພາະຜູ້ໂດຍສານຍັງບໍ່ຫຼາຍ ແລະ ການແຂ່ງຂັນຈາກຕ່າງປະເທດ ໂດຍສະເພາະທີ່ປະເທດເຮົາຕ້ອງເປີດໃຫ້ສາຍການບິນອື່ນເຂົ້າມາແຂ່ງຂັນຕາມຂໍ້ຕົກລົງໃນການເຂົ້າປະຊາຄົມອາຊຽນ ທີ່ເຫັນຜ່ານມາເລີ່ມມາແລ້ວຄື Air Asia ບິນຈາກດອນເມືອງມາວຽງຈັນ 990 ບາດ ເອົາສະສາຍການບິນອື່ນກະອັກເລືອດ 

ສຳຫຼັບມຸມມອງຂ້ອຍປະເທດເຮົາເປັນປະເທດທ່ອງທ່ຽວ ອານາຄົດຫຼາຍສາຍການບິນຈະເປີດເສັ້ນທາງບິນມາແນ່ນອນ ບໍ່ງ່າຍທີ່ສາຍການບິນໃນປະເທດເຮົາຈະແຂ່ງຂັນກັບເຂົາ 

ຖິ້ມທ້າຍສຳຫຼັບບົດຄວາມນີ້ດ້ວຍຄຳເວົ້າຂອງ Richard Branson ປະທານກຸ່ມບໍລິສັດ Virgin ເຈົ້າຂອງສາຍການບິນ Virgin Airlines ທີ່ບໍ່ວ່າລາວຈະໄປເຮັດທຸລະກິດໃດກໍ່ໄດ້ກຳໄລຕະຫຼອດ

ລາວເວົ້າວ່າ

"Don't think about making money think about making a difference, spot where others are doing it badly and do it better"

"ຈົ່ງຢ່າຄິດຫາວິທີຫາເງິນ ແຕ່ໃຫ້ຄິດຫາວິທີທີ່ແຕກຕ່າງ,ເບິ່ງວ່າຄົນອື່ນເຂົາເຮັດຫຍັງບໍ່ດີພໍ ແລ້ວເຮັດທຸລະກິດຂອງເຮົາໃຫ້ດີກວ່າເຂົາ"

ເຈົ້າສາມາດຫາອ່ານບົດຄວາມແບບນີ້ໃນປື້ມຫົວໃໝ່ຂອງຂ້ອຍທີ່ຊື່ວ່າ "ຄິດແບບນັກການຕະຫຼາດ" ມີຂາຍໃນຮ້ານ M-point mart ທຸກສາຂາ

 

ຂອບໃຈບົດຄວາມຈາກ @ນັກການເງິນ

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now