ສົງໄສບໍ່ວ່າເປັນຫຍັງມະຫາເສດຖີໂລກໄອທີແຮງເຖົ້າແຮງຫຼໍ່ຂຶ້ນເລື້ອຍໆ

timer

remove_red_eye 0 views


cvConnect.la - ສົງໄສບໍ່ວ່າເປັນຫຍັງມະຫາເສດຖີໂລກໄອທີແຮງເຖົ້າແຮງຫຼໍ່ຂຶ້ນເລື້ອຍໆ

ພາບຕິດຕາຂອງເຮົາທີ່ມີມະຫາເສດຖີໂລກໄອທີສ້າງໂຕຂຶ້ນຈາກກະລ້າລົດຄືໜຸ່ມໆໃສ່ແວ່ນຕາເນີດໆ ໃສ່ເສື້ອຍຶດ ໂສ້ງຢີນ ກິນພິດຊ້າກັບໂຄກເປັນອາຫານຫຼັກ ແຕ່ໂລກທີ່ປ່ຽນໄປຢ່າງວ່ອງໄວທີ່ເຮັດໃຫ້ບັນດາຄົນເຫຼົ່ານີ້ຕ້ອງປັບໂຕເອງໄປຕາມ ເຮົາໄປເບິ່ງກັນວ່າ Before and After ຂອງພວກເຮົາປ່ຽນໄປຂະໜາດໃດ

1. ເຈບ ເບໂຊສ (Jeff Bezos)

ເຈົ້າພໍ່ອານາຈັກຮ້ານຄ້າອອນລາຍລະດັບໂລກເວັບໄຊ Amazon ທີ່ເລີ່ມຕົ້ນດ້ວຍການເປັນຮ້ານຂາຍໜັງສືກ່ອນຈະຂະຫຍາຍເປັນຮ້ານຄ້າອອນລາຍທີ່ຂາຍທຸກສິ່ງທຸກຢ່າງຕັ້ງແຕ່ A-Z ຕາມໂລໂກ້ອາເມຊອນ ພັດທະນາການຂອງ Jeff Bezos ກໍ່ບໍ່ຕ່າງກັບ Amazon ໂດຍມີການປ່ຽນແປງໄປໃນທາງທີ່ດູດີຂຶ້ນເລື້ອຍໆ

 

2. ມາກ ຊັກເກີ້ເບິກ (Mark Zuckerberg)

ຜູ້ກໍ່ຕັ້ງ Facebook ຄົນນີ້ຄືຕົວແທນຂອງຄວາມເນີດຢ່າງແທ້ຈິງ ຕັ້ງແຕ່ການແຕ່ງເສື້ອມີໝວກ ແລະ ໃສ່ເກີບແລ່ນຈົນເມື່ອບໍ່ດົນມານີ້ລາວຈຶ່ງຍອມໃສ່ສູດອອກງານແນ່

 

3. ອີລອນ ມາສ (Elon Musk)

ນັກຄິດຄົ້ນແຫ່ງຍຸກ ທີ່ເປັນຜູ້ກໍ່ຕັ້ງ Paypal, Tesla Motor ແລພ SpaceX ມີບຸກຄະລິກກະພາບທີ່ປ່ຽນຈາກໜ້າມືເປັນຫຼັງມືໃນເວລາບໍ່ຮອດ 20 ປີ ໂດຍແຫ່ງດົນຂຶ້ນແຫ່ງດູດີຂຶ້ນເລື້ອຍໆ ຄືກັບໂຄງການຕ່າງໆຂອງລາວທີ່ມີພາບລັກທີ່ດີສຸດໆ

 

ສາເຫດຫຼັກທີ່ເຮັດໃຫ້ບັນດາເສດຖີໂລກ IT ຫັນມາປ່ຽນໂຕເອງກັນແທບທຸກຄົນນັ້ນ ນ່າຈະມາການທີ່ຜູ້ກໍ່ຕັ້ງຕ້ອງນັ່ງຄວບຕຳແໜ່ງ CEO ນຳ ເປັນຜູ້ນຳສູງສຸດຂອງອົງກອນ ເປັນໂຕແທນຂອງບໍລິສັດ ພາບລັກຂອງຜູ້ບໍລິຫານຈຶ່ງມີສ່ວນຕໍ່ຄວາມເຊື່ອໝັ້ນຂອງຜູ້ຖືຮຸ້ນ ແລະ ຜູ້ໃຊ້ບໍລິການ

 

ຈຶ່ງບໍ່ແມ່ນເລື່ອງແປກທີ່ມະຫາເສດຖີໂລກໄອທີເກືອບທຸກຄົນ ພໍແຮງເຖົ້າກໍ່ແຮງດູດີຂຶ້ນເລື້ອຍໆ

ທີ່ມາ: https://gmlive.com/GMBiZ-CEO-Before-After

--------------------------------------------------------------------------------

Tags:

Share on your timeline:



ຊີວີຄອນເນັກ (CVConnect) ແມ່ນບໍລິສັດຫຍັງ? ເປັນຫຍັງຈຶ່ງຈະມາເຮັດໃຫ້ຄົນລາວໄດ້ເຮັດວຽກຫຼາຍຂື້ນ ຫຼາຍຄົນຄົງຈະເຫັນຜ່ານຕາໃນໂຄສະນາຕ່າງໆທີ່ເວົ້າເຖິງການຝາກປະຫວັດແລ້ວຈະໄດ້ວຽກ ທີ່ບໍລີສັດ ຊີວີຄອນເນັກ ໄດ້ເຮັດອອກມາ ແຕ່ກະຍັງບໍ່ເຂົ້າໃຈວ່າມັນເປັນແນວໃດຈຶ່ງຈະໄດ້ວຽກເຮັດ ເພາະສ່ວນຫຼາຍຄົນລາວເຮົາຍັງຄຸ້ນເຄີຍກັບການທີ່ຖ້າໃຫ້ບໍລິສັດປະກາດສະໝັກວຽກ ແລ້ວກໍ່ໄປຝາກປະຫວັດໄວ້ເພື່ອໃຫ້ເພິ່ນຕິດຕໍ່ໄປສຳພາດ

ນັ້ນແມ່ນວິທີການທີ່ເຮົາເຮັດກັນຈົນຄຸ້ນເຄີຍ ແຕ່ບໍລີສັດ ຊີວີຄອນເນັກ ນັ້ນຕ່າງກັນ ເພາະບໍລິສັດເພິ່ນຈະເກັບຊີວີປະຫວັດພະນັກງານໄວ້ເປັນຈຳນວນຫຼາຍເພື່ອໃຫ້ບໍລິສັດທີ່ຕ້ອງການພະນັກງານເຂົ້າມາເລືອກ ເຊັ່ນຍົກຕົວຢ່າງ ທ່ານໄປກອກຂໍ້ມູນຊີວະປະຫວັດໂຕເອງໄວ້ໃນເວັບໄຊຊີວີຄອນເນັກ ແຕ່ຜ່ານໄປ 1 ເດືອນອາດຈະບໍ່ມີໃຜຕິດຕໍ່ຫາ ກໍ່ຍ້ອນບໍລິສັດອາດຈະຍັງບໍ່ທັນເຫັນປະຫວັດຂອງທ່ານ ແຕ່ປະຫວັດຂອງທ່ານຈະຍັງຄົງເກັບໃນບໍລິສັດຂອງຊີວີຄອນເນັກ ຈົນກວ່າຈະມີຕຳແໜ່ງທີ່ກົງກັບທ່ານເພິ່ນກໍ່ຈະຕິດຕໍ່ຫາທັນທີ່ ແຕ່ກໍ່ວ່າບໍ່ໄດ້ບາງຄົນອາດຈະບໍ່ຮອດອາທິດກໍ່ໄດ້ຮັບວຽກທັນທີ່ ເພາະປະສົບການກົງກັບຄວາມຕ້ອງການຂອງບໍລິສັດ

ອະທິບາຍໃຫ້ເຂົ້າໃຈງ່າຍໆກໍ່ຄື ບໍລິສັດ ຊີວີຄອນເນັກ ຈະເປັນຜູ້ກາງລະຫວ່າງພະນັກງານ ແລະ ບໍລິສັດອື່ນໆທີ່ຕ້ອງການພະນັກງານ ການຝາກປະຫວັດໄວ້ນຳຊີວີຄອນເນັກນັ້ນຈຶ່ງຊ່ວຍໃຫ້ທ່ານມີໂອກາດໄດ້ຮັບວຽກຫຼາຍຂຶ້ນ

ບໍລິສັດ ຊີວີຄອນເນັກ ຈຳກັດ ສ້າງຕັ້ງຂຶ້ນໃນທ້າຍປີ 2016 ໂດຍເອກກະສິດ ສິລິຈັກ ຜູ້ຂຽນປື້ມມາແລ້ວ 4 ຫົວດ້ານການຕະຫຼາດ ແລະ ທຸລະກິດທີ່ຊື່ວ່າ ຄິດແບບນັກທຸລະກິດ,​ຄິດແບບນັກການຕະຫຼາດ,​ຄິດແບບນັກບໍລິຫານ ແລະ ຄິດແບບນັກການເງິນ ໄດ້ລົງທຶນພ້ອມກັບໝູ່ຂອງເພິ່ນ ເປົ້າໝາຍຂອງເອກກະສິດຄື ເຮັດໃຫ້ຊີວີຄອນເນັກກາຍເປັນບໍລິສັດດ້ານການຫາຄົນເຮັດວຽກອັນດັບໜຶ່ງໃນປະເທດລາວ

ໃຜທີ່ກຳລັງຫວ່າງວຽກກໍ່ສາມາດເພິ່ມໂອກາດໃນການເຮັດວຽກໃຫ້ໂຕເອງໄດ້ໂດຍການໄປຂຽນຂໍ້ມູນຂອງທ່ານໄວ້ທີ່ເວັບໄຊຂອງຊີວີຄອນເນັກ www.cvConnect.la, ຖ້າເຂົ້າບໍ່ໄດ້ໃຫ້ໄປຄົ້ນຫາຊື່ Page Facebook ຂຽນເປັນພາສາລາວຊີວີຄອນເນັກຫຼື ສາມາດເຂົ້າໄປໃຫ້ທີມງານເພິ່ນກອກຂໍ້ມູນໃຫ້ໄດ້ທີ່ບໍລິສັດ ຊີວີຄອນເນັກ ຈຳກັດ ຕັ້ງຢູ່ບ້ານທົ່ງສ້າງນາງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນໂທ 030 9552823

 

 


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now