ໂດນໍ ທຣັມ ຖືກວາລະສານ TIME ເລືອກເປັນຜູ້ທີ່ຊົງອິດທິພົນທີ່ສຸດໃນໂລກແຊງໜ້າ Mark Zuckerberg ໃນປີ 2016

timer

remove_red_eye 0 views


cvConnect.la - ໂດນໍ ທຣັມ ຖືກວາລະສານ TIME ເລືອກເປັນຜູ້ທີ່ຊົງອິດທິພົນທີ່ສຸດໃນໂລກແຊງໜ້າ Mark Zuckerberg ໃນປີ 2016

      ໃນທຸກໆເດືອນທັນວາ ວາລະສານ “Time” ຈະເລືອກ “ບຸກຄົນແຫ່ງປີ” ທີ່ມີອິດທິພົນຕໍ່ເຫດການຕ່າງໆໃນໂລກຫຼາຍທີ່ສຸດ ທັງອິດທິພົນດ້ານບວກ ແລະ ດ້ານລົບ ຈຶ່ງບໍ່ແປກໃຈປານໃດທີ່ປີນີ້ Time ໄດ້ເລືອກ Donald Trump ປະທານາທິບໍດີຄົນທີ 45 ຂອງສະຫະລັດອາເມລິກາ ຂຶ້ນເປັນບຸກຄົນປະຈຳປີ ຈາກຜູ້ສ້າງສີສັນໃນສະໜາມເລືອກຕັ້ງປະທານາທິບໍດີ ຄ່ອຍໆແຊງທຸກຄົນຈົນຂຶ້ນກາຍມາເປັນຕົວແທນຂອງພັກ Republican ແລະ ສຸດທ້າຍໄດ້ບຽດ Hillary Clinton ທີ່ເປັນຕົວເຕັງການເລືອກຕັ້ງ ເຂົ້າເສັ້ນໄຊທຳນຽບຂາວ ແລະ ນັ່ງເປັນປະທານາທິບໍດີຂອງ ສະຫະລັດອາເມລິກາ ໄດ້ໃນທ້າຍທີ່ສຸດ.

      Trump ບໍ່ພຽງແຕ່ສ້າງປະກົດການໃໝ່ໃຫ້ແກ່ການເລືອກຕັ້ງຂອງອາເມລິກາ ໄຊຊະນະຂອງ Trump ຍັງສ້າງແຮງຕື່ນໂຕໄປທຸກວົງການ ທັງໃນອາເມລິກາ ແລະ ທຸກທະວີບທົ່ວໂລກ ຈົນມີຄຳກ່າວວ່າ “Post-Obama Era” (ຍຸກຫຼັງ Obama) ຫຼື “Trumpism” (ຄວາມເປັນ Trump) ໃຫ້ໄດ້ເຫັນໃນຫຼາຍສື່ຕ່າງປະເທດ ທີ່ພາກັນຕັ້ງຄຳຖາມວ່າ ເມື່ອ Trump ມາແລ້ວ ນະໂຍບາຍຕ່າງປະເທດຈະເປັນແນວໃດ? Trump ຈະເຮັດແນວໃດກັບໂລກມຸດສະລິມ? ເອເຊຍຈະຕັ້ງຮັບທ່າທີຂອງ Trump ແນວໃດ? ໄປຈົນເຖິງວ່າ ຫຼືນີ້ຄືຍຸກສິ້ນສຸດການເປັນຕຳຫຼວດໂລກຂອງອາເມລິກາແລ້ວ? ຈາກທີ່ອາເມລິກາ ວາງຕົວເອງເປັນຜູ້ພິພາກສາໂລກ ຕັ້ງແຕ່ຫຼັງສົງຄາມໂລກຄັ້ງທີ 2, ລວມໄປເຖິງໄຊຊະນະຂອງ Trump ທີ່ເຮັດໃຫ້ເກີດການປະທ້ວງຕໍ່ຜົນການເລືອກຕັ້ງເປັນທຳອິດໃນອາເມລິກາ ຈົນ Time ຕ້ອງຍົກໃຫ້ເປັນຜູ້ນຳປະເທດທີ່ຢູ່ເທິງຄວາມແບ່ງແຍກ ແລະ ຄວາມແຕກແຫງ....

      ເຖິງແມ່ນວ່າໄຊຊະນະຂອງ Trump ຈະຄ້ານສາຍຕາຂອງຜູ້ທີ່ເອີ້ນຕົວເອງວ່າ ເປັນປັນຍາຊົນໃນສະຫະລັດ ແຕ່ວາລະສານ Time ເຫັນວ່າ ຄຳຢຽດຢາມພວກນີ້ເປັນຄືກັບສາຍລົມ ແລະ ແສງແດດທີ່ເຮັດໃຫ້ Trump ເຂັ້ມແຂງຂຶ້ນເລື້ອຍໆ ແລະ ສາມາດຄອງໜ້າໜັງສືພິມ Tabloid ສື່ສານກັບຄົນທຳມະດາສາມັນທົ່ວໄປ ໄດ້ຢ່າງເຂົ້າເຖິງ ຫຼື ກຸ່ມຄົນທີ່ Trump ເອີ້ນພວກເຂົາວ່າ: “The Forgotten” (ຄົນທີ່ຖືກລືມ) ຄືກຸ່ມຄົນທີ່ມີລາຍໄດ້ເປັນລາຍຊົ່ວໂມງ ເຊິ່ງກະຈາຍຢູ່ເປັນວົງກວ້າງທົ່ວປະເທດເປັນຈຳນວນຫຼາຍລ້ານຄົນ ຈົນກາຍເປັນຄື້ນພະລັງມະຫາສານທີ່ເຮັດໃຫ້ Trump ໄດຮັບໄຊຊະນະໃນການເລືອກຕັ້ງໄດ້ໃນທີ່ສຸດ.

      ໃນຂະນະທີ່ຜູ້ຊິງຕຳແໜງຄົນອື່ນໆ ໃນປະຫວັດສາດການເມືອງຂອງອາເມລິກາ ມັກຈະເວົ້າເຖິງອະນາຄົດທີ່ສົດໃສ ຖ້າຫາກປະຊາຊົນເລືອກພວກເຂົາ ແຕ່ Trump ເລືອກທີ່ຈະເວົ້າເຖິງໂລກໃນດ້ານທີ່ບໍ່ສວຍງາມ ທີ່ທຸກມື້ມີແຕ່ຄວາມອຶດຫິວ, Trump ປຸກຄວາມຄັບແຄ້ນທີ່ຝັງຢູ່ໃນໃຈຂອງຄົນບາງກຸ່ມ ຈົນພວກເຂົາບໍ່ໄດ້ເລືອກ Trump ດ້ວຍຄວາມຫວັງ ແຕ່ເລືອກດ້ວຍຄວາມແຄ້ນ ແລະ ຄວາມຢ້ານໃນເວລາດຽວກັນ.

      ນັກຂ່າວປະຈຳວາລະສານ Time ເປີດເຜີຍວ່າ ໃນຂະນະທີ່ກຳລັງສຳພາດ Trump ກ່ຽວກັບຄໍາເວົ້າອັນສວຍຫລູຂອງ Obama, Trump ຂໍຢຸດການໃຫ້ສຳພາດ ແລ້ວຍ່າງອອກໄປຄາວໜຶ່ງ ຈາກນັ້ນກໍ່ຍ່າງກັບເຂົ້າມາພ້ອມກັບໜັງສືພິມ Tabloid ທີ່ໜ້າທຳອິດພາດຫົວຂ່າວວ່າ “ກຸ່ມຕ່າງຊາດກໍ່ເຫດຮຸນແຮງ” ພ້ອມກັບເວົ້າວ່າ “ຄົນພວກນີ້ ມາຈາກລັດຕອນກາງຂອງອາເມລິກາ ພວກເຂົາຮຸນແຮງກ່ວາທີ່ເຈົ້າຄິດ ພວກເຂົາຂ້າ ແລະ ຂົ່ມຂືນຄົນທົ່ວໄປ ຄົນພວກນີ້ຜິດກົດໝາຍ ແຕ່ກໍ່ຍັງລອຍນວນຢູ່ໄດ້” ເຊິ່ງປະຕິເສດບໍ່ໄດ້ວ່າ ອຸດົມການຂອງ Obama ເບິ່ງຂ້າມຄວາມເປັນຈິງຂໍ້ນີ້ໄປ.

      ພຽງອາທິດດຽວ ຫຼັງຈາກທີ່ Trump ຂຶ້ນເປັນປະທານາທິບໍດີຂອງສະຫະລັດອາເມລິກາ Trump ໄດ້ປົກປ້ອງວຽກ 1,000 ຕຳແໜ່ງໃນລັດ Indiana ບໍ່ໃຫ້ຫລຸດໄປ ແມັກຊິໂກ ອີກທັງຕະຫຼາດຫຸ້ນອາເມລິກາ ທີ່ຄາດວ່າມີໂອກາດເຖິງ 65% ທີ່ຕະຫຼາດຫຸ້ນຈະຂຶ້ນແຮງໃນປີ 2017 ແຕ່ໃນອີກຟາກໜຶ່ງ ກໍ່ຍັງມີເດັກນ້ອຍທີ່ບໍ່ແມ່ນເຊື້ອຊາດອາເມລິກາ ທີ່ຕ້ອງຕື່ນມາທຸກເຊົ້າພ້ອມກັບຄຳຖາມວ່າ ມື້ໃດທີ່ເຂົາຈະຖືກສົ່ງກັບປະເທດ? ນີ້ຍັງບໍ່ລວມກັບບັນດານັກສຶກສາມຸດສະລິມ ໃນ New York ທີ່ຖືກຂົ່ມຂູ່ ແລະ ເຢີ້ຍຢັນດ້ວຍຄຳເວົ້າຂອງ Trump.

      ໄຊຊະນະ ຂອງ Trump ໄດ້ເຮັດໃຫ້ຄົນທີ່ເຄີຍໄຮ້ອໍານາດກັບມາຮຸ່ງເຮືອງ ພ້ອມໆກັບຄົນທີ່ເຄີຍມີພື້ນທີ່ ຮູ້ສຶກຖືກຄຸກຄາມ. ດັ່ງນັ້ນ, ໄຊຊະນະຂອງຜູ້ຊາຍຄົນນີ້ ຈຶ່ງມາພ້ອມທັງຄວາມຫວັງ ແລະ ຄວາມຢ້ານກົວ ທີ່ອາດຈະເຮັດໃຫ້ໂລກນີດີຂຶ້ນ ແລະ ຊຸດໂຊມລົງ.

Mark Zuckerberg 

ມາກຊັກເກີ້ເບິກ ຜູ້ກໍ່ຕັ້ງ Facebook ກໍ່ເປັນໜຶ່ງໃນຜູ້ເຂົ້າຊິງການເປັນຜູ້ຊົງອິດທິພົນຂອງໂລກ ດ້ວຍການທີ່ Facebook ເຮັດໃຫ້ເກີດກະແສສັງຄົມຫຼາຍຢ່າງໃນຊ່ວງປີທີ່ຜ່ານມາບໍ່ ແຕ່ດ້ວຍຄວາມມາແຮງຂອງ Donald Trump ເຮັດໃຫ້ TIME ເລືອກເອົາ Trump ຂຶ້ນປົກແທນ

 

ຂອບໃຈແຫຼ່ງຂ່າວຈາກ http://themomentum.co/momentum-feature-time-person-of-the-year-2016-donald-trump

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now