“ຕຳມົ້ວ” ຍົກລະດັບເປັນແບຣນ Premium ຂະຫຍາຍແບຣນ “De Tummour” ທີ່ຫ້າງຫຼູກາງກຸງເທບ

timer

remove_red_eye 0 views


cvConnect.la - “ຕຳມົ້ວ” ຍົກລະດັບເປັນແບຣນ Premium ຂະຫຍາຍແບຣນ “De Tummour” ທີ່ຫ້າງຫຼູກາງກຸງເທບ

ຖ້າຫາກແບຣນຢາກເຕີບໃຫຍ່ກໍ່ຕ້ອງແຍກລະດັບອອກມາ ຈາກຮ້ານອາຫານອີສານທຳມະດາ ຈົນເປັນຮ້ານດັງຂຶ້ນຫ້າງ ແລະ ຂະຫຍາຍແຟນໄຊສ໌ໄປຕ່າງປະເທດ ຫຼາຍເດືອນກ່ອນໄດ້ເປັນສ່ວນໜຶ່ງຂອງ “ເຊັນ ຄໍປໍເຣຊັ່ນກຣຸບ” ມື້ນີ້ “ຕຳມົ້ວ” ໄດ້ແຍກແບຣນ ‘De Tummour’ ເພື່ອເຈາະຕະຫຼາດ Premium ເພິ່ມຂຶ້ນ

ການແຍກແບຣນ De Tummour ໃນຄັ້ງນີ້ຂອງຕຳມົ້ວ ຊີ້ໃຫ້ເຫັນເຖິງໂອກາດທາງການຕະຫຼາດຂອງກຸ່ມ Premium ເຊິ່ງຍັງເປັນກຸ່ມທີ່ເຕີບໃຫຍ່ ແລະ ບໍ່ໄດ້ຮັບຜົນກະທົບຈາກເສດຖະກິດຫຼາຍ ແລະ ເປັນການຍົກລະດັບພາບລັກແບຣນໃຫ້ເບິ່ງຄື Premium ຫຼາຍຂຶ້ນ

ໂດຍທີ່ De Tummour ໄດ້ຕັ້ງສາຂາທຳອິດທີ່ຫ້າງກາງກຸງເທບ ຊັ້ນ 3 ເຊິ່ງຫ້າງກາງກຸງເທບ ທີ່ຂຶ້ນຊື່ເລື່ອງຄວາມຫຼູຫຼາຢູ່ແລ້ວ ຈຸດຢືນທີ່ແຕກຕ່າງຈາກຮ້ານຕຳມົ້ວປົກກະຕິຄື ໄດ້ຊູເມນູອາຫານໄທທີ່ໂດດເດັ່ນໃນເອກະລັກຂອງຣົດຊາດ ແລະ ຄວາມຫຼາກຫຼາຍ ເປັນເມນູລະດັບ Premium ການແຍກແບຣນນີ້ຫວັງຂະຫຍາຍຖານລູກຄ້າມາຈັບກຸ່ມຄົນໃນເມືອງ ແລະ ຊາວຕ່າງຊາດຫຼາຍຂຶ້ນ ສາຂານີ້ຈະເປັນສາຂາຕົ້ນແບບ ກ່ອນຈະຂະຫຍາຍເຂົ້າສູ່ຕະຫຼາດທັງໃນ ແລະ ຕ່າງປະເທດ

ສີລຸວັດ ຊັດຊະວານ ຫົວໜ້າກຸ່ມບໍລິຫານທຸລະກິດອາຫານໄທ ບໍລິສັດ ເຊັນ ຄໍປໍເຣຊັ່ນ ກຣຸບ ຈຳກັດ ເວົ້າວ່າ

“ຈາກປະສົບການ ແລະ ຄວາມສຳເລັດໃນການຂະຫຍາຍສາຂາຕຳມົ້ວ ເຮັດໃຫ້ເຂົ້າໃຈພຶດຕິກຳຜູ້ບໍລິໂພກ ລວມເຖິງຄວາມນິຍົມ ຄວາມຕ້ອງການຂອງຜູ້ບໍລິໂພກຫຼາຍຂຶ້ນທັງຄົນໄທ ແລະ ຕ່າງປະເທດ ເຮົາຈຶ່ງເຫັນໂອກາດທີ່ຈະຂະຫຍາຍໄປສູ່ຕະຫຼາດ Premium ດ້ວຍການເປີດຮ້ານ De Tummour ແຫ່ງທຳອິດ ເພື່ອເຂົ້າເຖິງກຸ່ມລູກຄ້າຕະຫຼາດລະດັບສູງ ແລະ ຊາວຕ່າງປະເທດ ທັງທີ່ອາໄສຢູ່ໃນໄທ ແລະ ນັກທ່ອງທ່ຽວຫຼາຍຂຶ້ນ ພ້ອມເນັ້ນບັນຍາກາດພາຍໃນຮ້ານທີ່ຕົກແຕ່ງໃນຮູບແບບທີ່ສະແດງເຖິງຄວາມເປັນໄທ ແລະ ຊູເມນູອາຫານຣົດຊາດໄທແທ້ທີ່ມີຄວາມເຂັ້ມຂຸ້ນທີ່ເປັນເອກະລັກ”

ສຳລັບຕຳມົ້ວ ປັດຈຸບັນມີທັງໝົດ 101 ສາຂາໃນໄທ ແລະ ອາຊີຕາເວັນອອກສຽງໃຕ້ ບໍ່ດົນມານີ້ໄດ້ເອົາ “ກ້ອງ ຫ້ວຍໄຣ່” ເປັນພີເຊັນເຕີ້ ພ້ອມຈັບມືກັບຄ້າຍເພງ ຊາວ ມີແຮງ ຮ່ວມເປັນໂຕແທນຈະໜ່າຍຜະລິດຕະພັນຕຳມົ້ວ ເພື່ອຂະຫຍາຍຖານລູກຄ້າໃຫ້ຄວບຄຸມທົ່ວປະເທດ ນັບເປັນການເລັ່ງຂະຫຍາຍຖານລູກຄ້າໃຫ້ຄວບຄຸມທຸກກຸ່ມ

ສ່ວນຜະລິດຕະພັນໄດ້ວາງຈຳໜ່າຍ ຜ່ານຊ່ອງທາງ Hyper Market ແລະ ສົ່ງອອກໂຕແທນຈຳໜ່າຍ ນອກເໜືອຈາກການຂາຍຜ່ານໜ້າຮ້ານທີ່ມີຢູ່ກວ່າ 95 ສາຂາທົ່ວປະເທດ ແລະ ອີກອີກ 6 ສາຂາໃນຕ່າງປະເທດ

ສະຫຼຸບ

ການແຍກແບຣນຂອງຕຳມົ້ວໃນຄັ້ງນີ້ມີຫຍັງທີ່ແອບແຝງຫຼາຍຢ່າງ ທັງຕ້ອງການຂະຫຍາຍຖານລູກຄ້າໃຫ້ກວ້າງຂຶ້ນ ຈັບກຸ່ມຕະຫຼາດລະດັບສູງ ແລະ ນັກທ່ອງທ່ຽວ ຮ້ານອາຫານທີ່ມີການແຂ່ງຂັນກັນດຸເດືອດ ອີກປະເດັນໜຶ່ງທີ່ສຳຄັນຄືການສ້າງຕົ້ນແບບໃໝ່ໆ ເພາະການຂະຫຍາຍສາຂາໃນສູນການຄ້າກໍ່ເລີ່ມມີຫຼາຍຂຶ້ນ ການຈັບສ່ວນ Premium ກໍ່ສາມາດຂະຫຍາຍສາຂາເຂົ້າສູ່ສູນການຄ້າລະດັບຫຼູຫຼາໄດ້ອີກຫຼາຍແຫ່ງ

ແຫຼ່ງທີ່ມາ: https://brandinside.asia/de-tummour-premium-restaurant/

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now