ບົດສຳພາດ ທ່ານ ປະລິນຍາກອນ ປັນຍາທິບ ແລະ ທ່ານ ເດວິດ ບັນທົງສັກ ເຈົ້າຂອງຮ້ານ ANNA BELLE

timer

remove_red_eye 0 views


cvConnect.la - ບົດສຳພາດ ທ່ານ ປະລິນຍາກອນ ປັນຍາທິບ ແລະ ທ່ານ ເດວິດ ບັນທົງສັກ ເຈົ້າຂອງຮ້ານ ANNA BELLE

CVCONNECT: ຈຸດເລີ່ມຕົ້ນຂອງການເປີດຮ້ານີ້ຂຶ້ນມາ? ເປີດໄດ້ດົນປານໃດແລ້ວ?

ເລິ່ມຕົ້ນມາຈາກການທີ່່ເຈົ້າຂອງຮ້ານມັກທ່ອງທ່ຽວໄປຮ້ານຄາເຟ່ຢູ່ປະເທດຕ່າງໆ ເພື່ອເບິ່ງຄວາມຄິດສ້າງສັນເມນູຂອງແຕ່ລະຮ້ານ ເລີຍມີຄວາມຄິດທີ່ຢາກຈະເປີດຮ້ານຄາເຟ່ທີ່ມີຂະໜົມລົດຊາດຄືຢູ່ກັບຝຣັ່ງ. ເຊິ່ງທາງຮ້ານກໍໄດ້ມີໂອກາດຮ່ວມທຸລະກິດກັບຄົນຝຣັ່ງ ເນື່ອງຈາກທຸລະກິດທີ່ກຳລັງເຮັດແມ່ນຕ້ອງການຂະໜົມທີ່ສະອາດ ແລະ ແຊບ ເປັນຈຳນວນຫຼາຍເລີຍຕັດສິນໃຈເປີດຮ້ານເຮັດເອງ ເພື່ອຈະໄດ້ໝັ່ນໃຈໃນຄຸນະພາບ.

ປັດຈຸບັນຮ້ານ Annabelle ເປີດມາໄດ້ປະມານ 2 ປີ ແລະ ມີ 2 ສາຂາຢູ່ ແຄມຂອງ ແລະ ບ້ານສະພານທອງເໜືອ , ເຊິ່ງສະຖານທີ່ຮ້ານຂອງເຮົາກໍໃກ້ກັບໂຮງຮຽນ ເພື່ອໃຫ້ນັກຮຽນ ຫຼື ຜູ້ປົກຄອງ ແລະ ຄົນໃນທ້ອງຖິ່ນໄດ້ມາລອງຂະໜົມທີ່ມີລົດຊາດຄືກັບຢູ່ຝຣັ່ງເລີຍ.

CVCONNECT: ເປັນຮ້ານອາຫານປະເພດໃດ? ກຸ່ມລູກຄ້າແມ່ນກຸ່ມໃດ?

ອາຫານແລະຂະໜົມຈະແມ່ນສໄຕຣ໌ຝຣັ່ງ ບໍ່ວ່າຈະເປັນເຂົ້າຈີ່ທີ່ເອົາສູດມາຈາກຝຣັ່ງທີ່ມີລົດຊາດແຕກຕ່າງຈາກຮ້ານທົ່ວໄປ, ແຮມເບີເກີເປັນ Homemade ທີ່ທາງຮ້ານເຮັດເອງ ເຮົາຄັດສັນສ່ວນປະກອບທີ່ີມີຄຸນະພາບແລະ ບໍ່ໃສ່ສານກັນບູດ.  ສິ່ງທີ່ຫຼາຍຄົນມາຮ້ານແລ້ວຕ້ອງພາດບໍ່ໄດ້ກໍຄື ຄົວຊອງ ທີ່ຖືວ່າເປັນເມນູແນະນຳ ລົດຊາດກອບນອກນຸ່ມໃນ ຈະສຳຜັດໄດ້ເຖິງລົດຊາດຂອງຂະໜົມໃນແບບຝຣັ່ງ.

CVCONNECT: ແມ່ນຫຍັງທີ່ເປັນຈຸດເດັ່ນຂອງຮ້ານ? ແລະຊ່ອງທາງໃນການໂປຣໂໝດ

ຈຸດເດັ່ນກໍຄື ອາຫານ, ຂະໜົມ ທີ່ມີຄຸນະພາບ ແລະ ລົດຊາດເປັນເອກກະລັກແບບຝຣັ່ງແທ້ . ບັນຍາກາດການຕົກແຕ່ງຮ້ານເປັນແບບສໄຕຣ໌ຝຣັ່ງຍ້ອນຍຸກເມື່ອຍ່າງເຂົາມາໃນບໍລິເວນຮ້ານຈະຮູ້ສຶກເຖິງຄວາມຜ່ອນຄາຍ. ນອກນີ້ກໍແມ່ນການບໍລິການທີ່ເຮົາໄດ້ມີການຝຶກຝົນພະນັກງານເພື່ອໃຫ້ລູກຄ້າຮູ້ສຶກເຖິງຄວາມເປັນກັນເອງ ເມື່ອມາໃຊ້ບໍລິການຮ້ານເຮົາ.

     ການໂປຣໂໝດຮ້ານຈະແມ່ນຜ່ານທາງ social media ເຊັ່ນ ເຟສບຸ໊ກ. ສ່ວນຫຼາຍເຮົາຈະເນັ້ນ ນັກທ່ອງທ່ຽວຄົນຕ່າງປະເທດເຊິ່ງເຂົາເຈົ້າມັກຈະຫາຂໍ້ມູນຜ່ານ Internet , ນອກນີ້ຍັງໄດ້ໂປຣໂໝດຜ່ານວາລະສານຂອງການບິນລາວ.

CVCONNECT: ຍົກໃຫ້ເຫັນຕົວຢ່າງອຸປະສັກທີ່ເຮົາພົບພໍ້ໃນການເຮັດທຸລະກິດ?

ອຸປະສັກຂອງເຮົາຈະແມ່ນພະນັກງານ ເພາະພະນັກງານສ່ວນໃຫຍ່ບໍ່ຄ່ອຍມີປະສົບການໃນເລື່ອງການບໍລິການກັບຄົນຕ່າງປະເທດ ເຊິ່ງເຮົາຕ້ອງໄດ້ຝຶກສອນໃຫ້ເຂົາເຈົ້າ.ນອກນັ້ນ ກໍຍັງມີອຸປະສັກເລື່ອງພາສາອັງກິດຂອງພະນັກກງານ ເພາະລູກຄ້າສ່ວນໃຫຍ່ເປັນຄົນຕ່າງປະເທດ ເຊິ່ງເຮົາກໍໄດ້ມີການບອກສອນພະນັກງານໃຫ້ມີຄວາມກ້າທີ່ຈະສື່ສານພາສາອັງກິດນຳລູກຄ້າ.

CVCONNECT: ມີການວາງແຜນໃນອານະຄົດແນວໃດ?

ເຮົາມີການວາງແຜນທີ່ຈະເຮັດຂະໜົມສົ່ງໃຫ້ບັນດາຮ້ານອາຫານຫຼືໂຮງແຮມຕ່າງໆ ໃນລາຄາສົ່ງ ເຊິ່ງຕອນນີ້ເຮົາກໍໄດ້ມີການເລີ່ມເຮັດໄປແລ້ວ ແລະ ອານະຄົດມີແຜນທີ່ຈະເປີດເຟຣນຊາຍຂະຫຍາຍຮ້ານອອກພາຍໃນປະເທດ ແລະ ຕ່າງປະເທດ ເນື່ອງຈາກມີຄົນເຂົ້າມາສອບຖາມຫຼາຍ.

CVCONNECT: ມີຫຍັງຝາກເຖິງຄົນທີ່ກຳລັງຈະເຮັດທຸລະກິດ

ການເຮັດທຸລະກິດໃດໜຶ່ງ ກ່ອນອື່ນໝົດຕ້ອງສຶກສາຕະຫຼາດວ່າເປົ້າໝາຍກຸ່ມລູກຄ້າຂອງເຮົາແມ່ນກຸ່ມໃດ, ລາຄາທີ່ຕັ້ງປະມານນີ້ລູກຄ້າສາມາດຊື້ໄດ້ບໍ ແລະ ສະຖານທີ ທີ່ຈະໄປເປີດຮ້ານຈອດລົດສະດວກສະບາຍບໍ. ອີກຢ່າງໜຶ່ງຄືຕ້ອງມີແຮງບັນດານໃຈໃນສິ່ງທີ່ຕົນເອງເຮັດ ເພາະການເຮັດທຸລະກິດເບິ່ງແບບຜິວເຜິນກໍຄືງ່າຍໆ ແຕ່ໃນຄວມເປັນຈິງມັນຫຍຸ້ງຍາກຫຼາຍຢ່າງ, ອຸປະສັກກໍຫຼາຍ. ສະນັ້ນ, ເຮົາຕ້ອງມີການວາງແຜນທີ່ດີໃນການທີ່ຈະເຮັດທຸລະກິດ.

 

  •  

ຢາກໃຫ້ທຸກຄົນມາລອງຊິມຂະໜົມຂອງຮ້ານເຮົາທີ່ມີລົດຊາດເປັນເອກກະລັກຄືກັບໄດ້ກິນຢູ່ປະເທດຝຣັ່ງ, ລູກຄ້າສ່ວນໃຫຍ່ທີ່ໄດ້ຊິມແລ້ວກໍຕິດໃຈເກືອບທຸກຄົນ ບາງຄົນກໍມາຊື້ທຸກມື້ ແລະ ຂະໜົມຂອງຮ້ານເຮົາແມ່ນເຮັດສົດໃໝ່ທຸກມື້ ຄັດເລືອກເອົາວັດຖຸດິບທີ່ມີຄຸນະພາບເພື່ອໃຫ້ລູກຄ້າໄດ້ກິນຂະໜົມແລະອາຫານທີ່ດີທີ່ສຸດ.

 

Tags: #ປະລິນຍາກອນ ປັນຍາທິບ #ຮ້ານ ANNA BELLE #ເດວິດ ບັນທົງສັກ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now