ບົດສຳພາດ ທ່ານ ເດຊາ ລາດຊະວົງ ເຈົ້າຂອງຮ້ານ ສາຍລົມເຢັນ ຄາເຟ

timer

remove_red_eye 0 views


cvConnect.la - ບົດສຳພາດ ທ່ານ ເດຊາ ລາດຊະວົງ ເຈົ້າຂອງຮ້ານ ສາຍລົມເຢັນ ຄາເຟ

 ຮ້ານ Sailomyen café  & Hostel

  1. ແນະນຳຕົວເອງໃນຖານະເຈົ້າຂອງຮ້ານ?

ທ່ານ ເດຊາ ລາດຊະວົງ ອາຍຸ 29 ປີ , ກ່ອນທີ່ຈະມາເປັນ ຮ້ານ Saiomyen café   & Hostel ແຕ່ກ່ອນເຄີຍເປັນບ້ານພັກມາແຕ່ປີ 1994 ແລ້ວມາຮອດ 2016-2017 ໄດ້ມີການປິດປັບປຸງ ໃຫ້ເໝາະສົມກັບຍຸກສະໄໝ

  1. ຈຸດເລີ່ມຕົ້ນໃນການເປີດຮ້ານນີ້ຂື້ນມາ?  ເປີດໄດ້ດົນປານໃດແລ້ວ?  

ໂດຍສ່ວນຕົວຂອງທ່ານເດຊາ ເປັນຄົນມັກບັນຍາກາດຂອງຮ້ານຄາເຟ່ ແລະ ມັກລອງໄປຮ້ານຄາເຟ່ຕ່າງໆ ເລີຍເຫັນຄວາມເປັນໄປໄດ້ທີ່ຈະເປີດຮ້ານຄ່າເຟ່ຢູ່ບ້ານພັກຂອງຕົນເອງ ຈຶ່ງໄດ້ມີການປັບປ່ຽນບ້ານພັກໃຫ້ມີທັງຄ່າເຟ່ ລວມໃນສະຖານທີດຽວກັນ. ເຊິ່ງຫຼັງຈາກທີ່ມີການປັບປຸງແຕ່ປີ 2017 ຈາກບ້ານພັກທີ່ມີຊື່ວ່າ Sailomyen ມາເປັນ Sailomyen Café & Hostel ມາຮອດປະຈຸບັນຮ້ານເປີດມາໄດ້ 2 ປີແລ້ວ

  1. ກຸ່ມລູກຄ້າແມ່ນກຸ່ມປະເພດໃດ  ? ຊ່ອງໃນການໂປຣໂໝດຮ້ານ ?

ສະໄໝກ່ອນເນື່ອງຈາກຮ້ານຢູ່ໃກ້ຕະຫຼາດເຊົ້າ ກຸ່ມລູກຄ້າຈະແມ່ນຄົນຕ່າງແຂວງທີ່ຂຶ້້ນມານະຄອນຫຼວງແລ້ວມາຊື້ເຄື່ອງຢູ່ຕະຫຼາດເຊົ້າເຂົ້າມາໃຊ້ບໍລິການ ແຕ່ປັດຈຸບັນກຸ່ມລູກຄ້າສ່ວນໃຫຍ່ຈະແມ່ນຄົນຕ່ງປະເທດທີ່ເຂົ້າມາໃຊ້ບໍລິການຫຼາຍ.

  • ບ້ານພັກຂອງເຮົາແມ່ນໄດ້ເຮົາຄວາມນິຍົມຫຼາຍຈາກຕ່າງປະເທດໂດຍສະເພາະ ເວບໄຊຈອງທີ່ພັກຕ່າງໆ ເຊິ່ງນັກທ່ອງທ່ຽວສ່ວນຫຼາຍຮູ້ຈັກເຮົາຜ່ານເວບໄຊ
  1. ຍົກໃຫ້ເຫັນຕົວຢ່າງອຸປະສັກທີ່ເຮົາພົບພໍ້ໃນການເຮັດທຸລະກິດ ແລະວິທີແກ້ໄຂບັນຫາດັ່ງກ່າວ

ປັນຫາແມ່ນເລື່ອງການຈັດການພາຍໃນຮ້ານແລະບ້ານພັກ ເນື່ອງຈາກວ່າບໍ່ມີປະສົບການໃນການບໍລິີຫານ ເລີຍເຮັດໃຫ້ເກີດອຸປະສັກໃນດ້ານຕ່າງໆ . ເຊິ່ງທ່ານເດຊາ ໄດ້ມີການແກ້ໄຂໂດຍການຈັດລະບົບໃໝ່ໂດຍການນຳໃຊ້ໂປແກຣມເພື່ອບັນທຶກຂໍ້ມູນຕ່າງໆ ເພະາໃນເມື່ອກ່ອນໃຊ້ການຈົດຂຽນບັນທຶກຂໍ້ມູນ ເຮັດໃຫ້ການບໍລິຫານຊັກຊ້າ ແລະ ບໍໄດ້ດີຢ່າງທີ່ຄວນ

  1. ການວາງແຜນໃນອະນາຄົດແມ່ນແນວໃດ?
  2. Sailomyen café  & Hostel ໃຫ້ກວ້າງອອກໄປໂດຍການເປີດເຟຣນຊາຍ ເນື່ອງຈາກໃນຕອນນີ້ທາງຮ້ານໄດ້ມີການຈັດລະບົບໃຫ້ມີຄວາມໝັ່້ນຄົງ ແລະ ຊອກຫາທາງແກ້ໄຂບັນຫາຕ່າງໆ ເພື່ອຄວບຄຸມຄວາມສ່ຽງທີ່ຈະເກີດຂຶ້ນ ເພາະທຸລະກິດ café & Hostel ກຳລັງເປັນທີ່ໜ້າສົນໃຈຂອງຫຼາຍຄົນ . ຄົນທີ່ກຳລັງຈະເຮັດທຸລະກິດສ່ວນໃຫຍ່ແມ່ນມັກຈະເຮັດໄປຕາມກະແສໂດຍບໍ່ມີການວາງແຜນລ່ວງໜ້າ ຫຼື ບໍ່ມີຄວາມຮູ້ຫຼາຍທີ່ຈະເຮັດທຸລະກິດນັ້ນໆ ເຊິ່ງເປັນເຫດໃຫ້ເກີດຄວາມສ່ຽງ. ຖ້າຖາມວ່າທຸລະກິດທີ່ເຮັດໃນຕອນນີ້ສ່ຽງບໍ່ ແນ່ນອນຢູ່ແລ້ວວ່າສ່ຽງ ແຕ່ຖ້າເຮົາມີຈັດລະບົບທີ່ດີ  ອີກບໍ່ດົນ Sailomyen café  & Hostel ຈະເປີດເຟຣນຊາຍແນ່ນອນ
  3. ຫຍັງຝາກເຖິງຄົນທີ່ກຳລັງເຮັດທຸລະກິດ ຫຼື ວາງແຜນຈະເຮັດທຸລະກິດ?

 ແນະນຳສຳລັບຄົນທີ່ກຳລັງຈະເຮັດທຸລະກິດ ແມ່ນໃຫ້ສຶກສາກ່ອນວ່າ ເຮົາມັກເຮັດທຸລະກິດນີ້ບໍ່, ຖ້າເຮັດທຸລະກິດໄປແລ້ວພົບບັນຫາ ເຮົາຢາກຈະດຳເນີນທຸລະກິດຕໍ່ບໍ ຫຼື ລອງສະໝັກເປັນພະນັກງານທີ່ເຮັດວຽກກ່ຽວກັບທຸລະກິດນັ້ນໆກ່ອນ ເຮົາຈະຮູ້ໂລດວ່າເຮົາມັກ ຫຼື ບໍ່ມັກທີ່ຈະເຮັດທຸລະກິດນີ້

ເຊີນຊວນລູກຄ້າໃຫ້ມາໃຊ້ ບໍລິການຮ້ານເຮົາ

ສຳລັບຄົນໃນນະຄອນຫຼວງຢາກໃຫ້ລອງມາສຳຜັດກັບບັນຍາກາດຮ້ານຂອງເຮົາທີ່ໄດ້ກິ່ນອາຍຂອງກາເຟ ພ້ອມທັງມີເຄື່ອງດື່ມຫຼາກຫຼາຍປະເພດ ເຊັ່ນ ກາເຟ , ຊາຂຽວ ແລະ ຍັງມີອາຫານວ່າງຫຼາກຫຼາຍເມນູພ້ອມໃຫ້ທ່ານໄດ້ລອງຊິມ. ສຳລັບ ຄົນທີ່ຢູ່ຕ່າງແຂວງ ຫຼື ນັກທ່ອງທ່ຽວສາມາດມາພັກໄດ້ເຊິ່່ງຫ້ອງນອນເຮົາຈະແບ່ງເປັນ 2 ປະເພດຄຶ: ປະເພດຫ້ອງທີ່ນອນລວມກັນຫຼາຍຄົນ ແລະ ຫ້ອງນອນແບບສ່ວນຕົວ ພ້ອມທັງຄວາມສະດວກສະບາຍຕ່າງໆທີ່ພ້ອມໃຫ້ບໍລິການທຸກໆທ່ານ.

 

Tags: #ເດຊາ ລາດສະວົງ #ສາຍລົມເຢັນ ຄາເຟ #ເຟຣນຊາຍ # ຮ້ານ Sailomyen café  & Hostel

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now