Work-Life Balance ປັບແນວຄິດເພື່ອສົມດຸດຊິວິດກັບການເຮັດວຽກ

timer

remove_red_eye 0 views


cvConnect.la - Work-Life Balance ປັບແນວຄິດເພື່ອສົມດຸດຊິວິດກັບການເຮັດວຽກ

ຫາກເຮົາແບ່ງກິດຈະກຳຫຼັກໆ ໃນຊິວິດອອກເປັນສອງດ້ານ

ໜຶ່ງ ຊິວິດໃນດ້ານການເຮັດວຽກໄດ້ແກ່ ໜ້າທີ່ການງານ ຄວາມປາດຖະໜາຈຸດມຸ່ງໝາຍໃນຊິວິດແລະ ສອງ ດ້ານຊີວິດສ່ວນຕົວ ບໍ່ວ່າຈະເປັນຄວາມຄຽດຈາກການເຮັດວຽກໜັກເກີນໄປ  ສຸຂະພາບທີ່ທົດຖອຍ ຄວາມທໍ້ແທ້ຈາກການບໍ່ມີຈຸດໝາຍປາຍທາງໃນຊິວິດ ຫຼື ຂາດຄວາມກ້າວໜ້າ ຖ້າເຈົ້າບໍ່ຮູ້ສຶກວ່າ ຊິວິດຍັງຂາດດ້ານໃດດ້ານໜຶ່ງ ກໍພໍຈະເປັນສັນຍາທີ່ບອກເຖິງຊິວິດທີ່ຂາດສົມດຸນ ມື້ນີ້ເຮົາມີວິທີສ້າງຄວາມສົມດຸນຂອງຊິວິດແລະການເຮັດວຽກມາຝາກ

1.ຮູ້ລຳດັບຄວາມສຳຄັນໃນຊິວິດ

ເພື່ອທີ່ຈະໃຊ້ເປັນຫຼັກຖານເມື່ອຕ້ອງຕັດສິນໃຈ ວ່າຄວນຈະເຮັດຫຍັງກ່ອນເຊັ່ນ ບາງຄົນອາດໃຫ້ຄວາມສຳຄັນກັບວຽກງານຫຼາຍກວ່າຄອບຄົວ ໃນຂະນະທີ່ບາງຄົນໃຫ້ຄວາມສຳຄັນກັບຄອບຄົວຫຼາຍກວ່າວຽກ

2. ກຳນົດເປົ້າໝາຍຊິວິດ

ບໍ່ວ່າຈະເປັນດ້ານການເຮັດວຽກຫຼືດ້ານຊິວິດສ່ວນໂຕ ເພື່ອບໍ່ໃຫ້ເຮົາໃຊ້ຊີວິດຢ່າງເລື່ອນລອຍຈົນເກີນໄປ ລວມທັງວາງແຜນເບິ່ງວ່າ  ເຮົາມີຂັ້ນຕອນແນວໃດທີ່ຈະໄປຮອດເປົ້າໝາຍເຊັ່ນ ຕັ້ງໃຈເຮັດທຸລະກິດຂາຍຂອງຫລິ້ນອອນໄລ ໂດຍຈະເຮັດເວັບໄຊ ແລະ ມີສິນຄ້າລົງຂາຍອັນທຳອິດໃຫ້ໄດ້ພາຍໃນ 6 ເດືອນຫຼືຕັ້ງໃຈວ່າຈະຫຼຸດນໍ້າໜັກໄດ້ເດືອນລະ 1 ກິໂລ ປະມານ 6 ເດືອນເພື່ອສຸຂະພາບທີ່ດີຂຶ້ນ ລອງອ່ານບົດຄວາມ ການສ້າງລາຍໄດ້ໃນຍຸກດິຈິຕ້ອນເພີ່ມເຕີມໄດ້

3. ໃນການຊິວິດການເຮັດວຽກ ຄວນເວົ້າເລື່ອງໜ້າທີ່ແລະຄວາມຮັບຜິດຊອບກັບເຈົ້ານາຍ

ລວມເຖິງເປົ້າໝາຍທີ່ຕ້ອງການຈະເຮັດໃນລະຫວ່າງປີ ທັງນີ້ເພື່ອຄວາມຊັດເຈນຂອງການປະເມີນຜົນງານ ຫາກມີຄວາມຈຳເປັນທາງດ້ານຄອບຄົວ ທີ່ອາດຈະສົ່ງຜົນຕໍ່ການເຮັດວຽກ ກໍຄວນຊີ້ແຈງລວງໜ້າແລະຫາຂໍ໊ຕົກລົງຮ່ວມກັນເຊັ່ນ ຖ້າວຽກທີ່ມີຄວາມຍືດຫຍຸນໃນເວລາເຮັດວຽກ ເຮົາອາດສະເໜີຂໍ work from home ສຳຫລັບບາງມື້ໃນ 1 ອາທິດ

4.ນົດເວລາສຳຫລັບຊິວິດສ່ວນຕົວລົງໃນຕາຕະລາງປະຈຳວັນ

ຫລາຍໆ ຄົນເຫັນວ່າກິດຈະກຳໃນຄອບຄົວເປັນສິ່ງທີ່ “ເອົາໄວ້ແລ້ວຄ່ອຍເຮັດກໍໄດ້” ຫລາຍເທື່ອຈຶ່ງຕັດສິນໃຈຜິດ ນັດກິນເຂົ້າກັບຄອບຄົວ ເພາະມີວຽກເລັ່ງດ່ວນເຂົ້າມາ ຫຼື ເລື່ອນທຣິບກັບຄອບຄົວອອກໄປ ເພາະມີເຈົ້ານາຍມາຢ້ຽມແຕ່ຕ່າງປະເທດໂດຍບໍ່ໄດ້ບອກລວງໜ້າ ການຜິດນັດນອກຈາກຈະເຮັດໃຫ້ເກີດຄວາມຮູ້ສຶກບໍ່ດີກັບຄົນໃນຄອບຄົວແລ້ວ ເຮົາເອງກໍເຮັດວຽກໄດ້ບໍ່ເຕັມທີ ເພາະຮູ້ສຶກກັງວົນຕະຫຼອດເວລາ ສຸດທ້າຍແລ້ວບໍ່ມີຜົນດີຈັກຢ່າງ ດັ່ງນັ້ນໃນກໍລະນີນອກເວລາເຮັດວຽກ ຫລື ໄດ້ມີການຂໍລາພັກລ່ວງໜ້າໄວ້ແລ້ວ ຖ້າມີວຽກເຂົ້າມາກະທັນຫັນ ຢ່າຮູ້ສຶກຜິດທີ່ຈະປະຕິເສດ ແລະ ຢ່າຢ້ານທີ່ຈະຖືກເບິ່ງວ່າບໍ່ທຸ່ມເທໃຫ້ກັບວຽກ ເພາະທຸກຄົນຕ່າງຕ້ອງມີຊິວິດສ່ວນໂຕ ຖ້າເຮົາບໍ່ໄດ້ບຽດບັງເວລາເຮັດວຽກ ເຮົາກໍບໍ່ຄວນໃຫ້ວຽກມາບຽດບັງເວລາສ່ວນຕົວເຮັາ ແລະເຊັນດຽວກັນ ຖ້າເຮົາເປັນເຈົ້ານາຍມີວຽກເລັ່ງດ່ວນໃຫ້ລູກນ້ອງທີ່ຢູ່ໃນຊ່ວງລາພັກເຮັດວຽກ ເຮົາຄວນໃຫ້ຄວາມເຄົາລົບກັບເວລາສ່ວນໂຕຂອງເຂົາເຊັນກັນ

5. ເລີກວຽກແລ້ວກໍຄວນປ່ອຍວາງ

ບາງຄົນນັ່ງກວດອີເມວບໍລິສັດຕະຫຼອດເວລາ ແມ້ແຕ່ນອກເວລາເຮັດວຽກ ຈົນເລີກວຽກກໍເອົາວຽກໄປເຮັດນຳຢູ່ເຮືອນ ຫຼາຍເທື່ອທີ່ເຮົາຕ້ອງການພຽງແຕ່ເປີດ ອີເມວມາເບິ່ງຫລິ້ນໆ ແຕ່ເນື້ອໃນອີເມວ ກັບຕ້ອງມາເຮັັດໃຫ້ເຮົານອນຄິດວຽກຕໍ່ ຫຼື ຕ້ອງເປີດຄອມມາເຮັດວຽກໃນຕອນເດິກ ແບບນີ້ເອີ້ນວ່າແຍກຕົນເອງອອກຈາກວຽກບໍ່ໄດ້ ລອງຝຶກເບິ່ງ ເລີກວຽກກໍຄືເລີກ

 

 

Tags: #ແນວຄິດ #ປັບແນວຄິດເພື່ອສົມດຸດຊິວິດ #ສົມດຸດຊິວິດ #working #ເຮັດວຽກ #Balance #Work-Life Balance

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now