15 ບົດຮຽນໃນໂລກຂອງການເຮັດວຽກຈະສອນເຈົ້າ

timer

remove_red_eye 0 views


cvConnect.la - 15 ບົດຮຽນໃນໂລກຂອງການເຮັດວຽກຈະສອນເຈົ້າ

         ໂລກຂອງການເຮັດວຽກ ມີບົດຮຽນຕ່າງໆຫຼາກຫຼາຍເຊືອງຢູ່ ເລື່ອງບາງເລື່ອງອາດຈະໃຊ້ປະສົບການທີ່ດົນນານໃນຂະນະບາງເລືອງອາໄສພຽງແຕ່ການສັງເກດໃນໄລຍະສັ້ນເທົ່ານັ້ນ…15 ບົດຕໍ່ໄປນີ້ ອາດຈະບໍ່ແມ່ນທັງໝົດທີ່ຄົນເຮັດວຽກຈະສາມາດພົບໄດ້ ແຕ່ຢ່າງນ້ອຍໆກໍໜ້າຈະມີປະໂຫຍດຕໍ່ຜູ້ອ່ານ

1. ຢ່າເວົ້າຄວາມລັບຫຼືນິນທາຄົນຢູ່ບ່ອນເຮັດວຽກໃຫ້ໃຜຟັງ ເຖິງຈະເປັນໝູ່ສະນິດຂອງເຈົ້າ ເພາະມື້ໜຶ່ງໝູ່ສະນິດຂອງເຈົ້າຄົນນີ້ອາດກາຍມາເປັນສັດຕູອັນດັບໜຶ່ງຂອງເຈົ້າແລະພ້ອມຈະເລົ່າຄວາມລັບຂອງເຈົ້າສະເໝີ

2. ຕໍ່ໃຫ້ເປັນຄົນເກັບໂຕງຽບ ຂີ້ອາຍຫຼືໂລກສ່ວນໂຕສູງຊຳໃດ ແຕ່ສຳລັບການເຮັດວຽກການສື່ສານຍັງເປັນສິ່ງສຳຄັນສະເໝີ

3. ຢ່າທໍ້ເມືອພົບປັນຫາ ຈົ່ງມີຄວາມສຸກກັບການແກ້ປັນຫ ເພາະເປັນໂອກາດເຮັດໃຫ້ເຈົ້າເຕີບໃຫຍ່ໃນການເຮັດວຽກ

4. ຄົນກັບເດິກອາດບໍ່ແມ່ນຄົນທີ່ດຸໝັ່ນ ຫຼື ທຸ້ມເທໃຫ້ກັບວຽກສະເໝີໄປ ແຕ່ຄືຄົນທີ່ບໍລິຫານຈັດເວລາຕົວເອງໄດ້ບໍ່ດີ ຈົນວຽກບໍ່ແລ້ວຕາມເວລາ

5. ຫົວໜ້າທີ່ເກັ່ງ ຈະບໍ່ຍອມໃຫ້ເຈົ້າພົບກັບປັນຫາພຽງຜູ້ດຽວ ຫຼື ພຽງແຕ່ເວົ້າປອບໃຈເຈົ້າວ່າ “ຢ່າຄິດຫຼາຍເດີ້”

6.ການເຮັດວຽກເປັນລະບຽບຕາມກົດເກນທີ່ວາງອອກເປັນສິ່ງທີ່ດີ ແຕ່ສັງຄົມການເຮັດວຽກສ່ວນໃຫຍ່ຍັງຕ້ອງການ ການຫຍືດຫຍຸນປະນິປະນອມກັນຢູ່

7.ເມື່ອຮອດມື້ທີ່ບໍລິສັດພົບວິກິດການ ຝ່າຍທຳອິດທີ່ຕ້ອງລະວັງໂຕຄື ຝ່າຍທີ່ບໍ່ໄດ້ເຮັດກຳໄລໃຫ້ກັບບໍລິສັດ ແລະຄົນທີ່ຂາດ Multi skill ຄືຄົນທີ່ຖືກຂັດອອກເປັນລຳດັບທຳອິດ

8.ການຈົ່ມວ່າວຽກຫຼາຍ ບໍ່ໄດ້ຊ່ວຍໃຫ້ວຽກຂອງເຈົ້າຫຼຸດລົງ ແຕ່ຈະເຮັດໃຫ້ເຈົ້າຖືເບິ່ງໄປໃນທາງທີ່ບໍ່ດີ

9. ຄົນທີ່ເປັນມືອາຊີບຈະສາມາດຍິ້ມອອກມາໄດ້ ເຖິງວ່າໃນໃຈຈະຮູ້ສຶກຫງຸດຫງິດ ໃຈຮ້າຍໝູ່ຮ່ວມງານຫຼາຍຊຳໃດກໍຕາມ

10. ເຮັດວຽກເກັ່ງຢ່າງດຽວ ອາດຈະບໍ່ພຽງພໍຕໍ່ຄວາມກ້າວໜ້າ ເຈົ້າຕ້ອງຮູ້ຈັກເວົ້າແລະພຣີເຊັນໃຫ້ເກັ່ງພ້ອມ

11. ຖ້າມີໂອກາດໄດ້ຮຽນຮູ້ແລະພັດທະນາຕົນເອງໃນດ້ານອື່ນໆ ນອກເໜືອຈາກວຽກທີ່ເຮັດປະຈຳວັນ ໃຫ້ຮີບຄວ້າໂອກາດນັ້ນໄວ້ ເກັບກ້ຽວປະສົບການໃຫ້ໄດ້ຫລາຍທີ່ສຸດ ແລ້ວເຈົ້າຈະໄປໄດ້ໄກ

12. ໂລກການເຮັດວຽກໝູນຕາມທັດສະນະຄະຕິຂອງເຮົາຄິດບວກກໍພົບແຕ່ເລື່ອງບວກຄິດລົບກໍ ມີແຕ່ຄວາມໝົ່ນ   ໝອງ

13. รักงานได้ แต่อย่ารักบริษัทมากจนเกินไป เพราะไม่รู้ว่าเมื่อไหร่บริษัทจะหยุดรักเรา แบ่งความรักมาให้กับครอบครัวและชีวิตส่วนตัวบ้าง

13. ຮັກວຽກໄດ້ ແຕ່ຢ່າຮັກບໍລິສັດຫຼາຍຈົນເກີນໄປ ເພາະບໍ່ຮູ້ມື້ໃດບໍລິສັດຈະຢຸດຮັກເຮົາ ແບ່ງຄວາມຮັກມາໃຫ້ກັບຄອບຄົວແລະຊີວິດສ່ວນໂຕຫຼາຍ

14.ການຍ້າຍວຽກມີໂອກາດເຮັດໃຫ້ໄດ້ວຽກໄວ ຫຼາຍກວ່າລໍຖ້າຂຶ້ນຕຳແໜ່ງໃນບໍລິສັດເກົ່າ

15. ດຸໝັ່ນຜິດບ່ອນ ອີກສິບປີກະບໍ່ລວຍ

Tags: #15 #ສອນ #ບົດຮຽນ #່ບົດຮຽນໃນໂລກຂອງການເຮັດວຽກ #ການເຮັດວຽກ #ການເຮັດວຽກຈະສອນເຈົ້້າ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now