5 ເທັກນິກເພື່່ອເພີ່ມສະມາທິໃນການເຮັດວຽກ

timer

remove_red_eye 0 views


cvConnect.la - 5 ເທັກນິກເພື່່ອເພີ່ມສະມາທິໃນການເຮັດວຽກ

ໃນຊ່ວງອາຍຸທີ່ມີຫຼາຍສິ່ງຫຼາຍຢ່າງທີ່ເຮົາຕ້ອງໃຫ້ຄວາມສົນໃຈ ການໃຊ້ສະມາທິໃນການເຮັດວຽກຈຶ່ງເປັນເລື່ອງທີ່ຍາກ ໃນຖານະຜູ້ເຮັດວຽກມັກຈະມີວຽກເຂົ້າມາໃຫ້ເຮັດຢູ່ຕະຫຼອດ ຖ້າແລ້ວວຽກນີ້ ກໍຈະມີວຽກໃໝ່ເຂົ້າມາແທນທັນທີ ເມື່ອເປັນເຊັນນີ້ຈຶ່ງກາຍເປັນວ່າຕ້ອງພະຍາຍາມ ສ້າງສະມາທີໃຫ້ເກີດຂຶ້ນທຸກໆວຽກ ແລະ ເມື່ອສ້າງສະມາທິໄດ້ແລ້ວ ອາດເຮັດໃຫ້ເຈົ້າເຮັດວຽກໄດ້ຫຼາຍຂືຶ້ນ ແລະ ຍາວນານຂຶ້ນຈົນບັນລຸເປົ້າໝາຍໄດ້

 

ເທັກນິກເພີ່ມສະມາທິໃນການເຮັດວຽກ

1. ໂຟກັດເທື່ອລະວຽກມີປະສິດທິພາບຫຼາຍກວ່າ

ການເຮັດວຽກຫຼາຍຢ່າງໃນເວລາດຽວກັນເປັນສິ່ງທີ່ຫຼາຍຄົນເຮັດ ຢ່າງໃດກໍຕາມ ຈາກຜົນການສຶກສາເມື່ອບໍ່ດົນນີ້ ໂດຍສະເພາະສະມາຄົມວິໄຈອາເມຣິກາ ສະຫຼຸບການເຮັດວຽກຫຼາຍກວ່າໜຶ່ງວຽກໃນແຕ່ລະເທື່ອ ແລະໂດຍສະເພາະຢ່າງຍິ່ງການເຮັດວຽກທີ່ຊັບຊ້ອນກໍຈະເຮັດໃຫ້ປະສິດທິພາບການເຮັດວຽກຫຼຸດລົງ ທາງອອກທີ່ດີທາງໜື່ງກໍຄືໃຫ້ໂຟກັດສະເພາະວຽກທີ່ກຳລັງເຮັດຢູ່ ເປັນກົນລະຍຸດທີ່ດີທີ່ຈະເພີ່ມໂອກາດໃນການປະສົບຜົນສຳເລັດຫຼາຍຂຶ້ນ

 

2. ໃຊ້ເທັກນິກ Pomodoro 25+5 ນາທີ ຊ່ວຍເພີ່ມປະສິດທິພາບການເຮັດວຽກ

ເຖິງແມ່ນວ່າຈະມີເທັກນິກຫລາຍຢ່າງໃນການຈັດການກິດຈະວັດປະຈຳວັນ ແຕ່ເທັກນິກ Pomodoro ເຊິ່ງພັດທະນາໂດຍ Francesco Cirillo ທີ່ຮູ້ຈັກກັນຫລາຍທີ່ສຸດ ດ້ວຍເທັກນິກນີ້ຈະຊ່ວຍໃຫ້ໃຊ້ໄລຍະເວລາໃນແຕ່ລະຊ່ວງຂອງການເຮັດວຽກປະມານ 25 ນາທີ ສະລັບກັບຊ່ວງພັກສັ້ນໆປະມານ 5 ນາທີການເຮັດລັກສະນະນີ້ຈະຊ່ວຍໃຫ້ເພີ່ມປະສິດທິພາບການເຮັດວຽກ ເຈົ້າອາດຈະລອງໃຊ້ເທັກນິກນີ້ຫຼືເທັກນິກອື່ນໆເພື່ອເບິ່ງວ່າມັນຈະຊ່ວຍໃຫ້ເຈົ້າເຮັດວຽກໄດ້ຫຼາຍຂຶ້ນຫຼືບໍ

 

3. ກິນອາຫານເພື່ອສຸຂະພາບ

ກິນອາຫານທີ່ມີສານອາຫານຄົບຖ້ວນແລະໃນປະລິມານທີ່ສົມຄວນ ທັງໃນຊ່ວງເວລາເຮັດວຽກແລະໃນແຕ່ລະມື້ ຈະສາມາດເພີ່ມປະສິດທິພາບການເຮັດວຽກໄດ້ ການກິນອາຫານປະເພດຜັດຫຼືທອດອາດເຮັດໃຫ້ເກີດອາການທ້ອງອືດໄດ້  ໃນຂະນະກິນອາຫານເພື່ອສຸຂະພາບຈະເຮັດໃຫ້ສຸຂະພາບແຂງແຮງ ສ້າງຄວາມຮູ້ສຶກທີ່ດີຊ່ວຍເສີມສ້າງສະມາທິໃນການເຮັດວຽກແລະຄວາມມຸ່ງໝັ່ນ ລອງວາງພິດຊ່າລົງແລະຫັນມາກິນສະລັດແທນ ຫຼື ປ່ຽນມາກິນຜັກ, ໝາກໄມ້ແທນຂະໜົມທອດກອບຈະດີກວ່າ

 

4. ການຂຽນດ້ວຍມື ຊ່ວຍຝຶກສະມາທິ ຫຼາຍກວ່າການພິມ

ຈາກການສຶກສາພົບວ່າການຂຽນລົງເຈ້ຍ ຈະຊ່ວຍເພີ່ມລະດັບຄວາມຕັ້ງໃຈຫຼາຍກວ່າການພິມແລະການຂຽນດ້ວຍມືຍັງຈະຊ່ວຍເພີ່ມຄວາມຈຳ ຖ້າເຈົ້າບໍ່ໄດ້ຂຽນດ້ວຍມືເປັນເວລາດົນ ຕອນນີ້ອາດຈະເປັນເວລາດີຈະເລີ່ມຕົ້ນການຂຽນດ້ວຍມືຈະນຳໄປສູ່ການພັດທະນາສະມາທິໃນການເຮັດວຽກແລະເຮັດໃຫ້ຈື່ດີຂຶ້ນ ທັງສະມາທິແລະຄວາມຈຳຖືເປັນຄຸນະສົມບັດຈຳເປັນສຳຫລັບຄົນເຮັດວຽກ

 

5. ໃຫ້ເວລາທີ່ດີທີ່ສຸດຂອງມື້ນັ້ນໄປກັບວຽກທີ່ຍາກທີ່ສຸດເພື່ອປະສິດທີ່ພາບສູງ

ເກືອບທຸກຄົນຈະມີຊ່ວງເວລາທີ່ເຮັດວຽກໄດ້ມີປະສິດທິພາບຫຼາຍກວ່າຊ່ວງອື່ນໆ ຄົນສ່ວນໃຫຍ່ເວລາຊ່ວງເຊົ້າມັກຈະມີປະສິດທິພາບຫຼາຍທີ່ສຸດ ການຈັດເວລາໜຶ່ງຫຼືສອງຊົ່ວໂມງເພື່ອໃຫ້ເຈົ້າໄດ້ວາງແຜນແລະເຮັດວຽກທີ່ຍາກທີ່ສຸດຈະເທົ່າກັບເປັນການຈັດສັນເວລາໄດ້ຢ່າງສະຫຼາດ ເປັນການໃຊ້ເວລາໃຫ້ມີປະສິດທິພາບໃນເວລາທີ່ເຈົ້າມີສະມາທິສູງສຸດໄດ້ເຮັດວຽກທີ່ທ້າທາຍຈະເຮັດໃຫ້ເກີດຄວາມຄິດທີ່ນຳໄປສູ່ເປົ້າໝາຍ ທັງຍັງເພີ່ມຂີດຄວາມສາມາດໃນການເຮັດວຽກໄດ້.

 

ລອງພິສູດເທັກນິກເຫຼົ່ານີ້ເພື່ອເພີ່ອສະມາທິໃນການເຮັດວຽກແລະໄດ້ຮັບຜົນທີ່ດີຂຶ້ນ

 

Tags: #ສະມາທິ #ເທັກນິກເພື່່ອເພີ່ມສະມາທິ #ເຮັດວຽກ #ສະມາທິໃນການເຮັດວຽກ #ເພີ່ມສະມາທິ #ເທັກນິກ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now