ເຮັດແນວໃດໃຫ້ມີຄວາມສຸກໃນບ່ອນເຮັດວຽກ

timer

remove_red_eye 0 views


cvConnect.la - ເຮັດແນວໃດໃຫ້ມີຄວາມສຸກໃນບ່ອນເຮັດວຽກ

 

          ຄວາມສຸກເປັນສິ່ງທີ່ມະນຸດທຸກຄົນປາຖະໜາທີ່ຈະມີ ບໍ່ວ່າຈະເປັນໃນແງ່ມຸມຂອງຊີວິດສ່ວນຕົວ, ຄອບຄົວ ຫຼື ການເຮັດວຽກ ຄົນທີ່ມີຄວາມສຸກ ຄືຄົນທີ່ມີພາວະອາລົມທາງບວກຢູ່ສະເໝີ ເຊິ່ງໂດຍທົ່ວໄປຄົນເຮັດວຽກໃຊ້ເວລາບໍ່ຕໍ່າກວ່າ 1 ໃນ 3ຂອງແຕ່ລະມື້ ໃຊ້ຊີວິດຢູ່ໃນບ່ອນເຮັດວຽກຄືກັບບ້ານຫຼັງທີສອງ ດັ່ງນັ້ນ, ຖ້າຫາກບ່ອນເຮັດວຽກໜ້າຢູ່ ຄົນເຮັດວຽກກໍຢາກຈະໄປເຮັດວຽກ ແລະ ຢາກສະແດງຜົນງານໃຫ້ດີທຸກມື້. ດັ່ງນັ້ນ, ຈະເຫັນໄດ້ວ່າບ່ອນເຮັດວຽກມີບົດບາດສໍາຄັນຕໍ່ຄວາມສຸກຂອງບຸກຄົນ ເມື່ອບ່ອນເຮັດວຽກເປັນຕາຢູ່ ຄົນກໍຈະແຂງແຮງ ແລະ ເປັນສຸກ ພະນັກງານກໍຈະມີປະສິດທິພາບໃນໄລຍະຍາວ ການສ້າງຄວາມສຸກໃນການເຮັດວຽກຈຶ່ງເປັນສິ່ງທີ່ຈໍາເປັນຢ່າງຫຼາຍໃນການປະຕິບັດວຽກງານໃນອົງກອນ ເຮົາສາມາດສ້າງຄວາມສຸກໃນການເຮັດວຽກໄດ້ໂດຍວິທີດັ່ງນີ້.                                                                                                                                                                                                                                               

          1. ການແກ້ບັນຫາທີ່ຖືກຕ້ອງ ການເຮັດວຽກຕ້ອງມີບັນຫາເປັນທໍາມະດາ ຢ່າແກ້ບັນຫາໂດຍໃຊ້ອາລົມ ຈະເຮັດໃຫ້ຄຽດຫຼາຍຂຶ້ນ ທຸກບັນຫາມີທາງອອກ ຖ້າຄິດບໍ່ອອກໃຫ້ຫາຄົນຊ່ວຍ, ເຝິກການຖາມ ເມື່ອແກ້ບັນຫາໄດ້ກໍຈະສະບາຍໃຈ.

 

          2. ການພັດທະນາທັກສະໃນການເຮັດວຽກບາງຄົນເຮັດວຽກບໍ່ຖະນັດ, ວຽກທີ່ຍາກ,​ວຽກບໍ່ກົງກບັຄວາມຮູ້ຄວາມສາມາດ ເຮັດໃຫ້ຜົນວານອອກມາບໍ່ດີ ໝົດກໍາລັງໃຈໃນການເຮັດວຽກ ການພັດທະນາຕົນເອງຈະປະສົບຜົນສໍາເລັດກັບວຽກຫຼາຍຂຶ້ນ ໄດ້ຮັບການຍອມຮັບຈາກຜູ້ຮ່ວມງານ ແລະ ຫົວໜ້າກໍຈະມີຄວາມສຸກ, ພູມໃຈໃນບ່ອນເຮັດວຽກຫຼາຍຂຶ້ນ.

 

           3. ການປັບປ່ຽນສິ່ງແວດລ້ອມໃນສະຖານທີ່ເຮັດວຽກ, ຈັດເຄື່ອງໃຫ້ເປັນລະບຽບ ແລະ ເບິ່ງສະອາດຕາ, ເອົາຮູບພາບຄອບຄົວ, ຄົນຮັກ ຫຼື ຜູ້ທີ່ມີຄຸນຄ່າທາງຈິດໃຈມາວາງໃກ້ຕົວ ເພື່ອໃຫ້ມີກໍາລັງໃຈໃນການເຮັດວຽກ ຫຼື ຫາຕົ້ນໄມ້ ຫຼື ໂຖດອກໄມ້ເພື່ອເພີ່ມຄວາມສົດຊື່ນກັບສະຖານທີ່ເຮັດວຽກ.

 

          4. ການບໍລິຫານເວລາຢ່າງເໝາະສົມຈະຊ່ວຍໃຫ້ການເຮັດວຽກຢ່າງມີປະສິດທິພາບ ມີເວລາເຫຼືອສໍາລັບການພັກຜ່ອນ ແລະ ຄອບຄົວເຮັດໃຫ້ຄວາມຄຽດໜ້ອຍລົງ ຄວນທົບທວນເບິ່ງວ່າ ໃຊ້ເວລາແຕ່ລະມື້ໄປກັບເລື່ອງໃດແນ່ ເພື່ອຈັດການແບ່ງເວລາໃຫ້ເໝາະສົມໃຫ້ການເຮັດວຽກ, ຄອບຄົວ, ງານສັງສັນ ແລະ ການພັກຜ່ອນ.

 

          5. ການປັບປ່ຽນຄວາມຄິດຖ້າເຮົາຮູ້ຈັກປັບປ່ຍນຄວາມຄິດໃນແງ່ມຸມໃໝ່ຈະຊ່ວຍໃຫ້ຄຽດໜ້ອຍລົງ, ຖ້າຮູ້ສຶກວ່າຕົນເອງຄິດຫຼາຍຫາທາງອອກບໍ່ໄດ້ຄວນຢຸດຄິດກ່ອນ, ຄິດໃຫ້ຮອບຄອບຫຼາຍກວ່າເກົ່າ, ຄິດແບບມີເຫດຜົນ, ຄິດແບບຄົນອື່ນຄິດ ແລະ ຄິດເຖິງຄົນອື່ນນໍາ.

 

          6. ການພັກຜ່ອນຫຼັງຈາກເລີກວຽກແລ້ວ ຄວນໄດ້ພັກຜ່ອນ ເພື່ອຜ່ອນຄາຍຈິດໃຈເຮັດໃຫ້ພ້ອມທີ່ຈະກັບໄປເຮັດວຽກຢ່າງມີປະສິດທິພາບ, ກິດຈະກໍາຍາມພັກຜ່ອນມີຢູ່ຫຼາກຫຼາຍ ຄວນເລືອກໃຫ້ກົງກັນຂ້າມກັບວຽກປະຈໍາ.

 

          7. ການຮູ້ຈັກຢືນຢັນສິທິຂອງຕົນເອງ ຄວາມຄຽດອາດເກີດຈາກການຍອມເກງໃຈຜູ້ອື່ນຫຼາຍເກີນໄປ, ສິດທິທີ່ຄວນຮັກສາຄືສິ່ງທີ່ຈະປະຕິເສດຢ່າງມີເຫດຜົນ, ສິດທິທີ່ຈະເຮັດວຽກດ່ວນຂອງຕົນໃຫ້ສໍາເລັດກ່ອນ ບໍ່ສອບຖາມເພາະຄວາມບໍ່ເຂົ້າໃຈ, ປ່ຽນໃຈໄດ້ຂໍ້ມູນໃໝ່.

 

          8. ການສ້າງຄວາມເຂັ້ມແຂງທາງຈິດໃຈທີ່ເຂັ້ມແຂງຈະຊ່ວຍໃຫ້ເອົາຊະນະຄວາມຄຽດໄດ້ ການສ້າງຄວາມເຂັ້ມແຂງທາງຈິດໃຈໂດຍສ້າງຄວາມເຊື່ອໝັ້ນໃຫ້ຕົນເອງ ພັດທະນາປັບປຸງຕົນເອງ, ເຂົ້າໃຈຊີວິດວ່າບໍ່ມີຫຍັງແນ່ນອນ, ບໍ່ຍຶດຕິກັບອະດີດ ຫຼື ກັງວົນກັບອະນາຄົດຫຼາຍເກີນໄປ, ສ້າງຄວາມອົບອຸ່ນໃນຄອບຄົວ ເພາະຄອບຄົວເປັນກໍາລັງໃຈທີ່ສໍາຄັນໃນການຕໍ່ສູ້ກັບອຸປະສັກ.

 

         9. ການສ້າງຄວາມສໍາພັນທີ່ດີກັບເພື່ອນຮ່ວມງານ, ສ້າງຄວາມສໍາພັນທີ່ດີກັບຜູ້ຮ່ວມງານ ສາມາດເຮັດໄດ້ໂດຍເອົາໃຈເຂົາມາໃສ່ໃຈເຮົາຢູ່ສະເໝີ ເປັນຜູ້ຟັງທີ່ດີ, ຄິດກ່ອນເວົ້າ, ວິເຄາະຄວາມຕ້ອງການຂອງຜູ້ອື່ນ, ບໍ່ເອົາແຕ່ໃຈຕົນເອງ.

 

        10. ການສະແດງອາລົມຢ່າງເໝາະສົມ, ການສະແດງອາລົມທີ່ບໍ່ເມາະສົມເຮັດໃຫ້ເກີດຄວາມຄຍດ, ຄວນເຝິກຄວບຄຸມອາລົມ, ຄິດກ່ອນລົງມືເຮັດ, ເຮັດຢ່າງເໝາະສົມ ຈະໄດ້ບໍ່ເກີດບັນຫາພາຍຫຼັງ, ເມື່ອອາລົມດີ ຄວນສະແດງດ້ວຍການຍິ້ມ, ເວົ້າຢອກມ່ວນຫົວ ເພື່ອໃຫ້ຄົນໃຫ້ຕົວຮູ້ສຶກດີຂຶ້ນ.

 

         11. ການອອກກໍາລັງກາຍຈົນເມື່ອຍ ແລະ ເຫື່ອອອກ ຈະຊ່ວຍຄາຍຄຽດໄດ້, ຫຼັງເລີກວຽກ ຫຼື ໃນມື້ພັກຜ່ອນຄວນອອກກໍາລັງກາຍ ຫຼື ຫູິ້ນກິລາກັບກຸ່ມໝູ່ເພື່ອນຈະຮູ້ສຶກສະໜຸກສະໜານ ແລະ ເພີດເພີນຍິ່ງຂຶ້ນ ການຊ່ວຍກັນເຮັດວຽກເຮືອນໃນມື້ພັກຜ່ອນ ຖືວ່າເປັນການອອກກໍາລັງກາຍທີ່ດີ ແລະ ຊ່ວຍກະຊັບຄວາມສໍາພັນໃນຄອບຄົວ.

 

         12. ການເວົ້າຢ່າງສ້າງສັນຈະຊ່ວຍສ້າງບັນຍາກາດໃນບ່ອນເຮັດວຽກ, ສະບາຍດີດ ຂໍໂທດ, ຂອບໃຈ ເປັນປະໂຫຍກທີ່ຄວນເວົ້າຕິດປາກ, ຍ້ອງຍໍ, ຖາມທຸກສຸກ, ໃຫ້ກໍາລັງໃຈ, ປະສານຄວາມເຂົ້າໃຈ ເພື່ອຫຼຸດຄວາມຂັດແຍ່ງໃນການເຮັດວຽກ ຈະຊ່ວຍຕັດບັນຫາ ຫູຸດຄວາມຄຽດໄດ້.

 

 

Tags: #้໊ັHappiness #ຄວາມສຸກການເຮັດວຽກ #job #work

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now