5 ກົນລະຍຸດສ້າງຄວາມໂດດເດັ່ນໃນບ່ອນເຮັດວຽກ

timer

remove_red_eye 0 views


cvConnect.la - 5 ກົນລະຍຸດສ້າງຄວາມໂດດເດັ່ນໃນບ່ອນເຮັດວຽກ

 

         ຖ້າຫາກການເຮັດວຽກຂອງເຈົ້າເປັນແບບເລື້ອຍໆ, ຊື່ໆບໍ່ມີຫຍັງທີ່ໂດດເດັ່ນ, ບໍ່ມັກແຂ່ງຂັນກັບໃຜ ລະວັງ! ເຈົ້າຈະກາຍເປັນຄົນທີ່ຖືກລືມ ໂລກແຫ່ງການແຂ່ງຂັນບໍ່ເຄີຍປານີໃຜ ເມື່ອເຖິງຊ່ວງເວລາການປະເມີນຜົນງານເພື່ອພິຈາລະນາໂບນັສ, ຂຶ້ນເງິນເດືອນ, ເລື່ອນຕໍາແໜ່ງ ຫູື ພາວະວິກິດເສດຖະກິດທີ່ຜູ້ປະກອບການຈໍາເປັນຕ້ອງຫຼຸດຂະໜາດອົງກອນ, ພະນັກງານ ເມື່ອນັ້ນອາດຈະຊ້າເກີນໄປສໍາລັບການປ່ຽນແປງຕົນເອງ.

 

          ຄົນທີ່ໂດດເດັ່ນຄືຄົນທີ່ຈະຖືກຄິດເຖິງກ່ອນ ສ່ວນຄົນທີ່ບໍ່ໂດດເດັ່ນ ກໍຈະຖືກເບິ່ງຂ້າມໄປ ເພາະບໍ່ມີຄວາມສໍາຄັນພຽງພໍ ເຖິງເວລາທີ່ຄົນບໍ່ສໍາຄັນ ຄວນມີການປ່ຽນແປງຕົນເອງເພື່ອຄວາມໂດດເດັ່ນ ແລະ ສ້າງຄຸນຄ່າໃນຕົນເອງໃຫ້ເທົ່າທຽມກັບຄົນອື່ນໆຈະໄດ້ບໍ່ພາດໂອກາດດີໆໃນຊີວິດ. ມື້ນີ້ທີມງານ ຊີວີຄອນເນັກ ມີ 5 ກົນລະຍຸດສ້າງຄວາມໂດດເດັ່ນໃນບ່ອນເຮັດວຽກມາໃຫ້ອ່ານດັ່ງນີ້.

 

1. ເພີ່ມການປະຊາສໍາພັນຕົນເອງ

         ການທີ່ຫົວໜ້າເບິ່ງຂ້າມເຈົ້າໄປນັ້ນ ອາດເປັນເພາະເຈົ້າປະຊາສໍາພັນຕົນເອງໜ້ອຍເກີນໄປ ຈຶ່ງບໍ່ຢູ່ໃນສາຍຕາຂອງຫົວໜ້າ ເຊິ່ງອາດບໍ່ຮູ້ວ່າເຈົ້າກໍາລັງເຮັດວຽກຫຍັງຢູ່ ແລະ ຢູ່ໃນຂັ້ນຕອນໃດແລ້ວ ຄວາມຄືບໜ້າເປັນແນວໃດ ດັ່ງນັ້ນ, ເຈົ້າຄວນສົ່ງລາຍງານຄວາມຄືບໜ້າການເຮັດວຽກຂອງເຈົ້າໃຫ້ຫົວໜ້າຮູ້ຢ່າງຕໍ່ເນື່ອງ ແລະ ຖ້າຫາກໄດ້ຮັບຄໍາຊື່ນຊົມ ຫຼື ຄໍາຂອບໃຈຈາກຜູ້ທີ່ເຮັດວຽກນໍາ ກໍຄວນສະເນີຫົວໜ້າ ເພື່ອເປັນໂປຣຟາຍທີ່ດີຂອງເຈົ້າຕໍ່ໄປ.

 

2. ຢ່າເປັນພຽງໄມ້ປະດັບ

         ໃນການປະຊຸມທີມ ຫຼື ປະຊຸມພະແນກ ເປັນໂອກາດທີ່ດີທີ່ເຈົ້າຈະເພີ່ມບົດບາດ ແລະ ເປັນທີ່ຍອມຮັບຂອງເພື່ອນຮ່ວມງານຫຼຍຂຶ້ນ ກ່ອນເຂົ້າປະຊຸມຄວນມີການກຽມຂໍ້ມູນສໍາລັບປະເດັນທີ່ຈະຫາລືກັນ, ການນໍາສະເໜີໄອເດຍໃໝ່ໆ,​ ສະເໜີຄວາມຄິດເຫັນທີ່ເປັນປະໂຫຍດຕໍ່ທີມງານ ຈະເຮັດໃຫ້ເຈົ້າມີຄຸນຄ່າຫູາຍຂຶ້ນກວ່າການເປັນພຽງຜູ້ເຂົ້າຮ່ວມປະຊຸມທີ່ພ້ອມຈະເຮັດຕາມຂໍ້ຕົກລົງຂອງການປະຊຸມ.

 

3. ຮູ້ຈຸດອ່ອນ ແລະ ຈຸດແຂງຂອງຕົນເອງ

          ກ່ອນທີ່ເຈົ້າຈະຫາວິທີການຕ່າງໆ ໃນການນໍາສະເໜີຕົນເອງໃຫ້ມີບົດບາດໂດດເດັ່ນຂຶ້ນ ເຈົ້າຈະຕ້ອງຮູ້ຕົນເອງກ່ອນວ່າ ເຈົ້າມີຈຸດອ່ອນ ແລະ ຈຸດແຂງຫຍັງແດ່, ການຮູ້ຈຸດອ່ອນຂອງຕົນເອງກໍເພື່ອປັບປຸງ, ພັດທະນາທັກສະ, ຄວາມສາມາດໄປໃຫ້ດີຂຶ້ນ, ໃນຂະນະດຽວກັນ ເຈົ້າຈະຕ້ອງເຮັດໃຫ້ຈຸດແຂງຂອງເຈົ້າເພີມຄຸນຄ່າ ແລະ ຊື່ສຽງໃນດ້ານທີ່ເຈົ້າຊ່ຽວຊານ.

 

4. ດຸໝັ່ນອາສາຊ່ວຍເຫຼືອວຽກສ່ວນອື່ນ

         ເມື່ອມີໂປຣເຈັກໃໝ່ເກີດຂຶ້ນ ແລະ ຕ້ອງການອາສາສະໝັກເພື່ອຮັບຜິດຊອບພິເສດ ຄົນສ່ວນໃຫຍ່ມັກຈະເກັບເນື້ອເກັບຕົວ, ບໍ່ສະເໜີຕົນເອງຮັບວຽກເພີ່ມໃຫ້ລໍາບາກກາຍ ແຕ່ນີ້ຄືໂອກາດຂອງເຈົ້າທີ່ຈະເຮັດໃຫ້ຄົນອື່ນເບິ່ງເຫັນເຈົ້າຫຼາຍຂຶ້ນ, ອາສາເຮັດວຽກນີ້ໄປເລີຍ ສະແດງໃຫ້ທຸຄົນເຫັນວ່າເຈົ້າມີສັກກະຍະພາບ ແລ້ວເຈົ້າກໍຈະເປັນທີ່ຍອມຮັບຂອງທຸກຄົນ.

 

5. ຊ່ວຍອົງກອນປະຢັດຄ່າໃຊ້ຈ່າຍ

         ທຸກອົງກອນຕ່າງໃຫ້ຄວາມສໍາຄັນກັບການຄວບຄຸມຄ່າໃຊ້ຈ່າຍພຍໃນອົງກອນ ເຈົ້າສາມາດຊ່ວຍໄດ້ ສະເໜີຄວາມຄິດເຫັນຂອງເຈົ້າໃຫ້ກັບຫົວໜ້າໃນການຊ່ວຍອົງກອນຫຼຸດຄ່າໃຊ້ຈ່າຍ ແລະ ເປັນຜູ້ນໍາພາລົງມືເຮັດໃຫ້ເປັນຕົວຢ່າງແກ່ພະນັກງານຄົນອື່ນໆທີ່ໂດດເດັ່ນເຂົ້າຕາຫົວໜ້າ ແລະ ເພື່ອນຮ່ວມງານ.

Tags: #ກົນລະຍຸດ #ອາສາຊ່ວຍເຫຼືອ #ໂດດເດັ່ນໃນບ່ອນເຮັດວຽກ #ປະຊາສໍາພັນ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now