ເຮັດແນວໃດ? ເພື່ອດຶງດູດໃຫ້ HR ສົນໃຈ CV ຂອງເຈົ້າ

timer

remove_red_eye 0 views


cvConnect.la - ເຮັດແນວໃດ? ເພື່ອດຶງດູດໃຫ້ HR ສົນໃຈ CV ຂອງເຈົ້າ

          ສິ່ງທີ່ CVconnect ເນັ້ນຍຳ້ຜູ້ສະໝັກວຽກໃນເລື່ອງການຂຽນຊີວີ ຢູ່ສະເໝີກໍຄື HR ໃຊ້ເວລາບໍ່ດົນໃນການສະແກນອ່ານຊີວີ ແຕ່ລະສະບັບພາຍໃນເວລາພຽງແຕ່ 7 ວິນາທີເທົ່ານັ້ນ ຊີວີຂອງໃຜຄົນໜຶ່ງອາດຈະຖືກເບິ່ງຜ່ານແບບບໍ່ມີເຍື້ອໃຍ ແລ້ວຕ້ອງເຮັດແນວໃດເພື່ອດຶງຄວາມສົນໃຈຈາກ HR ໃຫ້ຢຸດຢູ່ຊີວີຂອງເຈົ້າ ບໍ່ວ່າເຈົ້າກຳລັງສະໝັກວຽກ ການຂາຍ , ການຕະຫຼາດ , HR , ການເງິນ ບັນຊີ , ໄອທີ , ວິສະວະກອນ ຫຼື ຊີວີວຽກອື່ນໆກໍຕາມ ເຈົ້າສາມາດນຳໃຊ້ແນວທາງ ແລະ ຕົວຢ່າງການຂຽນຫຍໍ້ໜ້າສະຫຼຸບໃນຊີວີ ທີ່ CVconnect ລວບລວມມານີ້ໄປປັບໃຊ້ໃຫ້ເໝາະສົມກັບຊີວີຂອງເຈົ້າໄດ້ເລີຍແລ້ວ HR ຈະບໍ່ມີທາງເບິ່ງຂ້າມຊີວີຂອງເຈົ້າໄປໄດ້

          ກ່ອນລົງມືຂຽນ ເຈົ້າຕ້ອງຮູ້ໂຄງສ້າງຂອງຫຍໍ້ໜ້າສະຫຼຸບນີ້ກ່ອນ ວ່າເປັນແນວໃດ ແລະ ຕ້ອງຂຽນຫຍັງ

– ຫົວເລື່ອງ: ຕ້ອງສັ້ນ ລຽບງ່າຍ ແລະ ຕອບຄຳຖາມວ່າ “ເປັນຫຍັງພວກເຂົາຕ້ອງຈ້າງເຈົ້າ”

– ປະໂຫຍກທຳອິດ: ສະຫຼຸບປະສົບການທີ່ໄດ້ພົບຈາກການເຮັດວຽກ ແລະ ເນັ້ນໄປທີ່ເປົ້າໝາຍການເຮັດວຽກທີ່ເດັ່ນ

ປະໂຫຍກທີ່ສອງ: ເສີມຂໍໍ້ຄວາມທີ່ກະຕຸ້ນໃຫ້ປະໂຫຍກທຳອິດມີຄວາມສົນໃຈຫລາຍຂຶ້ນອີກ

ປະໂຫຍກທີ່ສາມ: ຕອກຍຳ້ອີກວ່າ ’’ເປັນຫຍັງຕ້ອງຈ້າງເຈົ້າ’’

         ແລະ 7 ຕົວຢ່າງການຂຽນຫຍໍ້ໜ້າສະຫຼຸບໃນດ້ານລູ່ມນີ້ ຕ້ອງເຮັດໃຫ້ HR ສະດຸດແລ້ວຫຍຸດຢູ່ທີ່ຂອງເຈົ້າແນ່ນອນ

 

ການຂາຍ

          ໃນຖານະທີ່ເປັນພະນັກງານຂາຍມືອາຊີບທີ່ມີປະສົບການມາຫຼາຍ ຊຶ່ງເປັນຄົນມັກເຈລະຈາ ມັກພົວພັນກັບຜູ້ຄົນຫລາກຫລາຍໃນວົງການທຸກສາຍອາຊີບ ຈາກປະສົບການທີ່ສະສົມມາ ເຮັດໃຫ້ມີວິທີດີໆທີ່ຈະທຳລາຍກຳແພງໃນການເວົ້າລົມນຳຄົນອື່ນໄດ້ ຄື ບໍ່ແມ່ນວ່າມີແຕ່ຈະຂາຍ ເຮົາຕ້ອງຕອບໂຈດຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ ນອກຈາກເລື່ອງການຂາຍ ຂ້ອຍຍັງສາມາດສະເໜີທາງແກ້ໄຂປັນຫາໃຫ້ກັບລູກຄ້າໄດ້ອີກດ້ວຍ

 

ການຕະຫລາດ

         ປັດຊະຍາງ່າຍໆ ດ້ານການຕະຫລາດທີ່ໄດ້ມາຈາກການເຮັດວຽກ ຕຳແໜ່ງຜູ້ຊ່ຽວຊານດ້ານການຕະຫຼາດໃນທຸລະກິດ FMCG 12 ປີທີ່ຜ່ານມາ ຄື ການສ້າງແບຣນທີ່ມີເອກກະລັກແລະໜ້າຈົດຈຳຕໍ່ລູກຄ້າບໍ່ມີໃຜ ບໍ່ມັກການໃສ່ໃຈແບບພິເສດ ອົບອຸ່ນແລະເປັນກັນເອງ ເຊັ່ນ ສົ່ງຂອງຂວັນວັນເກີດ ແນະນຳສິນຄ້າຕາມຄວາມຕ້ອງການ ແລະຄວາມສົນໃຈຂອງລູກຄ້າແຕ່ລະຄົນ ຫຼື ແມ້ແຕ່ການຂຽນຈົດໝາຍຂອບໃຈດ້ວຍລາຍມືຂອງຕົນເອງ ສິ່ງເຫຼົ່ານີ້ຈະເຮັດໃຫ້ຜູ້ຮັບມີຄຸນຄ່າແລະ ຊາບຊຶ້ງ ສິ່ງທີ່ເຮັດໃຫ້ຂ້ອຍຢາກເຮັດວຽກທຸກໆມື້ ຄື ການສ້າງຄວາມຮູ້ສຶກອົບອຸ່ນ ແລະ ເປັນກັນເອງໃຫ້ກັບລູກຄ້າ ຊຶ່ງຈະເຮັດໃຫ້ພວກເຂົາເປີດໃຈຮັບແບຮນໄດ້

 

HR

         ສິ່ງທີ່ໄດ້ຮຽນຮູ້ຈາກການເຮັດວຽກຝ່າຍບຸກຄະລາກອນມາຫຼາຍປີ ກໍຄື ຄວາມສຸກຂອງພະນັກງານຄືພາບລວງຕາ ທຳມະຊາດຂອງມະນຸດມີຄວາມຕ້ອງການທີ່ບໍ່ສິ້ນສຸດ ແທນທີ່ຈະເຮັດໃຫ້ພະນັກງານມີຄວາມສຸກຢູ່ຕະຫຼອດ ແຕ່ຂ້ອຍເລືອກທີ່ຈະຄົ້ນຫາວ່າ ພະນັກງານຕ້ອງການຫຍັງ ແລະ ຮັກສາແຮງບັນດານໃຈໃນການເຮັດວຽກຂອງພວກເຂົາ ດ້ວຍວຽກທີ່ມີຄວາມໝາຍແລະເປົ້າໝາຍທີ່ທ້າທາຍ ລວມເຖິງສະຖານະການໃນບ່ອນເຮັດວຽກທີ່ສ້າງແຮງບັນດານໃຈ ການຈັດການກັບສິ່ງທີ່ພະນັກງານຄາດຫວັງດ້ວຍວັດຖຸປະສົງ ແລະ ວິໄສທັດທີ່ຕອບໂຈດໃຫ້ພະນັກງານ ຄືສິ່ງທີ່ຂ້ອຍຕ້ອງເຮັດ

 

 

ການເງິນ

        ປະສົບການ 10 ປີ ໃນຖານະນັກວາງແຜນການເງິນໄດ້ສອນວ່າ ກະແຈດອກສຳຄັນໃນການບໍລິຫານການເງິນໃຫ້ມີປະສີດທິພາບຢູ່ໃນຫຼັກການງ່າຍໆ ນັ້ນຄື ໝັ່ນສ້າງພາບລວມຢູ່ສະເໝີ ການເລັ່ງເປົ້າໄປທີ່ການໃຊ້ຈ່າຍໃນພາວະເສດຖະກິດຕົກຕຳ່ ເປັນເລື່ອງທີ່ເຂົ້າໃຈໄດ້ ແທນທີ່ຈະຫາວິທີປ້ອງກັນ ແຕ່ເລືອກປ່ຽນວິທີ ຫຼື ປ່ຽນມຸມມອງໃໝ່ໆ ກໍອາດຈະດີກວ່າ ການຄຳນວນຄວາມສ່ຽງ ເປັນສິ່ງຈຳເປັນທີ່ເຮັດໃຫ້ເກີດຄວາມກ້າວໜ້າຂຶ້ນຄືສິ່ງທີ່ຂ້ອຍເຊື່ອ

 

ບັນຊີ

        ເສັ້ນທາງຂອງນັກບັນຊີ ກັບການເຮັດວຽກໃນບໍລິສັດໃຫຍ່ໆລະດັບຊາດ 5 ປີທີ່ຜ່ານມາ ພາລະກິດຂອງຂ້ອຍແມ່ນງ່າຍຫຼາຍນັ້ນຄຶ ແນະນຳລະບົບແລະຂະບວນການໃໝ່ໆທີ່ຊ່ວຍຫຼຸດຂັ້ນຕອນການເຮັດວຽກໃນ່ແຕ່ລະມື້ເພື່ອເພີ່ມປະສິດທິພາບແລະຄວາມຖືກຕ້ອງ ເປົ້າໝາຍຂອງຂອງຂ້ອຍຄື ການລົດ ( ຫຼຶຈຳກັດ) ຂໍ້ຜິດພາດຕ່າງໆເພາະຄວາມຜິດພາດທາງບັນຊີເລັກນ້ອຍກໍອາດກະທົບໄປທົ່ວລະບົບບັນຊີຂອງອົງກອນໄດ້

 

ໄອທີ

        ປະສົບການທີ່ຫຼາກຫຼາຍໃນການເຮັດວຽກດ້ານໄອທີເຊັ່ນວ່າ ການຂຽນໂປແກຼມ , software architecture , ວຽກອອກແບບບ UX/UI ຫຼື web developer ມີຮາກຖານມາຈາກຄວາມຕ້ອງການງ່າຍໆ ທີ່ຈະເພີ່ມຂີດຄວາມສາມາດຂອງມະນຸດດ້ວຍເທັກໂນໂລຢີຄອມພິວເຕີ້ ໂລກເຮົານ້ອຍລົງເລື່ອຍໆ ຂອບເຂດດ້ານພູມສາດຈະຄ່ອຍໆ ຫາຍໄປ ວັດທະນາທຳທີ່ແຕກຕ່າງກັນຈະຄ່ອຍໆຫາຍໄປ ຊົນຊາດຕ່າງໆ ເລີ່ມເປັນໜຶ່ງອັນດຽວກັນ ແຮງພັກດັນຂອງຂ້ອຍຄື ການຊ່ວຍປູທາງໄປສູ່ສັງຄົມໂລກທີ່ບໍ່ມີຂີດຈຳກັດດ້ວຍເທັກໂນໂລຢີຄອມພິວເຕີ້

 

ວິສະວະກອນ

         ຫຼັງຈາກຜ່ານການເຮັດວຽກດ້ານວິສະວະກອນມາຕະຫຼອດ 10 ປີ ກໍໄດ້ພົບວ່າ ຂ້ອຍຫຼົງໄຫຼໃນການສ້າງຜະລິດຕະພັນແລະນະວັດຕະກຳທີ່ເປັນມິດຕໍ່ສິ່ງແວດລ້ອມແລະຕໍ່ໂລກ ເຊິ່ງຖືເປັນຄວາມທ້າທ້າຍທີ່ຄຸ້ມຄ່າ ທີ່ມີໂອກາດໄດ້ສ້າງຄວາມແຕກຕ່າງຂຶ້ນມາ ຂ້ອຍເຊື່ອວ່າວຽກຈະມີຄວາມໝາຍຫຼາຍທີ່ສຸດ ກໍຕໍ່ເມືອມັນໃຫ້ໂອກາດເຮົາໄດ້ປ່ຽນແປງໄປໃນທາງທີ່ດີຂຶ້ນ ນີ້ຄືສາເຫດທີ່ຂ້ອຍເຮັດໃນສິ່ງນີ້

 

    CVconnect ຫວັງວ່າຕົວຢ່າງການຂຽນຫຍໍ້ໜ້າສະຫຼຸບຊີວີດ້ານເທິງ ຈະເຮັດໃຫ້ເຈົ້າເກີດແນວຄິດໃໝ່ໆໃນການຂຽນສະຫຼຸບຊີວີຂອງເຈົ້າໄດ້

Tags: #HR #ດຶງດູດ #CV #ສໍາພາດວຽກ #RESUME #ສົນໃຈ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now