ເທັກນິກການພິຈາລະນາ Cover Letter ໃຫ້ມີປະສິດທິພາບ

timer

remove_red_eye 0 views


cvConnect.la - ເທັກນິກການພິຈາລະນາ Cover Letter ໃຫ້ມີປະສິດທິພາບ

         ການໃຫ້ຄວາມສຳຄັນກັບການພິຈາລະນາ Cover Letter ຊ່ວຍໃຫ້ເຈົ້າປະຫຍັດເວລາໃນການຄັດເລືອກຜູ້ສະໝັກວຽກໄດ້ຫຼາຍຂຶ້ນ ເພາະການຂຽນ Cover Letter ເປັນການສະຫຼຸບຄຸນສົມບັດ ທັກສະ ແລະ ບຸກຄະລິກຂອງຜູ້ສະໝັກວຽກ ລວມເຖິງການດຶງເອົາຈຸດເດັ່ນທີ່ສອດຄ້ອງກັບຕຳ່ແໜ່ງວຽກອອກມານຳສະເໜີ ເພື່ອດຶງດູດໃຫ້ HR ເກີດຄວາມສົນໃຈ ຢາກອ່ານ Resume ຂອງຕົນເພາະສະນັ້ນການພິຈາລະນາ Cover Letter ຈຶ່ງເປັນເລື່ອງສຳຄັນຫຼາຍໃນການຄັດເລືອກຜູ້ສະໝັກ

ສິ່ງທີ່ຄວນເບິ່ງໃນການຂຽນ Cover Letter

  • ພິຈາລະນາ Cover Letter ທີ່ມີຄວາມເປັນລະບຽບຮຽບຮ້ອຍ,  Cover Letter ທີ່ໃຫ້ຂໍ້ມູນໜ້າສົນໃຈ ສະແດງເຖິງຄວາມຕັ້ງໃຈຂອງຜູ້ສະໝັກ
  • ຕົວສະກົດ ແລະ ໄວຍະກອນທີ່ຖືກຕ້ອງສະແດງເຖິງການເອົາໃຈໃສ່ ແລະ ໃຫ້ເວລາກັບການຂຽນຈົດໝາຍແນະນຳຜູ້ສະໝັກ
  • ໃນທາງກົງກົນຂ້າມການສະກົດຜິດ ແລະ ຄວາມບໍ່ຮຽບຮ້ອຍຂອງ  Cover Letter ສະແດງເຖິງຜູ້ສະໝັກບໍ່ໃຫ້ຄວາມສົນໃຈກັບການສ້າງຄວາມປະທັບໃຈໃຫ້ແກ່ HR ດ້ວຍເຫດຜົນທີ່ HR ກັບຜູ້ສະໝັກບໍ່ເຄີຍຮູ້ຈັກກັນມາກ່ອນ Cover Letter ຈຶ່ງປຽບຄືຕົວແທນຂອງຜູ້ສະໝັກທີ່ຈະນຳສະເໜີຕົວຕົນໃຫ້ HR ໄດ້ຮູ້ຈັກ

        ດັ່ງນັ້ນ Cover Letter ຈຶ່ງເປັນສິ່ງໜຶ່ງທີ່ສະທ້ອນເຖິງບຸກຄະລິກຂອງຜູ້ສະໝັກ ວ່າເປັນຄົນລະອຽດຮອບຄອບຫຼືບໍ່ ລວມເຖິງສະທ້ອນຄວາມສາມາດໃນການເຮັດວຽກ ແລະ ຄວາມຄິດຂອງຜູ້ສະໝັກຜ່ານສິ່ງທີ່ຂຽນໄດ້ອີກດ້ວຍ.

ເທັກນິກໃນການພິຈາລະນາ Cover Letter

  • ຜູ້ສະໝັກຄວນລະບຸຕຳແໜ່ງທີ່ສະໝັກໃຫ້ຊັດເຈນ ຊຶ່ງຄວນລະບຸໄວ້ຕັ້ງແຕ່ປະຫຍກທຳອິດຂອງຈົດໝາຍ ແຕ່ຖ້າຜູ້ສະໝັກບໍ່ລະບຸຕຳແໜ່ງ ແລະປ່ອຍໃຫ້່ເຈົ້າຕ້ອງຄາດເດົາເອົາເອງ
  • ຢ່າເສີຍດາຍທີ່ຈະຄັດຈົດໝາຍສະບັບນັ້ນຖິ້ມ
  • ພິຈາລະນາດ້ວຍເຫດໃດຜູ່ສະໝັກຈຶ່ງສົນໃຈສະໝັກວຽກໃນຕຳແໜ່ງດັ່ງກ່າວ ເພື່ອເບິ່ງເຖິງຄວາມສາມາດຂອງເຂົາຕໍ່ການເຮັດວຽກ
  • ຖ້າຫາກຕຳແໜ່ງທີ່ເຈົ້າເປີດຮັບລະບຸທັກສະ ຫຼືປະສົບການຫຼືຄວາມສາມາດພິເສດອື່ນໆ ເຈົ້າຄວນພິຈາລະນາທັກສະ ຄວາມສາມາດທີ່ຜູ້ສະໝັກ ມີຄວາມສອດຄ້ອງກັບຕຳແໜ່ງວຽກທີ່ເປີດຮັບ ຫຼື ບໍ່
  • ພິຈາລະນາລົງທ້າຍຈົດໝາຍຂອງຜູ້ສະໝັກ ຊຶ່ງຄວນສະແດງຄວາມກະຕື້ລືລົ້ນ ໂດຍລະບຸຄວາມຄາດຫວັງທີ່ຈະໄດ້ຮັບການຕິດຕໍ່ກັບ ເຊັ່ນ :  “I look forward to having an opportunity to discuss my qualifications further at your earliest convenience.”
  • ເມື່ອເຈົ້າໄດ້ອ່ານ Resume  ຂອງຜູ້ສະໝັກວຽກຂໍແນະນຳໃຫ້ເຈົ້າກັບມາອ່ານ Cover Letter ຄືນອີກເທື່ອໜຶ່ງ ວ່າມີຄວາມສອດຄ້ອງກັບ resume ຫຼື ບໍ່ ເຊິ່ງຫລາຍເທື່ອອາດພົບສິ່ງຜິດປົກກະຕິ ເຊັ່ນ ໃນ Resume ລະບຸວ່າ ເຄີຍຜ່ານວຽກມາແລ້ ແຕ່ໃນ cover letter ກັບລະບຸວ່າຫາກໍ່ຮຽນຈົບ ໃນກໍລະນີນີ້ຖ້າ່ເຈົ້າບໍ່ໄດ້ຮັບການອະທິບາຍເຖິງປະຫວັດການເຮັດວຽກໃນອະດີດຢ່າງຊັດເຈນ ຄວນເບິ່ງຫາຜູ້ສະໝັກຄົນອື່ນຈະດີກວ່າ.

        ມີຜູ້ສະໝັກຈຳນວນຫຼາຍທີ່ຄິດວ່າ ເປັນພຽງຈົດໝາຍທຳມະດາ ຈຶ່ງບໍ່ໃຫ້ຄວາມສຳຄັນ ແລະ ບໍ່ໃຊ້ເວລາຂຽນໃຫ້ດົນເທົ່າທີ່ຄວນ ແຕ່ HR ມືອາຊີບບໍ່ໄດ້ຄິດແບບນັ້ນ ເຂົາພິຈາລະນາຜູ້ສະໝັກ ແມ້ກະທັ່ງໃນເລື່ອງທີ່ຖືກເບິ່ງວ່າ ເປັນເລື່ອງເລັກນ້ອຍນັ້ນສາມາດສະທ້ອນເຖິງປະສິດທິພາບ ໃນການເຮັດວຽກຂອງຜູ້ສະໝັກໄດ້ ດັ່ງນັ້ນ HR ທີ່ດີຈື່ງບໍ່ຄວນເບິ່ງຂ້າມຄວາມສຳຄັນຂອງການພິຈາລະນາ Cover Letter ເພື່ອຄັດເລືອກຜູ້ສະໝັ້ກທີ່ມີປະສິດທິພາບຢ່າງທີ່ອົງກອນຕ້ອງການ.

Tags: #cover letter #ຂຽນ cover letter #resume #HR

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now