ເປັນຫຍັງ HR ຈຶ່ງໃຊ້ເວລາດົນເພື່ອຕິດຕໍ່ຜູ້ສະໝັກທີ່ເຂົ້າສໍາພາດວຽກ

timer

remove_red_eye 0 views


cvConnect.la - ເປັນຫຍັງ HR ຈຶ່ງໃຊ້ເວລາດົນເພື່ອຕິດຕໍ່ຜູ້ສະໝັກທີ່ເຂົ້າສໍາພາດວຽກ

 

         ຫລັງຈາກທີ່ເຈົ້າອອກຈາກຫ້ອງສຳພາດດ້ວຍຄວາມໝັ່ນໃຈ ວ່າຈະຕ້ອງໄດ້ວຽກນີ້ແນ່ນອນ ແຕ່ເວລາຜ່ານໄປ ກັບບໍ່ມີສັນຍາຕອບຮັບຈາກ HR ເລີຍ ບໍ່ວ່າຈະເປັນໂທ ຫຼື ສົ່ງອິເມວໄປຖາມ ແຕ່ຄຳຕອບທີ່ໄດ້ມີພຽງຄຳວ່າ “ກຳລັງພິຈາລະນາຢູ່” ເຈົ້າເລີ່ມຄິດວ່າ ຄວນຈັດການກັບຕົວເອງແນວໃດດີ ກັບການລໍຖ້າທີ່ບໍ່ມີຈຸດໝາຍປາຍທາງແບບນີ້ ເພາະການທີ່ລໍຖ້າແບບນີ້ອາດຈະເຮັດໃຫ້ເຈົ້າເສີຍເວລາໄດ້ ໂດຍສະເພາະຖ້າມີຫົວໜ້າເຂົ້າມາຮ່ວມໃນການຕັດສິນໃຈ ຍິ່ງຍືດເຍື້ອຍາວນານເຂົ້າໄປອີກ ການລໍຖ້າເປັນເລື່ອງທີ່ລຳບາກໃຈ ແລະ ເຮັດຫຍັງບໍ່ໄດ້ ນອກຈາກທຳໃຈ ແຕ່ CVconnect ມີເລື່ອງມາເລົ່າໃຫ້ຟັງ ເພື່ອໃຫ້ເຂົ້າໃຈວ່າເປັນຫຍັງ HR ຈຶ່ງໃຊ້ເວລາດົນ ໃນການຕິດຕໍ່ກັບຫາເຈົ້າ.

 

1. ມີຜູ້ກ່ຽວຂ້ອງໃນການຕັດສິນໃຈຫຼາຍເກີນໄປ

             ການມີຜູ້ກ່ຽວຂ້ອງຫລາຍຝ່າຍ ຫຼື ຫລາຍຄົນໃນການຕັດສິນໃຈພິຈາລະນາຮັບຄົນເຂົ້າເຮັດວຽກ ເຮັດໃຫ້ຂະບວນການຈ້າງເຮັດວຽກຊ້າໄປໄດ້ ເພາະແຕ່ລະຝ່າຍອາດມີຄວາມຄິດທີ່ບໍ່ຕົງກັນ ແຕ່ການມີຜູ້ກ່ຽວຂ້ອງຫລາຍຝ່າຍມາພິຈາລະນາການຈ້າງເຮັດວຽກ ກໍເປັນເລື່ອງຈຳເປັນ  ເຖິງແມ່ນວ່າຈະເຮັດໃຫ້ຂະບວນການລ່າຊ້າອອກໄປ ແຕ່ຄວາມຊ້ານີ້ ຈະເຮັດໃຫ້ອົງກອນໄດ້ຄົນເຂົ້າເຮັດວຽກທີ່ເໝາະສົມທີ່ສຸດ ເພາະສະນັ້ນ ສາເຫດທີ່ວ່າ HR ຈະຕິດຕໍ່ກັບມາຫຼັງຈາກສຳພາດວຽກກັນແລ້ວ ບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ດີ ຫຼື ບໍ່ເໝາະສົມ ແຕ່ເປັນເພາະຂະບວນການຈ້າງເຮັດວຽກຂອງອົງການ  

 

2.  HR ຍັງຕິດສຳພາດຜູ້ສະໝັກວຽກຄົນອື່ນຢູ່

        ຖ້າຊ່ວງທີ່ເຈົ້າສະໝັກວຽກເປັນຊ່ວງລະດູຫາວຽກພໍດີ ແຕ່ລະບໍລິສັດຈະມີຜູ້ເຂົ້າມາສະໝັກເປັນຈຳນວນຫຼາຍ ເຊີ່ງຖືເປັນໂອກາດທີີ່ HR ຈະໃຊ້ເວລາ ໃນການຫາຄົນທີ່ເໝາະສົມທີ່ສຸດເຂົ້າມາເຮັັດວຽກ ຖ້າເຈົ້າຍັງບໍ່ໄດ້ຮັບການຕິດຕໍ່ຈາກ HR ອາດເປັນເພາະພວກເຂົາກຳລັງສຳພາດຜູ້ສະໝັກວຽກຄົນອືນຢູ່ ແລະ ຍັງບໍ່ມີເວລາພິຈາລະນາ ຫຼື ຕິດຕໍ່ກັບຫາເຈົ້າທັນທີກໍເປັນໄດ້

 

3.ທີມຜູ້ບໍລິຫານກຳລັງຕັດສິນໃຈຢູ່

         ອາດເປັນໄປໄດ້ວ່າຜູ້ບໍລິຫານ ຫຼື ທີມຜູ້ບໍລິຫານກຳລັງຖົກເຖີຍງກັນຢູ່ ຈະເອົາແນວໃດດີ ໃຫ້ຄິດບວກໄວ້ວ່າ ການທີ່ເຈົ້າຍັງບໍ່ໄດ້ຍິນຄຳຕອບໃດໆ ຖືເປັນສັນຍານທີ່ດີ ເພາະຖ້າຄຳຕອບຄື ‘’ບໍ່’’ ເຈົ້າຄືຈະໄດ້ຮັບການຕິດຕໍ່ກັບຈາກພວກເຂົາໄປດົນແລ້ວ ການທີ່ເຈົ້າຍັງບໍ່ໄດ້ຮັບການຕິດຕໍ່ກັບຈາກ HR ອາດເປັນໄປໄດ້ວ່າ ເຈົ້າເປັນຕົວເກັງຂອງທາງທີມຜູ້ບໍລິຫານທີ່ກຳລັງພິຈາລະນາຢູ່ ຂໍໃຫ້ເຈົ້າອົດທົນໄປອີກຈັກໜ້ອຍໜຶ່ງ

 

4. HR ຍັງລໍຖ້າຜູ້ສະໝັກງານທີ່ມີຄວາມສາມາດຫຼາກຫຼາຍກວ່າເກົ່າ

       ການທີ່ເຈົ້າບໍ່ໄດ້ຮັບການຕິດຕໍ່ກັບຈາກ HR ບາງທີ່ອາດເປັນເພາະວ່າ HR ຍັງຕ້ອງການຜູ້ສະໝັກງານທີ່ມີຄວາມສາມາດຫຼາກຫຼາຍ ເຂົາຈຶ່ງຂະຫຍາຍເວລາຮັບສະໝັກອອກໄປເພື່ອຫາຜູ້ສະໝັກງານເພີ່ມ ເລື່ອງນີ້ອາດເຮັດໃຫ້ເຈົ້າທໍ້ໃຈ ວ່າເຈົ້າຍັງບໍ່ແມ່ນຄົນທີ່ເໝາະສົມ ກັບຕຳແໜ່ງວຽກນີ້ ແຕ່ຖ້າເບິ່ງອີກມຸມໜຶ່ງ ມັນອາດຈະເປັນເລື່ອງດີ ທີ່ເຈົ້າຈະໄດ້ລອງສຳຫຼວດຕົວເອງອີກຄັ້ງ ເພື່ອຊອກຫາວຽກໃໝ່ທີ່ເໝາະສົມກວ່າເກົ່າ

      

5 .ມີການປ່ຽນແປງເກີດຂຶ້ນກະທັນຫັນໃນອົງການ

        ການທີ່ເຈົ້າຍັງບໍ່ໄດ້ຮັບການຕອບຮັບຈາກ HR ອາດເປັນເພາະມີການປັບປ່ຽນກັນພາຍໃນອົງກອນຢ່າງກະທັນຫັນ ເຊັ່ນ ການປັບປຸງໂຄງສ້າງອົງກອນ ຫຼື ຂໍ້ຈຳກັດທາງດ້ານການເງິນ ເຊິ່ງເລື່ອງພວກນີ້ຕ່າງກໍ່ມີຜົນກະທົບໄປເຖິງຂະບວນການຈ້າງເຮັດວຽກ ຄວາມລ່າຊ້າໃນການຕັດສິນໃຈອາດເປັນຜົນມາຈາກສາເຫດພາຍໃນຕ່າງໆເຫຼົ່ານີ້ ເພາະການປ່ຽນແປງເກີດຂຶ້ນສະເໜີໃນແວດວົງທຸລະກິດ ແລະ ຄວາມແນ່ນອນຄືຄວາມບໍ່ແນ່ນອນ

       ເຖິງວ່າແນວໃດກໍຕາມ ຫາກເຈົ້າຍັງລໍຖ້າຄຳຕອບຈາກ HR ແຕ່ກໍບໍ່ມີແວວວ່າຈະຕອບກັບມາ Cvconnent ແນະນຳໃຫ້ເຈົ້າພະຍາຍາມຕໍ່ໄປ ອາດມີວຽກທີ່ດີກວ່າ ທີ່ເໝາະສົມກວ່າຖ້າເຈົ້າຢູ່ກໍໄດ້ ຂໍໃຫ້ເຈົ້າໂຊກດີ

 

 

 

ທີ່ມາ: Jobsdb.com

Tags: #HR #ໃຊ້ເວລາດົນ #ສໍາພາດວຽກ #ເອີ້ນສໍາພາດ #ຜູ້ສະໝັກວຽກ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now