ເມື່ອພົບຄໍາຖາມ ເປັນຫຍັງຈຶ່ງປ່ຽນວຽກ ຖ້າບໍ່ມີຄວາມສຸກກັບວຽກເກົ່າ ຄວນຕອບແນວໃດ?

timer

remove_red_eye 0 views


cvConnect.la - ເມື່ອພົບຄໍາຖາມ ເປັນຫຍັງຈຶ່ງປ່ຽນວຽກ ຖ້າບໍ່ມີຄວາມສຸກກັບວຽກເກົ່າ ຄວນຕອບແນວໃດ?

 

          ໜຶ່ງໃນຄໍາຖາມສໍາພາດວຽກທີ່ຕອບຍາກທີ່ສຸດຄື ເປັນຫຍັງຈຶ່ງປ່ຽນວຽກເປັນທີ່ຮູ້ກັນວ່າຄົນໜຶ່ງທີ່ຄິດຈະປ່ຽນວຽກ ຕ້ອງມີບໍ່ພົ້ນຄວາມບໍ່ພໍໃຈບ່ອນເຮັດວຽກເກົ່າໃນດ້ານຕ່າງໆ ບໍ່ວ່າຈະເປັນເລື່ອງລະບົບວຽກ ຫົວໜ້າ, ເພື່ອນຮ່ວມງານ, ການເມືອງໃນບ່ອນເຮັດວຽກ, ເງິນເດືອນ ຫຼື ສະຫວັດດີການ. ຖ້າເວົ້າເລື່ອງໍຈະເບິ່ງບໍ່ດີ, ບໍ່ມີຄວາມເປັນມືອາຊີບ, ບໍ່ວ່າຈະຢ່າງໃດກໍຕາມ ຄວາມຈິງເບື້ອງຫຼັງຂອງຄໍາຖາມເຫຼົ່ານີ້ ເປັນພຽງແຕ່ການຖາມເພື່ອທົດສອບທັດສະນະຄະຕິຂອງເຈົ້າ ດັ່ງນັ້ນ, ບໍ່ມີປະໂຫຍດທີ່ຈະຕອບຄໍາຖາມນີ້ດ້ວຍບັນຫາຕ່າງໆທີ່ເຈົ້າພົບພໍ້ ເຖິງບ່ອນເຮັດວຽກເກົ່າຈະບໍ່ດີກໍຕາມ ລອງມາຕອບຄໍາຖາມນີ້ດ້ວຍການເນັ້ນໄປທີ່ໜຶ່ງໃນສາມປະເດັນດັ່ງຕໍ່ໄປນີ້.

 

  • ຕົນເອງ

        ເຊັ່ນ ເຈົ້າຕ້ອງການປ່ຽນວຽກເພື່ອຄວາມກ້າວໜ້າ ເພື່ອໂອກາດໃນໜ້າທີ່ການງານທີ່ເພີ່ມຂຶ້ນ ຫຼື ເພື່ອຕໍາແໜ່ງທີ່ໃຫຍ່ຂຶ້ນ

 

  • ວຽກງານ

         ສໍາລັບວຽກງານທີ່ສະໝັກມີຄວາມໜ້າສົນໃຈ ແລະ ຄວາມທ້າທາຍແລ້ວຍັງເປີດໂອກາດໃຫ້ເຈົ້າໄດ້ໃຊ້ຄວາມສາມາດຢ່າງເຕັມທີ່ເຊັ່ນ ໄດ້ໃຊ້ພາສາຕ່າງປະເທດ, ມີການເດີນທາງ, ການຕິດຕໍ່ກັບຕ່າງຊາດ, ມີໂອກາດໄດ້ເຮັດໂປຼເຈັກໃຫຍ່ລະດັບປະເທດ.

 

  • ບໍລິສັດທີ່ສະໝັກວຽກ

         ຖ້າຫາກເປັນບໍລິສັດໃຫຍ່ ເຈົ້າສາມາດກ່າວເຖິງຄວາມໝັ້ນຄົງ ລະບົບທີ່ດີ ຄວາມພາກພູມໃຈທີ່ໄດ້ຢູ່ກັບອົງກອນລະດັບຊາດ ຫຼື ອາດຈະເປັນບໍລິສັດນ້ອຍໆ ກໍຍັງສາມາດເປີດໂອກາດໃຫ້ເຈົ້າໄດ້ເຮັດວຽກ ແບບຄົບວົງຈອນຫຼາຍຂຶ້ນ ຫຼື ໄດ້ເຮັດວຽກທີ່ສະເພາະທາງຫຼາຍຂຶ້ນ

 

         ບໍ່ມີຄໍາຕອບທີ່ຕາຍຕົວສໍາລັບຄໍາຖາມນີ້ ແຕ່ບໍ່ວ່າເຈົ້າຈະເລືອກໃຊ້ເຫດຜົນໃດເປັນຫຼັກໃນການຕອບ ຢ່າລືມວ່າຄໍາຕອບນັ້ນຈະຕ້ອງເປັນເຫດຜົນທີ່ແທ້ຈິງສໍາລັບຕົນເອງ ແທນທີ່ຈະເນັ້ນດ້ານລົບ ແຕ່ຢາກໃຫ້ເຈົ້າເບິ່ງໄປທີ່ມຸມບວກ ແລະ ອະນາຄົດ ເບິ່ງໄປເຖິງສິ່ງທີ່ເຈົ້າສາມາດມອບໃຫ້ບໍລິສັດໃໝ່ ແລະ ສິ່ງທີ່ເຈົ້າຫວັງຈະໄດ້ຮັບຈາກບໍລິສັດໃໝ່ຫຼາຍກວ່າ ຢ່າງໃດກໍຕາມ ເຈົ້າສາມາດເບິ່ງສະຖານະການຂອງຜູ້ສໍາພາດໄດ້ເຊັ່ນກັນ ບາງຄັ້ງການບອກເຫດຜົນອອກໄປຕົງໆ ກໍບໍ່ແມ່ນເລື່ອງເສຍຫາຍ ພຍງແຕ່ຕ້ອງລະວັງເລືອກໃຊ້ຄໍາເວົ້າໃຫ້ສຸພາບ ແລະ ບອກຂໍ້ມູນຕາມຄວາມເປັນຈິງບໍ່ເສີມແຕ່ງດ້ວຍອາລົມຈົນກາຍເປັນເລື່ອງໜ້າເສົ້າ.

 

         ສຸດທ້າຍແລ້ວ ເໜືອກວ່າຄໍາຕອບໃດໆ, ການສື່ສານ, ບຸກຄະລິກະພາບ, ຄຸນສົມບັດ ແລະ ຄວາມສາມາດຂອງເຈົ້າຫຼາຍກວ່າ ທີ່ຈະສົ່ງຜົນຕໍ່ບໍລິສັດໃມ່ໃນການພິຈາລະນາຮັບເຈົ້າເຂົ້າເຮັດວຽກຫຼືບໍ່ ຢ່າກັງວົນທີ່ຄໍາຖາມໃດຄໍາຖາມໜຶ່ງຫຼາຍຈົນເກີນໄປ ຕອບຄໍາຖາມຕ່າງໆ ດ້ວຍທັດສະນະຄະຕິໃນແງ່ບວກ ແລະ ກຽວຕົວໃຫ້ພ້ອມ ມີການຊ້ອມກ່ອນການສໍາພາດຈິງ ທັງໝົດນີ້ຈະເປັນສິ່ງທີ່ຊ່ວຍໃຫ້ເຈົ້າເຮັດໄດ້ດີບໍ່ວ່າຈະພົບຄໍາຖາມໃດກໍຕາມ

Tags: #ເປັນຫຍັງຈຶ່ງປ່ຽນວຽກ #ບຸກຄະລິກະພາບ, #ຄຸນສົມບັດ #ຄວາມສາມາດ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now