3 ນິໄສທີ່ເຮັດໃຫ້ທຸລະກິດໄປບໍ່ລອດ!

timer

remove_red_eye 0 views


cvConnect.la - 3 ນິໄສທີ່ເຮັດໃຫ້ທຸລະກິດໄປບໍ່ລອດ!

 

       ການທີ່ທຸລະກິດລົ້ມເຫຼວບາງຄັ້ງບໍ່ແມ່ນຍ້ອນສິນຄ້າບໍ່ດີ ຫຼືເຮັດການຕະຫຼາດບໍ່ຖືກວິທີ ແຕ່ເປັນຍ້ອນນິໄສສ່ວນຕົວຂອງຜູ້ປະກອບການເອງຫຼາຍກວ່າ… ມາເບິ່ງ 3 ນິໄສພື້ນຖານທີ່ສົ່ງຜົນເຮັດໃຫ້ທຸລະກິດໄປບໍ່ລອດໄດ້!!!

 

  • ເກັບບັນຫາໄວ້ຄົນດຽວ 

       ອາດຈະບໍ່ຢາກໃຫ້ຄົນຟັງມາຄິດຫຼາຍ ຫຼືຢາກຫຼີກລ່ຽງຄວາມຄັດແຍ່ງ ແຕ່ໃນໂລກຂອງທຸລະກິດ ການເປັນຜູ້ປະກອບການທີ່ບໍ່ຍອມເອີ່ຍປາກເວົ້າເຖິງບັນຫາທີ່ເກີດຂຶ້ນ ຈະເຮັດໃຫ້ຫຸ້ນສ່ວນເກີດຄວາມເຂົ້າໃຈຜິດ ແລະ ຮູ້ສຶກບໍ່ໄວ້ວາງໃຈ ລວມເຖິງເຮັດໃຫ້ຕ້ອງພົບພາວະຕຶງຄຽດເພາະແບກບັນຫາໄວ້ຄົນດຽວ.

 

  • ເວົ້າອ້ອມ

       ເມື່ອເຖິງເວລາທີ່ຕ້ອງຢຸດຈ້າງພະນັກງານ ຜູ້ປະກອບການຈະພະຍາຮັກສານໍ້າໃຈດ້ວຍການບໍ່ເວົ້າໂດຍກົງເຖິງສິ່ງທີ່ເກີດຂຶ້ນ ເຊິ່ງບາງຄັ້ງອາດຈະເຮັດໃຫ້ທຸກຢ່າງຮ້າຍແຮງລົງໄດ້ ສິ່ງທີ່ຄວນເຮັດຄື ເຮັດໃຫ້ພະນັກງານຮູ້ສຶກວ່າ ໄດ້ຮັບຄວາມໃສ່ໃຈໃນຄວາມຮູ້ສຶກດ້ວຍການເວົ້າເຖິງສາເຫດທີ່ຕ້ອງຢຸດຈ້າງ ຢ່າງກົງໄປກົງມາ ພ້ອມທັງຮັບຟັງຄວາມໃນໃຈຂອງພວກເຂົາ.

 

  • ບໍ່ກຽມຕົວ 

      ຜູ້ປະກອບການສ່ວນຫຼາຍຂາດການກຽມຕົວ ໃນການຮັບມືກັບສິ່ງທີ່ບໍ່ຄາດຄິດວ່າຈະເກີດຂຶ້ນເຊັ່ນ: ລືມສິ່ງທີ່ຕ້ອງເວົ້າໃນຫ້ອງປະຊຸມເພາະມົວໄປໂຟກັສສິ່ງທີ່ເຮັດໃຫ້ອາລົມບໍ່ດີ ແລະ ໃນທີ່ສຸດກໍເລືອກທີ່ຈະຍ່າງອອກໄປຈາກຫ້ອງປະຊຸມ ເພາະຄິດສິ່ງທີ່ຈະເວົ້າບໍ່ອອກ, ການກະທໍານີ້ຈະສົ່ງຜົນໃຫ້ຜູ້ທີ່ກ່ຽວຂ້ອງກັບທຸລະກິດເກີດຄວາມບໍ່ພໍໃຈໄດ້ ສະນັ້ນ ເພື່ອປ້ອງກັນບັນຫານີ້ ຜູ້ປະກອບການຕ້ອງຂຽນສິ່ງທີ່ຈະເວົ້າລົງໃນເຈ້ຍ ນອກຈາກຈະເຮັດໃຫ້ບໍ່ລືມແລ້ວ ຍັງເປັນການສໍາຫຼວດວ່າ ສິ່ງທີ່ຈະເວົ້ານັ້ນຄົບຖ້ວນແລ້ວບໍ່

 

       ເມື່ອຮູ້ແບບນີ້ແລ້ວ ຜູ້ປະກອບການທ່ານໃດທີ່ມີນິໄສພື້ນຄ້າຍກັບທີ່ເວົ້າມາຂ້າງເທິງ ກໍໃຫ້ຮີບປ່ຽນດ່ວນ ຖ້າບໍ່ຢາກເຮັດໃຫ້ທຸລະກິດຕາຍໄປພ້ອມກັບນິໄສທີ່ຄິດຢູ່ຄົນດຽວວ່າດີທີ່ສຸດແລ້ວ.

 

 

 

ຂອບໃຈທີ່ມາ: www.smethailandclub.com ແລະ www.targetlaos.com

 

Tags: #ທຸລະກິດ #ບໍ່ກ້າວໜ້າ #business #ນິໄສ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now