4 ເລື່ອງທີ່ SME ຕ້ອງສໍາຫຼວດຕະຫຼອດເວລາ

timer

remove_red_eye 0 views


cvConnect.la - 4 ເລື່ອງທີ່ SME ຕ້ອງສໍາຫຼວດຕະຫຼອດເວລາ

 

       SME ຫຼາຍຄົນ ເມື່ອເຫັນວ່າຕັ້ງຕົ້ນທຸລະກິດຂຶ້ນມາໄດ້ສໍາເລັດແລ້ວ ຈະໝັ້ນໃຈໄດ້ເຕັມ 100 ວ່າ ທຸລະກິດສາມາດໂລດແລ່ນໄປຕໍ່ຢ່າງລາບລື່ນ ຈົນລະເລີຍບາງເລື່ອງທີ່ອາດຈະສົ່ງຜົນເສຍໂດຍກົງຕໍ່ທຸລະກິດ ເຊິ່ງການເບິ່ງຂ້າມເລື່ອງເລັກໜ້ອຍເຫຼົ່ານີ້ ຈະເຮັດໃຫ້ກໍ່ຕົວໃຫຍ່ຂຶ້ນຈົນກາຍເປັນຄວາມຜິດພາດໃນທີ່ສຸດ ແລະ Check list ທັງ 4 ຂໍ້ຕໍ່ໄປນີ້ຄືສິ່ງທີ່ SME ຄວນສໍາຫຼວດຕົວເອງຢູ່ສະເໝີ ເພື່ອບໍ່ໃຫ້ທຸລະກິດຕ້ອງສະດຸດ!!!

 

1. ສໍາຫຼວດຄວາມເພິ່ງພໍໃຈຂອງລູກຄ້າ

        ການໃສ່ໃຈໃນຄວາມເພິ່ງພໍໃຈຂອງລູກຄ້າ ເປັນເຄັດລັບທີ່ເຮັດໃຫ້ທຸລະກິດເຕີບໃຫຍ່ໄປໄດ້ຕະຫຼອດ ບໍ່ວ່າເປັນສິນຄ້າ ແລະ ບໍລິການຈະເປັນແນວໃດ, ຈະແປກໃໝ່ ແລະ ດີຂະໜາດໃດ ແຕ່ຖ້າບໍ່ໃສ່ໃຈລູກຄ້າກໍເຮັດໃຫ້ທຸລະກິດໄປບໍ່ລອດ ດັ່ງນັ້ນ ຕ້ອງໝັ່ນສໍາຫຼວດຄວາມເພິ່ງພໍໃຈຂອງລູກຄ້າຢູ່ສະເໝີ ແລະ ເມື່ອໄດ້ຂໍ້ມູນຈາກລູກຄ້າມາແລ້ວ ກໍຕ້ອງນໍາໄປພັດທະນາປັບປຸງແທ້ໆ ເພື່ອສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າຕະຫຼອດເວລາ.

 

2. ສໍາຫຼວດຄຸນນະພາບສິນຄ້າ ແລະ ບໍລິການ

       ຕ້ອງຮັກສາຄຸນນະພາບມາດຕະຖານຂອງສິນຄ້າ ແລະ ບໍລິການໃຫ້ດີຢູ່ສະເໝີ ຕ້ອງໂຟກັສຕັ້ງແຕ່ແຫຼ່ງວັດຖຸດິບ, ຂະບວນການຜະລິດ, ຈົນໄດ້ສິນຄ້າ ແລະ ໄປເຖິງມືຂອງລູກຄ້າຢ່າງປອດໄພ, ຍິ່ງສິນຄ້າຂາຍດີເທົ່າໃດກໍຍິ່ງບໍ່ຄວນເຮັດໃຫ້ຄຸນນະພາບຂອງສິນຄ້າ ຫຼື ບໍລິການດ້ອຍລົງ ເພາະການຮັກສາຄຸນນະພາບສິນຄ້າ ແລະ ບໍລິການໄດ້ສະໝໍ່າສະເໝີ. ນອກຈາກຈະເຮັດໃຫ້ລູກຄ້າປະທັບໃຈແລ້ວ ຍັງຊ່ວຍໃຫ້ລູກຄ້າຈື່ຈໍາ ແລະ ຊົມໃຊ້ສິນຄ້າຂອງເຮົາຕະຫຼອດໄປ

 

 3. ສໍາຫຼວດເງິນສໍາຮອງ

       ອາດຈະມີທັງປັດໃຈພາຍໃນ ແລະ ພາຍນອກທີ່ເໜືອການຄວບຄຸມ ມາເຮັດໃຫ້ທຸລະກິດສະດຸດໄດ້ຕະຫຼອດເວລາ ສະນັ້ນ ການມີເງິນສໍາຮອງຈຶ່ງເປັນສິ່ງທີ່ຈໍາເປັນ SME ຄວນມີການວາງແຜນການເງິນທີ່ດີ ແລະ ຕ້ອງສໍາຫຼວດເງິນສໍາຮອງຕະຫຼອດເວລາ ວ່າມີຫຼາຍພໍທີ່ຈະນໍາມາໝູນວຽນໃນຍາມທີ່ຕ້ອງພົບກັບເຫດການທີ່ຄາດບໍ່ເຖິງ ຫຼືບໍ່?

 

4. ສໍາຫຼວດທີມງານ

         ທີມງານທີ່ສາມາດສະໜັບສະໜູນ ແລະ ຊ່ວຍແບ່ງເບົາພາລະໜ້າທີ່ຂອງ SME ໄດ້ເປັນສິ່ງຈໍາເປັນ ເພື່ອຈະໄດ້ມີເວລາໄປຄິດສ້າງສັນການຕະຫຼາດ ແລະ ຜະລິດຕະພັນໃໝ່ໆ ເຊິ່ງຖ້າມີທີມງານທີ່ດີກໍຈະເຮັດໃຫ້ການເຮັດວຽກງ່າຍຂຶ້ນ ແຕ່ຖ້າບໍ່ແມ່ນກໍຕ້ອງຮີບກໍາຈັດຄົນທີ່ບໍ່ດີອອກໄປເພື່ອຮັກສາຄົນດີໆໄວ້. ດັ່ງນັ້ນ ຢ່າລະເລີຍທີ່ຈະສໍາຫຼວດຄວາມພ້ອມຂອງຜູ້ຮ່ວມວຽກນໍາ ວ່າມີໃຈ ແລະ ມີປະສິດຕິພາບໜ້ອຍຫຼາຍສໍ່າໃດ

 

ຂອບໃຈທີ່ມາ: www.smethailandclub.com ແລະ www.targetlaos.com

Tags: #SME #ທຸລະກິດ #Business

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now