E-commerce ແມ່ນຫຍັງ?

timer

remove_red_eye 0 views


cvConnect.la - E-commerce ແມ່ນຫຍັງ?

 

         ການຄ້າທາງເອເລັກໂຕຼນິກ ໃນປັດຈຸບັນ ເຫັນວ່າ ມີການຂະຫຍາຍຕົວຢ່າງໄວວາ ແລະ ເປັນປັດໄຈສໍາຄັນໃນການຫັນປ່ຽນວິທີຊື້ຂາຍສິນຄ້າ ແລະ ການບໍລິການໃນປັດຈຸບັນ ແລະ ອະນາຄົດ ເຊັ່ນ: ຈາກແຕ່ເດີມ ທີ່ເຄີຍພົບປະ, ເລືອກຊື້ສິນຄ້າໂດຍການຈັບຕ້ອງ ມາເປັນການ ພົບປະທາງອອນລາຍ ແລະ ເລືອກຊື້ສິນຄ້າ ແລະ ບໍລິການຜ່ານຮູບພາບ ແລະ ຄໍາບັນຍາຍກ່ຽວກັບຕົວສິນຄ້າ ແລະ ການບໍລິການ ລວມທັງ ຄໍາຄິດເຫັນຕ່າງໆຈາກປະສົບການຜູ້ເຄີຍຊື້ຜ່ານມາ. ເມື່ອທ່ານຕ້ອງການຊື້ສິນຄ້າ ຫຼື ບໍລິການໃດໜຶ່ງ ພຽງແຕ່ທ່ານເຂົ້າຊອກຫາໂດຍພິມຊື່ສິນຄ້າ ແລະ ບໍລິການໃນ google.com ຫຼື yahoo.com ທ່ານກໍຈະພົບຫຼາຍເວັບໄຊ ທີ່ຈະນໍາທ່ານໄປສູ່ການສະເໜີຂາຍສິນຄ້າ ແລະ ບໍລິການທີ່ທ່ານຕ້ອງການ,​ ເຊັ່ນວ່າ: ເມື່ອທ່ານຕ້ອງການຊື້ປີ້ຍົນ ຫຼື ຈອງໂຮງແຮມ ທ່ານກໍສາມາດເຂົ້າຈອງຜ່ານເວັບໄຊ ຫຼື ເຂົ້າ “ແອັບພຼີເຄເຊິນ”ສະເພາະ ໂດຍທີ່ທ່ານບໍ່ຈໍາເປັນຕ້ອງເດີນທາງໄປຫາບໍລິສັດຂາຍປີ້ຍົນ ຫຼື ໂທຈອງບ່ອນພັກອີກຕໍ່ໄປ.

        ສະນັ້ນ, ຫຼາຍທຸລະກິດຕ້ອງໄດ້ປັບຕົວ ແລະ ກໍານົດຍຸດທະສາດທຸລະກິດຂອງຕົນ ໂດຍສະເພາະ ການຕະຫຼາດ ແລະ ການຂາຍສິນຄ້າ ແລະ ການບໍລິການໃຫ້ກັບລູກຄ້າ (Business to Customer: B2C) ຜ່ານອອນລາຍ ເພື່ອຂະຫຍາຍຖານຕະຫຼາດຂອງຕົນໂດຍການນໍາໃຊ້ສື່ອອນລາຍຕ່າງໆ.

         ໃນບົດຄວາມນີ້ ເຮົາຈະມາສ້າງ ແລະ ຮູ້ຈັກເພີ່ມກ່ຽວກັບບົດບາດສໍາຄັນຂອງການຄ້າເອເລັກໂຕຼນິກ ໂດຍສະເພາະ ແມ່ນ ຕໍ່ກັບທຸລະກິດຂະໜາດນ້ອຍ ແລະ ກາງ ລວມເຖິງ ແນວທາງການຄຸ້ມຄອງວຽກງານໃນອະນາຄົດ.

 

          ເວົ້າລວມແລ້ວ, ການຄ້າທາງເອເລັກໂຕຼນິກ ແມ່ນການຂ້າຍສິນຄ້າ ແລະ ບໍລິການ, ລວມທັງ ການຊື້ຂາຍຂໍ້ມູນ (ຮູບເງົາ, ເພງ, ເນື້ອທີ່ບ່ອນເກັບຂໍ້ມູນ ແລະ ອື່ນໆ); ເວົ້າໂດຍລວມ ແລ້ວ ກໍແມ່ນການຊື້-ຂາຍສິນຄ້າ ແລະ ບໍລິການຜ່ານອອນລາຍ ຫຼື ອິນເຕີເນັດ. ການຄ້າດັ່ງກ່າວ ຍັງເປັນການ ອໍານວຍຄວາມສະດວກ ແລະ ປະຢັດເວລາໃຫ້ແກ່ຜູ້ຊື້-ຂາຍອອນລາຍ.​ໃນນີ້,   ທຸລະກໍາທີ່ເກີດຂຶ້ນໃນການຄ້າທາງເອເລັກໂຕຼນິກ ລວມມີ ລະຫວ່າງ ທຸລະກິດ ກັບ ທຸລະກິດ (B2B), ຫຼື ທຸລະກິດກັບຜູ້ຊົມໃຊ້ (B2C), ຜູ້ຊົມໃຊ້ ກັບ ຜູ້ຊົມໃຊ້ (C2C) ຫຼື ຜູ້ຊົມໃຊ້ ກັບ ທຸລະກິດ (C2B) .

          ໃນ ສປ ຈີນ ໄລຍະ6ເດືອນຕົ້ນປີ 2015, ການຄ້າອອນລາຍ ບັນລຸເຖິງ 253 ຕື້ໂດລາ, ຊຶ່ງເທົ່າກັບ 10% ຂອງການຄ້າຂາຍຍ່ອຍຂອງ ສປ ຈີນ ທັງໝົດໂດຍທີ່ຜູ້ຊົມໃຊ້ຈະຮູ້ສຶກສະດວກສະບາຍຂຶ້ນໃນການຫາຊື້ເຄື່ອງອອນລາຍ. ພ້ອມນັ້ນຕົວເລກໃນປີ 2012, ການຄ້າທາງເອເລັກໂຕຼນິກລະຫວ່າງ ສປ ຈີນ ກັບ ປະເທດອື່ນໆ ສູງເຖິງ 375,8 ຕື້ໂດລາ ຊຶ່ງກວມເອົາ 9,6% ຂອງການຄ້າລະຫວ່າງປະເທດຂອງ ສປ ຈີນ. ໃນນີ້, ເວັບໄຊ ອາລີບາບາ (Alibaba) ມີສ່ວນແບ່ງຕະຫຼາດການຄ້າທາງເອເລັກຕຼນິກໃນຈີນເຖິງ 80% ແລະ ສປ ຈີນ ກໍເປັນຕະຫຼາດການຄ້າທາງເອເລັກໂຕຼນິກຂະໜາດໃຫຍ່ທີ່ສຸດໃນໂລກ,ອີງຕາມມູນຄ່າຊື້ຂາຍ ປະມານ 899 ຕື້ໂດລາ ໃນປີ 2016.

          ໃນສະຫະລັດອາເມລິກາ, ຕົວເລກການຄ້າຍ່ອຍຜ່ານເອເລັກໂຕຼນິກໃນປີ 2016 ແມ່ນປະມານ 322,17 ຕືິ້ໂດລາ ແລະ ຄາດວ່າ ຈະຂະຫຍາຍຕົວເພີ່ມຂຶ້ນຢ່າງໄວວາ ເກີນກວ່າ 485 ຕື້ໂດລາ ໃນປີ 2021, ຊຶ່ງເວັບໄຊນໍາໜ້າໃນການຄ້າອອນລາຍແບບ B2C ໄດ້ແກ່ Amazon.com; Walmart Stores; Apples; ພ້ອມນັ້ນ, ກໍຍັງມີ eBay.com  ທີ່ເປັນການຄ້າແບບ C2C.

          ໃນປະເທດເບຼຊິນ ຊຶ່ງເປັນໜຶ່ງໃນບັນດາເສດຖະກິດທີ່ຂະຫຍາຍຕົວໄວ (emerging markets), ຄາດວ່າ ຈະມີການຂະຫຍາຍຕົວຂອງການຄ້າທາງເອເລັກໂຕຼນິກ ເຖິງ 17,3 ຕື້ໂດລາ.

          ໃນຂະນະທີ່ອິນເດຍ, ຕົວເລກຜູ້ນໍາໃຊ້ອິນເຕີເນັດໃນເດືອນມັງກອນ 2014 ແມ່ນ 243,2 ຕື້ ໂດຍທີ່ການຈ່າຍເງິນສົດຍັງເປັນສ່ວນແບ່ງສໍາຄັນເຖິງ 75% ຂອງກິດຈະກໍາການຄ້າຍ່ອຍທາງເອເລັກໂຕຼນິກ ຊຶ່ງມີທ່າອ່ຽງໃນການຂະຫຍາຍຕົວສູງ. ພ້ອມນັ້ນ, ອາຊຽນ ເປັນຕະຫຼາດທີ່ມີທ່າແຮງການຂະຫຍາຍສູງ ແລະ ມີການປັບຕົວທາງດ້ານພຶດຕິກໍາການບໍລິໂພກໄວ ເພື່ອນໍາໃຊ້ຜົນປະໂຫຍດຈາກໂອກາດໃໝ່ໃນການຊື້ສິນຄ້າ ແລະ ການບໍລິການອອນລາຍ ໂດຍສະເພາະໃນ 6 ປະເທດອາຊຽນເກົ່າ ຄື: ອິນໂດເນເຊຍ, ໄທ, ມາເລເຊຍ, ສິງກະໂປ, ຟິລິບປິນ ແລະ ຫວຽດນາມ ມີຈໍານວນຜູ້ນໍາໃຊ້ອິນເຕີເນັດທັງໝົດປະມານ 315,46 ລ້ານຄົນໃນເດືອນມັງກອນ ປີ 2017.

          ການຄ້າທາງເອເລັກໂຕຼນິກ ແມ່ນໂອກາດອັນດີສໍາລັບການພັດທະນາ ແລະ ຂະຫຍາຍຕົວຂອງວິສາຫະກິດຢ່າງໄວວາ ໂດຍສະເພາະ  ແມ່ນ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການປະກອບສ່ວນເຂົ້າໃນຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ຂອງໂລກ ຊຶ່ງມີຖານຕະຫຼາດທີ່ກວ້າງຂວາງທັງພາຍໃນປະເທດ, ພາກພື້ນ ແລະ ທົ່ວໂລກ ໂດຍບໍ່ມີຂອບເຂດຈໍາກັດທາງດ້ານເວລາ ແລະ ສະຖານທີ່,​ ພ້ອມນັ້ນ, ຍັງຫຼຸດຜ່ອນຕົ້ນທຶນທີ່ບໍ່ຈໍາເປັນຄືກັບການຄ້າໃນຍຸກກ່ອນທີ່ຕ້ອງໄດ້ໄປໂຄສະນາສິນຄ້າ ຫຼື ພົບປະລູກຄ້າຕົວຕໍ່ຕົວ.

          ສະນັ້ນ, ຫຼາຍບໍລິສັດ ຫຼື ວິສາຫະກິດໃນຍຸກໂລກາພິວັດ ເຫັນໄດ້ເຖິງຄວາມສໍາຄັນຂອງການຄ້າທາງເອເລັກໂຕຼນິກ ໂດຍສ່ວນໃຫຍ່ຈະພິຈາລະນາ ຈາກສະພາບເສດຖະກິດມະຫາພາກ, ຕົວເລກປະຊາກອນນໍາໃຊ້ອິນເຕີເນັດ ແລະ ມືຖື, ທັດສະນະຄະຕິຂອງຜູ້ບໍລິໂພກຕໍ່ກັບການຊື້ສິນຄ້າອອນລາຍ ແລະ ອື່ນໆ ເພື່ອກໍານົດຍຸດທະສາດທາງການຕະຫຼາດ ແລະ ຮູບແບບການຂາຍ ໂດຍສະເພາະ ຜ່ານ”ແອັບພຼີເຄເຊິນ”ຕ່າງໆ.

         ເຖິງຢ່າງໃດກໍຕາມ, ທ່ານ  DeLone ແລະ McLean Model ໄດ້ໃຫ້ທັດສະນະກ່ຽວກັບສ່ວນປະກອບອັນສໍາຄັນສຸດ ເພື່ອເຮັດໃຫ້ທຸລະກິດ-ອອນລາຍປະສົບຜົນສໍາເລັດຂອງວິສາຫະກິດ ແມ່ນ: ຄຸນນະພາບຂອງລະບົບຂໍ້ມູນຂ່າວສານ, ຄຸນະພາບຂອງການບໍລິການ ແລະ ຄວາມພໍໃຈຂອງລູກຄ້າ.

         ສິ່ງສໍາຄັນໃນລະບົບການຄ້າທາງເອເລັກໂຕຼນິກ ຈໍາເປັນຕ້ອງໄດ້ມີໂຄງລ່າງພື້ນຖານສໍາຄັນ ເຊັ່ນ: ລະບົບໂທລະຄົມມະນາຄົມ (ອິນເຕີເນັດ) ໂດຍການຂະຫຍາຍໂຄງລ່າງພື້ນຖານອິນເຕີເນັດຄວາມໄວສູງໃຫ້ຄວບຄຸມທົ່ວເຖິງໃນລາຄາທີ່ສົມເຫດສົມຜົນ ລວມເຖິງ ກະກຽມຄວາມພ້ອມເພື່ອຮອງຮັບຄວາມຕ້ອງການໃນການນໍາໃຊ້ຂໍ້ມູນຂະໜາດໃຫຍ່; ການສົ່ງເສີມໃຫ້ສາມາດເຂົ້າເຖິງອິນເຕີເນັດໃນຂົງເຂດທົ່ວປະເທດ ແລະ ການນໍາໃຊ້”ແອັບພຼີເຄເຊິນ”ຜ່ານໂທລະສັບມືຖື (ອິນເຕີເນັດໃນມືຖື), ການມີລະບົບຈ່າຍເງິນຜ່ານທາງເອເລັກໂຕຼນິກ (E-payment) ທີ່ປອດໄພ, ການບໍລິການໄປສະນີ-ຂົນສົ່ງທີ່ວ່ອງໄວ,  ເຊື່ອຖືໄດ້ ແລະ ລາຄາສົມເຫດສົມຜົນ ເພື່ອຫຼຸດຜ່ອນຕົ້ນທຶນທາງທຸລະກໍາໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ.ສິ່ງສໍາຄັນ ແລະ ຈໍາເປັນອີກດ້ານໜຶ່ງ ແມ່ນກົດໝາຍ ແລະ ລະບຽບການຄຸ້ມຄອງ ເພື່ອສະກັດກັ້ນອາຊະຍາກໍາທາງ”ຄອມພິວເຕີ”, ການປົກປ້ອງ ແລະ ຮັກສາຂໍ້ມູນສ່ວນບຸກຄົນ, ແລະ ການປົກປອງຜູ້ຊົມໃຊ້ ເພື່ອເປັນບ່ອນອີງ ແລະ ເປັນຂອບວຽກໃນການອໍານວຍຄວາມສະດວກໃຫ້ແກ່ການຄ້າທາງເອເລັກໂຕຼນິກ.

         ໃນປັດຈຸບັນນີ້ ພາຍໃຕ້ຂອບການຮ່ວມມືອາຊຽນເອງ ແມ່ນໄດ້ມີການສ້າງຄະນະກໍາມະການ ແລະ ກໍານົດແຜນວຽກ (work program) ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄ້າທາງເອເລັກໂຕຼນິກພາຍໃນພາກພື້ນ; ສໍາລັບ  ສປປ ລາວ ແມ່ນມີກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຼນິກ 2013, ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນເອເລັກໂຕຼນິກ 2017 ແລະ ດໍາລັດ 327 ວ່າດ້ວຍການຄຸ້ມຄອງທາງອິນເຕີເນັດ ຊຶ່ງເປັນພື້ນຖານໃນການຄຸ້ມຄອງທຸລະກໍາ ໂດຍສະເພາະ ລາຍເຊັນເອເລັກໂຕຼນິກ ແລະ ຂໍ້ມູນທາງອິນເຕີເນັດ ແລະ ຍັງຕ້ອງໄດ້ມີການພັດທະນາ ແລະ ປັບປຸງລະບຽບການເພີ່ມຕື່ມ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງທຸລະກິດໃນຍຸກດີຈີຕອລໃນປັດຈຸບັນ ແລະ ອະນາຄົດ.

           ເພື່ອເປັນການຮັບປະກັນການຄຸ້ມຄອງ ແລະ ຄວບຄຸມອາຊະຍາກໍາທາງອິນເຕີເນັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ. ບັນຫາທ້າທາຍອີກດ້ານໜຶ່ງ ແມ່ນການຮູບແບບ ແລະ ວິທີການເກັບພັນທະອາກອນລາຍໄດ້ຈາກການຄ້າທາງເອເລັກໂຕຼນິກ ຊຶ່ງຕ້ອງໄດ້ສຶກສາ ແລະ ຄົ້ນຄວ້າຄັກແນ່ ເພື່ອບໍ່ເປັນການສ້າງຄວາມຫຍຸ້ງຍາກ ແລະ ເພີ່ມພາລະ ໃຫ້ກັບພາກທຸລະກິດ ແລະ ຜູ້ຊົມໃຊ້ຫຼາຍເກີນໄປ;​ ໃນຂະນະດຽວກັນ ກໍເປັນການປະກອບສ່ວນໃຫ້ກັບງົບປະມານໃນການສ້າງສາພັດທະນາປະເທດຊາດໃນອະນາຄົດ.

 

ທີ່ມາ: www.targetlaos.com

Tags: #ການຄ້າທາງເອເລັກໂຕຼນິກ #E-commerce #E-payment

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now