ຜູ້ບໍລິຫານທີ່ດີ ຄວນໃຫ້ກຽດພະນັກງານແນວໃດ?

timer

remove_red_eye 0 views


cvConnect.la - ຜູ້ບໍລິຫານທີ່ດີ ຄວນໃຫ້ກຽດພະນັກງານແນວໃດ?

 

          ຄໍາວ່າ ຂອບໃຈ ແລະ ຍ້ອງຍໍຊົມເຊີຍພະນັກງານ ອາດບໍ່ພຽງພໍທີ່ຈະສະແດງໃຫ້ເຫັນວ່າທ່ານໃຫ້ຄວາມສຳຄັນ ແຕ່ຍັງມີອີກຫຼາຍວິທີທີ່ຈະສະແດງເຮັດໃຫ້ພະນັກງານຂອງທ່ານໄດ້ຮັບຮູ້ ແລະ ຈະເຮັດໃຫ້ພະນັກງານ ພ້ອມທີ່ຈະທຸ້ມເທໃນການເຮັດວຽກໃນອົງກອນຢ່າງເຕັມທີ່.

 

  • ເປີດໂອກາດໃຫ້ສະແດງຄວາມຄິດເຫັນ:

           ເຊື່ອໝັ້ນວ່າພະນັກງານຂອງຕົນທຸກເປັນຄົນເກັ່ງ ກ່ອນຈະຕັດສິນໃຈຫຍັງດ້ວຍຕົນເອງ ທ່ານຄວນໃຫ້ກຽດພວກເຂົາໃນການສະເໜີຄວາມຄິດເຫັນ ນອກນີ້, ທ່ານຍັງຈະໄດ້ຮັບ ໄອເດຍຈາກຜູ້ທີ່ໄດ້ສຳຜັດກັບບັນຫາທີ່ແທ້ຈິງ, ໄດ້ໃກ້ສິດກັບລູກຄ້າ ເຊິ່ງອາດເປັນໄອເດຍໃໝ່ໆທີ່ທ່ານຄິດບໍ່ເຖິງ.

 

  • ຟັງຢ່າງຕັ້ງໃຈ:

         ເປັນການສົ່ງສັນຍານທີ່ດີ ແລະ ງ່າຍທີ່ສຸດໃນການສະແດງວ່າທ່ານໃຫ້ກຽດກັບຜູ້ເວົ້າ ແຕ່ຜູ້ບໍລິຫານຫຼາຍຄົນມັກຈະມີທຸລະກິດ, ວຽກຫຼາຍຈຶ່ງເຮັດໃຫ້ບໍ່ມີເວລາ ອາດເບິ່ງຂ້າມຄວາມສຳຄັນຂໍ້ນີ້ “ຂ້ອຍກຳລັງຟ້າວ ຊ່ວຍເວົ້າແບບສະຫຼຸບຫຍໍ້ໄດ້ບໍ” ການສື່ສານແບບນີ້ສະແດງໃຫ້ເຫັນວ່າສິ່ງທີ່ພະນັກງານກຳລັງສື່ສານນັ້ນບໍ່ໄດ້ມີຄ່າກັບທ່ານເລີຍ. ພຽງຟັງຢ່າງຕັ້ງໃຈເມື່ອພະນັກງານກຳລັງສະແດງຄວາມຄິດເຫັນທີ່ເປັນປະໂຫຍດຕໍ່ອົງກອນເພື່ອສະແດງວ່າທ່ານເຫັນຄຸນຄ່າພະນັກງານ ທີ່ກຳລັງຕັ້ງໃຈເຮັດເພື່ອທ່ານ ແລະ ອົງກອນ.

 

  • ໃຫ້ເຄຼດິດພະນັກງານ:

         ນອກຈາກການຖາມ ແລະ ຟັງແລ້ວ ອີກວິທີໜຶ່ງໃນການໃຫ້ກຽດພະນັກງານຄື ການໃຫ້ຄວາມເຊື່ອຖືພະນັກງານ ຍ້ອງຍໍ ໄອເດຍ ຂອງພວກເຂົາໃຫ້ເໜືອກວ່າຄວາມຄິດຂອງທ່ານ ໂດຍບໍ່ຕ້ອງຢ້ານວ່າຕົນເອງຈະດ້ອຍກວ່າ ການສະໜັບສະໜູນຜົນງານພະນັກງານເປັນການສະແດງຄວາມຊົມເຊີຍ ແລະ ຍ້ອງຍໍ ເຮັດໃຫ້ພວກເຂົາພູມໃຈໃນຕົວເອງ ລວມທັງພູມໃຈທີ່ມີຜູ້ບໍລິຫານຄືທ່ານ.

 

 

ທີ່ມາ: www.targetlaos.com

Tags: #ຜູ້ບໍລິຫານ #manager #director #ພະນັກງານ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now