ບົດສໍາພາດ: ທ່ານ ຄໍາພະໄພວັນ ວົງໄຊ ຜູ້ຈັດການທົ່ວໄປ ບໍລິສັດ ລາວອຸດສາຫະກໍາ ກະສິກໍາ ຈໍາກັດ

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ຄໍາພະໄພວັນ ວົງໄຊ ຜູ້ຈັດການທົ່ວໄປ ບໍລິສັດ ລາວອຸດສາຫະກໍາ ກະສິກໍາ ຈໍາກັດ

 

          ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດໄປສໍາພາດ ຜູ້ຈັດການຂອງ ບໍລິສັດ ລາວອຸດສາຫະກໍາ ກະສິກໍາ ຈໍາກັດ ຫຼື ທີ່ຄົນທົ່ວໄປຮູ້ຈັກກັນດີກັບ ນໍ້າຫວານສາລີບ້ານເກິນ ທີ່ຈະມາບອກເຖິງຄວາມເປັນມາ ແລະ ຈຸດປະສົງໃນການເຮັດທຸລະກິດດັ່ງກ່າວ ໂດຍແມ່ນສິນຄ້າຂອງຄົນລາວ 100% ເພື່ອຊ່ວຍໃຫ້ບັນດາຊາວສວນໄດ້ມີລາຍຮັບທີ່ດີຂຶ້ນ ຜ່ານບົດສໍາພາດນີ້ເລີຍ.

 

 

1. ຄວາມເປັນມາຂອງ ບໍລິສັດ ລາວອຸດສາຫະກໍາ-ກະສິກໍາ ຈໍາກັດ? ຈຸດປະສົງໃນການເປີດບໍລິສັດດັັ່ງກ່າວ? ເປີດມາໄດ້ດົນປານໃດແລ້ວ? ເປັນບໍລິສັດປະເພດໃດ?

          ບໍລິສັດລາວ ອຸດສາຫະກໍາ - ກະສິກໍາ ຈໍາກັດ ກໍ່ຕັ້ງແຕ່ປິ 1995 ຈົນມາຮອດປະຈຸບັນນີ້ໄດ້ປະມານ 20 ປີ, ຈຸດປະສົງເເມ່ນເພື່ອຂະຫຍາຍຕະຫຼາດໃຫ້ຊາວສວນ ເພາະໃນໄລຍະທີ່ຜ່ານມາຍັງເຫັນວ່າພືດກະສິກໍາຢູ່ບ້ານເຮົາຍັງບໍ່ມີຕະຫຼາດທີ່ເປັນຮູບປະທໍາ, ໂດຍສະເພາະໄລຍະທີ່ຜ່ານມາສ່ວນຫຼາຍມີແຕ່ຕະຫຼາດສົດ ຈົນໃນລະຫວ່າງປີ 1995 ເປັນຕົ້ນມາໄດ້ເຫັນຊ່ອງທາງນີ້ວ່າເຮົາສາມາດເປັນຕະຫຼາດ ແລະ ເກັບຊື້ວັດຖຸດິບນໍາປະຊາຊົນຊາວສວນທີ່ວ່າປູກທໍາມາຫາກິນທີ່ເປັນອາຊີບກະສິກໍາຢູ່ແລ້ວກໍເລີຍກໍ່ຕັ້ງບໍລິສັດນີ້ຂຶ້ນມາ ເຊິ່ງວ່າຈຸດປະສົງຫຼັກແມ່ນການເກັບຊື້ສິນຄ້າກະສິກໍາເພື່ອມາຜະລິດ ແລະ ແປຮູບສົ່ງອອກຕ່າງປະເທດ ແລະ ຂາຍພາຍໃນ.

          ບໍລິສັດຂອງເຮົາເປັນປະເພດອຸດສະຫະກໍາ ມັນກໍເຄິ່ງກາງລະຫວ່າງ SME ກັບອຸດສະຫະກໍາ, ເພາະວ່າຖ້າເປັນອຸດສາຫະກໍາແລ້ວຕ່າງປະເທດເພິ່ນຖືວ່າຈະຈັດເປັນກອບທຸລະກິດຂະໜາດໃຫຍ່ ແຕ່ບ້ານເຮົາຍັງບໍ່ຂະໜາດນັ້ນຄື ອຸດສາຫະກໍາປະເທດອ້ອມຂ້າງ ເຂົາເຈົ້າມີພະນັກງານກໍາມະກອນ ເປັນ 500 - 1000 ຄົນ ເປັນກໍາມະກອນຮັບເໝົາ, ພະນັກງານລາຍວັນ, ພະນັກງານປະຈໍາ, ຊາວສວນນີ້ຈະແມ່ນທາງເຮົາລົງທຶນ, ລົງປັດໄຈໃຫ້ ແຕ່ດິນກັບແຮງງານເປັນຂອງຊາວສວນເອງ ເຊິ່ງກໍາມະກອນເຮົາມີແຕ່ 100 ປາຍຄົນ.

 

 

 

2. ສິນຄ້າສ່ວນຫຼາຍເປັນສິນຄ້າທີ່ເຮັດໂດຍຄົນລາວແມ່ນບໍ່? ມີສິນຄ້າປະເພດນໍາເຂົ້າຫຼືບໍ່? ນອກຈາກນໍ້າຫວານສາລີບ້ານເກິນ ແລ້ວຍັງມີຜະລິດຕະພັນອື່ນອີກບໍ່?

          ສິນຄ້າສ່ວນຫຼາຍເປັນສິນຄ້າຂອງຄົນລາວ, ລົງທຶນໂດຍຄົນລາວ, ຜະລິດໂດຍຄົນລາວ ແລະນໍາໃຊ້ວິຊາການໂດຍຄົນລາວ 100%, ນໍາໃຊ້ວັດຖຸດິບຈາກຄົນລາວ 100%.

          ສ່ວນສິນຄ້າປະເພດນໍາເຂົ້າສ່ວນຫຼາາຍຈະແມ່ນຜະລິດ ແລະ ສົ່ງອອກເປັນຫຼັກໂດຍນໍາໃຊ້ວັດຖຸດິບພາຍໃນຂອງປະເທດເຮົາ.

          ສິນຄ້າຂອງເຮົາທັງໝົດມີ: ນໍ້າສາລີບ້ານເກິນ, ນົມສາລີບ້ານເກິນ, ນໍ້າໝາກນັດບ້ານເກິນ, ກະທຽມໂພນ, ກະທຽມຫົວ, ໝາກຕາວເຊື່ອມ ແລະ ສາລີກະປ໋ອງ.

 

 

3. ຈຸດໃດແດ່ທີ່ສາມາດດຶງດູດໃຫ້ຄົນຫັນມາຊົມໃຊ້ຜະລິດຕະພັນຂອງທ່ານ? ກຸ່ມລູກຄ້າແມ່ນປະເພດໃດ? ມີການສົ່ງອອກຜະລິດອອກສູ່ນອກປະເທດບໍ່?

          ຈຸດດຶງດູດທີ່ໃຊ້ຜະລິດຕະພັນ: ລູກຄ້າທີ່ນໍາໃຊ້ຂອງເຮົາຈະມີ 2 ປະເພດຄື: ພາຍໃນ ແລະ ຕ່າງປະເທດ. ພາຍໃນຈະເປັນ: ປະຊາຊົນທົ່ວໄປ, ໄວລຸ້ນ, ເດັກນ້ອຍ, ຜູ້ໃຫຍ່. ສໍາລັບຕ່າງປະເທດ ເຮົາຈະມີສິດທິພິເສດຄືຍົກເວັ້ນພາສີຂາເຂົ້າສໍາລັບເອີຣົບ (EUROPE) ເຊິ່ງເຮັດໃຫ້ເຮົາໄດ້ປຽບດ້ານການແຂ່ງຂັນທາງການຕະຫຼາດ, ເຖິງແມ່ນວ່າຕົ້ນທຶນລາຄາຂອງເຮົາຈະສູງ ແຕ່ວ່າເມື່ອນໍາເຂົ້າໄປຍັງປະເທດເອີຣົບ (EUROPE) ລາຄາຂາຍຢູ່ພຸ້ນຈະຕໍ່າກວ່າປະເທດອ້ອມຂ້າງໂດຍສະເພາະແມ່ນ ສາລີກະປ໋ອງ.

          ກຸ່ມລູກຄ້າທີ່ນໍາໃຊ້ຈະເປັນບຸກຄົນທົ່ວໄປ ຈະແຍກອອກເປັນ 2ປະເພດຄືກັນ ຕ່າງປະເທດສ່ວນຫຼາຍຈະເອົາເຂົ້າຊຸບເປີ້ມາເກັດ (SUPER MARKET), ພາຍໃນປະເທດຈະແມ່ນຄອບຄົວຊາວບ້ານທົ່ວໄປ, ປະຊາຊົນທົ່ວໄປບໍ່ວ່າຈະເປັນພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ.

          ປະເທດທີ່ສົ່ງອອກມີ: ເກົາຫຼີ (KOREA), ຣັດເຊຍ (RUSSIA), ເອີຣົບ (EUROPE), ແຕ່ປັດຈຸບັນນີ້ເນື່ອງຈາກມີການແຂ່ງຂັນກັນທາງດ້ານເສດຖະກິດ ແລະ ລາຄາມີການແຂ່ງຂັນກັນຫຼາຍ, ເລີຍເຮັດໃຫ້ເຮົາມີການຄັດຈ້ອນອອກເອົາສະເພາະປະເທດທີ່ວ່າເຮົາມີສິດພິເສດທີ່ນໍາເຂົ້າຍົກເວັ້ນພາສີນີ້ໂດຍສະເພາະຈະແມ່ນເອີຣົບ (EUROPE).

 

 

 

4. ເປັນຫຍັງຈຶ່ງເລືອກປູກສາລີ? ແລະ ນອກຈາກສາລີແລ້ວປູກປະເພດໃດອີກບໍ່? ແລະເປັນຫຍັງຈຶ່ງເລືອກເຮັດນໍ້າຫວານສາລີ?

         ເລືອກປູກສາລີເພາະວ່າ ປູກງ່າຍ, ບໍ່ເລືອກດິນຟ້າອາກາດ, ຂໍແຕ່ມີດິນສຊຸ່ມ ແລະ ມີນໍ້າໃຫ້ຕະຫຼອດປີກໍຖືວ່າປູກໄດ້, ບໍ່ຄືພືດໄຮ່ເຊັ່ນ: ພວກອ້ອຍ, ມັນຕົ້ນ ອັນນັ້ນແມ່ນມັນເລືອກສະເພາະລະດູຝົນ ແລະ ເປັນພືດໄລຍະຍາວ, ແຕ່ສາລີນີ້ມີໄລຍະສັ້ນຕັ້ງແຕ່ມື້ປູກຫາມື້ເກັບໃຊ້ເວລາພຽງ 75 ວັນ ແລະ ມັນຈະເປັນຂໍ້ດີເຮົາເກັບຝັກສົດຮອບໄວ້ໃຫ້ຊາວສວນ, ເຮົາໄດ້ມາເລືອກເຟັ້ນເບິ່ງແລ້ວ ພືດອຸດສະຫະກໍາທີ່ເປັນຮອບ ນອກຈາກໝາກເຜັດ, ໝາກແຕງ ເຮົາກໍເຫັນແຕ່ສາລີ ເພາະສາລີເໝາະສໍາລັບດິນຟ້າອາກາດບ້ານເຮົາ ແລະ ຕະຫຼາດຕ່າງປະເທດເຂົາເຈົ້າຕ້ອງການສູງ.

          ນອກຈາກປູກສາລີແລ້ວເຮົາຍັງປູກກະທຽມ ກັບ ໝາກນັດໂດຍສະເພາະໝາກນັດເຮົາໄດ້ໄປສົ່ງເສີມປູກຢູ່ທາງພາກເໜືອເມືອງກາສີ ແລະ ກະທຽມຈະແມ່ນ ປູກຢູ່ຊຽງຊວາງ, ສ່ວນສາລີຈະແມ່ນປູກຢູ່ນະຄອນຫຼວງ, ແຂວງວຽງຈັນ, ແຂວງ ບໍລິຄໍາໄຊ, ສ່ວນໝາກຕາວເປັນພືດປ່າເຮົາບໍ່ໄດ້ປູກເພາະເປັນພືດປ່າຂອງດົງ.

         ການເລືອກເຮັດນໍ້າສາລີນີ້ແມ່ນ ໄລຍະຜ່ານມາເບື້ອງຕົ້ນເຮົາແມ່ນຜະລິດສາລີກະປ໋ອງສົ່ງໄປ EU ເປັນຫຼັກແລ້ວວັດຖຸດິບທີ່ເກັບຊື້ກັບຊາວສວນມັນຈະມີ ຝັກໃຫຍ່, ຝັກນ້ອຍ, ຝັກງາມ, ຝັກບໍ່ງາມ ເຮົາເລີຍຈໍາເປັນຕ້ອງໄດ້ຊື້ໝົດນໍາຊາວສວນ ແລ້ວຝັກທີ່ມັນບໍ່ເຕັມຝັກໄດ້ເຄິ່ງດຽວເຮົາເອົາໄປໃສ່ກະປ໋ອງບໍ່ໄດ້ເຮົາກາເລີຍຫາວິທີແນວໃດເພື່ອເກັບຜະລິດຕະພັນໃນຊ່ວງນີ້ບໍ່ໃຫ້ມັນເສຍຖິ້ມລ້າ ກໍເລີຍເກີດເປັນນໍ້ານົມສາລີຂຶ້ນມາ.

 

 

5. ທ່ານຄິດວ່າ ປະສົບຜົນສໍາເລັດແລ້ວຫຼືຍັງ? ຍ້ອນຫຍັງ?

         ຂ້າພະເຈົ້າຄິດວ່າໃນປັດຈຸບັນຍັງບໍ່ປະສົບຜົນສໍາເລັດ ເນື່ອງຈາກວ່າການຜະລິດຂອງເຮົາ ກັບ ການກະຈາຍສິນຄ້າຂອງເຮົາ ຍັງບໍ່ທັນໄດ້ທົ່ວເຖິງຈຸດຊຸມຊົນສອກຫຼີກເທື່ອ ເພາະວ່າໄລຍະຜ່ານມາແມ່ນຢູ່ທີ່ສິນຄ້ານົມສາລີຂອງເຮົາມັນກະຈາຍໄປທົ່ວປະເທດກໍຈິງແຕ່ວ່າຍັງກະຈາຍແຕ່ສະເພາະຊຸມຊົນໃຫຍ່ຢູ່ເມືອງຫຼັກ ຂອງ ແຂວງຫຼັກ ໃນແຕ່ລະແຂວງເທົ່ານັ້ນ.

 

 

6. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບໃນການເຮັດທຸລະກິດ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

           ທຸລະກິດກະສິກໍາ ອຸດສະຫະກໍາມີຄວາມສ່ຽງຫຼາຍນາໆປະການຈະຕ່າງກັບ ທຸລະກິດບໍລິການ, ທຸລະກິດນໍາເຂົ້າ - ທຸລະກິດຂາຍອອກ. ແຕ່ວ່າທຸລະກິດຂອງເຮົາ ຈະເປັນການສົ່ງເສີມປູກກະສິກໍາດັ່ງນັ້ນເລື່ອງໄພຄວາມສ່ຽງນີ້ຖືວ່າມະຫາສານ, ຫຼັກໆທີ່ເຮົາເຫັນໄດ້ປະຈັກຕາເລີຍກໍຄື: ນໍ້າຖ້ວມໃນປິ 2018 ຖືວ່າບໍລິສັດສູນເສຍເງິນຫຼາຍ 100 ລ້ານກີບ. ເນື່ອງຈາກວ່າເຮົາໄປສົ່ງເສີມການປູກ, ການລົງເມັດພັນໃຫ້, ລົງປຸຍໃຫ້, ກຽມດິນໃຫ້ມັນເປັນຕົ້ນທຶນທີ່ເຮົາລົງທຶນໃຫ້ຊາວສວນກ່ອນ ແຕ່ວ່ານໍ້າຖ້ວມມາເຮົາບໍ່ໄດ້ຫຍັງ, ຊາວສວນກໍບໍ່ໄດ້ຫຍັງ ມີແຕ່ເສຍຫາຍໄປ.

          ອັດຕາແລກປ່ຽນກໍມີຜົນຕໍ່ການເຮັດທຸລະກິດກ່ຽກັບອຸດສະຫະກໍາເນື່ອງຈາກວ່າ: ສິນຄ້າຂອງເຮົາບໍ່ແມ່ນຜະລິດມື້ນີ້ແລ້ວຂາຍມື້ອື່ນເລີຍ, ໃຊ້ເວລາເກືອບ 6 ເດືອນເພື່ອຜ່ານຂັ້ນຕອນຕ່າງໆ ແລະ ໄດ້ເອົາເງິນລົງທຶນໃຫ້ຊາວສວນກ່ອນ  ຖ້າຫາກວ່າອັດຕາເງິນກີບມັນມີການແຂງໂຕ ກໍຖືວ່າເຮົາຫຼຸດທຶນເລີຍເພາະວ່າ ໄລຍະເວລາ ເຮົາຄາດຄະເນບໍ່ໄດ້ວ່າອັດຕາແລກປ່ຽນມັນຈະຂຶ້ນ ຫຼື ລົງ ແລະ ຄວາມຮູ້ຄວາມສາມາດຂອງຊາວສວນທີ່ວ່າປູກໃຫ້ເປັນອາຊີບ, ປູກໃຫ້ເປັນທຸລະກິດກໍຍັງບໍ່ມີຄວາມຮູ້ໃນດ້ານໂຕນີ້. ດັ່ງນັ້ນ, ຈຶ່ງເຮັດໃຫ້ສິນຄ້າທີ່ເກັບມາມັນກໍຍັງບໍ່ມີຄຸນນະພາບທີ່ເຮົາຕ້ອງການເທື່ອ.

          ວິທີແກ້ໄຂຄື ພະຍາຍາມສົ່ງເສີມຄວາມຮູ້ສົ່ງວິຊາການໄປເເນະນຳການປູກ ແລະ ເຕັກນິກ, ຕິດຕາມການປູກ, ການໃສ່ປຸຍຂອງຊາວສວນ, ເຮົາຈະຄາດຄະເນໄພສ່ຽງຕ່າງໆຊ່ວງໜ້າຝົນເຮົາຈະຫຼຸດການພື້ນທີ່ປູກລົງເພາະວ່າມັນຈະສ່ຽງຕໍ່ນໍ້າຖ້ວມ, ແຕ່ຖ້າວ່ານໍ້າຖ້ວມສຸກເສີນເຮົາກໍຫຼີກລ້ຽງບໍ່ໄດ້. ແຕ່ວ່າໄລຍະທີ່ຜ່ານມາຊ້ວງລະດູຝົນເຮົາກໍໄດ້ເວັ້ນຈະບໍ່ປູກເພາະວ່າມັນມີຄວາມສ່ຽງຕໍ່ຝົນຟ້າ ແລະ ເປັນສິ່ງທີ່ເຮົາຄາດຄະເນບໍ່ໄດ້ວ່ານໍ້າມັນຈະຖ້ວມຍາມໃດ.

 

 

7. ມີການເປົ້າໝາຍໃນການວາງແຜນເຮັດທຸລະກິດແນວໃດ?

          ເປົ້າໝາຍການເຮັດທຸລະກິດໃນອານາຄົດແມ່ນ ການພັດທະນາຄຸນນະພາບມໃຫ້ສູງຂຶ້ນອີກ, ພັດທະນາເລື່ອງປະລິມານໃຫ້ຫຼາຍຂຶ້ນ, ລົດລະດັບຕົ້ນທຶນຂອງສິນຄ້າລົງ, ພະຍາຍາມຂະຫຍາຍ, ເຈາະຕະຫຼາດໃຫ້ທົ່ວເຖິງຫຼາຍກວ່າເກົ່າໂດຍສະເພາະປະເທດໃດທີ່ເຮົາຍັງບໍ່ທັນມີຕະຫຼາດເຮົາກໍພະຍາຍາມເຈາະເຂົ້າໄປ, ແລ້ວກໍນໍາເອົາສິນຄ້າໄປຂາຍຢູ່ປະເທດເພື່ອນບ້ານເພື່ອເປັນການແລກປ່ຽນສິນຄ້າ - ຊື້ຂາຍກັນ.

 

 

 

8. ມີຫຍັງຝາກເຖິງຄົນທີ່ກໍາລັງເຮັດ ຫຼື ວາງແຜນຈະເຮັດທຸລະກິດ ?

          ສິ່ງທີ່ຢາກຝາກເຖິງບັນດານັກທຸລະກິດທີ່ມາໃໝກ່ຽວກັບອຸດສະຫະກໍາ: ຢາກໃຫ້ສຶກສາດີໆວ່າເຮົາຈະເຮັດຫຍັງ, ມີເປົ້າໝາຍຊັດເຈນແລ້ວ ຫຼື ຍັງ, ມີມາດຕະການປ້ອງກັນ ຫຼື ຍັງ ແລະ ມີເປົ້າໝາຍຊັດເຈນແລ້ວ ຖືວ່າດໍາເນີນໄປໄດ້ເພາະວ່າທຸລະກິດບ້ານເຮົາມັນມີຄວາມສ່ຽງຫຼາຍຢ່າງບວກດ້ວຍຄວາມຮູ້, ຄວາມສາມາດກໍຍັງບໍ່ເທົ່າທຽມກັບປະເທດເພື່ອນບ້ານ, ການເຮັດທຸລະກິດຄ້າຂາຍພືດກະສິກຳສໍາເລັດຮູບເພື່ອສົ່ງອອກຕ່າງປະເທດເມື່ອມາສັງເກດເບິ່ງດ້ານປະລິມານຍັງຫນ້ອຍຢູ່ ແລະ ດ້ານຕົ້ນທຶນຂອງລາວເຮົາເອງຍັງສູງກວ່າປະເທດເພື່ອນບ້ານ ແລະ ປັດໄຈການຜະລິດ ເມັດພັນ, ປຸ໋ຍ, ກະປ໋ອງ, ປິດ ແລະ ອື່ນໆ ໄດ້ນໍາເຂົ້າຫມົດ. ດັ່ງນັ້ນ, ຢາກຝາກເຖິງໃນຈຸດນີ້ເພື່ອໃຫ້ພັດທະນາເທົ່າທຽມກັບບັນດາປະເທດອ້ອມຂ້າງ.

          ສຸດທ້າຍຢາກຝາກເຖິງປະຊາຊົນຄົນລາວທຸກພາກສ່ວນ ຊ່ວຍອຸດໜຸນສິນຄ້າຂອງຄົນລາວເຮົານໍາກັນ, ເພາະວ່າຖ້າເຮົາມາຕັ້ງກໍາເເພງກີດກັ້ນກັນເອງນັ້ນໂດຍສະເພາະພົບພໍ້ຫຼາຍບັນຫາສິນຄ້າລາວບໍ່ມີຄຸນນະພາບ, ສິນຄ້າລາວລາຄາແພງກ່ອນສິນຄ້າຕ່າງປະເທດ, ເປັນຫຍັງຄົນລາວຜະລິດຈັ່ງແພງ, ສິນຄ້າລາວເປັນຫຍັງບໍ່ມີຫຼາຍ ກໍເນື່ອງຈາກວ່າທັງໝົດນັ້ນມັນເປັນການຕັ້ງກໍາແພງເພື່ອມາກີດກັ້ນນັກທຸລະກິດຂອງຄົນລາວເຮົາເອງ. ຢາກໃຫ້ປະຊາຊົນລາວເຮົາຮູ້ວ່າ ສິນຄ້າຈະຜະລິດຢູ່ລາວກໍຈິງແຕ່ເປັນຫຍັງລາຄາຈຶ່ງສູງ ເທົ່າທຽມກັບຕ່າງປະເທດກໍເພາະວ່າ ຫົວໜ່ວຍການຜະລິດຂອງເຮົາມັນບໍ່ເທົ່າກັບຕ່າງປະເທດ. ແຕ່ຖ້າມາພົບກໍາແພງທີ່ປະຊາຊົນບໍ່ໃຫ້ການຊຸກຍູ້, ບໍ່ພັກດັນມາກີດກັ້ນກັນເອງຈະເຮັດໃຫ້ສິນຄ້າຂອງລາວບໍ່ສາມາດພັດທະນາໃຫ້ເທົ່າທຽມກັບສິນຄ້າຂອງເພື່ອນບ້ານໄດ້. ດັ່ງນັ້ນ, ຢາກຝາກເຖິງປະຊາຊົນລາວຊ່ວຍອຸດໜຸນສິນຄ້າຂອງຄົນລາວເຮົາເອງບໍ່ວ່າຈະຖືກ ຫຼື ແພງ ກໍຂໍໃຫ້ຊ່ວຍຊົມໃຊ້ນໍາກັນເອງ, ຊຸກຍູ້ສິນຄ້າຂອງຄົນລາວເອງເພື່ອໃຫ້ມີລາຍໄດ້ຕົກໄປເຖິງຊາວກະສິກອນໂດຍຕົງ.

 

 

 

ຂໍຂອບໃຈ: ທ່ານ ຄໍາພະໄພວັນ ວົງໄຊ ຜູ້ຈັດການທົ່ວໄປ ບໍລິສັດ ລາວອຸດສາຫະກໍາ ກະສິກໍາ ຈໍາກັດ

ສໍານັກງານ: ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ສາມາດຕິດຕໍ່: 021 316 465

ໂຮງງານແມ່ນຕັ້ງຢູ່ບ້ານເກິນ ເມືອງ ທຸລະຄົມ ແຂວງ ວຽງຈັນ.

Tags: #ຊົມໃຊ້ຂອງຄົນລາວ #ສ້າງລາຍຮັບ #ນໍາໃຊ້ວິຊາການໂດຍຄົນລາວ 100% #ຜະລິດໂດຍຄົນລາວ100% #ການສົ່ງເສີມ #ນໍ້າຫວານສາລີບ້ານເກິນ #Russia #Korea #ນົມສາລີບ້ານເກິນ #ບໍລິສັດ ລາວອຸດສາຫະກໍາ ກະສິກໍາ ຈໍາກັດ # ຄໍາພະໄພວັນ ວົງໄຊ #ນໍ້າໝາກນັດບ້ານເກິນ #ກະທຽມໂພນ #SME #ຜູ້ຈັດການທົ່ວໄປ #ອຸດສາຫະກໍາ #ໝາກຕາວເຊື່ອມ #ສາລີກະປ໋ອງ #ກະທຽມຫົວ #ສິນຄ້າຂອງຄົນລາວ100% #ຊາວສວນ #ນໍາໃຊ້ວັດຖຸດິບຈາກຄົນລາວ #ຊາວກະສິກໍາ #EUROPE #ສິນຄ້າຂອງລາວ #ລົງທຶນໂດຍຄົນລາວ100% #ສົ່ງອອກນອກປະເທດ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now