ເປັນຫຍັງເຮັດການຕະຫຼາດ Online ຈຶ່ງບໍ່ປະສົບຜົນສໍາເລັດ?

timer

remove_red_eye 0 views


cvConnect.la - ເປັນຫຍັງເຮັດການຕະຫຼາດ Online ຈຶ່ງບໍ່ປະສົບຜົນສໍາເລັດ?

 

         ບັນຫາຫຼັກທີ່ ຜູ້ປະກອບການ ແລະ ນັກການຕະຫຼາດອອນລາຍ ສ່ວນຫຼາຍຕ້ອງພົບ…ປັດຈຸບັນສັງເກດເຫັນວ່າ ຫຼາຍໆທຸລະກິດເລີ່ມເຂົ້າມາເຮັດການຕະຫຼາດອອນລາຍຫຼາຍຂຶ້ນ. ນັ້ນກໍເນື່ອງຈາກວ່າ ໃນຍຸກນີ້ເປັນຍຸກທີ່ທຸກຄົນຫັນມາສົນໃຈ ແລະ ຢູ່ແຕ່ກັບໂລກ Social ຖ້າຈະເຮັດການຕະຫຼາດຄືເມື່ອກ່ອນແມ່ນບໍ່ສາມາດຈະເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້… ແຕ່ໃນການເຮັດການຕະຫຼາດອອນລາຍ ກໍບໍ່ແມ່ນວ່າໃຜ ຫຼືທຸລະກິດໃດ ກໍສາມາດເຮັດໄດ້ ແລະ ເມື່ອເຮັດແລ້ວກໍບໍ່ແມ່ນວ່າຈະສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງເຕັມ 100% ຫຼືບາງທຸລະກິດ ອາດຈະບໍ່ສາມາດເຂົ້າເຖິງກຸ່ມລູກຄ້າດ້ວຍຊໍ້າ; ອາດຈະເນື່ອງມາຈາກຍັງຂາດບຸກຄະລາກອນທີ່ມີຄວາມຊ່ຽວຊານຢູ່ຫຼາຍ ເຊິ່ງບັນຫາຫຼັກທີ່ເຮັດໃຫ້ບໍ່ສາມາດເຂົ້າເຖິງລູກຄ້າໄດ້ກໍມີຫຼາຍເຫດຜົນດ້ວຍກັນ ເຊິ່ງຜູ້ຂຽນຢາກຈະມາສະເໜີ 3 ບັນຫາຫຼັກ ທີ່ຜູ້ປະກອບການ ແລະ ນັກການຕະຫຼາດອອນລາຍ ສ່ວນຫຼາຍຕ້ອງພົບ… ຈົນເຮັດໃຫ້ບໍ່ປະສົບຄວາມສໍາເລັດໄດ້… ແລ້ວເມື່ອພົບບັນຫາແລ້ວຄວນຈະແກ້ໄຂແນວໃດ?

 

  • ໃຊ້ງົບປະມານຫຼາຍເກີນໄປ

         ໃນການໂຄສະນາຜ່ານສື່ Social Media ຫຼື Chanel Online ນັ້ນ ຕ້ອງໃຊ້ຜູ້ຊ່ຽວຊານໃນລະດັບໜຶ່ງໃນການ Optimize Ads (ເພີ່ມປະສິດທິພາບໃນການໂຄສະນາ) ເຊິ່ງຈະຊ່ວຍໃຫ້ເຮົາປະຢັດງົບປະມານໄດ້, ເພາະນັກການຕະຫຼາດ ຫຼື ຜູ້ປະກອບການຫຼາຍຄົນ ອາດຈະຍັງບໍ່ເຂົ້າໃຈເລິກເລື່ອງ Digital Marketing ອາດຈະຄິດວ່າຢາກໄດ້ແຕ່ໄລ້ຫຼາຍໆ ຫຼື ຢາກໃຫ້ຄົນເຫັນຫຼາຍໆ ໂດຍລືມຄິດເລື່ອງຍອດຂາຍໄປ ເຮັດໃຫ້ບາງເທື່ອເຮົາເສຍງົບປະມານໄປຫຼາຍຕໍ່ກັບການບູ໊ດບົດຄວາມ ຫຼືສິນຄ້າທີ່ເຮົາໂພສລົງໄປ ພຽງແຕ່ເປັນການເພີ່ມຍອດ Follow ແຕ່ບໍ່ໄດ້ເພີ່ມຍອດຂາຍແຕ່ຢ່າງໃດ.

 

  • ສື່ສານເຖິງກຸ່ມເປົ້າໝາຍຜິດກຸ່ມ

         ການວິເຄາະລູກຄ້າກຸ່ມເປົ້າໝາຍນັ້ນສໍາຄັນຫຼາຍ ຖ້າເຮົາເລືອກກຸ່ມເປົ້າໝາຍຜິດ ອາດຈະເຮັດໃຫ້ເຮົາພາດໃນເລື່ອງຂອງການອອກແບບບົດຄວາມທັງໝົດ; ບໍ່ວ່າຈະເປັນເລື່ອງຂອງຮູບພາບ, ການສື່ສານຜ່ານເລື່ອງລາວ, ຕົວອັກສອນ, ວີດີໂອ… ເຮັດໃຫ້ນັກການຕະຫຼາດ ຫຼືຜູ້ປະກອບການ ເສຍງົບປະມານໂດຍບໍ່ມີປະໂຫຍດ ຢ່າຄິດວ່າເຮົາຊື້ໂຄສະນາແລ້ວຈະເຮັດໃຫ້ປະສົບຄວາມສໍາເລັດ, ໃນຄວາມເປັນຈິງເຮົາຕ້ອງມາເບິ່ງນໍາວ່າ ການທີ່ເຮົາລົງໂຄສະນາໄປນັ້ນ ຖືກກັບກຸ່ມເປົ້າໝາຍຂອງເຮົາແທ້ ຫຼືບໍ່? ມີຜົນຕອບຮັບຫຼາຍໜ້ອຍພຽງໃດ ກຸ່ມເປົ້າໝາຍເຮົາຊື້ສິນຄ້າຂອງເຮົາ ຫຼືບໍ່? ເພາະກຸ່ມເປົ້າໝາຍທີ່ຕ່າງໄປ ບົດຄວາມ, ກຣາຟຟິກ, ຮູບພາບ, ຕົວອັກສອນ, ວີດີໂອ ແລະ ອື່ນໆ ທີ່ເຮົາໃຊ້ກໍຕ່າງກັນໄປນໍາ ດັ່ງນັ້ນ, ຕ້ອງສຶກສາກຸ່ມເປົ້າໝາຍຂອງເຮົາໃຫ້ດີ ກ່ອນທີ່ຈະລົງທຶນເຮັດການຕະຫຼາດ.

 

  • ບົດຄວາມບໍ່ໄດ້ຄຸນນະພາບ

         ປັດຈຸບັນບົດຄວາມ ຫຼື Content ມີຫຼາກຫຼາຍໃນ Social Media, ການຜະລິດບົດຄວາມແຕ່ລະບົດອອກມາ ຈຶ່ງຕ້ອງໄດ້ມາຄິດໃຫ້ດີ, ໃຫ້ກົງ ແລະ ມີປະໂຫຍດຕໍ່ກັບກຸ່ມເປົ້າໝາຍທີ່ສຸດ ຫ້າມຄິດວ່າ ບໍ່ມີຫຍັງຈະໂພສແລ້ວກໍຊອກຫຍັງມາໂພສແບບບໍ່ໄດ້ຄິດໃຫ້ດີ ເພາະຜົນເສຍທີ່ຕາມມາຄື ເຮັດໃຫ້ບໍ່ມີປະສິດທິພາບເທົ່າທີ່ຄວນ.

 

         ສະຫຼຸບແລ້ວບັນຫາຫຼັກທີ່ເກີດຂຶ້ນນີ້ ກໍອາດຈະມາຈາກການທີ່ບໍ່ມີການວາງແຜນໃຫ້ຮອບຄອບນັ້ນເອງ.

 

ວິທີແກ້ໄຂ:

  1. ຖ້າທ່ານຄິດຈະເຮັດການຕະຫຼາດອອນລາຍ ຕ້ອງຊອກຜູ້ຊ່ຽວຊານໃນການເຮັດໂຄສະນາຜ່ານສື່ອອນລາຍ ທີ່ສາມາດ Optimization ຫຼື ເພີ່ມປະສິດທິພາບໄດ້ ຈະຊ່ວຍໃຫ້ປະຢັດງົບປະມານຫຼາຍຂຶ້ນ.
  2. ວິເຄາະກຸ່ມເປົ້າໝາຍໃຫ້ດີທີ່ສຸດ ເທົ່າທີ່ຈະດີໄດ້; ເວລາຈະສ້າງໂຄສະນາ ຫຼືຈະສົ່ງສາລະໜ້າຮູ້ຕ່າງໆໃຫ້ກຸ່ມເປົ້າໝາຍ ຈະໄດ້ສົ່ງກົງຕາມກຸ່ມເປົ້າໝາຍຂອງເຮົາແທ້ໆ ເຊິ່ງຈະສົ່ງຜົນໃຫ້ເກີດຜົນລັບທີ່ດີໄດ້ຫຼາຍກວ່າ.
  3. ບົດຄວາມທີ່ຄິດຕ້ອງມີຄຸນນະພາບ ຄືມີປະໂຫຍດ ແລະ ກ່ຽວຂ້ອງກັບກຸ່ມເປົ້າໝາຍເຮົາໂດຍກົງ ແລະ ສາມາດນໍາເອົາໄປໃຊ້ປະໂຫຍດໄດ້ແທ້.
  4. ວາງແຜນ, ຕັ້ງເປົ້າໝາຍ ຕັ້ງແຕ່ກ່ອນຈະລົງມືປະຕິບັດ.

 

ທີ່ມາ: Steps Academy ແລະ www.targetlaos.com

Tags: #successfull #Online marketing #Digital Marketing #ບົດຄວາມ #ປະສົບຜົນສໍາເລັດ #Social Media #Chanel Online #Content

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now