ບົດສໍາພາດ: ທ່ານ ບຸນນະຜົນ ອິນທະຊຸມ ອໍານວຍການ ME SHOP

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ບຸນນະຜົນ ອິນທະຊຸມ ອໍານວຍການ ME SHOP

 

         ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດສໍາພາດອໍານວຍການ ME SHOP ຮ້ານຂາຍໂທລະສັບຍີ່ຫໍ້ດັງ ແລະ ອຸປະກອນເສີມອື່ນໆອີກຫຼາຍຢ່າງ ເຊິ່ງເພິ່ນຈະມາເວົ້າກ່ຽວກັບຄວາມເປັນມາຂອງຮ້ານດັ່ງກ່າວກວ່າຈະເປັນທີ່ຮູ້ຈັກໄດ້ຂະໜາດນີ້ ປັດຈຸບັນກໍຂະຫຍາຍເຖິງ 2 ສາຂາແລ້ວ. ມາອ່ານເບິ່ງມຸມມອງ ແລະ ທັດສະນະຄະຕິຂອງເພິ່ນຜ່ານບົດສໍາພາດນີ້ເລີຍ.

 

 

1. ຈຸດເລີ່ມຕົ້ນໃນການເປີດຮ້ານນີ້ຂຶ້ນມາ? ເປີດໄດ້ດົນປານໃດແລ້ວ?

          ME SHOP 1content ເນື້ອຫາຕ່າງໆບໍ່ວ່າຈະເປັນ ເພງ, ວີດີໂອ, ເປັນຮູບພາບ, ລິງໂທນເຂົ້າມາໃນມືຖື ແລະ ເຫັນວ່າຍັງບໍ່ມີໃຜເຮັດ ກໍເລີຍເຫັນໂອກາດ; ຫຼັງຈາກນັ້ນ, ກໍເລີ່ມສົນໃຈຜະລິດຕະພັນ apple ແລະ ສຶກສາຜະລິດຕະພັນດັ່ງກ່າວ ແລ້ວເລີ່ມຈໍາໜ່າຍມາຈົນຮອດປັດຈຸບັນ. ເຊິ່ງປັດຈຸບັນມີ 2 ສາຂາແລ້ວ ສີຫອມ ກັບ ໂພນສີນວນ.

 

 

2. ກຸ່ມລູກຄ້າແມ່ນປະເພດໃດ? ແມ່ນຫຍັງທີ່ເປັນຈຸດເດັ່ນຂອງຮ້ານ? ຊ່ອງທາງໃນການໂປໂໝດຮ້ານມີຫຍັງແດ່?

          ກຸ່ມລູກຄ້າຂອງເຮົາສ່ວນຫຼາຍຈະແມ່ນເປັນຄົນທີ່ສົນໃຈໃນເລື່ອງຂອງເທັກໂນໂລຢີ, ສົນໃຈໃນຜະລິດຕະພັນ Apple, ເປັນຄົນທີ່ເຮັດວຽກຢູ່ໃນຫ້ອງການ.

         ຈຸດເດັ່ນຂອງເຮົາແມ່ນ: ການບໍລິການ ເພາະວ່າປະຈຸບັນນີ້ສິນຄ້າມີຫຼາກຫຼາຍຮ້ານທີ່ຂາຍຄືກັນ ແຕ່ວ່າສິ່ງໃດທີ່ເຮັດໃຫ້ມັນແຕກຕ່າງຈາກບ່ອນອື່ນກ່ຽວກັບການບໍລິການ, ເລື່ອງການບໍລິການກ່ອນ ຫຼື ຫຼັງ ການຂາຍພວກເຮົາແມ່ນຈະໃຫ້ຄວາມສໍາຄັນກັບຈຸດນີ້ຫຼາຍ.

          ສໍາລັບຊ່ອງທາງໃນການໂຄສະນາແມ່ນທາງ Facebook ເພາະວ່າກຸ່ມລູກຄ້າຂອງພວກເຮົາຈະແມ່ນຢູ່ຫັ້ນຫຼາຍ ບໍ່ວ່າຈະເປັນ ໄວໜຸ່ມ, ຜູ້ທີ່ສົນໃຈເທັກໂນໂລຢີ ເຊິ່ງຈະໃຊ້ Facebook ເປັນຫຼັກ ແລະ ພວກເຮົາກໍໃຊ້ເພື່ອເປັນການສື່ສານ ແລະ ໂຄສະນາໃຫ້ກັບລູກຄ້າທີ່ມີຄວາມສົນໃຈໃນທາງເທັກໂນໂລຢີໄປໃນຕົວ.

 

 

3. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍ້ໃນການເຮັດທຸລະກິດປະເພດນີ້ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

          ສ່ວນຫຼາຍຈະເປັນບັນດາທາງຮ້ານຕ່າງໆທີ່ເປີດ ຫຼື ທຸລະກິດທີ່ເຮັດກ່ຽວກັບການຂາຍຜະລິດຕະພັນຄືກັນກັບຮ້ານຂອງເຮົາ. ແຕ່ເຮົາບໍ່ຖືວ່າມັນເປັນອຸປະສັກ ແຕ່ຄິດວ່າມັນເປັນສິ່ງທ້າທ້າຍຫຼາຍກວ່າ. ເຊິ່ງສິ່ງທີ່ເຮົາຄິດວ່າແມ່ນສິ່ງທ້າທ້າຍແທ້ໆກໍຄືການພັດທະນາທຸລະກິດຂອງຕົນເອງຢູ່ຕະຫຼອດ, ເຮັດຈັ່ງໃດຈະພັດທະນາຂຶ້ນບໍ່ວ່າຈະເປັນການບໍລິການ, ການຫາຜະລິດຕະພັນໃໝ່ທີ່ມີຄຸນນະພາບໃຫ້ກັບລູກຄ້າຢູ່ສະເໝີ ເພາະວ່າສິນຄ້າທີ່ເຮົາຂາຍໃນບາງຊ່ວງທີ່ອອກໃໝ່ກໍຕ້ອງຈັດຫາໃຫ້ທັນ ເຊິ່ງບາງເທື່ອກໍຍັງບໍ່ທັນກັບຄວາມຕ້ອງການຂອງລູກຄ້າ, ລວມໄປເຖິງການຮັກສາ ຫຼື ເພີ່ມມາດຕະຖານການບໍລິການລູກຄ້າໃຫ້ມັນດີຂຶ້ນໃນທຸກຄັ້ງ ແລະ ຕະຫຼອດໄປ ແລະ ສິ່ງນີ້ຖືວ່າແມ່ນຄວາມທ້າທາຍຂອງພວກເຮົາ, ສະນັ້ນ, ເຮົາຄິດວ່າເລື່ອງທີ່ມັນທ້າທາຍຂອງພວກເຮົາແມ່ນຜົນງານທິ່ເຮົາໄດ້ເຮັດໃນແຕ່ລະປີຫຼາຍກວ່າ.

         ສໍາລັບວິທີແກ້ໄຂກໍຄືການພັດທະນາຕົນເອງຢູ່ຕະຫຼອດ, ເຊິ່ງຂ້າພະເຈົ້າກໍພະຍາຍາມກໍຖາມຕົນເອງສະເໝີວ່າ: ແຕ່ລະມື້ເຮົາຈະເຮັດຫຍັງໃຫ້ມັນດີກວ່າເກົ່າໄດ້, ການບໍລິການເຮົາມັນຈະດີຂຶ້ນກ່ອນເກົ່າໃນແບບໃດ, ມີຊ່ອງທາງ ຫຼື ມີວິທີໃດທີ່ເຮັດໃຫ້ລູກຄ້າໄດ້ຮັບສິ່ງທີ່ດີທີ່ສຸດເວລາທີ່ເຂົ້າມາໃນຮ້ານ.

 

 

4. ທ່ານຄິດວ່າຮ້ານ ME SHOP ປະສົບຜົນສໍາເລັດແລ້ວຫຼືຍັງ? ແລະ ຜົນຕອບຮັບຈາກລູກຄ້າເປັນແນວໃດ?

          ຂ້າພະເຈົ້າຄິດວ່າປະສົບຜົນສໍາເລັດໃນລະດັບໜຶ່ງ, ເຫດຜົນທີ່ເປີດຮ້ານ Me shop ຂຶ້ນມາກໍເພື່ອຢາກເປັນຊ່ອງທາງໜຶ່ງທີ່ເຮັດໃຫ້ລູກຄ້າໄດ້ຮັບຜະລິດຕະພັນທີ່ດີ ແລະ ການບໍລິການທີ່ດີ. ເຊິ່ງຂ້າພະເຈົ້າຄິດວ່າສາມາດເຮັດໄດ້ໃນລະດັບໜຶ່ງ ແຕ່ກໍຕ້ອງຄິດວ່າສັງຄົມມີການປ່ຽນເເປງຢູ່ຕະຫຼອດ ເຊິ່ງຕ້ອງໄດ້ພັດທະນາຕົນເອງຄືກັນ ແລະ ຄິດວ່າຄວາມສໍາເລັດຕະມີໄດ້ກໍຕ້ອງພັດທະນາຕົນເອງໄປນໍາ, ໃນອານາຄົດເມື່ອຮູບແບບພຶດຕິກໍາຂອງລູກຄ້າເຮົາປ່ຽນໄປ ເຮົາຈະເຮັດຈັ່ງໃດເພື່ອເຮັດໃຫ້ລູກຄ້າຍັງຄົງໄດ້ຮັບການບໍລິການທີ່ດີຂຶ້ນອັນນັ້ນແມ່ນຄວາມທ້າທາຍໃໝ່ ຖ້າເຮົາເຮັດໄດ້ແບບນັ້ນຕະຫຼອດຖືວ່າເປັນຄວາມສໍາເລັດຈະເປັນຂັ້ນເປັນຂັ້ນໄປ.

          ຜົນຕອບຮັບຈາກລູກຄ້າເຫັນວ່າແມ່ນດີພໍສົມຄວນເພາະວ່າລູກຄ້າມີການກັບມາຊື້ຊໍ້າ, ມີການບອກຕໍ່ໃຫ້ໝູ່ຮູ້ ແລະ feedback ທີ່ມີໃນ Facebook ກຸ່ມລູກຄ້າທີ່ລົມກັນກ່ຽວກັບຮ້ານເຮົາກໍຖືວ່າເປັນສິ່ງທີ່້ເຮົາຕັ້ງໃຈໃຫ້ເປັນແບບນັ້ນ.

 

 

5. ການວາງແຜນໃນອະນາຄົດແມ່ນແນວໃດ?

          ການວາງແຜນໃນອານາຄົດ ສໍາລັບຮ້ານຄ້າແນ່ນອນຮູບແບບພຶດຕິກໍາຂອງລູກຄ້າຈະປ່ຽນໄປຈາກແບບ off line ເປັນຮ້ານ on line ຫຼາຍຂຶ້ນ, ສະນັ້ນ, ສິ່ງທີ່ເຮົາກຽມໄວ້ກໍຄືເຮັດແນວໃດໃຫ້ລູກຄ້າຮອງຮັບ ແລະ ປັບຕົວກັບພຶດຕິກໍາລູກຄ້າທີ່ປ່ຽນໄປເພື່ອຫັນໄປກັບການຂາຍ on line ຫຼາຍຂຶ້ນ, ງ່າຍຂຶ້ນ, ມີການຈັດສົ່ງໂດຍທີ່ບໍ່ໃຫ້ລູກຄ້າເຂົ້າມາຮ້ານກໍເປັນໄດ້, ລູກຄ້າອາໄສຄວາມເຊື່ອໝັ້ນຜະລິດຕະພັນແນວຂາຍຢູ່ແລ້ວ ໂທສັ່ງ, ຊື້ສັ່ງຜ່ານ app, ຜ່ານໂທລະສັບແລ້ວເຮົາສົ່ງໃຫ້ເລີຍ.

          ໃນອະນາຄົດຕະຫຼາດໃນການຊື້ຂາຍໂທລະສັບມີການແຂ່ງຂັນກັນສູງ ແລະ ທາງຮ້ານແມ່ນເລືອກຂາຍສະເພາະແຕ່ IPHONE ແລ້ວມີການວາງແຜນວິທີກຸນລະຍຸດຄື: ສໍາລັບເຮົາກໍຄືເຮັດຈັ່ງໃດໃຫ້ລູກຄ້າງ່າຍຂຶ້ນ ຫຼື ວ່າພຶດຕິກໍາລູກຄ້າປ່ຽນໄປແບບໃດ. ຕົວຢ່າງ: ຊຶ້ເສື້ອຜ້າລູກຄ້າມັກເບິ່ງ Live ຢູ່ Facebook ແລ້ວຕັດສິນໃຈຊື້ແບບນັ້ນ, ເຮົາກໍຕ້ອງເບິ່ງວ່າ ເທນສິນຄ້າທີ່ເຮົາຂາຍຄືໂທລະສັບນີ້ລູກຄ້າມີການປ່ຽນແປງໄປແບບໃດ, ເຊິ່ງຕອນນີ້ຖ້າເບິ່ງ ເທນໂລກ ເຂົາເຈົ້າຊື້ Online ກັນຫຼາຍຂຶ້ນ. ເພາະເຂົາເຈົ້າເຊື່ອໃຈ, ເຊື່ອໝັ້ນມາດຕະຖານສິນຄ້າ ກໍມີແຕ່ກົດສັ່ງ ແລ້ວໄປສົ່ງ, ສິ່ງທີ່ເຮົາຕ້ອງປັບໂຕກໍຄືເຮັດຈັ່ງໃດເພື່ອຮອງຮັບກຸ່ມລູກຄ້າທີ່ເປັນແບບນີ້ໃຫ້ເຊື່ອໝັ້ນ ຊື້-ຂາຍ ທາງ Online ຫຼາຍຂຶ້ນພ້ອມທັງຄວບຄູ່ Offline ໄປນໍາ.

          ສໍາລັບລູກຄ້າເກົ່າ ແລະ ລູກຄ້າໃໝ່ພວກເຮົາຖືເອົາການບໍລິການເປັນສິ່ງສໍາຄັນຄືກັບສະໂລແກນຂອງຮ້ານກໍຄື Service is life ການບໍລິການແມ່ນຊີວິດ.

 

 

6. ມີຫຍັງຝາກເຖິງຄົນທີ່ກໍາລັງເຮັດ ຫຼື ວາງແຜນຈະເຮັດທຸລະກິດ? ແລະ ເຊີນຊວນລູກຄ້າໃຫ້ມາບໍລິການເຮົາ?

          ສໍາລັບຜູ້ທີ່ຈະເລີ່ມເຮັດທຸລະກິດສິ່ງທີ່ເຮົາຢາກແນະນໍາກໍຄືສຶກສາສິ່ງທີ່ຢາກເຮັດໃຫ້ດີວ່າກຸ່ມລູກຄ້າຕົນເອງເປັນແບບໃດ, ສຶກສາສິ່ງທີ່ຢາກເຮັດໃຫ້ລະອຽດ ແລະ ສິ່ງສໍາຄັນທີ່ເຮົາແມ່ນຕ້ອງລົງມືເຮັດເພາະວ່າສຶກສາໄປເເລ້ວຖ້າບໍ່ເຮັດກໍຈະບໍ່ມີປະສົບການ, ບໍ່ໄດ້ພົບກັບຄວາມທ້າທາຍຫຍັງເລີຍ.

          ແລະສໍາລັບລູກຄ້າ Me shop ຕ້ອງຂໍຂອບໃຈລູກຄ້າຜູ້ເກົ່າທີ່ເພິ່ນໃຊ້ບໍລິການພວກເຮົາຢູ່ຕະຫຼອດ ແລະ ຂໍຂອບໃຈທີ່ໄວ້ວາງໃຈທີ່ໃຫ້ພວກເຮົາໄດ້ດູແລ, ສໍາລັບລູກຄ້າໃໝ່ພວກເຮົາກໍດູແລຄືກັນກັບຄົນໃນຄອບຄົວ, ເນັ້ນການບໍລິການສໍາຄັນເວລາລູກຄ້າມາຫາເຮົາຈະຖືວ່າເປັນຄົນພິເສດຢາກດູແລຄືຄົນຢູ່ໃນຄອບຄົວເຮົາ, ສໍາລັບລູກຄ້າໃໝ່ລອງໃຫ້ພວກເຮົາໄດ້ດູແລລອງເບິ່ງພວກເຮົາຍິນດີ ແລະ ຈະດູແລເປັນຢ່າງດີບໍ່ເຮັດໃຫ້ທ່ານຜິດຫວັງແນ່ນອນ.

 

 

ຂໍຂອບໃຈ: ທ່ານ ບຸນນະຜົນ ອິນທະຊຸມ ຜູ້ອໍານວຍການ ME SHOP

ສະຖານທີ່: ບ້ານ ສີຫອມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ບ້ານ ໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ

ສາມາດຕິດຕໍ່: 021 855 888

ເປີດບໍລິການ: ວັນຈັນ ຫາ ວັນອາທິດ ເວລາ 9:30 ຫາ 19:00

Facebook page: ME SHOP

Tags: #ME SHOP #ໂທລະສັບ #IPHONE #Service is life # ບຸນນະຜົນ ອິນທະຊຸມ #ການບໍລິການແມ່ນຊີວິດ #ຜູ້ອໍານວຍການ #ທຸລະກິດ #Onlin #app # Facebook

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now