3 ປັດໄຈ ໃຫ້ໄດ້ວຽກເມື່ອຮຽນຈົບ

timer

remove_red_eye 0 views


cvConnect.la - 3 ປັດໄຈ ໃຫ້ໄດ້ວຽກເມື່ອຮຽນຈົບ

               ໃນຊ່ວງຮັບໃບປະກາດຂອງນັກສຶກສາໃນທຸກໆປີ ກໍ່ຈະມີນັກສຶກສາເຂົ້າຮັບປະລິນຍາແທບທຸກໆສະຖາບັນຕິດຕໍ່ກັນຫຼາຍວັນ ເຊິ່ງເປັນເລື່ອງທີ່ໜ້າຍິນດີທີ່ປະເທດຊາດຈະມີຄົນຮຸ່ນໃໝ່ມາເປັນກໍາລັງຊ່ວຍພັດທະນາບ້ານເມືອງເພີ່ມຂຶ້ນ ເຊິ່ງໃນຄວາມໜ້າຍິນດີນີ້ ທ່ານຮູ້ບໍ່ວ່າໃນປີໜຶ່ງໆ ມີນັກສຶກສາຈົບອອກມາຫຼາຍໆໝື່ນຄົນ ແຕ່ຈະມີນັກສຶກສາບໍ່ພໍເທົ່າໃດຄົນທີ່ໄດ້ເຮັດວຽກທັນທີທີ່ຈົບ ໃນບົດຄວາມນີ້ເຮົາຂໍສະເໜີ 3 ປັດໄຈທີ່ມີສ່ວນເຮັດໃຫ້ນັກສຶກສາຈົບໃໝ່ໄດ້ເຮັດວຽກຫຼາຍຂຶ້ນ


Internship 

                   ນັກສຶກສາທຸກຄົນຕ້ອງຜ່ານການຝຶກງານມາແລ້ວທັງນັ້ນ ແລ້ວຖາມວ່າມັນຈະສ້າງຄວາມໄດ້ປຽບແນວໃດ ໃນເມື່ອທຸກຄົນກໍ່ເຄີຍຝຶກງານ ແຕ່ຢາກບອກວ່າມັນແຕກຕ່າງກັນຫຼາຍເພາະວ່າການຝຶກງານກໍ່ຄືການໄດ້ມີໂອກາດໄດ້ສະແດງຄວາມສາມາດໃຫ້ຄົນຮຸ່ນເອື້ອຍ,​ຮຸ່ນອ້າຍທີ່ເປັນມືອາຊີບໄດ້ເຫັນກັບຕາຕົວເອງວ່າໃຜທີ່ສາມາດເຮັດວຽກໄດ້ດີຊ່ຳໃດ, ໃຜເກັ່ງ, ໃຜຂະຫຍັນ, ໃຜອົດທົນສູ້ງານ, ໃຜເປັນແນວໃດ ເຂົາກໍ່ເບິ່ງອອກໄດ້ບໍ່ຍາກ ເຊິ່ງຈະເຮັດໃຫ້ເຂົາແນເຫັນເຖິງຄວາມສາມາດໃນໂຕເຮົາ ຖ້າເຮົາເຮັດໃຫ້ເຂົາປະທັບໃຈໄດ້ໃນຂະນະທີ່ຝຶກງານ ເມື່ອໃດທີ່ເຮົາຮຽນຈົບ ກໍ່ຄືຄົນເຄີຍຮູູ້ຈັກກັນມາກ່ອນ ເຄີຍໄດ້ເຫັນຝີໄມ້ລາຍມືກັນມາແລ້ວ ສິ່ງນີ້ກໍ່ຈະກາຍມາເປັນຄະແນນຕໍ່ເພື່ອໃຫ້ເຂົາເລືອກເຮົາເຂົ້າເຮັດວຽກແທ້ໄດ້ ຖ້ານັກສຶກສາຄົນໃດຮູ້ຈັກໃຊ້ການຝຶກງານນັ້ນເປັນເວທີໂຊຝີມືຢ່າງເຕັມທີ່ ເມື່ອຝຶກງານແລ້ວ ທ່ານກໍ່ຈະໄດ້ຍິນຄໍາເວົ້າໃນທໍານອງວ່າ: ຖ້າຮຽນຈົບມື້ໃດກໍ່ກັບມາຫາເຮົາໄດ້ອີກ ແລະນີ້ກໍ່ຄືຄະແນນທີ່ມີຄ່າຫຼາຍກວ່ານັກສຶກສາຄົນອື່ນໆແລ້ວ.


Network 

         ເປັນສາຍສໍາພັນທີ່ສໍາຄັນ ມັນເກີດຂຶ້ນໄດ້ຈາກການສ້າງ ແລະ ສະສົມ ເຊິ່ງມີຢູ່ 2 ວິທີ່ຄື ເຈົ້າສ້າງຂຶ້ນມາດ້ວຍຕົວເອງເຊັ່ນ: ການຂໍເຂົ້າໄປຝຶກງານຢ່າງທີ່ໄດ້ບອກໄປ ເຈົ້າກໍ່ຈະໄດ້ພາຕົວເອງໄປພົບກັບຮຸ່ນອ້າຍເອື້ອຍ ໃນບໍລິສັດນັ້ນໆ ເຊິ່ງເປັນປະຕູທໍາອິດທີ່ຈະເຮັດໃຫ້ເຈົ້າໄດ້ຮູ້ຈັກຄົນຫຼາຍຂຶ້ນ ສ່ວນວິທີທີສອງກໍ່ຄືເມື່ອເຈົ້າເຂົ້າໄປຝຶກງານແລ້ວ ເຈົ້າກໍ່ຕ້ອງໄດ້ພົບກັບຄົນນອກບໍລິສັດທີ່ຢູ່ໃນສາຍທຸລະກິດໃນວົງການດຽວກັນແນ່ນອນ ອາດຈະມາຈາກການທີ່ພວກເຂົາໃຫ້ເຈົ້າຊ່ວຍຕິດຕໍ່ປະສານງານກັບຄົນນອກບໍລິສັດ ຫຼື ການທີ່ຄົນນອກເຂົ້າມາຕິດຕໍ່ເຮັດວຽກຮ່ວມກັບໍລິສັດທີ່ເຈົ້າກໍາລັງຝຶກງານຢູ່ ຖ້າເຈົ້າຮູ້ທັນທີ່ຈະສ້າງຄວາມຮູ້ຈັກເກັບກ່ຽວ ແລະ ສະສົມຄົນຮູ້ຈັກໄປເລື້ອຍໆ ເຈົ້າກໍ່ຈະມີຄົນທີ່ສາມາດປຶກສາເລື່ອງການເຮັດວຽກໄດ້ຫຼາຍຂຶ້ນ ຍິ່ງເຈົ້າໄດ້ຮູ້ຈັກຄົນຫຼາຍເທົ່າໃດ ໂອກາດໃນການໄດ້ວຽກເຮັດກໍ່ຈະມີຫຼາຍຂຶ້ນເທົ່ານັ້ນ ຖ້າຄົນໃນບໍລິສັດທີ່ເຈົ້າໄປຝຶກງານເຂົາບໍ່ຖືກໃຈ ກໍ່ອາດຈະມີຄົນອື່ນນອກບໍລິສັດທີ່ເຂົາມາສົນໃຈໃນຕົວເຈົ້າ ການຮູ້ຈັກຄົນຫຼາຍ ແນວໃດກໍ່ໄດ້ປຽບ.


Passion 

       ຢາກຈະບອກວ່າ ເລື່ອງນີ້ສໍາຄັນທີ່ສຸດກໍ່ວ່າໄດ້ ເພາະວ່າຖ້າເຈົ້າມີແຮງປາຖະໜາໃນສິ່ງທີ່ເຈົ້າເຮັດຫຼາຍໆ ລັດສະໝີຄວາມສົນໃຈໃຝ່ຮູ້ມັນກໍ່ແຜ່ຂະຫຍາຍອອກໄປຮອບໆຕົວເຈົ້າ ຈົນຄົນອື່ນເຂົາຮັບຮູ້ໄດ້ເອງວ່າ ເວລາເຈົ້າໄປເຮັດວຽກ ພະນັກງານບໍລິສັດເຂົາກໍ່ຈະເຫັນວ່ານັກສຶກສາຝຶກງານຄົນນີ້ມີຄວາມກະຕືລືລົ້ນ ເວລາສໍາພາດວຽກເຂົາກໍ່ຈະເບິ່ງເຫັນເຖິງຄວາມຢາກເຂົ້າເຮັດວຽກຢ່າງຈິງໃຈ ໃຜທີ່ມີຄວາມປາຖະໜາແຮງກ້າຫຼາຍກໍ່ຈະໄດ້ປຽບຄົນອື່ນທີ່ບໍ່ຮູ້ວ່າຢາກເຮັດຫຍັງ ການຝຶກງານກໍ່ຝຶກໄປວັນໆ​ ໂດຍບໍ່ສົນໃຈຊອກວຽກມາເຮັດ ຂໍພຽງແຕ່ຜ່ານວິຊານີ້ເທົ່ານັ້ນ ເວລາສໍາພາດວຽກກໍ່ບໍ່ມີຫຍັງສະແດງໃຫ້ເຫັນວ່າມີີຄວາມຢາກເຮັດວຽກຢ່າງແທ້ຈິງ ເຊິ່ງເຮັດໃຫ້ພວກເຂົາຫັນໄປເລືອກຄົນອື່ນດີກວ່າ ສຸດທ້າຍຂະໜາດຕົນເອງກໍ່ຍັງບໍ່ມີຄວາມສົນໃຈ ແລ້ວໃຜຈະມາສົນໃຈໃນຕົວເຮົາໄດ້.

       ທັງ 3 ປັດໄຈນີ້ ຖ້ານັກສຶກສາຄົນໃດເລິ່ມຕັ້ງແຕ່ຕອນຮຽນ ຕອນຝຶກງານຢ່າງເຕັມທີ່ ສະແດງຄວາມສາມາດໃຫ້ເປັນທີ່ປະທັບໃຈໃນວົງການວຽກ ຈົນຮຽນຈົບ ສະໝັກວຽກ ແລະ ໄດ້ສໍາພາດວຽກແທ້ ການໄດ້ວຽກເຮັດກໍ່ບໍ່ແມ່ນເລື່ອງຍາກຂອງຊີວິດ ເພາະຊີວິດຍັງມີຫຼາຍຢ່າງທີ່ຍາກຖ້າເຮົາຢູ່ໃນການເຮັດວຽກຕົວຈິງ.

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now