ຮູ້ຈັກຕໍ່ຍອດ! ຈາກນັກທຸລະກິດກາຍເປັນນັກຂຽນ

timer

remove_red_eye 0 views


cvConnect.la - ຮູ້ຈັກຕໍ່ຍອດ! ຈາກນັກທຸລະກິດກາຍເປັນນັກຂຽນ

 

          ແນ່ນອນຢູ່ແລ້ວວ່າ ທຸລະກິດໃດໜຶ່ງ ກໍຈະຕ້ອງໄດ້ຜ່ານໄລຍະເວລາຕ່າງໆ ມີຈຸດເລີ່ມຕົ້ນ, ປະສົບພົບພໍ້ກັບບັນຫາ, ມີການຂະຫຍາຍຕົວໄວ ແລະ ປະສົບຜົນສຳເລັດໃນລະດັບໜຶ່ງຢູ່ແລ້ວ ແລະ  ແນ່ນອນທຸລະກິດເຫຼົ່ານີ້ຕ້ອງໄດ້ພົບທັງເລື່ອງດີ ແລະ ອຸປະສັກ ທີ່ເປັນປະສົບການອັນລໍ້າຄ່າ ເປັນບົດຮຽນທີ່ບໍ່ມີໃນປຶ້ມຮຽນ ແລະ ສອນໃນໂຮງຮຽນມາກ່ອນ ແລະ ບໍ່ສາມາດຊື້ໄດ້ຕາມຕະຫຼາດທົ່ວໄປ.

          ແຕ່ຖ້າຄວາມຮູ້ເຫຼົ່ານັ້ນ ຖືກຖ່າຍທອດໂດຍຜູ້ປະກອບການຕົວຈິງ ຫຼື ຜູ້ມີປະສົບການຕົວຈິງ ບົດຄວາມນັ້ນອາດຈະເປັນບົດທີ່ດີ ແລະ  ຜົນທີ່ຕາມມາ ເຮັດໃຫ້ມີຜູ້ຕິດຕາມ ມີແຟນຄຣັບຮູ້ຈັກ ແລະ ເຂົ້າເຖິງແບຣນຂອງທ່ານຫຼາຍຂຶ້ນ.

          ເບື້ອງຫຼັງຂອງຄວາມສຳເລັດຂອງທຸລະກິດ ເຊື່ອວ່ານັກທຸລະກິດຫຼາຍທ່ານຕ້ອງໄດ້ປະສົບພົບພໍ້ເລື່ອງລາວຕ່າງໆຫຼາກຫຼາຍແບບ ທັງດ້ານດີ ແລະ ດ້ານລົບ ລ້ວນແຕ່ເປັນປະສົບການອັນລໍ້າຄ່າ ແທນທີຈະປ່ອຍໃຫ້ຜ່ານໄປຕາມເວລາ ແຕ່ຖ້າຫາກຜູ້ປະກອບການ ຫຼື ນັກທຸລະກິດ ໄດ້ນຳເອົາປະສົບການ, ແນວຄິດ, ໄອເດຍ ລວມເຖິງກົນລະຍຸດທາງການຕະຫຼາດຂອງຕົນເອງທີ່ມີຢູ່ນັ້ນ ມາຖ່າຍທອດຜ່ານຕົວໜັງສື ສ້າງເປັນບົດຄວາມ ອາດຈະສາມາດຊ່ວຍໃຫ້ຜູ້ຄົນອີກຫຼາຍຄົນທີ່ກຳລັງປະສົບບັນຫາຄືກັນກັບທ່ານໄດ້ຮັບປະໂຫຍດ ແລະ ຍັງໄດ້ສ້າງໂອກາດໃຫ້ກັບທ່ານ ໃນການສ້າງ ແບຣນດິ້ງ ເຊິ່ງ ແບຣນດິ້ງໃນນີ້ຈະຄວບຄຸມເຖິງທຸລະກິດທ່ານ ແລະ ແບຣນດິ່ງຕົວຂອງທ່ານພ້ອມ.

 

ສ້າງແບຣນດິ້ງດ້ວຍການຂຽນ ໄດ້ແບບໃດ?.

         ຜູ້ບໍລິໂພກຫຼາຍໆຄົນອາດຈະຮູ້ຈັກແບຣນທ່ານ ຫຼື ເຄີຍໃຊ້ບໍລິການທຸລະກິດຂອງທ່ານ ແຕ່ພວກເຂົາອາດຈະບໍ່ຮູ້ເບື້ອງຫຼັງຄວາມເປັນມາຂອງທຸລະກິດ ກໍອາດຈະເຮັດໃຫ້ລູກຄ້າບໍ່ໄດ້ຮູ້ຈັກທ່ານດີ, ແຕ່ຖ້າຫາກທ່ານເລີ່ມຕົ້ນຖ່າຍທອດເລື່ອງລາວຂອງຕົວເອງໃຫ້ພວກເຂົາໄດ້ຮັບຮູ້ຜ່ານການຂຽນ ກໍຈະຊ່ວຍສ້າງຄວາມຮູ້ສຶກຮ່ວມລະຫວ່າງຜູ້ຄົນກັບນັກທຸລະກິດຂອງທ່ານໄດ້ຫຼາຍຂຶ້ນ.​

         ນອກຈາກນີ້ການຂຽນ ຫຼື ການຖ່າຍໂອນແນວຄິດຂອງທ່ານອອກມາໃຫ້ຄົນໄດ້ອ່ານ ກໍຍັງເຮັດໃຫ້ພວກເຂົາຮູ້ວ່າທ່ານເປັນນັກທຸລະກິດທີ່ມີວິໄສທັດ, ສາມາດເປັນບຸກຄົນຕົວຢ່າງໃນໂລກຂອງທຸລະກິດ ຍິ່ງຖ້າຂຽນເລື່ອງລາວທີນ່າສົນໃຈ ໃຊ້ພາສາທີ່ດີ ແລະ ເປັນສິ່ງທີ່ນ່າຕິດຕາມ ຍັງຈະເຮັດໃຫ້ທ່ານກາຍເປັນຜູ້ຊົງອິດທິພົນໃນແວດວົງຂອງທຸລະກິດອີກດ້ວຍ.

 

ນັກທຸລະກິດ ສ່ວນຫຼາຍຫັນມາຈັບການຂຽນຫຼາຍຂຶ້ນ.

          ຫຼາຍບົດຄວາມໃນຄໍລຳ ໃນວາລະສານ ຈົນໄປເຖິງຄໍລໍາໃນເວັບໄຊຕ່າງໆ ທີ່ຜູ້ຂຽນເປັນຜູ້ປະກອບການ ແລະ ນັກທຸລະກິດຊື່ດັງ ທີ່ໃຊ້ເລື່ອງລາວຂອງຕົວເອງບອກເລົ່າຜ່ານຕົວອັກສອນ, ນອກຈາກນີ້ຫຼາຍຄົນທີ່ຂຽນແບບຈິງຈັງດ້ວຍການສ້າງເວັບໄຊ ຫຼື ສ້າງບຣ໋ອກເປັນຂອງຕົວເອງພ້ອມກັບມີຜູ້ຕິດຕາມເປັນຈຳນວນຫຼາຍຈົນໃນທີ່ສຸດກໍສາມາດລວບລວມການເປັນປຶ້ມ ແລະ ໄດ້ພິມຈຳໜ່າຍ ອອກມາຂາຍເປັນອີກຊ່ອງທາງໜຶ່ງທີ່ສ້າງລາຍໄດ້ໃຫ້ອີກທາງ.

        ໜຶ່ງໃນນັກທຸລະກິດທີ່ປະສົບຄວາມສຳເລັດລະດັບໂລກທີ່ອອກມາຂຽນໜັງສືຄື:    Richard Branson ເຈົ້າຂອງອານາຈັກ Virgin Group ແລະ ປຶ້ມຂອງລາວ ກໍໄດ້ຮັບຄວາມນິຍົມທີ່ສຸດເຊັ່ນ: Like A Virgin, Richard Branson Busisness Stripped Bare ດ້ວຍຄວາມທີ່ລາວເອງເປັນຄົນເກັ່ງ ແລະ ຍັງສ້າງທຸລະກິດທີ່ປະສົບຄວາມສຳເລັດ ບໍ່ວ່າໃຜກໍຢາກຈະອ່ານເລື່ອງລາວຂອງລາວ. ສ່ວນນັກທຸລະກິດໃນລາວເຮົາ ກໍມີບໍ່ຫຼາຍຄົນທີ່ຂຽນປຶ້ມຕົນເອງອອກມາເຊັ່ນ: ປຶ້ມ ຂອງທ່ານ ກິດສະໜາ ວົງໄຊ ປະທານກິດຕິມະສັກຂອງບໍລິສັດເບຍລາວ ແລະ ອະດີດປະທານສະພາການຄ້າ ອຸດສາຫະກຳແຫ່ງຊາດລາວ, ທີ່ໄດ້ນຳເອົາປະສົບການທີ່ຫຼາຍກວ່າ 40 ປີ ມາຮຽບຮຽງບອກເລົ່າ ເຄັດລັບກົນລະຍຸດ ວິທີບໍລິຫານທີ່ຊຸກຍູ້ໃຫ້ທ່ານປະສົບຜົນສຳເລັດ ຈາກຜູ້ສ້າງຕໍານານເບຍລາວ ໃນປຶ້ມທີ່ຊື່ວ່າ: ເຄັດລັບ ກົນລະຍຸດ ການບໍລິຫານ

 

ຢາກຂຽນ ແຕ່ບໍ່ຮູ້ຈະເລີ່ມຂຽນແບບໃດ?

         ອ່ານຈົນມາຮອດຕອນນີ້ເຊື່ອວ່າຫຼາຍໆຄົນອາດຈະຄິດຢາກຂຽນເລື່ອງລາວຂອງຕົນເອງຂຶ້ນມາແມ່ນບໍ່?  ທ່ານອາດຈະເລີ່ມຕົ້ນດ້ວຍການຂຽນງ່າຍໆ ລົງໃນບຣ໋ອກ ຫຼື ເພສເຟສບຸກ ເພາະຜູ້ປະກອບການສ່ວນຫຼາຍມີຂໍ້ມູນຫຼາກຫຼາຍຢູ່ໃນຫົວຢູ່ແລ້ວ ແຕ່ບົດຄວາມມັນຍາກຢູ່ທີ່ຈະນຳຂໍ້ມູນທັງຫຼາຍນັ້ນມາຈັດລຽງໃຫ້ຕາມຂັ້ນຕອນ ແລະ ເປັນຕາອ່ານໄດ້ແບບໃດ?.

          ດັ່ງນັ້ນ, ທ່ານອາດຈະຕ້ອງເລີ່ມຈາກປະເດັ່ນ ຫຼື ຄວາມສົນໃຈຂອງຕົວເອງ ເບິ່ງວ່າ ທ່ານລື້ງເຄີຍສິ່ງໃດຫຼາຍທີ່ສຸດ ບາງຄົນອາດຈະມັກເລື່ອງນະວັດຕະກຳໃຫມ່ໆ,​ບາງຄົນອາດມັກເລື່ອງການຈັດການຄວາມຂັດແຍ້ງຢູ່ໃນອົງກອນ, ບາງຄົນອາດຈະລື້ງເຄີຍການບໍລິຫານການເງິນ,​ ບາງຄົນອາດຈະລື້ງເຄີຍເລື່ອງຄວາມລົ້ມເຫຼວມາກ່ອນ ລອງເລີ່ມຕົ້ນຈາກການຂຽນເລື່ອງທີ່ຕົນເອງລື້ງເຄີຍທີ່ສຸດກ່ອນ.

         ການຂຽນໃນຄັ້ງທຳອິດ ແນ່ນອນອາດຈະເປັນບົດເລື່ອງທີ່ບໍ່ດີທີສຸດຂອງທ່ານ ທ່ານອາດຈະຕ້ອງໃຊ້ເວລາໃນການລົງມືຂຽນ ລອງອ່ານຊໍ້າໆ ລອງປັບປ່ຽນຄຳບາງຄຳ ເມື່ອທ່ານລອງຂຽນໄປເລື້ອຍໆ ທ່ານກໍຈະພົບວ່າເປັນວຽກທີ່ງ່າຍ ແລະ ສະບາຍຂຶ້ນ ນອກຈາກນີ້ ຍັງສາມາດໃຫ້ຄົນໃກ້ຕົວລອງອ່ານບົດຄວາມຂອງທ່ານກ່ອນຈະເຜີຍແຜ່ກໍໄດ້ ເພື່ອຮັບຟັງຄວາມຄິດເຫັນ ເພື່ອຕ້ອງປັບປຸງບ່ອນໃດໃຫ້ບົດຄວາມໃຫ້ອອກມາດີທີ່ສຸດ.​

         ແລະນີ້ ກໍເປັນອີກໜຶ່ງກົນລະຍຸດທີ່ນຳປະສົບການທີ່ດີທີ່ສຸດ ຖ່າຍທອດຜ່ານຕົວອັກສອນ, ສ້າງຄວາມສຳພັນທີ່ດີກັບຜູ້ບໍລິໂພກເຮັດໃຫ້ທຸລະກິດຂອງທ່ານມີຄວາມນ່າເຊື່ອຖື ຍິ່ງເລົ່າໄດ້ດີມີຜູ້ຕິດຕາມເພາະຍຸກນີ້ແບຣນທີ່ຢູ່ໄດ້ກໍຕ້ອງມີເລື່ອງລາວ.

 

 

ຂອບໃຈທີ່ມາ: 

by SME Thailand

www.smethailandclub.com

https://www.targetlaos.com

Tags: #ນັກທຸລະກິດ #ແບຣນ #ນັກຂຽນ #ການເງິນ #ຕໍ່ຍອດ #ບົດຄວາມ #ປະສົບຜົນສໍາເລັດ #ຜູ້ປະກອບການ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now