3 ນິໄສທີ່ HR ບໍ່ມັກໃນຕອນສໍາພາດ

timer

remove_red_eye 0 views


cvConnect.la - 3 ນິໄສທີ່ HR ບໍ່ມັກໃນຕອນສໍາພາດ

           ພຶດຕິກໍາ ຫຼື ນິໄສ ທີ່ເຮັດໃຫ້ HR ບໍ່ມັກໃນຕອນສໍາພາດ ເຊິ່ງຜູ້ສະໝັກວຽກອາດຈະບໍ່ຮູ້ຕົວ ມາເບິ່ງກັນວ່າມີຫຍັງແດ່ທີ່ຄວນລະມັດລະວັງ...

 

  • ເວົ້າເຖິງວິທະຍາໄລເກົ່າຫຼາຍເກີນໄປ

           ການທີ່ເຮົາຈົບຈາກວິທະຍາໄລໃດກໍ່ຕາມ ເຮົາກໍຕ້ອງມີຄວາມພູມໃຈທີ່ໄດ້ສໍາເລັດອອກມາຈົນໄດ້ ແຕ່ກໍຄວນພະຍາຍາມບໍ່ເອົາເລື່ອງຂອງວິທະຍາໄລອອກມາເວົ້າຫຼາຍເກີນໄປໃນການສໍາພາດ ໂດຍສະເພາະ ຖ້າເວົ້າອວດວ່າຕົນຈົບອອກມາຈາກວິທະຍາໄລທີ່ມີຊື່ສຽງ ມັນກໍຈະກາຍເປັນເລື່ອງທີ່ໜ້າເບື່ອທັນທີ ໂດຍສະເພາະຢ່າງຍິ່ງ ຖ້າ HR ບໍ່ໄດ້ຖາມທີ່ສະເພາະເຈາະຈົງວ່າເຮົາຈົບມາຈາກໃສ ມັນກໍອາດຈະເຮັດໃຫ້ HR ຮູ້ສຶກບໍ່ໂອເຄໄດ້ ຖ້າເຮົາຈະພະຍາຍາມຈະເວົ້າເຖິງວິທະຍາໄລເກົ່າຂອງຕົວເອງຢູ່ຕະຫຼອດເວລາ ທາງທີ່ດີເຮົາຄວນຈະເບິ່ງວ່າ HR ກໍາລັງຖາມຫຍັງ ແຕ່ສິ່ງທີ່ HR ຕ້ອງການຢາກຮູ້ຕ້ອງເປັນປະສົບການທີ່ດີ ແລະ ກິດຈະກໍາທີ່ເຮົາເຮັດໃນຊ່ວງຮຽນຢູ່ວິທະຍາໄລ ແລະ ຖ້າເຂົາພະຍາຍາມດຶງບົດສົນທະນາກັບມາເລື່ອງຂອງວຽກໃຫ້ພະຍາຍາມຕອບໃຫ້ກົງກັບຄໍາຖາມດີກວ່າ.

 

  • ຂຽນອີເມວເຖິງ HR ແບບບໍ່ໄດ້ສະເພາະເຈາະຈົງ

          ເມື່ອສໍາພາດແລ້ວຕາມມາລະຍາດເຮົາກໍຄວນທີ່ຈະສົ່ງອີເມລເພື່ອຂອບໃຈທີ່ເອີ້ນເຮົາໄປສໍາພາດ ແຕ່ການຂຽນອີເມວຂອບໃຈກໍຄວນເປັນເລື່ອງທີ່ຄວນໃສ່ໃຈ ເພາະຖ້າຫາກເຮົາກັອບມາທັງໝົດໂດຍທີ່ບໍ່ໄດ້ແກ້ໄຂຫຍັງເລີຍ ແມ່ນແຕ່ຊື່ຜູ້ຮັບ ມັນກໍ່ຈະເບິ່ງຄືວ່າເຮົາບໍ່ໄດ້ຕັ້ງໃຈຂຽນອີເມວ ຫຼື ຈົດໝາຍນັ້ນອອກມາຈາກໃຈ

          ເຈົ້າລອງຄິດເບິ່ງວ່າຖ້າ HR ຕ້ອງໄດ້ຮັບຈົດໝາຍຂອບໃຈທີ່ໄດ້ຮັບເຊີນໄປສໍາພາດວຽກຈາກຫຼາຍຄົນທີ່ເປັນຮູບແບບດຽວກັນໝົດ ເຂົາກໍຄົງບໍ່ເຫັນວ່າອີເມວຂອງເຮົາຈະແຕກຕ່າງຈາກອີເມວຫຼາກຫຼາຍທີ່ເຂົ້າມາ ແລະ ເຮັດໃຫ້ HR ຄິດວ່າຜູ້ສະໝັກວຽກນັ້ນບໍ່ໄດ້ຢາກເຮັດວຽກນັ້ນແທ້ໆ

ຄວາມເປັນຈິງແລ້ວການທີ່ HR ເອີ້ນມາສໍາພາດ ແມ່ນພວກເຂົາເຫັນບາງຢ່າງຈາກໂປຣໄຟຫຼື Resume ຂອງເຮົາ ແລະ ຖືກໃຈຫຼາຍ ດັ່ງນັ້ນ, ເຮົາກໍຄວນຮູ້ສຶກພູມໃຈທີ່ HR ເຂົາເຈາະຈົງວ່າ ຢາກລົມກັບເຮົາ ແລະເຮົາກໍຄວນໃຫ້ກຽດພວກເຂົາດ້ວຍການສະຫຼະເວລາພຽງບໍ່ພໍເທົ່າໃດນາທີຂຽນອີເມວເພື່ອຂອບໃຈທີ່ເອີ້ນເຮົາມາສໍາພາດຈາກໃຈ.

 

  • ໂທນໍາທາງໂທລະສັບ

          ຫຼັງຈາກທີ່ສໍາພາດແລ້ວ ໃນຄວາມເປັນຈິງເຮົາຄວນເຂົ້າໃຈວ່າການທີ່ເຮົາໂທນໍາເພື່ອສອບຖາມຜົນການສໍາພາດນັ້ນ ອາດເປັນການລົບກວນການເຮັດວຽກ ເພາະເຂົາກໍຫຍຸ້ງກັບວຽກຢູ່ພໍສົມຄວນ ແຕ່ການສົ່ງອີເມວໄປຂອບໃຈຢ່າງຈິງໃຈແມ່ນເປັນທາງເລືອກທີ່ເໝາະສົມກວ່າ.

 

          ທັງໝົດທີ່ກ່າວມານີ້ ກໍຖືວ່າເປັນມາລະຍາດພື້ນຖານທີ່ຄວນປະຕິບັດ ບໍ່ແມ່ນແຕ່ການສໍາພາດວຽກເທົ່ານັ້ນ ແຕ່ໃນຊີວິດປະຈໍາວັນທົ່ວໄປເຮົາກໍບໍ່ຄວນຈະເວົ້າແຕ່ເລື່ອງເກົ່າໃນຄວາມພູມໃຈທີ່ຕົນຈົບຈາກວິທະຍາໄລດັງໆ ຫຼື ຂຽນອີເມວ ແບບຂຽນໆ ສົ່ງໆ ໃຫ້ແລ້ວໆໄປ ຫຼື ການໂທນໍາແຕ່ຜູ້ອື່ນ. ດັ່ງນັ້ນ, ຈົ່ງນໍາມາລະຍາດພື້ນຖານເຫຼົ່ານີ້ໄປໃຊ້ໃນການສໍາພາດວຽກອີກດ້ວຍ.

 

 

Tags: #ນິໄສ #HR #ສໍາພາດວຽກ #ຜູ້ສະໝັກ #ສະໝັກງານ #ຂຽນອີເມວ #ຄໍາຖາມສໍາພາດ #ຈົດໝາຍ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now