3 ຄວາມເເຕກຕ່າງລະຫວ່າງ ພໍ່ຄ້າ-ນັກທຸລະກິດ-ນັກລົງທຶນ

timer

remove_red_eye 0 views


cvConnect.la - 3 ຄວາມເເຕກຕ່າງລະຫວ່າງ  ພໍ່ຄ້າ-ນັກທຸລະກິດ-ນັກລົງທຶນ

          ບົດຄວາມນີ້ຈະພາທຸກຄົນໃຫ້ຮູ້ເຖິງຄວາມແຕກຕ່າງລະຫວ່າງ ພໍ່ຄ້າ-ນັກທຸລະກິດ-ນັກລົງທຶນ ເຊິ່ງຈະມີຫຍັງແດ່ມາອ່ານພ້ອມກັນເລີຍ.

 

  • ພໍ່ຄ້າ...

- ເລືອກກໍາໄລຢ່າງລະ 2.000 ກິບ ໄດ້ຂາຍວັນລະ 100 ຢ່າງ

  • ນັກທຸລະກິດ...

- ເລືອກກໍາໄລຢ່າງລະ 500 ກິບ ເເຕ່ໄດ້ຂາຍວັນລະ 1.000 ຢ່າງ

  • ນັກລົງທືນ...

- ເລືອກກໍາໄລຢ່າງລະ 100 ກິບ ເເຕ່ຂາຍໄດ້ວັນລະ 100.000 ຢ່າງ

  • ພໍ່ຄ້າ...

- ຍອມຢືນຂາຍເຂົ້າເຄື່ອງມື້ລະ 12 ຊົ່ວໂມງ ເພື່ອໃຫ້ໄດ້ກໍາໄລມື້ລະ 200.000 ກິບ

  • ນັກທຸລະກິດ...

- ຍອມຈ້າງຄົນມາຢືນຂາຍເເທນຕົວເອງ ເຖີງຈະກໍາໄລພຽງມື້ລະ 50.000 ກິບ ເພື່ອຈະໄດ້ມີເວລາໄປເປີດສາຂາ 2 - 3 - 4...

  • ນັກລົງທືນ...

- ຍອມເສຍເງິນມະຫາສານ ໃຫ້ກັບຄ່າລະບົບ ເເລະ ບຸກຄາລາກອນມືອາຊີບ ສ້າງເເບຣນ ຂາຍເປັນລະບົບ ຂະຫຍາຍສາຂາໄປທົ່ວໂລກ

  • ພໍ່ຄ້າ...ຈະໄປທ່ອງທ່ຽວ ຕ້ອງປິດຮ້ານ ຂາດລາຍໄດ້
  • ນັກທຸລະກິດ...ຈະໄປທ່ຽວກໍສັ່ງວຽກຜ່ານຜູ້ຈັດການ
  • ນັກລົງທືນ...ເຖີງນອນຕາກອາກາດເທີງເຮືອສ່ວນຕົວຢູ່ກາງທະເລ ເເຕ່ເງິນເຂົ້າບັນຊີທຸກວິນາທີ

ພວກເຮົາຫຼາຍຄົນຍັງບໍ່ເເມ່ນພໍ່ຄ້າ, ບໍ່ເເມ່ນນັກທຸລະກິດ ເເລະ ຍັງຫ່າງໄກຈາກຄໍາວ່າ ”ນັກລົງມທືນ“ ເເຕ່ຖ້າເຮົາມີຄວາມເຊື່ອໝັ້ນ, ມີຄວາມພະຍາຍາມ, ມີຄວາມທຸ່ມເທ່ທີ່ຫຼາຍພໍເຮົາທຸກຄົນຕ້ອງເຮັດໄດ້...

ທ່ານ. ໂຣເບີດ ຄິໂຍຊາກິ ເຄີຍກ່າວໄວ້ວ່າ: “ຄົນທຸກ...ອອກໄປເຮັດວຽກເພື່ອເງິນ, ຄົນລວຍ...ໃຊ້ເງິນຈ້າງຄົນເກັ່ງ ຈ້າງມືອາຊີບມາຫາເງິນໃຫ້ຕົວເອງໃຊ້“

ສິ່ງທີ່ລາວບອກຄົນທັງໂລກ...ເປັນຄວາມຈິງ ທຸກຄົນກໍ່ຮູ້ວ່າ ມະຫາເສດຖີຫຼາຍຄົນ ບໍ່ເຄີຍຈົບປະລິນຍາ ເເຕ່ມີລູກນ້ອງຈົບ ປະລິນຍາຕີ (ປຕ), ປະລິນຍາໂທ (ປທ), ປະລິນຍາເອກ (ປອ)

ຄົນທີ່ປະສົບຜົນສໍາເລັດກ່າວໄວ້ວ່າ: “ການປ່ຽນເເປງຈາກພໍ່ຄ້າ ໄປເປັນນັກທຸລະກິດບໍ່ຍາກ ບໍ່ຕ້ອງປ່ຽນຫຍັງ ບໍ່ຕ້ອງປ່ຽນອາຊີບ ມີເເຕ່ປ່ຽນວິທີຄິດ ຊີວິດຈະບໍ່ມີການປ່ຽນເເປ່ງ ຫາກເຮົາຍັງຄິດເເບບເດີມໆເກົ່າໆ ເພາະມັນຈະເຮັດໃຫ້ເຮົາໃຊ້ຊີວິດເເບບເດີມໆເກົ່າໆ“

 

 


ເເປໂດຍ: New1share
via : ekkasis.bank789
YoulikeLao #YoulikeLao ກຸ່ມ ິYOULIKELAO ຄຣິບເດັດຂ່າວດັງ
 

 

Tags: #ນັກທຸລະກິດ #ພໍ່ຄ້າ #ໂຣເບີດ ຄິໂຍຊາກິ #business #ນັກລົງທຶນ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now