ບຸກຕະຫຼາດ Social Network ແນວໃດໃຫ້ໄດ້ຜົນ

timer

remove_red_eye 0 views


cvConnect.la - ບຸກຕະຫຼາດ Social Network  ແນວໃດໃຫ້ໄດ້ຜົນ

 

          ປັດຈຸບັນການເຂົ້າເຖິງອິນເຕີເນັດເປັນເລື່ອງງ່າຍ ຈົນກາຍເປັນສ່ວນໜຶ່ງຂອງຊີວິດຄົນເຮົາໃນແຕ່ລະມື້ໄປແລ້ວ ໂດຍສະເພາະກຸ່ມຄົນໃນເມືອງ. ດັ່ງນັ້ນ, ອົງກອນ ຫຼື ບໍລິສັດຕ່າງໆ ຈຶ່ງເບິ່ງເຫັນຂໍ້ດີຂອງການໃຊ້ອິນເຕີເນັດເປັນຊ່ອງທາງສື່ສານປະຊາສຳພັນ ກັບກຸ່ມລູກຄ້າຂອງຕົນ. ເພາະນອກຈາກເປັນການລົງທຶນທີ່ບໍ່ສູງຫຼາຍເມື່ອທຽບກັບສື່ດ້ານອື່ນ ແລະ ຍັງເຂົ້າເຖິງກຸ່ມຄົນໄດ້ງ່າຍຕະຫຼອດເວລາອີກດ້ວຍ. ແຕ່ການໃຊ້ Social Network ກໍມີທັງຜົນດີ ແລະ ຜົນເສຍ ຂຶ້ນຢູ່ກັບການນໍາໃຊ້ໃຫ້ຖືກວິທີຂອງຜູ້ປະກອບການ. ດັ່ງນັ້ນ, ຈຶ່ງຄວນໃຊ້ Social Network ຢ່າງມີຫຼັກການເພື່ອຈະສົ່ງຜົນດີໃຫ້ອົງກອນ ແລະ ບໍລິສັດ ເຊິ່ງຄໍາແນະນໍາຕໍ່ໄປນີ້ຄືແນວທາງທີ່ງ່າຍໃນການນໍາໃຊ້ໃຫ້ຖືກວິທີ.

 

  • ໃຊ້ Social Network ສະແດງຈຸດແຂງຂອງແບຣນ

          ບາງຄັ້ງເຮົາອາດເບິ່ງວ່າ: ການ Update  ລົງຂໍ້ມູນຂ່າວສານໃນ Social Network ເປັນປະຈໍາຈະຊ່ວຍດຶງດູດກຸ່ມລູກຄ້າໃໝ່ ໃຫ້ເຂົ້າມາຕິດຕາມເປັນແຟນພັນແທ້ຂອງ Page ແຕ່ການໃຫ້ຂໍ້ມູນຫຼາຍເກີນໄປກໍບໍ່ໄດ້ສົ່ງຜົນດີ. ສະນັ້ນ, ເຮົາຄວນ Update ຂໍ້ມູນຂ່າວສານໃນ Social Network ໃຫ້ພໍດີ ພໍງາມ ແລະ ທີ່ສໍາຄັນຄືເນື້ອໃນໃຈຄວາມຄວນມີປະໂຫຍດ ແລະ ກ່ຽວຂ້ອງກັບທຸລະກິດ ຫຼື ອົງກອນ. ບໍ່ແມ່ນເນັ້ນແຕ່ປະລິມານ ແຕ່ບໍ່ໃສ່ໃຈເຖິງເນື້ອໃນໃຈຄວາມທີ່ບໍ່ມີຄຸນນະພາບ.

          ຕົວຢ່າງ: ຖ້າເຮັດທຸລະກິດກ່ຽວກັບຮ້ານເຄື່ອງນຸ່ງ, ເສື້ອຜ້າ ກໍຄວນ Update ຂໍ້ມູນດ້ານ Fashion ແລະ Trend ການແຕ່ງຕົວສະໜໍ່າສະເໜີ ເພາະມັນກ່ຽວຂ້ອງກັບທຸລະກິດຂອງທ່ານທີ່ຕ້ອງການປະຊາສຳພັນ ແລະ ຍັງເປັນການສົ່ງເສີມພາບລັກທີ່ດີໃຫ້ກັບ Brand ຂອງທ່ານອີກດ້ວຍ. ແຕ່ຖ້າຫາກເຮົາລົງເນື້ອຫາກ່ຽວກັບການທ່ອງທ່ຽວ, ຮ້ານອາຫານ ຫຼື ການຕົບແຕ່ງເຮືອນໂດຍຫວັງຈະເປັນປະໂຫຍດແກ່ລູກຄ້າຜູ້ອ່ານ ຫຼື ຫວັງວ່າຈະເຮັດໃຫ້ຄົນອື່ນຮູ້ສຶກວ່າເຮົາຮູ້ຮອບດ້ານ ແຕ່ຜົນທີ່ໄດ້ອາດກົງກັນຂ້າມກັນ ເພາະອາດຈະເຮັດໃຫ້ຜູ້ຕິດຕາມເຮົາ ເກີດຄວາມສັບສົນວ່າແທ້ຈິງແລ້ວທຸລະກິດ ຫຼື ເປົ້າໝາຍຂອງເຮົາກ່ຽວຂ້ອງກັບສິ່ງໃດກັນແທ້ ເພາະເນື້ອໃນຂໍ້ມູນທີ່ສື່ອອກໄປມີຄວາມຫຼາກຫຼາຍ ບໍ່ເປັນໄປໃນແນວທາງດຽວກັນ ແລະ ບໍ່ສື່ເຖິງຈຸດແຂງ ແລະ ຈຸດເດັ່ນຂອງ Brand  ຫຼື ສິນຄ້າຂອງທ່ານເລີຍ. ດັ່ງນັ້ນ, ຄວນເລືອກເລື່ອງທີ່ກ່ຽວຂ້ອງ ແລະ ຊ່ວຍສົ່ງເສີມພາບລັກໃຫ້ກັບ Brand ຂອງທ່ານຈະດີກວ່າ.

 

  • ໃຊ້ Social Network ຮັກສາມິດຕະພາບກັບລູກຄ້າ

          ການໃຊ້ Social Network ເຮັດການຕະຫຼາດ ຖືເປັນເປົ້າໝາຍສໍາຄັນຂອງຜູ້ປະກອບການທັງຫຼາຍ ແຕ່ບາງຄັ້ງການໃຊ້ Social Network ເພື່ອເຮັດການຕະຫຼາດໃນລັກສະນະເປັນສື່ໂຄສະນາພຽງຢ່າງດຽວອາດເຮັດໃຫ້ລູກຄ້າເບື່ອ ແລະ ລໍາຄານ. ລອງຄິດເບິ່ງວ່າ ຖ້າຫາກເຮົາເປີດ Facebook ຂຶ້ນມາເມື່ອໃດ ແລ້ວເຫັນແຕ່ Post ໂຄສະນາ ຊວນເຊື່ອຂອງບັນດາ Page ຕ່າງໆ ທີ່ເຮົາກົດ Like ໄວ້ ເຮົາຈະຮູ້ສຶກແບບໃດ ອາດຮູ້ສຶວ່າຖືກບັງຄັບໃຫ້ອ່ານໂຄສະນາ ຫຼື ຮູ້ສຶກຄືກັບວ່າຂໍ້ຄວາມຕ່າງໆເຫຼົ່ານັ້ນເປັນ ສິ່ງທີ່ບໍ່ມີປະໂຫຍດກໍໄດ້ ແລະ ພວກເຂົາອາດກົດ Block ຫຼື ບໍ່ຕິດຕາມ Page ທ່ານອີກຕໍ່ໄປ. ດັ່ງນັ້ນ, ເຮົາລອງປ່ຽນມາໃຊ້ Social Network ຮັກສາມິດຕະພາບທີ່ດີກັບລູກຄ້າດີກວ່າ ໂດຍການມີກິດຈະກຳຫຼິ້ນເກມ, ແຈກຂອງຂວັນລາງວັນ ຫຼື ຈະລົງເຄັດລັບຄວາມຮູ້ ທີ່ໃຫ້ປະໂຫຍດ ທີ່ມັນກ່ຽວຂ້ອງກັບທຸລະກິດຂອງທ່ານກໍໄດ້. ນອກຈາກຈະບໍ່ເຮັດໃຫ້ລູກຄ້າເບື່ອ ແລະ ລຳຄານ ການໂຄສະນາຕ່າງໆຂອງເຮົາແລ້ວ ຍັງເຮັດໃຫ້ລູກຄ້າ ຫຼື Fan Page ມີຄວາມຮູ້ສຶກດີໆ ກັບ Brand ຂອງເຮົາໄປໃນເວລາດຽວກັນ.

 

 

ຂອບໃຈທີ່ມາ: https://www.targetlaos.com 

Tags: #Social Network #ການຕະຫຼາດ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now