"ເງິນ" ບໍ່ແມ່ນປັດໄຈຫຼັກໃນການເຮັດທຸລະກິດ

timer

remove_red_eye 0 views


cvConnect.la -

        ເຫດຜົນທີ່ເຮັດໃຫ້ຫຼາຍຄົນບໍ່ຕ້ອງການເລີ່ມຕົ້ນທຸລະກິດຈາກ “ເງິນ” ເພາະຄິດວ່າຍັງມີເງິນບໍ່ພຽງພໍທີ່ຈະເລີ່ມຕົ້ນທຸລະກິດໃຫ້ປະສົບຜົນສໍາເລັດຕາມທີ່ຄິດເອົາໄວ້ໄດ້ ຫຼື ກັງວົນບັນຫາຄວາມສ່ຽງຕ່າງໆ ຖ້າຫາກໃຜກໍາລັງມີແນວຄິດກັງວົນ ແລະ ມີບັນຫາເລື່ອງເງິນໃນການເລີ່ມຕົ້ນທຸລະກິດ ລອງມາທໍາຄວາມເຂົ້າໃຈກັບບົດຄວາມນີ້ເບິ່ງ…

 

1. ເຮົາປະຢັດເງິນໄດ້ ຖ້າຮູ້ບໍລິຫານຈັດການຊີວິດ

          ຫຼາຍສິ່ງຫຼາຍຢ່າງທີ່ເຮົາຕ້ອງໃຊ້ເງິນລົງທຶນ ໃນການເຮັດທຸລະກິດນັ້ນ ສາມາດເຮັດໄດ້ຟຣີ (ຖ້າມີເວລາຫຼາຍພໍ) ເຊັ່ນ: ເຮົາຕ້ອງຈ່າຍເງິນໃຫ້ກັບບໍລິສັດ ຫຼື ທີ່ປຶກສາດ້ານການຕະຫຼາດ ເພື່ອສ້າງແບຣນປະຊາສໍາພັນ ແຕ່ຄວາມຈິງເຮົາສາມາດທີ່ຈະຄ່ອຍໆຮຽນຮູ້ດ້ວຍຕົນເອງ ເພາະທຸລະກິດຍັງບໍ່ໃຫຍ່ພໍທີ່ຈະລົງທຶນເລື່ອງຫຼົ່ານີ້ ຫຼື ການທີ່ຍັງບໍ່ພ້ອມທີ່ຈະຈ້າງພະນັກງານເພີ່ມ ກໍລອງບໍລິຫານຈັດການຊີວິດເພື່ອແບ່ງເວລາໃນການເຮັດວຽກຂອງຕົວເອງໃຫ້ຫຼາຍຂຶ້ນ, ຟັງເບິ່ງອາດຈະບໍ່ສະຫຼາດ ແຕ່ສິ່ງນີ້ກໍຈະເຮັດໃຫ້ເຮົາເຫັນຄຸນຄ່າຂອງເງິນ ເຮັດໃຫ້ສາມາດປະຢັດເງິນຈົນພ້ອມທີ່ຈະຈ້າງຄົນມາແບ່ງເບົາພາລະວຽກໄດ້.

 

2. ຮຽນຮູ້ສິ່ງຕ່າງໆ ທີ່ມີຫຼາກຫຼາຍໃນໂລກ Online ໂດຍບໍ່ຕ້ອງເສຍເງິນ

          ເຮົາສາມາດສ້າງເວັບໄຊ້ໄດ້ຟຣີ, ແຕ່ຖ້າໃຜຢາກໄດ້ເວັບໄຊ້ທີ່ມີຄຸນນະພາບ ກໍຕ້ອງຊໍາລະເງິນເພີ່ມຕົວຢ່າງເຊັ່ນ: Wix ຫຼື WordPress ເຊິ່ງເປັນເວັບໄຊ້ສໍາລັບຮູບທີ່ມີດີຊາຍງົດງາມບໍ່ຕ່າງຈາກມືອາຊີບ ແລະ ເປັນທີ່ນິຍົມສໍາລັບຜູ້ປະກອບການທົ່ວໂລກ. ນອກຈາກນີ້, ເຮົາຍັງສາມາດເຊື່ອມຕໍ່ໂລກ Online ໄດ້ດ້ວຍ Social Media ເພື່ອຄົ້ນຫາກຸ່ມເປົ້າໝາຍ ແລະ ລູກຄ້າທີ່ໃຊ້ຊີວິດຢູ່ເທິງໂລກ Online ໄດ້. ລວມເຖິງການຄົ້ນຫາຂໍ້ມູນຕ່າງໆ, ຄວາມຮູ້ໃນການເຮັດທຸລະກິດ, ການເຮັດບັນຊີ, ຟຣີຊອບແວ ທັງໝົດນີ້ຢູ່ໃນໂລກ Online ທັງໝົດ.

 

3. ຄໍານວນລາຍຮັບ-ລາຍຈ່າຍໃຫ້ດີ ທຸກຢ່າງຈະລາບລື່ນ

          ເຮົາມັກຄິດວ່າເມື່ອເລີ່ມຕົ້ນທຸລະກິດແລ້ວ ເງິນທີ່ໄດ້ຈາກການຄ້າຂາຍ ຈະຊ່ວຍໃຫ້ທຸລະກິດດໍາເນີນຕໍ່ໄປໄດ້ຢ່າງແນ່ນອນ ໂດຍລືມຄິດວ່າຍັງມີຄ່າໃຊ້ຈ່າຍຫຍັງທີ່ຍັງບໍ່ຮູ້ຢູ່ອີກບໍ່, ມີພາລະຜ່ອນໜີ້ຈັກເດືອນ ທັງໝົດນີ້ຄືຄ່າໃຊ້ຈ່າຍທີ່ເຮົາຕ້ອງຄໍານວນຢ່າງຮອບຄອບ ສົມມຸດວ່າເຮົາເຮັດທຸລະກິດ ແລະ ບໍ່ມີເງິນຈ່າຍເງິນເດືອນໃຫ້ກັບຕົວເອງ 2-3 ເດືອນ ນັ້ນແປວ່າເຮົາເຮັດວຽກຟຣີ ແລະ ໝາຍຄວາມວ່າເຮົາຕ້ອງປັບປ່ຽນແຜນ ຫຼື ເຮັດຫຍັງຈັກຢ່າງໃຫ້ມີເງິນລໍ່ລ້ຽງທຸລະກິດຫຼາຍຍິ່ງຂຶ້ນ.

 

 

ຂອບໃຈທີ່ມາ: https://www.targetlaos.com 

Tags: #Social Media #Wix #ໂລກ Online #WordPress #Money #ທຸລະກິດ #ເງິນ #Business

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now