10 ພະຍາດທີ່ອັນຕະລາຍຕໍ່ພະນັກງານລັດ ແລະ ເອກະຊົນ

timer

remove_red_eye 0 views


cvConnect.la - 10 ພະຍາດທີ່ອັນຕະລາຍຕໍ່ພະນັກງານລັດ ແລະ ເອກະຊົນ

         

          ລັດຖະກອນແມ່ນຜູ້ທີ່ມີບົດບາດສໍາຄັນ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງ ພັກ-ລັດ ແລະ ຕັດສິນເຖິງລະດັບປະສິດທິພາບຂອງວຽກງານ. ໄປຄຽງຄູ່ກັບການຍົກລະດັບຄວາມຮັບ ຮູ້ດ້ານຕ່າງໆຢ່າງບໍ່ຢຸດຢັ້ງ, ການເຝິກຝົນຫຼໍ່ຫອມຄຸນສົມບັດສິນທໍາປະຕິວັດສໍາລັບລັດຖະກອນແມ່ນຄວາມ ຈໍາເປັນພາວະວິໄສ. ຄຸນສົມບັດສິນທໍາປະຕິວັດຂອງຄົນເຮົາບໍ່ໄດ້ມີມາແຕ່ມື້ເກີດບໍ່ມີເທວະດາອົງໃດເສກ ສັນປັ້ນແຕ່ງຂຶ້ນໄດ້ ແລະ ບໍ່ມີຜູ້ໃດຈະເຝິກເພື່ອກັນໄດ້. ສະນັ້ນ, ລັດຖະກອນຕ້ອງເຝິກຝົນຫຼໍ່ຫຼອມຄຸນສົມບັດ ສິນທໍາປະຕິວັດດ້ວຍຄວາມຕື່ນຕົວໃນແຕ່ລະວັນ ແລະ ເຝິກຕະຫຼອດຊີວິດ ເພື່ອໃຫ້ສົມກັບວ່າລັດຖະກອນ ແມ່ນຂົວຕໍ່ທີ່ໝັ້ນໜຽວລະຫວ່າງພັກ-ລັດ ກັບປະຊາຊົນ ແລະ ເປັນຜູ້ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ນອກ ຈາກເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລ້ວຍັງມີອີກ 10 ພະຍາດທີ່ເປັນ ສັດຕູທີ່ບໍ່ມີອາວຸດຕົວ ອັນຕະລາຍໃນວົງການຂອງລັດ ແລະ ເປັນສິ່ງກີດຂວາງການພັດທະນາປະເທດຊາດ, ຊຶ່ງລັດຖະກອນ ຄວນຊໍາ ລະສະສາງອອກຈາກແນວຄິດໃຫ້ໄດ້ເຊັ່ນ:

 

1. ພະຍາດສໍ້ລາດບັງຫຼວງ: 

          ແມ່ນພະຍາດສວຍໃຊ້ຖານະຕໍ່າແໜ່ງ, ສິດອໍານາດ, ໜ້າທີ່ຂອງ ຕົນ ເພື່ອຍັກຍອກເອົາຊັບສົມບັດຂອງລັດ ແລະ ປະຊາຊົນ, ສໍ້ ໂກງຮັບສິນບົນ ແລະ ພຶດຕິກໍາອື່ນໆ. ຖືວ່າເປັນກະທໍາຜິດທີ່ຕໍ່າຕ້ອຍໃນສັງຄົມ.

 

2. ພະຍາດຟຸມເຟືອຍ: 

          ພະຍາດນີ້ມັນຕິດພັນ ກັບການຂຶ້ນແຜນງົບປະມານເກີນຄວາມເປັນຈິງ, ການ ຈັດຊື້ວັດຖຸທີ່ມີຄຸນນະພາບຕໍ່າກວ່າງົບປະມານ, ນໍາໃຊ້ວັດຖຸຂອງລັດຢ່າງຊະຊາຍຂາດການຄຸ້ມຄອງ ແລະ ນໍາໃຊ້ເວລາທາງລັດຖະການຢ່າງຟຸມເຟືອຍ (ເອົາວຽກສ່ວນຕົວມາເຮັດຢູ່ຫ້ອງການ, ເຂົ້າການຊ້າພັດເລີກໄວ, ຍາມໃດກໍໂທຄອບລາພັກ). ນອກຈາກນັ້ນ, ພະຍາດຟຸມເຟືອຍມັກຈະເກີດຂຶ້ນກັບແບບ ແຜນການດໍາລົງຊີວິດອີກຢ່າງຫຼວງຫຼາຍ.

 

3. ພະຍາດອາດຍາສິດ: 

            ລັດຖະກອນທີ່ມີເຊື້ອພະຍາດນີ້ມັກຈະສວຍໃຊ້ຕໍາແໜ່ງ, ໜ້າທີ່ອອກ ຄໍາສັ່ງທີ່ບໍ່ນອນໃນແຜນການ, ລະບຽບການ ແລະ ແບບແຜນວິທີເຮັດວຽກ. ເຊື່ອໝັ້ນຕົນເອງຈົນເກີນ ໄປ, ມັກຈະເປັນຄົນຫູໜາບໍ່ຟັງຫ່າງສຽງປັບປ່ຽນຍາກ ແລະ ຫ່າງເຫີນ ຈາກພະນັກງານ ແລະ ປະຊາຊົນ. ເມື່ອປະຊາຊົນບໍ່ປະຕິບັດຕາມກໍຫາວ່າເຂົາເຈົ້າບໍ່ເຂົ້າໃຈແນວທາງ.

 

4. ພະຍາດຂີ້ຄ້ານມັກງ່າຍ: 

           ຂີ້ຄ້ານຄົ້ນຄວ້າ ຊອກຮູ້ຊອກເຫັນ, ຂາດການຄິດຫງໍາ, ເຮັດສິ່ງໃດ ກໍພໍ ແລ້ວຕີນແລ້ວມືມະລຸ້ມມະລ້ວຍ, ຕີລາຄາບັນຫາແບບຂີ່ມ້າຊົມສວນ, ຫຼົບຫຼີກວຽກໜັກມັກວຽກເບົາ, ກົງກັນຂ້າມຖ້າວຽກໃດທີ່ຕິດພັນກັບຜົນປະໂຫຍດແມ່ນໂຕອອກໜ້າ.

 

5. ພະຍາດອວດອົ່ງທະນົງຕົວ: 

          ແມ່ນພະຍາດ ຖືຕົນເປັນໃຫຍ່, ມັກການຍ້ອງຍໍ ບໍ່ມັກການຕໍານິ, ວຽກໃດກໍຢາກເປັນນາຍໝູ່, ຜູ້ອື່ນເຮັດສໍາເລັດພັດອອກໜ້າອ້າງວ່າຜົນງານໂຕ, ບໍ່ມັກຮໍ່າຮຽນກັບມະ ຫາຊົນອັນໃດກໍວ່າໂຕຮູ້ໝົດ.

 

6. ພະຍາດມັກໃຫຍ່ໄຝ່ສູງ: 

          ຜູ້ທີ່ຕົກໃນພະຍາດນີ້ຖືຕົນເອງວ່າເປັນຜູ້ທີ່ຍິ່ງໃຫຍ່, ມັກຖານະຍົດສັກທີ່ໄຮ້ມາດຖານ, ມັກແຕ່ເປັນປະທານ ຫຼື ນອນໃນຄະນະກໍາມະການ, ວຽກບໍ່ພໍເຮັດພັດໄປເຮັດ, ເວລາຖືກຕໍານິແນວຄິດພັດຄອນແຄນ, ຫວັ່ນໄຫວ, ຮູ້ຈັກແຕ່ຂຶ້ນ ບໍ່ຮູ້ຈັກລົງ.

 

7. ພະຍາດຂາດລະບຽບວິໄນ: 

          ມີແນວຄິດແບບສ່ວນຕົວເກີນໄປບໍ່ຮູ້ກະລາເທສະ, ບໍ່ຮູ້ຕໍ່າຮູ້ສູງ, ເສລີບີ ຫົ່ວ, ມັກແນວໃດກໍເຮັດແນວນັ້ນ ແລະ ມັກຈະຝືນລະບຽບການ ແລະ ກົດປະເພນີ.

 

8. ພະຍາດແນວຄິດຄັບແຄບ: 

          ມັກຢູ່ແບບໂດດດ່ຽວຖືຕົນເປັນໃຫຍ່, ບໍ່ຮັບເອົາແນວຄິດຂອງຜູ້ ອື່ນ, ບໍ່ກ້າສ້າງຄົນ ເພາະຢ້ານຜູ້ອື່ນລື່ນໂຕ, ເຫັນແກ່ຈຸ້ມເຈື້ອເຊື້ອສາຍ (ລູກ, ຫຼານ)ນັບທັງຜົນປະໂຫຍດ ແລະ ການສັບຊ້ອນຕໍາແໜ່ງງານ.

9. ພະຍາດແນວຄິດທ້ອງຖິ່ນ: 

          ພະຍາດນີ້ກໍບໍ່ ຂີ້ຮ້າຍຈາກພະຍາດອື່ນໆ ແຕ່ກໍເປັນອັນຕະລາຍ ຄືກັນ, ພະຍາດແນວຄິດທ້ອງຖິ່ນຈະເຫັນແຕ່ຄວາມຮັບຜິດຊອບ ແລະ ຜົນສໍາເລັດພາຍໃນສໍານັກງານ ອົງການຂອງຕົນ, ບໍ່ສົນໃຈກັບຄວາມຫຍຸ້ງຍາກຂອງຂົງເຂດອື່ນ ແລະ ຮາກຖານອື່ນໆ, ຫ່າງເຫີນຈາກ ມະຫາຊົນ ແລະ ບໍ່ເຫັນຜົນປະໂຫຍດຂອງຄົນສ່ວນໃຫຍ່.

 

10. ພະຍາດລູບແຄ່ງເລຍຂາ: 

          ຜູ້ທີ່ຕິດພະຍາດນີ້ມັກສະແດງອາການຕໍ່ຜູ້ເປັນຫົວໜ້າເຊັ່ນ: ອັນ ໃດກໍວ່າຕົນຮູ້, ອັນໃດກໍວ່າຕົນເຮັດໄດ້, ຜົນງານຂອງຜູ້ອື່ນກໍວ່າແມ່ນຜົນງານຕົນ, ມັກໃສ່ຮ້າຍແຖມ ນ້ອຍແຖມໃຫຍ່ໃສ່ຜູ້ອື່ນຂົ່ມເພິ່ນຍໍຕົນ ແລະ ມັກຈະມີຂອງຝາກຂອງຕ້ອນ ທີ່ບໍ່ຮູ້ກາລະເທສະ ເພື່ອຮຽກ ຄວາມເຫັນອົກເຫັນໃຈຈາກຜູ້ເປັນຫົວໜ້າ.

           ຫວັງວ່າຫຼາຍທ່ານຄົງບໍ່ຕິດ 10 ເຊື້ອພະຍາດຮ້າຍດັ່ງທີ່ກ່າວມາ, ຖ້າທ່ານໃດຫາກຮູ້ສຶກວ່າ ເລີ່ມຕິດເຊື້ອພະຍາດດັ່ງກ່າວຂໍໃຫ້ຮີບຟ້າວຫາຢາປິ່ນປົວໃຫ້ຫາຍເຊົາ ເພາະວ່າຖ້າປ່ອຍໃຫ້ມັນແຜ່ລາມໄປ ຫຼາຍຈະສ້າງຄວາມເສຍຫາຍຫຼາຍທີ່ສຸດ ຫຼ ອາດຈະເປັນການກົດໜ່ວງຄວາມກ້າວໜ້າຂອງຕົນ ເອງ ແລະ ການຈັດຕັ້ງຂຶ້ນ.

 

 

ທີ່ມາ: https://www.targetlaos.com 

Tags: #ພະຍາດ #ຟຸມເຟືອຍຂີ້ຄ້ານມັກງ່າຍ #ອັນຕະລາຍ #ອາດຍາສິດ #ພະນັກງານ #ອວດອົ່ງທະນົງຕົວ #ສໍ້ລາດບັງຫຼວງ #ລູບແຄ່ງເລຍຂາ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now